Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂ່າວ ນີ້ ເປັນຕາອ່ານຢູ່ບໍ່
Anonymous

Date:
ຂ່າວ ນີ້ ເປັນຕາອ່ານຢູ່ບໍ່


 

ລັດຄວນທົບທວນຄືນ ຫຼື ບໍ່? ແຜນຂຶ້ນເງິນເດືອນພະນັກງານສົກໜ້າ

 

      ກາຍ­ເປັນ​ປະ­ເດັນ​ທີ່​ກໍ​ເປັນ​ຄຳ​ຖາມໃນ​ໝູ່​ພະ­ນັກ­ງານ​ລັດ­ຖະ­ກອນ​ຈຳ­ນວນໜຶ່ງ​ກ່ຽວ​ກັບ​ແຜນ­ການ​ຂອງ​ລັດ­ຖະ­ບານທີ່​ຈະ​ປັບ​ຂຶ້ນ​ອີກ​ດັດ­ຊະ­ນີ​ເງິນ­ເດືອນ​ພະນັກ​ງານ​ລັດ​ໃນ​ສົກ​ໜ້າ ຊຶ່ງ​ເປັນ​ປີ​ສຸດທ້າຍ​ຂອງ​ແຜນ 20132015 ຂະ­ນະ​ທີ່ບັນ­ຫາ​ນີ້ປະ­ຈຸ​ບັນ​ມີ​ຫຼາຍ​ຝ່າຍ​ສະ­ແດງຄວາມ​ເປັນ​ຫ່ວງ ພ້ອມ​ສະ­ເໜີ​ລັດ​ຄວນ​ຖືສຳ­ຄັນ ແລະ ໃຫ້​ທົບ​ທວນ­ຄືນເພື່ອ​ບໍ່​ໃຫ້ສະ­ເທືອນ​ແຮງ​ຕໍ່​ລາຍ​ຮັບລາຍ​ຈ່າຍຂອງ​ລັດ​ຕະ­ຫຼອດ​ຮອດ​ພາກ​ການ​ຜະ­ລິດ ແລະ ທຸ­ລະ​ກິດ​ເອ­ກະ​ຊົນ​ໃນ​ໄລ­ຍະ​ຍາວ.

      ດັ່ງ​ທີ່​ຮັບ​ຮູ້​ຢູ່​ຕ່າງ­ປະ­ເທດ​ປະ­ຈຸ​ບັນມີ​ຄວາມ​ວຸ້ນ­ວາຍ​ທາງ​ດ້ານ​ການ­ເມືອງເກີດ​ຂຶ້ນ​ຢູ່​ຫຼາຍ​ປະ­ເທດ, ເສດ­ຖະ­ກິດ​ໂລກຢູ່​ໃນ​ໄລ­ຍະ​ຟື້ນ​ຕົວສຳ­ລັບ​ຢູ່ ສປປ ລາວ ແລ້ວ​ສະ­ພາບ​ການ​ພັດ­ທະ­ນາ​ເສດ​ຖະກິດສັງ­ຄົມ​ມີ​ຈັງ­ຫວະ​ຂະ­ຫຍາຍ­ຕົວ​ໄວສະ­ເລ່ຍ 8% ຕໍ່​ປີ​ລຽນ­ຕິດ​ໃນ 8 ປີ​ຜ່ານມາ ຢ່າງ­ໃດ​ກໍ​ຕາມ ໃນ​ສົກ​ປີ​ກາຍ​ມາ​ນີ້ພັດ​ຜະ­ເຊີນ​ກັບ​ເຫດ­ການ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ການ​ເງິນງົບ­ປະ­ມານເກີດ​ຂຶ້ນ ຊຶ່ງ​ບັນ­ຫາ​ໃຈ­ກາງ​ກໍ​ແມ່ນ​ການຂາດ­ດູນ​ງົບ­ປະ­ມານ​ຂອງ​ລັດ​ລາຍ​ຮັບ​ບໍ່ພໍ​ກັບ​ລາຍ​ຈ່າຍ​ອັນ​ໄດ້​ສົ່ງ​ຜົນ​ກະ­ທົບ​ຕໍ່ແຜນ​ລາຍ​ຈ່າຍ.ຈາກ​ສິ່ງ​ດັ່ງ­ກ່າວ​ໄດ້​ສະ­ເທືອນ​ໄປເຖິງ​ການ​ເບີກ​ຈ່າຍ​ເງິນ­ເດືອນ​ຂອງ​ພະນັກ​ງານ​ລັດ

     ໃນ​ສົກ​ປີ­ຜ່ານ­ມາ​ຈົນ​ແກ່­ຍາວ​ມາ​ເຖິງ​ປະຈຸ​ບັນ​ກ່ຽວ​ກັບ​ຄວາມ​ຫຼ້າ​ຊ້າ​ເຖິງ​ແມ່ນວ່າ​ໃນ​ສົກ​ນີ້​ລັດ​ຈະ​ມີ​ການ​ໂຈະ​ເບີກ​ຈ່າຍເງິນ​ອຸດ​ໜູນ​ຄ່າ​ຄອງ​ຊີບ​ພະ­ນັກ­ງານ ຈຳ­ນວນ 760.000 ກີບ ຕໍ່​ອັດ­ຕາ​ທີ່​ພວມຈັດ​ຕັ້ງ​ປະ­ຕິ­ບັດ​ພຽງ​ສົກ​ງົບ­ປະ­ມານ​ດຽວກໍ​ຕາມ ແຕ່​ລັດ​ກໍ​ໄດ້​ນຳ​ເອົາ​ເງິນ​ທີ່​ປະ­ຢັດໄດ້​ເກືອບ 2 ພັນ​ຕື້​ນັ້ນ ໄປ​ໝູນ​ໃຊ້​ເຂົ້າ​ໃນການ​ແກ້​ໄຂ​ໄພ​ທຳ​ມະ​ຊາດ, ໃຊ້​ໜີ້​ຄ້າງຈ່າຍ​ສົກ​ກ່ອນ, ຊຳ­ລະ​ໜີ້​ສິນ​ໃນ​ລະ­ບົບຄັງ​ເງິນ​ແຫ່ງ​ຊາດ ແລະ ຈັດ​ສັນ​ເຂົ້າ​ຄັງສະ​ສົມ.

      ອີງ​ຕາມ​ດຳ­ລັດ​ເລກ​ທີ 221 ວ່າ​ດ້ວຍການ​ປະ­ຕິ­ບັດ​ເງິນ­ເດືອນ ແລະ ເງິນ​ອຸດໜູນ​ຕ່າງໆ​ຕໍ່​ພະ­ນັກ­ງານ​ລັດ­ຖະ­ກອນ​ປີ 20132015 ມີ​ທັງ​ໝົດ 8 ມາດ­ຕາ ໃນ​ນັ້ນ ມາດ­ຕາ 2 ປະ­ຕິ­ບັດ​ມູນ​ຄ່າ​ດັດ​ຊະນີ​ໃນ​ສົກ 20122013 ແມ່ນ 4.800 ກີບ, ສົກ​ປີ 20132014 ແມ່ນ 6.700 ກີບ ແລະ ສົກ​ປີ 20142015 ແມ່ນ 9.300 ກີບ.

      ຢ່າງ­ໃດ​ກໍ​ຕາມ ສຳ­ລັບ​ແຜນ​ສົກ​ສຸດທ້າຍ​ກໍ​ຄື​ສົກ​ປີ­ໜ້າ​ນີ້​ບົດ​ລາຍ​ງານ​ຂອງທະ­ນາ­ຄານ​ໂລກ​ສະ­ບັບ​ເດືອນ​ມີ­ນາ 2014 ກໍ​ໄດ້​ເນັ້ນ​ໜັກ​ໃຫ້​ລັດ​ເຫັນ​ຄວາມສຳ­ຄັນ​ທີ່​ຈະ​ທົບ​ທວນ​ທືນ​ຄືນ​ແຜນ​ເພີ່ມຂຶ້ນ​ຂອງ​ລາຍ​ຈ່າຍ​ພາກ​ເງິນ­ເດືອນ​ໃນ​ອະນາ​ຄົດເພື່ອ​ຊ່ວຍ​ດຸນ​ດ່ຽງ​ລາຍ​ຈ່າຍ​ລັດຖະ​ບານ ຊຶ່ງ​ລັດ​ໄດ້​ມີ​ການ​ປຶກ­ສາ​ຫາ­ລືກ່ຽວ​ກັບ​ມາດ​ຕະ­ການ​ດ້ານ​ລາຍ​ຮັບ ແລະ ນອກ­ຈາກ​ໃຊ້​ມາດ​ຕະ­ການ​ແລ້ວທະ­ນາ­ຄານ​ກໍ​ໄດ້​ແນະ­ນຳ​ຕື່ມ​ໃຫ້​ມີ​ການວາງ​ຂອບ​ແຜນ​ງົບ­ປະ­ມານ​ລາຍ​ຈ່າຍ​ໄລຍະ​ກາງ​ທີ່​ຮອບ​ຄອບ​ກວ່າ​ເກົ່າ ພ້ອມ​ມີການ​ປະ­ຕິ­ບັດ​ທີ່​ສອດ­ຄ່ອງ​ກັບ​ຂອບ​ດັ່ງກ່າວ​ຕາມ​ແຕ່​ລະ​ໄລ­ຍະ ຂະ­ນະ​ທີ່​ຄັງ​ສຳຮອງ​ເງິນ­ຕາ​ຕ່າງ­ປະ­ເທດ​ຂອງ​ລາວ​ທະນາ​ຄານ​ໂລກ​ລະ­ບຸ​ວ່າ: ໄດ້​ຫຼຸດ​ລົງ​ຢູ່​ລະດັບ​ຕ່ຳ​ສຸດ​ໃນ​ຮອບ 10 ປີ­ຜ່ານ­ມາທຽບໃສ່​ການ​ນຳ​ເຂົ້າ​ກຸ້ມ​ພຽງ 1,3 ເດືອນ​ໃນການ​ນຳ​ເຂົ້າ​ສິນ­ຄ້າ ແລະ ການ​ບໍ­ລິ­ການ.

ສະ­ເພາະ​ແຜນ­ການ​ຈັດ​ເກັບ​ລາຍ​ຮັບເຂົ້າ​ງົບ­ປະ­ມານ​ໃນ​ສົກ​ນີ້​ລັດ­ຖະ­ບານໄດ້​ຕັ້ງ​ເປົ້າ​ໝາຍ​ສູ້​ຊົນ​ໃຫ້​ໄດ້​ທັງ​ໝົດ 25.216 ຕື້​ກວ່າ​ກີບ ໃນ​ນີ້ ໄຕ​ມາດ​ທຳອິດ​ຂະ­ແໜງ​ພາ­ສີ​ສາ­ມາດ​ຈັດ​ເກັບ​ລາຍ ຮັບ​ໄດ້​ທັງ​ໝົດ 1.128,54 ຕື້​ກີບ ເທົ່າ​ກັບ 22,25% ຂອງ​ແຜນ­ການ​ປີ​ແຕ່​ຖ້າ​ທຽບໃສ່​ແຜນ​ງວດ​ແມ່ນ​ຫຼຸດ​ແຜນ​ເຖິງ 10%.



__________________
Anonymous*

Date:

ເພິ່ນຈະຂຶ້ນເງິນໃຫ້ກໍ່ເປັນຕາອ່ານແທ້ !



__________________
Anonymous

Date:

ຂ່າວດີແທ້ບໍ ບໍ່ແມ່ນສີໂຈະການຂຶ້ນເງິນເດືອນບໍ

 

ແຕ່ຂ່າວນີ້ ບໍ່ເປັນຕາອ່ານປານໃດ ຍອ້ນວ່າການຂຽນຂ່າວ

ຂີ້ຮ້າຍໂພດດອກ



__________________
Anonymous

Date:

ພະນັກງານລຶ້ງແລ້ວຕໍ່ການໂຈະເບີກເງິນ ຕາມສະບາຍໂລດເດີລຸງທອງສິງ ຂ້ານ້ອຍຊິໝົກເຜືອກ

ໝົກມັນກິນແທນເຂົ້າດອກ ບໍ່ຕ້ອງຫ່ວງ.



__________________
Anonymous

Date:

Anonymous wrote:

ພະນັກງານລຶ້ງແລ້ວຕໍ່ການໂຈະເບີກເງິນ ຕາມສະບາຍໂລດເດີລຸງທອງສິງ ຂ້ານ້ອຍຊິໝົກເຜືອກ

ໝົກມັນກິນແທນເຂົ້າດອກ ບໍ່ຕ້ອງຫ່ວງ.


 ຊິໝົກຫຍັງກໍ່ໝົກໂລດຢ່າຈົ່ມ, ກ່ອນປົດປ່ອຍກູກໍ່ກິນຄືກັນ



__________________
Anonymous

Date:

ການຂຶ້ນເງິນເດືອນພຽງຢ່າງດຽວແກ້ໄຂບັນຫາຫຍັງບໍ່ໄດ້ດອກ ຖ້າຈະໃຫ້ດີແທ້ລັດຖະບານຄວນແກ້ຫລາຍຢ່າງໄປພ້ອມໆກັນເຊັ່ນ:

1 ຂຶ້ນເງິນເດືອນໃຫ້ພຽງພໍກັບຄວາມຕ້ອງການ ໃຫ້ສາມາດດຳເນີນຊີວິດລ້ຽງຄອບຄົວຢູ່ໄດ້ໂດຍປາສະຈາກການສໍ້ລາດບັງຫລວງ

2 ກວດສອບການເຮັດວຽກຂອງພະນັກງານ ຜູ້ໃດບໍ່ດີຫລືເຮັດວຽກບໍ່ໄດ້ໄລ່ອອກໃຫ້ຫມົດ ວາງມາດຕະການກວດກາໃຫ້ເຂັ້ມແຂງແລະໃຫ້ເປັນລະບົບຕະຫລອດໄປ ການຍ້ອງຍໍສັນລະເສີນກໍໃຫ້ເປັນການຍ້ອງຍໍຕໍ່ຜູ້ທີ່ສົມຄວນຍ້ອງແທ້ໆ ອັນນີ້ຈັກແມ່ນຫຍັງບໍ່ເຫັນມີຄວາມແຕກຕ່າງລະຫວ່າງຜູ້ທີ່ຖືກຍ້ອງ ແລະ ຜູ້ທີ່ບໍ່ຖືກຍ້ອງ ສ່ວນຫລາຍໃຜເປັນຫົວຫນ້າແມ່ນໄດ້ຫມົດ

3 ຖ້າອົງການຈັດຕັ້ງພັກຈະເປັນແກນນຳຕະຫລອດໄປ ກໍ່ຄວນປັບປຸງອົງການຈັດຕັ້ງນີ້ໃຫ້ເຂັ້ມແຂງ ການຄັດເລືອກເອົາສະມາຊິກຄວນໃຫ້ເປັນຜູ້ທີ່ດີທີ່ເກັ່ງແທ້ໆນັ້ນເຂົ້າ ບໍ່ແມ່ນເລືອກເອົາແຕ່ຜູ້ເພິ່ນມັກຈຶງເອົາ ມັນຕ້ອງເອົາຜົນງານແລະຄວາມສາມາດເປັນຫລັກໃນການຄັດເລືອກ ຖ້າຜູ້ນຳບໍ່ດີເຮັດໃດຈະສາມາດເປັນແບບຢ່າງໃຫ້ຜູ້ອື່ນໄດ້  



__________________
Anonymous

Date:

Anonymous wrote:
Anonymous wrote:

ພະນັກງານລຶ້ງແລ້ວຕໍ່ການໂຈະເບີກເງິນ ຕາມສະບາຍໂລດເດີລຸງທອງສິງ ຂ້ານ້ອຍຊິໝົກເຜືອກ

ໝົກມັນກິນແທນເຂົ້າດອກ ບໍ່ຕ້ອງຫ່ວງ.


 ຊິໝົກຫຍັງກໍ່ໝົກໂລດຢ່າຈົ່ມ, ກ່ອນປົດປ່ອຍກູກໍ່ກິນຄືກັນ


 ຕອນສະໃໝຕໍ່ສູ້ ຜູ່ນຳເອົາຕ້ອງໄດ້ກິນເຂົ້າຢູ່ໃນຖ້ຳຢູ່ໃນຮູ ແຕ່ດຽວນີ້ເພິ່ນນັ່ງຕັ່ງຄຳກິນສະບາຍ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard