Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວເກືອບທີໂຈກ
Anonymous

Date:
ລາວເກືອບທີໂຈກ

southeastasiainternetspeed.jpg

__________________
Anonymous

Date:

ກໍ່ຍັງດີທີ່ຄາເກືອບ. ຂ້ອຍທົດລອງໃຊ້ 5 ຈີ ຢູ່ບ້ານດອນສະດຳ ເມືອງໂຂງ ແຂວງຈຳປາສັກ

ໂຫຼດຂຶ້ນໄດ້ 45Mbps ແລະໂຫຼດລົງໄດ້ປະມານ 20Mbps ປະມານນີ້ລະ.

ຕ້ອງແທກຕອນປະມານ 1ໂມງເຊົ້າ ຫາ 3 ໂມງເຊົ້າເດີຈຶ່ງໄດ້ຄວາມໄວນີ້ ຖ້າແທກຕອນ

6 ໂມງເຊົ້າຫາ 6 ໂມງແລງ ຈະຊ້າກວ່ານີ້ເພາະຄື້ນສຽງໂຮງສີເຂົ້າຂອງລຸງຈານເທື້ອງລົບ

ກວນ, ລໍຖ້າເພິ່ນສົ່ງ Lao-Sat1 ຂຶ້ນໄປລ່ອງລອຍຢູ່ຊັ້ນບັນຍາກາດພຸ້ນລະ ຄວາມໄວອິນເຕີ

ເນັດຂອງລາວຈຶ່ງຈະນຳໜ້າໝູ່ໃນບັນດາປະເທດອາຊຽນ. ອົດໃຈລໍ ບໍ່ນານເກີນລໍດອກ

ທ້າຍປີ 2015 ນີ້ລະ ຄົນທົ່ວໂລກຈຶ່ງຈະຮູ້ວ່າ ສປປ ລາວ ມີຜູ່ນຳທີ່ສະຫຼາດສ່ອງໃສແທ້ຈິງ.

__________________
Anonymous

Date:

Anonymous wrote:

southeastasiainternetspeed.jpg

 we are so proud.. Laos's just starting to develop the country! a small country with just over 7mill population. we can do better more in the future!

__________________
Anonymous

Date:

 we are so proud.. Laos's just starting to develop the country! a small country with just over 7mill population. we can do better more in the future!

 ທ່ານເຮັດວຽກຢູ່ຫ້ອງການສະຖິແຫ່ງຊາດລາວຫວາຈຶ່ງຮູ້ວ່າປະຊາກອນລາວມີ 7 ລ້ານຄົນ?

ຂໍ້ມູນຈາກທະນາຄານໂລກ ປະຊາກອນລາວມີພຽງແຕ່ 6646000 ຄົນເທົ່ານັ້ນ ຫຼືວ່າທ່ານ

ນຳເອົາ 454000 ຄົນມາຈາກປະເທດອ້າຍໃຫຍ່ຫວຽດນາມ?

__________________
Anonymous

Date:

Anonymous wrote:

southeastasiainternetspeed.jpg

 Last time i was checking who got the fastest internet.

1: Hong Kong.     6:Belgium.

2: South Korea.   7: Swtzerland.

                          8:Bulgary.

3:Japan.             9:Israel.

4:Latvia.            10: Singapore.

5:Romania.

 That's very impossible that Singapore would go faster than Japan, Noway.

 I can't see Singapore going faster than Japan at all on the list. You must have problem with your eyes.

__________________
Anonymous

Date:

Anonymous wrote:

ກໍ່ຍັງດີທີ່ຄາເກືອບ. ຂ້ອຍທົດລອງໃຊ້ 5 ຈີ ຢູ່ບ້ານດອນສະດຳ ເມືອງໂຂງ ແຂວງຈຳປາສັກ

ໂຫຼດຂຶ້ນໄດ້ 45Mbps ແລະໂຫຼດລົງໄດ້ປະມານ 20Mbps ປະມານນີ້ລະ.

ຕ້ອງແທກຕອນປະມານ 1ໂມງເຊົ້າ ຫາ 3 ໂມງເຊົ້າເດີຈຶ່ງໄດ້ຄວາມໄວນີ້ ຖ້າແທກຕອນ

6 ໂມງເຊົ້າຫາ 6 ໂມງແລງ ຈະຊ້າກວ່ານີ້ເພາະຄື້ນສຽງໂຮງສີເຂົ້າຂອງລຸງຈານເທື້ອງລົບ

ກວນ, ລໍຖ້າເພິ່ນສົ່ງ Lao-Sat1 ຂຶ້ນໄປລ່ອງລອຍຢູ່ຊັ້ນບັນຍາກາດພຸ້ນລະ ຄວາມໄວອິນເຕີ

ເນັດຂອງລາວຈຶ່ງຈະນຳໜ້າໝູ່ໃນບັນດາປະເທດອາຊຽນ. ອົດໃຈລໍ ບໍ່ນານເກີນລໍດອກ

ທ້າຍປີ 2015 ນີ້ລະ ຄົນທົ່ວໂລກຈຶ່ງຈະຮູ້ວ່າ ສປປ ລາວ ມີຜູ່ນຳທີ່ສະຫຼາດສ່ອງໃສແທ້ຈິງ.

ການທີ່ວ່າຜູ້ນຳສະຫລາດສ່ອງໃສ ຫລຶໂງ່ຈ້າ ອິນເຕີເນັດກະມີສ່ວນ ຫນຶ່ງທີ່ບົ່ງບອກເຖິງຄວາມຮູ້ຄວາມມາດຂອງຜູ້ນຳໃນການບໍລິຫານວຽກ ແຕ່ປັດໃຈອັນອື່ນໆກໍສຳຄັນເຊັ່ນດຽວກັນ ໃນການບົ່ງບອກເຖິງຄວາມສະຫລາດສອ່ງໃສຂອງຜູ້ນຳ ເຊັ່ນ: 

ການປາບປາມການສໍ້ໂກງ ການສ້າງສາມີຄຸນນະພາບ ການແກ້ໄຂປັນຫາກປາກທ້ອງຂອງປະຊາຊົນ ການແກ້ໄຂລາຄາສິນຄ້າ ການແກ້ປັນຫານ້ຳໄຟຂາດແຄນ, ເລື່ອງດາວທຽມກະຄືກັນ ຖ້າເຮັດແຕ່ສິບກວ່າປີຄືນຫລັງ ພູ້ນຈັ່ງສະຫລາດແທ້ໆ. ແລະ ການຫລຸດຜ່ອນການນຳເຂົ້າສິນຄ້າ ການກຳຈັດພະນັກງານ ບໍມີຄວາມຮູ້ ການພວກໂກງບ້ານກິນເມືອງ, ປັບປຸງ ໃຫ້ພະນັກງານ ສັດຊື ເຮັດວຽກເປັນ ບໍລິການບໍລິຫານໄດ້ດີ ໄດ້ປຽບດຸນການຄ້າ  ສົ່ງແຮງງານລາວອອກຕ່າງປະເທດ ສິນຄ້າລາວມີຄຸນນະພາບ ຕ່າງປະເທດຍອມຮັບ ລາວໄດ້ປຽບດຸນການຄ້າ, ລາວກາຍອອກຈາກປະເທດ ກະສິກຳດ້ອຍພັດທະນາ ພຸ້ນລະຈັງຊິວ່າ ຍອມຮັບວ່າຜູ້ນຳສະຫລາດສອ່ງໃສໂດຍແທ້ຈິງ. ຄັນເຂົ້າກະທໍຍ້ອງຍໍຕົນເອງແລະພັກພວກ ຍ້ອງແນວໄດກະຍ້ອງບໍຂຶ້ນ ສາກົນພູ້ນເປັນຜູ້ຕັດສິນ. ຕົວະໄດ້ແຕ່ປະຊາຊົນຄົນບໍ່ຮູ້ຫ້ານນະວ່າເກັ່ງວ່າສາມາດນະ ສະຫລາດນະ. ຄັນສະຫລາດແທ້ໆ ເຮັດຫຍັງກະເຮັດເອງຫມົດ ຊິໃຫ້ພວກນາຍທຶນມາຍາດແຍ່ງເອົາ ຊັບສົມບັດໄປ ບາດລາວເຮົາໄດ້ເປີເຊັນສ່ວນຫນ້ອຍ ໂຄງການຂຸດຄົ້ນບໍແຮ່ ການຕັດໄມ້ຊະຊາຍ ບັນຫາຢາເສບຕິດ ການສວຍໄຊ້ຫນ້າທີ່ ຕ້ອງແກ້ໄຂໄດ້ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ນ້ຳປະປາຂາດແຄນ ກະແກ້ບໍໄດ້ ຢາມ້າລະບາດທົ່ວບ້ານທົ່ວເມືອງ ຊ້ຳຮ້າຍ ພວກພະນັກງານຍັງສໍ້ໂກງອີກ. 

 ອ່ານຄຳເຫັນຂອງທ່ານແລ້ວຮູ້ສຶກວ່າທ່ານເວົ້າຖືກຫຼາຍສ່ວນ ປະມານ 99% ພຸ້ນລະ

ທ່ານກໍ່ຮູ້ວ່າຜູ່ນຳເຮົາມັກຍ້ອງເຮົາກໍ່ຄວນຍ້ອງຍໍຊົມເຊີຍເພິ່ນ ຖ້າເຮົາບໍ່ພາກັນຍ້ອງ

ໃຜລະຈະມາຍ້ອງ, ແມ່ນບໍ່ລະ?

__________________
Anonymous

Date:

ເຖີງຢ່າງໃດກໍ່ຄວນພູມໃຈໃນສີ່ງທີ່ເຮົາມີ

ດີກວ່າຈະໄປພູມໃຈໃນສີ່ງທີ່ເປັນຂອງຄົນອື່ນ

__________________
Anonymous

Date:

ດຽວນີ້ ຂ້ານອ້ຍໃຊ້ຢູ່ ຂະຫນາດສູງສຸດ 2 mps ແຕ່ມັນກໍແລ່ນຢູ່ 300 ຫາ 900 ສວ່ນຫລາຍ 

ນີ້ແມ່ນ ແພກເກສ 5 ຂອງ ລທຄ 

ບາດມັນດາວໂຫລດ ຮອດ 1ຈິກ ມັນກໍຢຸດ

ແຕ່ກໍຍັງດີ ເພາະມັນໄວກວ່າ adsl 500kb ຊຳອີກ

__________________
Anonymous

Date:

ຫຼາຍປີກ່ອນໄດ້ອ່ານຂ່າວຢູ່ເວັບ vientianetimes.org.la ເພິ່ນວ່າລາວຈະມີໃຊ້

ອິນເຕີເນັດສາຍໄຍແກ້ວພື້ນທະເລ(Undersea Internet Cable)ທີ່ແລ່ນມາຈາກ

ດານັງຊຶ່ງຈະມີຄວາມໄວສູງສຸດເຖິງ 125Mbps, ບໍລິການນີ້ມີຄວາມຄືບໜ້າໄປ

ຮອດໃສແລ້ວ?

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:
Anonymous wrote:

southeastasiainternetspeed.jpg

 Last time i was checking who got the fastest internet.

1: Hong Kong.     6:Belgium.

2: South Korea.   7: Swtzerland.

                          8:Bulgary.

3:Japan.             9:Israel.

4:Latvia.            10: Singapore.

5:Romania.

 That's very impossible that Singapore would go faster than Japan, Noway.

 I can't see Singapore going faster than Japan at all on the list. You must have problem with your eyes.

 Did you see on the Chart ? Singapore is 61 and Japan is only 41.7 ? See now ????????????????????????????????? or you just read a few line ?

__________________
Anonymous

Date:

ເກົາຫລີໃຕ້ທຸ້ມງົບ 4.9 ຫມື່ນລ້ານບາດ ພັດທະນາເຄືອຂ່າຍ 5G ແຮງກວ່າ 4G  1000 ເທົ່າ

ຕາມລາຍງານຂອງເວບໄຊຕຂ່າວເກົາຫລີ Yonhap News  ລະບຸວ່າເກົາຫລີໃຕ້ໄດ້ທຸ້ມງົບປະມານ 1.6 ລ້ານລ້ານວອນ (ປະມານ 12500000 ລ້ານ ກີບ )          ເພື່ອພັດທະນາເຄືອຂ່າຍ 5G ໂດຍຮ່ວມມືກັບບໍລິສັດທ້ອງຖິ່ນ ຂອງເກົາຫລີ ໄດ້ແກ່    Korea Telecom, SK Telecom, Samsung ແລະ LG

ທາງກະຊວງວິທະຍາສາດຂອງເກົາຫລີໃຕ້ໄດ້ກ່າວວ່າ ເຄືອຂ່າຍ 5G ນີ້ຈະມີຄວາມໄວ ຫລາຍກວ່າ 4G ເຖິງພັນເທົ່າ ໄວພໍທີ່ຈະໂຫລດຫນັງຂະຫນາດ 800 MB ແລ້ວພາຍໃນ 1 ວິນາທີ

ເຊິ່ງຄາດການວ່າເຄືອຂ່າຍ  5G ຈະສາມາດເປີດທົດລອງໃຊ້ໄດ້ໃນປີ 2017 ແລະແລ້ວສົມບູນພາຍໃນປີ 2020

ນອກຈາກນີ້ທາງກະຊວງວິທະຍາສາດຂອງເກົາຫລີໃຕ້ໄດ້ກ່າວເພີ່ມເຕີມອີກວ່າ ລະບົບເຄືອຂ່າຍ 5G ນີ້ຈະສາມາດໃຊ້ໄດ້ພາຍໃນລົດໄຟຄວາມໄວສູງ 500 ກິໂລແມັດຕໍ່ຊົ່ວໂມງ ອີກດ້ວຍ ໃນຂະນະ

ທີ່ປະຈຸບັນສາມາດໃຊ້ອິນເຕີເນັດຄວາມໄວສູງໄດ້ພາຍໃນລົດໄຟທີ່ແລ່ນດ້ວຍຄວາມໄວບໍ່ເກີນ 300 ກິໂລແມັດຕໍ່ຊົ່ວໂມງເທົ່ານັ້ນ

ໃນຕອນນີ້ບໍລິສັດ  Huawei ທີ່ຈີນ ແລະ NTT Docomo ຢູ່ທີ່ຍີ່ປຸ່ນ ກໍ່ກໍ່າລັງພັດທະນາ ເຄືອຂ່າຍ 5G ຢູ່ເຊັ່ນດຽວກັນ 

ທີ່ມາ arip.co.th 

ອ້າງອີງຈາກ  CNET

__________________
Anonymous

Date:

ຂໍ້ມູນນີ້ບໍ່ຖືກຕ້ອງ ບໍ່ຮູ້ວ່າເພິ່ນໄປສຳຫລວດມາຈາກໃສ ລາວໜ້າຈະຕິດອັນດັບດີກ່ອນ ກຳປູເຈຍ ແລະມຽນມາ ໂດຍສະເພາະມຽນມາຫາກໍ່ພັດທະນາລະບົບມືຖືບໍ່ຮອດ5ປີຊໍ້າ ແລະເພິ່ນກໍ່ຕິດອັນດັບ3 ຂອງໂລກຮອງຈາກເກົາຫຼີເໜືອອັນດັບ2 ແລະທານຊາເນຍອັນດັບ1 ໃນໂລກທີ່ມີລະບົບໂທລະສັບຫຼ້າຫຼັງທີ່ສຸດໃນໂລກ ຈັດອັນດັບໂດຍ ສປຊ

__________________
Anonymous

Date:

ທີໂຈກ ທີໂຫຼ້ຍ ທີສຸດທ້າຍ ທີຫຍັງອີກທີ່ມີຄວາມໝາຍຄ້າຍກັນ?

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard