Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: where are you?
Anonymous

Date:
where are you?

ຢາກຮູ້ທ່ານ ດຣ ຄຳເຜີຍ ປານມະໄລທອງ ປະຈຸບັນເຮັດຫຍັງຢູ່ໃສ?

ເສຍດາຍຄົນດີມີຄວາມຮູ້ ມີຄວາມຈິງໃຈ ແລະ ເສຍສະລະຜົນປະໂຫຽດເພື່ອສ່ວນລວມ ຄົນດີແນວນີ້ຫາຍາກ ຢາກໃຫ້ເພິ່ນມາບໍລິຫານປະເທດ!

__________________

Guru

Status: Offline
Posts: 1010
Date:

ກະຍູ່ສະພາຫັ້ນລະ ແຕ່ຫລຸດບົດບາດລົງ

__________________
Anonymous

Date:

ເພີ່ນ ຄືຊິຢ້ານເປັນແບບ ທ່ານສົມບັດ ສົມພອນ ຕິນໍ?

ທ່ານ ກະເລີຍ "I'd better kept my mouth shut"...

__________________
Anonymous

Date:

luffy wrote:

ກະຍູ່ສະພາຫັ້ນລະ ແຕ່ຫລຸດບົດບາດລົງ

 ຢາກບອກ ທ່ານ luffy ກ່ຽວກັບພາສາລາວຈັກໜ້ອຍໜຶ່ງເພື່ອທ່ານຈະນຳເອົາສັບໃດສັບໜຶ່ງ

ອອກມາໃຊ້ໃຫ້ຖືກຕ້ອງກັບເນື້ອໃນຂອງປະໂຍກທີ່ທ່ານຂຽນອອກ.

ຫລຸດ = ແປວ່າ ຂາດອອກຈາກກັນ (ແປຕາມວັດຈະນານຸກົມ ລາວແປລາວ)

ຕົວຢ່າງປະໂຍກ: ແມງເໝົ່າບິນອອກມາຈາກຮູດິນ ມັນບິນບໍ່ພໍເທົ່າໃດຊົ່ວໂມງປີກສອງເບື້ອງຂອງມັນກໍຈະຫລຸດອອກ

                     ຕົນໂຕຂອງມັນ.

ຫລົດ = ແປວ່າ ຜ່ອນຜັນລົງ, ນ້ອຍລົງ, ອ່ອນລົງ, ຕ່ຳລົງ (ແປຈາກວັດຈະນານຸກົມ ລາວແປລາວ)

ຕົວຢ່າງປະໂຍກ: ທ່ານຄຳເປີຍເພິ່ນກໍຢູ່ສະພາຫັ້ນລະ ແຕ່ເພິ່ນໄດ້ຫລົດບົດບາດລົງໜ້ອຍໜອ່ງ.

ສັບລາວ ຫລຸດ ກັບ ຫລົດ ນີ້ແມ່ນເກືອບຈະຢູ່ໃກ້ຄຽງຄອບຄົວຄວາມໝາຍອັນດຽວກັນ ແຕ່ທີ່ຈິງແລ້ວສອງສັບນີ້ມັນ

ມີຄວາມໝາຍໄປຄົນລະຢ່າງ. ດັ່ງນັ້ນໃຫ້ລະວັງເວລາເຮົາໃຊ້ສອງສັບນີ້ແຕ່ງເຂົ້າເປັນປະໂຍກຕ້ອງໃຫ້ຢູ່ໃນເນື້ອໃນຄວາມ

ໝາຍຂອງປະໂຍກນັ້ນໆ.

__________________
Anonymous

Date:

ປາຫລົດ ປາຫລາດ

__________________

Guru

Status: Offline
Posts: 1010
Date:

Anonymous wrote:

 ຢາກບອກ ທ່ານ luffy ກ່ຽວກັບພາສາລາວຈັກໜ້ອຍໜຶ່ງເພື່ອທ່ານຈະນຳເອົາສັບໃດສັບໜຶ່ງ

ອອກມາໃຊ້ໃຫ້ຖືກຕ້ອງກັບເນື້ອໃນຂອງປະໂຍກທີ່ທ່ານຂຽນອອກ.

ຫລຸດ = ແປວ່າ ຂາດອອກຈາກກັນ (ແປຕາມວັດຈະນານຸກົມ ລາວແປລາວ)

ຕົວຢ່າງປະໂຍກ: ແມງເໝົ່າບິນອອກມາຈາກຮູດິນ

ສະຫາຍເອີຍພາສາແມ່ນໃຜສ້າງ,ແມ່ນໃຜກຳນົດ, ຫນ້າທີ່ຂອງພາສາແມ່ນຫຍັງ ?

ຂ້ອຍວ່າບໍ່ຈຳເປັນຕ້ອງຖືກດອກ ຂໍແຕ່ໃຫ້ເຂົ້າໃຈຄວາມໝາຍກັນກະພໍ

ບໍ່ວ່າ ຫລຸດ ຫລື ລົດ ຂ້ອຍຈະໃຊ້ຄຳວ່າ reduce ກໍ່ໄດ້....... ວ່າແຕ່ເຮົາເຂົ້າໃຈກັນນັ້ນລະຫນ້າທີ່ຂອງພາສາ

__________________
Anti-Luffy

Date:

ຖ້າ luffy ລົງສະໝັກເລືອກຕັ້ງເປັນປະທານປະເທດລາວ ຂ້ອຍອາດຈະບໍ່ປ່ອນບັດເອົາລາວເດັດຂາດ

ເພາະລາວຈະນຳພາສາເປັນພາເສັຽ.

__________________
Anonymous

Date:

ຖ້າເມືອງລາວ ໃຫ້ໂອກາດ ຄົນດີ ມີການສືກສາສູງ

ຄື ດຣ. ຄຳເຜີຍ ປານມາໄລທອງ ບໍຣີຫານ ປະເທດ

ປະເທດລາວ ຄົງຈະພົ້ນ ຈາກຄວາມ ດ້ອຍພັດທະນາ.

ແມ່ນຫຍັງ ນາຍົກລາວ ຮອດຮຽນ ບໍ່ຈົບ ມັດທະຍົມ,

ເວົ້າພາສາ ອັງກິດ ກະບໍ່ໃດ້ ອາໃສ ແຕ່ທີສືກສາ ບໍ່ມີ

ແຜນການ ແລະໂຄງການ ຂອງໂຕເອງ ມາສະເໜີນໃຫ້

ປະຊາຊົນ ເຂົ້າໃຈ ວ່າຈະເຮັດແນວໃດ ຈືງຈະໃຫ້ ປະເທດຊາດ

ພົນຈາກ ຄວາມດ້ອຍພັດທະນາ ຈະມີວິທີ ການເມືອງກັບ

ຕ່າງປະເທດ ຢ່າງໃດ ຈືງຈະ ດູດດືງ ຄວາມສົນໃຈ ຈາກນາຍທືນ

ຕ່າງປະເທດ ເຂົ້າມາ ລົງທືນ ສ້າງສາ ໂຣງງານ ອຸດສະຫະກຳ ໃນປະເທດ.

ແມ່ນຫຍັງ ມີແຕ່ເອົາ ແຕ່ລູກ ເອົາແຕ່ຫລານ ,ພັກພວກ ແລະບໍຣິວານ

ຜູ້ບໍ່ມີ ການສືກສາສູງ ບໍ່ມີຄວາມສາມາດ ມາບໍຣີຫານ

ປະເທດ ອາໃສ ແຕ່ສືກສາ ທີໃດ້ ດຣ. ມາຈາກ ວຽດນາມກັບຈີນ.

ມີແຕ່ ແບມື ຂໍທານຈີນ ໄທແລະວຽດນາມ ມາສ້າງສາ ພັດທະນາ

ປະເທດໃຫ້. ຈີນກັບວຽດນາມ ສະຫລາດຫລາຍ ແລະເຫັນແກ້ ຜົນປະໂຫຍດ

ອັນມະາສານ ຈາກປະເທດລາວ ແລະບໍ່ສົນໃຈວ່າ ປະຊາຊົນລາວ ຈະມີອາຊີບຫລືບໍ

ເພາະຈີນກັບວຽດນາມ ໃດ້ຮ່ວມມື ກັບຄອບຄົວແລະພວກພັກລັດ ຜູ້ມີອຳນາດ

ຄ້າຂາຍແລະສວຍໂອກາດ ກອບໂກຍຜົນ ປະໂຫຍດ ຂອງປະເທດຊາດ

ມາເປັນຂອງສ່ວນຕົວ.

monkey-business-suit1%5B1%5D.bmp

ban_201401140924486.jpg

Science & Economy . Brain & Mind. From the cave

and jungle, not from the university.

Dr. Khampheuy Panemalaythong is in house arrested

only allow to go to the parliament.

__________________
Anonymous

Date:

ສະເໜີໃຫ້ທ່ານ ດຣ ຄຳເຜີຍ ຕັ້ງພັກການເມືອງໃໝ໋!

ເຊື່ອວ່າປຊຊແຫ່ໄປລົງຄະແນນເຕັມ100ເລີຍ!

__________________
Anonymous

Date:

Anonymous wrote:

ສະເໜີໃຫ້ທ່ານ ດຣ ຄຳເຜີຍ ຕັ້ງພັກການເມືອງໃໝ໋!

ເຊື່ອວ່າປຊຊແຫ່ໄປລົງຄະແນນເຕັມ100ເລີຍ!

ດຣ. ຄຳເຜີຍ ປານມາໄລທອງ ຖືກ ກອງຫລອນ,ທະຫານແກວ ຕິດຕາມ

ຕະຣອດ ວິນາທີ. ໂຊກດີ ທີບໍ່ ຫາຍສາບສູນຕົວ ຄື ທານສົມບັດ ສົມພອນ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard