Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຫັນແລວ້ບໍໍ່ນີ້
Anonymous

Date:
ເຫັນແລວ້ບໍໍ່ນີ້


db5cd103-0bbb-455e-b9c7-2cc6c6f4bd0c.jpeg



__________________
Anonymous

Date:

Anonymous wrote:

db5cd103-0bbb-455e-b9c7-2cc6c6f4bd0c.jpeg


where this photo has been shot   ? and it seems that the fence is familiar to me ! I pray the Lord that it would be far from my home town !



__________________
Anonymous

Date:

ເຂົາວ່າ ດິນຜູ່ໃດ໋ຖືກປັກຫຼັກແດງ ຜູ່ນັ້ນໂຊກດີເພາະຈະໄດ້ເປັນເສດຖີ.

ສະແດງຄວາມດີໃຈນຳ !



__________________
Anonymous

Date:

ໝາຍຄວາມວ່າ ຫ້າມໄວ້ກາບໍ່ຢູ່ແລວ້

ລໍຖ້າດີໃຈກໍແລວ້ກັນ



__________________
Anonymous

Date:

Anonymous wrote:

ໝາຍຄວາມວ່າ ຫ້າມໄວ້ກາບໍ່ຢູ່ແລວ້

ລໍຖ້າດີໃຈກໍແລວ້ກັນ


 ພາກັນຕັ້ງໃຈຫາເງິນເສຍພາສີຊ່ອຍລັດ ແບກຫາບຊ່ອຍກັນ.



__________________
Anonymous

Date:

Anonymous wrote:
Anonymous wrote:

ໝາຍຄວາມວ່າ ຫ້າມໄວ້ກາບໍ່ຢູ່ແລວ້

ລໍຖ້າດີໃຈກໍແລວ້ກັນ


 ພາກັນຕັ້ງໃຈຫາເງິນເສຍພາສີຊ່ອຍລັດ ແບກຫາບຊ່ອຍກັນ.


 ເອີກເອີກ !!



__________________
Anonymous

Date:

https://www.youtube.com/watch?v=k40AOyzk5XU



__________________
Anonymous

Date:

ມັນບໍ່ຄຸ້ມຄ່າເລີຍສໍາຫຼັບທີ່ດິນຂອງຜູ້ທີ່ຖືກຜົນກະທົບ.

ທີ່ດິນບາງທີ່ກໍາລັງຢູ່ໃນໄລຍະກໍ່ສ້າງອາຄານບ້ານເຮືອນເຊີ່ງເປັນການທຸ້ມທັງກໍາລັງກາຍກໍາລັງໃຈທັງຊັບສີນມະຫາສານສໍາຫຼັບເຂົາທີ່ຫາມາໄດ້ໃນຊີວິດ. ຊໍ້າພັດເປັນໄປແບບນີ້.

ພັກລັດຄວນເຫັນໃຈປະຊາຊົນຢ່າງເລີກເຊີ່ງກ່ວາທີເປັນຢູ່ຄືປັດຈຸບັນ. ບໍ່ແມ່ນຢາມໃດກໍ່ເວົ້າແຕ່ປາກລາກແຕ່ທິດສະດີອັນສະຫຼາດສ່ອງໃສ. ຄວນພໍຊະ.

ຢາກຈະຮ້ອງຂໍໃຫ້ທົດແທນຄ່າເສຍຫາຍໃຫ້ເໝາະສົມຕາມສະພາບທີ່ປະຊາຊົນເສຍຫາຍແລະໃຊ້ຄ່າທົດແທນອັນເກີດປະໂຫຍດສູງສຸດທັງຝ່າຍ.  ເພາະຄົງຈະບໍ່ມີໃຜຄັດຄ້ານແນ່ນອນສໍາລັບການສ້າງສາປະເທດຊາດໃຫ້ຈະເລີນກ້າວໜ້າ.

 

ບໍ່ແມ່ນຍ້າຍໃຫ້ເຂົາໄປຢູ່ເຂດນອກທຸລະກັນດານບໍ່ສາມາດທໍາມາຫາກິນບໍ່ມີທຸລະກິດກິດຈະການ.ການເດີນທາງໄປວຽກໄປງານໄປຮໍ່າໄປຮຽນໃຜຈະຮັບຜິດຊອບ. ເພາະຄົງຈະບໍ່ໄປປູກຜັກລ້ຽງສັດກິນ.  



__________________
ຫງວຽນງອກເຮີຍ

Date:

ນີ້ແມ່ນໂຄງການຣົຖໄຟຄວາມໄວຕ່ຳຈາກທ່ານາແລ້ງຫາວຽງຈັນທີ່ຣັຖບານລາວໂຈະມາຫຼາຍປີຍ້ອນ

ມູນຄ່າການກໍ່ສ້າງ 50 ລ້ານ ນ້ອຍກວ່າ ໂຄງການຣົຖໄຟຄວາມໄວສູງທີ່ມີມູນຄ່າການກໍ່ສ້າງ 7 ພັນລ້ານ.

ເບິ່ງແລ້ວກໍ່ບໍ່ຕ່າງຫຍັງກັບນິທານໝາກັບຕ່ອນຊີ້ນທີ່ພວກເຈົາເຄີຍອ່ານໃນຊັ້ນປະຖົມ3, ໝາຕົວນັ້ນ

ເຫັນເງົາຕ່ອນຊີ້ນທີ່ເຫັນໃນນ້ຳໃຫຍ່ຫວ່າຕ່ອນຊີ້ນທີ່ຕົນຄາບ ຈຶ່ງຄາຍຕ່ອນຊີ້ນທີ່ຕົນຄາບໂດດລົງໄປ

ຫາເງົາຕ່ອນຊີ້ນໃນນ້ຳ, ແຕ່ເມື່ອໂດດລົງໄປແລ້ວ ຊີ້ນຕ່ອນໃຫຍ່ນັ້ນກໍ່ຫາຍໄປ ແລະເມື່ອໝາໂຕນັ້ນ

ໂງຄືນມາຫາຕ່ອນຊີ້ນທີ່ຕົນລັກມາຈາກຕລາດ ກໍ່ຖືກໝາໂຕອື່ນຄາບໄປກິນແລ້ວ.



__________________
Anonymous

Date:

ໃຜຢູ່ໃກ້ຜູ່ຕັ້ງກທູ້ ຍ່າງໄປຕອນຫຳລາວຈັກເຄິ່ງໜ່ວຍໄດ້ບໍ່? ດີໃຈໝົດເຂົ້າໃຈວ່າເພິ່ນປັກຫຼັກໝາຍທາງລົດໄຟຄວາມໄວສູງຊັ້ນດອກ

ທີ່ແທ້ກໍ່ແມ່ນລົດໄຟຄວາມໄວຕ່ຳລຸ້ນພະເຈົ້າສາມຫຳທີ່ໄທຊິຖິ້ມແລ້ວ ໂອ໊ຍໆໆ ບໍ່ກ້າໂມ້ໃສ່ເຂົາອີກລະບາດນີ້.



__________________
Anonymous

Date:

ທາງລົດໄຟທີ່ມີໄລຍະທາງ 9 ກິໂລແມັດນີ້ກໍ່ແມ່ນສ່ວນນຶ່ງທີ່ຈະເຊື່ອມຕໍ່ໃສ່ເສັ້ນທາງລົດໄຟຄວາມໄວສູງ

ທີ່ຈະແລ່ນມາຈາກຊາຍແດນຈີນ, ເພິ່ນໄປຢືມໄທ 50 ລ້ານ ບໍ່ຮູ້ວ່າໄທໃຫ້ລ້າຈັກລ້ານ. ຄິດວ່າລົດໄຟນີ້

ຈະມີປະໂຫຍດແກ່ຄົນນະຄອນຫຼວງບໍ່ຫຼາຍກໍ່ນ້ອຍ, ຊົມເຊີຍລັດຖະບານລາວທີ່ຕັດສິນໃຈກຳຕ່ອນກ່ອນ

ກຳອາຍ.



__________________
Anonymous

Date:

ຫງວຽນງອກເຮີຍ wrote:

ນີ້ແມ່ນໂຄງການຣົຖໄຟຄວາມໄວຕ່ຳຈາກທ່ານາແລ້ງຫາວຽງຈັນທີ່ຣັຖບານລາວໂຈະມາຫຼາຍປີຍ້ອນ

ມູນຄ່າການກໍ່ສ້າງ 50 ລ້ານ ນ້ອຍກວ່າ ໂຄງການຣົຖໄຟຄວາມໄວສູງທີ່ມີມູນຄ່າການກໍ່ສ້າງ 7 ພັນລ້ານ.

ເບິ່ງແລ້ວກໍ່ບໍ່ຕ່າງຫຍັງກັບນິທານໝາກັບຕ່ອນຊີ້ນທີ່ພວກເຈົາເຄີຍອ່ານໃນຊັ້ນປະຖົມ3, ໝາຕົວນັ້ນ

ເຫັນເງົາຕ່ອນຊີ້ນທີ່ເຫັນໃນນ້ຳໃຫຍ່ຫວ່າຕ່ອນຊີ້ນທີ່ຕົນຄາບ ຈຶ່ງຄາຍຕ່ອນຊີ້ນທີ່ຕົນຄາບໂດດລົງໄປ

ຫາເງົາຕ່ອນຊີ້ນໃນນ້ຳ, ແຕ່ເມື່ອໂດດລົງໄປແລ້ວ ຊີ້ນຕ່ອນໃຫຍ່ນັ້ນກໍ່ຫາຍໄປ ແລະເມື່ອໝາໂຕນັ້ນ

ໂງຄືນມາຫາຕ່ອນຊີ້ນທີ່ຕົນລັກມາຈາກຕລາດ ກໍ່ຖືກໝາໂຕອື່ນຄາບໄປກິນແລ້ວ.


ເຂົາເລີ່ມລົງມືກໍ່ສ້າງຄືນແລ້ວເດີ

http://www.manager.co.th/IndoChina/ViewNews.aspx?NewsID=9570000045448



__________________
Anonymous

Date:


ເຂົາເລີ່ມລົງມືກໍ່ສ້າງຄືນແລ້ວເດີ

http://www.manager.co.th/IndoChina/ViewNews.aspx?NewsID=9570000045448


 Thai ວ່າ ຖ້າເຈົ້າບໍ່ສ້າງຂ້ອຍຈະເອົາເງິນໄປຈ່າຍໃຫ້ຊາວນາ ລາວກໍ່ເຄີຍຕ້ອງຟ້າວຮັບ

ຖ້າບໍ່ຮັບກໍ່ຈະບໍ່ມີເງິນໝູນ ຊັນນະເລື່ອງຂອງມັນ.

ຂ້ອຍວ່າ ລອງໃຊ້ລົດໄຟຄວາມໄວຕ່ຳກ່ອນຫັ້ນລະດີ ມີປະສົບການຫຼາຍແລ້ວຈຶ່ງກ້າວ

ໄປຂີ່ຄວາມໄວສູງ, ຄືທ່ານລາວຮັກລາວ1954 ເວົ້າຫັ້ນລະ ເປັນຮວກກ່ອນເປັນກົບ.



__________________
Anonymous

Date:

ອີງຕາມບາງແຫລ່ງຂ່າວວ່າ ຫລັກໝາຍນີ້ ແມ່ນຢູ່ນາທົ່ມໃດລະ

ໃຜຮູ້ແນວໃດ ບອກແດ່



__________________
ລັບສຸດ

Date:

Anonymous wrote:

ອີງຕາມບາງແຫລ່ງຂ່າວວ່າ ຫລັກໝາຍນີ້ ແມ່ນຢູ່ນາທົ່ມໃດລະ

ໃຜຮູ້ແນວໃດ ບອກແດ່


 ຫຼັງຈາກເພິ່ນຕັ້ງບົດສົນທະນານີ້ຂຶ້ນ ຂ້ອຍໄດ້ຕິດຕາມຂ່າວຈາກເວັບໜັງສືພິມວຽງຈັນໃໝ່

ຂ່າວສານປະເທດລາວເກືອບທຸກມື້ແຕ່ກໍ່ບໍ່ເຫັນເພິ່ນຂ່າວກ່ຽວກັບເລື່ອງນີ້, ສິ່ງທີ່ໜ້ານ້ອຍໃຈ

ກໍ່ຄືນັກສື່ຂ່າວປະເທດອື່ນເກັບກຳຂ່າວເຫດການທີ່ເກີດຂຶ້ນໃນປະເທດເຮົາໄດ້ໄວກວ່ານັກສື່

ຂ່າວພາຍໃນປະເທດ.



__________________
Anonymous

Date:

 

ນີ້ເດ ເຫັນແລວ້ບໍ່



__________________
Anonymous

Date:

Anonymous wrote:

 

ນີ້ເດ ເຫັນແລວ້ບໍ່


 This is inside their own country China. has nothing to do with Laos, the line that connect to Laos haven't done anything yet...



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard