Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Lycée de Vientiane 1970
Anonymous

Date:
Lycée de Vientiane 1970

http://lyceedevientiane.free.fr/lyceevte/197374TD4.jpg

http://lyceedevientiane.free.fr/lyceevte/197172_3eCkt.jpg

http://lyceedevientiane.free.fr/lyceevte/196970_4eBkt.jpg

http://lyceedevientiane.free.fr/lyceevte/196869_5eM4kt.jpg

http://lyceedevientiane.free.fr/lyceevte/1967686eAB1.jpg

http://lyceedevientiane.free.fr/lyceevte/196667_6eB1kt.jpghttp://lyceedevientiane.free.fr/lyceevte/images/Dongdok/TunyProf3A4A.jpg

__________________
Anonymous

Date:

http://lyceedevientiane.free.fr/lyceevte/kouthayp.htm

__________________
Anonymous

Date:

 ຜູ້ຂ້າ ເປັນລຸ້ນ  69-70. ດຽວນີ້ຫົວຫງອກມົດແລ້ວ...ແຂ້ວກໍໃດ້ໄສ່ແຂ້ວປອມ.

ລູກໃຫ່ຍມົດແລ້ວ  ສະບາຍ. ລູກຊາຍ ຜູ້ຫຶ່ນງເຮັດການຢູ່ NSA (National Security Agency)

ອີກຜູ້ຫຶ່ນງ ເປັນ ວິສະວະກອນ Mechanical Engineer and earned MBA too. He is working

for 500 fortune companies.

Cher mon copain Lycean...

__________________
Anonymous

Date:

ຂອບໃຈທີ່ເອົາຮູບພໍ່ລຸງແມ່ປ້າມາໃຫ້ເບິ່ງ, ຄົນຕ່າງປະເທດສອງຄົນທີ່ຢືນ

ຢູ່ແຖວຫຼັງແມ່ນຄົນຝຣັ່ງບໍ?

ຕາມທີ່ໄດ້ຍິນເອື້ອຍຄູເວົ້າໃຫ້ຟັງ, ເພິ່ນວ່າ ກ່ອນປີ 1975 ປະເທດລາວ

ເປັນປະເທດທີ່ຫຼ້າຫຼັງ ບໍ່ມີໂຮງຮຽນ ບໍ່ມີໂຮງໝໍ ບໍ່ມີກ້ອງຖ່າຍຮູບ ບໍ່ມີມືຖື

ບໍ່ມີໂທລະພາບ ບໍ່ມີລົດຂີ່, ແຕ່ເປັນຫຍັງຈຶ່ງມີຮູບເກົ່າໆແບບນີ້ ໃຊ້ໂຟໂຕຊອບ

ເຮັດຂຶ້ນມາບໍ ຫຼືແນວໃດ?

__________________
Anonymous

Date:

Anonymous wrote:

 เด็กน้อยถืกตั๊วะ ลาว ก่อน 1975 หุ่งเรืองกว่า ลาวตอนนี้อีก

biggrinbiggrinbiggrinbiggrin

__________________
Anonymous

Date:

Anonymous wrote:

ຂອບໃຈທີ່ເອົາຮູບພໍ່ລຸງແມ່ປ້າມາໃຫ້ເບິ່ງ, ຄົນຕ່າງປະເທດສອງຄົນທີ່ຢືນ

ຢູ່ແຖວຫຼັງແມ່ນຄົນຝຣັ່ງບໍ?

ຕາມທີ່ໄດ້ຍິນເອື້ອຍຄູເວົ້າໃຫ້ຟັງ, ເພິ່ນວ່າ ກ່ອນປີ 1975 ປະເທດລາວ

ເປັນປະເທດທີ່ຫຼ້າຫຼັງ ບໍ່ມີໂຮງຮຽນ ບໍ່ມີໂຮງໝໍ ບໍ່ມີກ້ອງຖ່າຍຮູບ ບໍ່ມີມືຖື

ບໍ່ມີໂທລະພາບ ບໍ່ມີລົດຂີ່, ແຕ່ເປັນຫຍັງຈຶ່ງມີຮູບເກົ່າໆແບບນີ້ ໃຊ້ໂຟໂຕຊອບ

ເຮັດຂຶ້ນມາບໍ ຫຼືແນວໃດ?

ຖ້າທ່ານຢາກຮູ້ຄວາມຈິງລາວກ່ອນ 75 ຂໍແນະນຳໃຫ້ໄປຖາມອະດີດນັກສຶກສາເກົ່າຂອງ

ພຣະຣາຊະອານາຈັກລາວທີ່ເປັນຄະນະຣັຖະບານ ສປປ ລາວທຸກມື້ນີ້ຄື: 

1. ທ່ານ ຮ່ຽມ ພົມະຈັນ ເປັນອະດີດທູດ ແລະ ຣັຖະມົນຕຣີລອງ.

2. ທ່ານ ຢົ້ງ ຈັນທະລັງສີ.

3. ທ່ານ ດຣ. ສົມອົກ ກິ່ງສະດາ ຜູ້ແທນປະຊາຊົນ ແລະ ຣັຖມົນຕຣີລອງ.

4. ທ່ານ ຄຳຫລ້າ ຈັນທະວົງ. ສຳນັກນາຍຍົກ

5. ທ່ານ ບຸນຈັນ ຈັນທະວົງ. ກຊ ການຕ່າງປະເທດ.

ຖາມ 5 ຄົນນີ້ກໍພໍທີ່ຈະໄດ້ຄວາມຈິງຢູ່ດອກ ເພາະທັງ5 ຄົນທີ່ວ່ານີ້ຕ່າງກໍເປັນອະດີດນັກສຶກສາ

ຝ່າຍວຽງຈັນທີ່ຊ່ວຍລັດຖະບານ ສປປລ ມາແຕ່ປີ 75 ພຸ້ນ ແລະກໍຍັງມີເປັນຮ້ອຍເປັນພັນຄົນ

ທີ່ເປັນປັນຍາຊົນຂອງຝ່າຍວຽງຈັນທີ່ຄ້ຳຈູນແຕ່ລະກະຊວງໃນຕອນ 75 ເພາະຄົນມາແຕ່ຊຳເໜືອ

ນັ້ນອ່ານໂຕລາວກໍຍັງບໍ່ຕົກ. ຢ່າດູຖູກແລະປະມາດກັນຫລາຍ ຄວາມຈິງບໍ່ໜີຈາກຄວາມຈິງໄດ້ດອກ.

__________________
Anonymous

Date:

Anonymous wrote:

 ຜູ້ຂ້າ ເປັນລຸ້ນ  69-70. ດຽວນີ້ຫົວຫງອກມົດແລ້ວ...ແຂ້ວກໍໃດ້ໄສ່ແຂ້ວປອມ.

ລູກໃຫ່ຍມົດແລ້ວ  ສະບາຍ. ລູກຊາຍ ຜູ້ຫຶ່ນງເຮັດການຢູ່ NSA (National Security Agency)

ອີກຜູ້ຫຶ່ນງ ເປັນ ວິສະວະກອນ Mechanical Engineer and earned MBA too. He is working

for 500 fortune companies.

Cher mon copain Lycean...

 ຂໍສະແດງຄວາມຍິນດີນຳທີ່ຮູ້ວ່າລູກຫຼານຂອງທ່ານໄດ້ຮັບການສຶກສາຊັ້ນສູງ

ລະໄດ້ຮັບເຂົ້າສັບຊ້ອນເຮັດວຽກເປັນພະນັກງານຂອງອົງກອນຮັກສາຄວາມ

ສຫງົບ ແລະອີກຜູ່ນຶ່ງກໍ່ໄດ້ຮັບເຂົ້າສັບຊ້ອນເຮັດວຽກໃຫ້ບໍລິສັດໂຊກລາບ

500 ຢ່າງ.

1. ຕາມທີ່ໄດ້ອ່ານຄຳເຫັນຂອງທ່ານຄົນໃຕ້ທີ່ໄດ້ອອກຄຳເຫັນໃນບົດສົນທະນາ

     ບ້ານເຈົ້າມີຄືບ້ານຂ້ອຍບໍ່ ເພິ່ນວ່າ ຄົນລາວຢູ່ຕ່າງປະເທດເປັນພົນລະເມືອງ

     ຊັ້ນສອງ, ຖ້າເປັນແນວນັ້ນ ກໍ່ຈະບໍ່ມີເງື່ອນໄຂເຂົ້າເຮັດວຽກກັບອົງກອນຂອງ

     ລັດໄດ້. ຖ້າບໍ່ເປັນການລ່ວງເກີນຄວາມເປັນສ່ວນຕົວຂອງລູກຫຼານທ່ານ,

     ຂໍຖາມແດ່ວ່າເພິ່ນເຮັດໜ້າທີ່ຫຍັງ? ເປັນຄົນເວນຍາມຄືຄົນແຂກທີ່ຢືນຍາມ

     ຕາມສູນການຄ້າໄອເຕັກຫັ້ນບໍ?

2. ຜູ່ທີ່ເປັນ Mechanical Engineering ຮຽນຂະແໜງໃດຈຶ່ງໄດ້ເຂົ້າເຮັດວຽກ

    ໃຫ້ບໍລິສັດໂຊກລາບ 500 ຢ່າງ.

ຂອບໃຈ, ຂໍໃຫ້ທ່ານແລະຄອບຄົວຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມເບີກບານ

ມ່ວນຊື່ນໃນການໃຊ້ຊີວິດບຳນານຂອງທ່ານ.

__________________
Anonymous

Date:

Anonymous wrote:
Anonymous wrote:

ຂອບໃຈທີ່ເອົາຮູບພໍ່ລຸງແມ່ປ້າມາໃຫ້ເບິ່ງ, ຄົນຕ່າງປະເທດສອງຄົນທີ່ຢືນ

ຢູ່ແຖວຫຼັງແມ່ນຄົນຝຣັ່ງບໍ?

ຕາມທີ່ໄດ້ຍິນເອື້ອຍຄູເວົ້າໃຫ້ຟັງ, ເພິ່ນວ່າ ກ່ອນປີ 1975 ປະເທດລາວ

ເປັນປະເທດທີ່ຫຼ້າຫຼັງ ບໍ່ມີໂຮງຮຽນ ບໍ່ມີໂຮງໝໍ ບໍ່ມີກ້ອງຖ່າຍຮູບ ບໍ່ມີມືຖື

ບໍ່ມີໂທລະພາບ ບໍ່ມີລົດຂີ່, ແຕ່ເປັນຫຍັງຈຶ່ງມີຮູບເກົ່າໆແບບນີ້ ໃຊ້ໂຟໂຕຊອບ

ເຮັດຂຶ້ນມາບໍ ຫຼືແນວໃດ?

ຖ້າທ່ານຢາກຮູ້ຄວາມຈິງລາວກ່ອນ 75 ຂໍແນະນຳໃຫ້ໄປຖາມອະດີດນັກສຶກສາເກົ່າຂອງ

ພຣະຣາຊະອານາຈັກລາວທີ່ເປັນຄະນະຣັຖະບານ ສປປ ລາວທຸກມື້ນີ້ຄື: 

1. ທ່ານ ຮ່ຽມ ພົມະຈັນ ເປັນອະດີດທູດ ແລະ ຣັຖະມົນຕຣີລອງ.

2. ທ່ານ ຢົ້ງ ຈັນທະລັງສີ.

3. ທ່ານ ດຣ. ສົມອົກ ກິ່ງສະດາ ຜູ້ແທນປະຊາຊົນ ແລະ ຣັຖມົນຕຣີລອງ.

4. ທ່ານ ຄຳຫລ້າ ຈັນທະວົງ. ສຳນັກນາຍຍົກ

5. ທ່ານ ບຸນຈັນ ຈັນທະວົງ. ກຊ ການຕ່າງປະເທດ.

ຖາມ 5 ຄົນນີ້ກໍພໍທີ່ຈະໄດ້ຄວາມຈິງຢູ່ດອກ ເພາະທັງ5 ຄົນທີ່ວ່ານີ້ຕ່າງກໍເປັນອະດີດນັກສຶກສາ

ຝ່າຍວຽງຈັນທີ່ຊ່ວຍລັດຖະບານ ສປປລ ມາແຕ່ປີ 75 ພຸ້ນ ແລະກໍຍັງມີເປັນຮ້ອຍເປັນພັນຄົນ

ທີ່ເປັນປັນຍາຊົນຂອງຝ່າຍວຽງຈັນທີ່ຄ້ຳຈູນແຕ່ລະກະຊວງໃນຕອນ 75 ເພາະຄົນມາແຕ່ຊຳເໜືອ

ນັ້ນອ່ານໂຕລາວກໍຍັງບໍ່ຕົກ. ຢ່າດູຖູກແລະປະມາດກັນຫລາຍ ຄວາມຈິງບໍ່ໜີຈາກຄວາມຈິງໄດ້ດອກ.

biggrinbiggrinbiggrinbiggrinbiggrin

 ຂໍໂທດນຳຫຼາຍໆ ຂ້ານ້ອຍບໍ່ໄດ້ມິ່ນປະໝາດຫຍັງ ພຽງແຕ່ຢາກຮູ້ຄວາມຈິງ

ເພາະຂ້ານ້ອຍເກີດຫຼັງປີ 1975, ໄດ້ຍິນເອື້ອຍອ້າຍຄູບອກວ່າແນວນັ້ນເດລະ

ຊິໃຫ້ວ່າແນວໃດ?

ຂ້ານ້ອຍຄົງບໍ່ມີໂອກາດໄດ້ໄປຖາມບັນດາທ່ານລັດຖະມົນຕີເຫຼົ່ານັ້ນດອກ

ຖ້າເພິ່ນລົງມາຢ້ຽມຢາມບ້ານຂ້ານ້ອຍ ກໍ່ບໍ່ກ້າຖາມດອກເພາະຢ້ານຜິດນະໂຍບາຍ

ການເມືອງຂອງຂັ້ນເທິງ.

__________________
Anonymous

Date:

1. ຕາມທີ່ໄດ້ອ່ານຄຳເຫັນຂອງທ່ານຄົນໃຕ້ທີ່ໄດ້ອອກຄຳເຫັນໃນບົດສົນທະນາ

     ບ້ານເຈົ້າມີຄືບ້ານຂ້ອຍບໍ່ ເພິ່ນວ່າ ຄົນລາວຢູ່ຕ່າງປະເທດເປັນພົນລະເມືອງ

     ຊັ້ນສອງ, ຖ້າເປັນແນວນັ້ນ ກໍ່ຈະບໍ່ມີເງື່ອນໄຂເຂົ້າເຮັດວຽກກັບອົງກອນຂອງ

     ລັດໄດ້. ຖ້າບໍ່ເປັນການລ່ວງເກີນຄວາມເປັນສ່ວນຕົວຂອງລູກຫຼານທ່ານ,

     ຂໍຖາມແດ່ວ່າເພິ່ນເຮັດໜ້າທີ່ຫຍັງ? ເປັນຄົນເວນຍາມຄືຄົນແຂກທີ່ຢືນຍາມ

     ຕາມສູນການຄ້າໄອເຕັກຫັ້ນບໍ?

                    ສບດ ພີ່ນ້ອງຊາວສະມັກຄົມລາວ  ແລະ ທ່ານຜູ້ອ່ານທີ່ຮັກແພງ.

 ອັນໃນຄວາມເປັນຈິງ ຜຂ ກໍບໍ່ຮູ້ຫັຍງຫລາຍພໍປານໃດ ດອກເພາະຖາມລູກຊາຍຍາມໃດ ໃນໂທຣະສັບ ລູກຊາຍບອກວ່້າ " I can't tell you. By telling you some thing about my job,

I will break a law". ລູກຊາຍເກີດຢູ່ ສະຫະຣັດອະເມຣິກາ ແລະ ປາກລາວບໍ່ໃດ້. ລູກຊາຍຍັງຫ້າມບໍ່ໃດ້ເອົາຮູບໄປລງົໃນ  Facebook  ເດັດຂາດ ແລະ ຫ້າມບໍໃຫ້ບອອກໃຜ ວ່າ ຜູ້ກ່ຽວເຮັດວຽກຢູ່ຫັ້ນ.

ສິ່ງທີ່ຜູ້ຂ້າຮູ້ ຄື: ຫັລງຈາກຮຽນຈົບປຣີຍາຕຣີ ສາຂາ ລັດຕະສາດແລ້ວ ລູກຊາຍໃດ້ໄປຮຽນ OCS (Officer Candidate School) in Georgia ແລ້ວ ໄປຮຽນຕໍ່ຢູ່  Lackland AFB, San Antonio, TX ແລ້ວໄປຮຽນ ວິຊາ Cyber Security protecting nation's top secret ຢູ່ Good Fellow AFB in  San Angelos, TX.  ຂພຈ ບໍ່ຢາກ ເປັນຜູ້ ທໍາຜິດກົດໝາຍ ແລະ  ບໍ່ຢາກທໍາໃຫ້ລູກຕ້ອງເດືອດຮ້ອນ..ຂໍອະນຸຍາດເວົ້າພຽງເທົ່ານີ້...

ຄອບໃຈ...

__________________
Anonymous

Date:

Anonymous wrote:

1. ຕາມທີ່ໄດ້ອ່ານຄຳເຫັນຂອງທ່ານຄົນໃຕ້ທີ່ໄດ້ອອກຄຳເຫັນໃນບົດສົນທະນາ

     ບ້ານເຈົ້າມີຄືບ້ານຂ້ອຍບໍ່ ເພິ່ນວ່າ ຄົນລາວຢູ່ຕ່າງປະເທດເປັນພົນລະເມືອງ

     ຊັ້ນສອງ.

 ມີແຕ່ຄົນລາວທີ່ຢູ່ປະເທດລາວກັບພວກທີ່ອິດສາທໍ່ນັ້ນແລະທີ່ຫາວ່າລາວຢູ່ເມກາເປັນຊົນຊັ້ນສອງ ມີຫລາຍທ່ານໃດ້ເປັນນາຍທະຫານຊັ້ນນາຍພັນ ບໍ່ວ່າຕີເຂົາສິໃຫ້ຄົນຊັ້ນສອງເປັນນາຍຄົນຊັ້ນນື່ງ ຄຶດເອົາເອງເດີ.

__________________
Anonymous

Date:

TunyProf3A4A_zpsa768a8f0.jpg

ນັກສຶກສາທີ່ກຳລັງຝຶກຝົນຮ່ຳຮຽນເພື່ອເປັນແມ່ພິມຂອງຊາດທີ່ສະຖາບັນຄຣູດົງສະພັງເມິກວຽງຈັນໃນອະດີດ, ແຕ່ບໍ່ຮູ້

ວ່າພວກເພິ່ນຮຽນຫຼັກສູດ 2ປີ 4ປີ ຫຼື 6ປີ ແລະໃນປີ 69 ນັ້ນເປັນປີທີ່ເທົ່າໃດຂອງພວກເພິ່ນ. ຖ້າວ່າ 2ປີ ຕ່າງກໍອອກ

ມາເປັນຄຣູສອນຊັ້ນຕຣີ 6, 4ປີ ກໍຊັ້ນໂທ 2 ເປັນຄຣູສອນ ປ6 ແລະ ມ1, ແລະຈົບ 4ປີແລ້ວ ຖ້າມີເງື່ອນໄຂພຽງພໍກໍສາ

ມາດຮຽນຕໍ່ອີກ 2ປີ ຕື່ມກໍໄດ້ຊັ້ນເອກ 1 ແລະກໍເປັນອາຈານສອນ ມ2 ເຖິງ ມ3 ຕາມພາກວິຊາທີ່ເພິ່ນໄດ້ຮ່ຳຮຽນມາ,

ສ່ວນຫລາຍຈະເປັນພາກພາສາລາວ, ປວັດສາດລາວ, ພູມີສາດ ແລະ ຄະນິສາດ. ໜ້າເສັຍດາຍທີ່ທຸກທ່ານໃນພາບນີ້

ໄດ້ແຕກກະແຈກຈາຍໄປຄົນລະແຫ່ງຫົນພາຍຫລັງ 75, ບາງກໍຍັງຢູ່ພາຍໃນແລະບາງກໍຢູ່ຕ່າງປະເທດ ແລະພາກັນເປັນ

ພໍ່ຕູ້ແມ່ຕູ້ກັນໄປໝົດແລ້ວ.

__________________
Anonymous

Date:

Anonymous wrote:

ຂອບໃຈທີ່ເອົາຮູບພໍ່ລຸງແມ່ປ້າມາໃຫ້ເບິ່ງ, ຄົນຕ່າງປະເທດສອງຄົນທີ່ຢືນ

ຢູ່ແຖວຫຼັງແມ່ນຄົນຝຣັ່ງບໍ?

ຕາມທີ່ໄດ້ຍິນເອື້ອຍຄູເວົ້າໃຫ້ຟັງ, ເພິ່ນວ່າ ກ່ອນປີ 1975 ປະເທດລາວ

ເປັນປະເທດທີ່ຫຼ້າຫຼັງ ບໍ່ມີໂຮງຮຽນ ບໍ່ມີໂຮງໝໍ ບໍ່ມີກ້ອງຖ່າຍຮູບ ບໍ່ມີມືຖື

ບໍ່ມີໂທລະພາບ ບໍ່ມີລົດຂີ່, ແຕ່ເປັນຫຍັງຈຶ່ງມີຮູບເກົ່າໆແບບນີ້ ໃຊ້ໂຟໂຕຊອບ

ເຮັດຂຶ້ນມາບໍ ຫຼືແນວໃດ?

 ເຈົ້ານີ້ຫາເລື່ອງໃຫ້ພວກລາວນອກດ່າລາວໃນຊື່ໆດອກ ຊັ້ນຮູບທ່ານສຸພານຸວົງ ທ່ານໄກສອນກໍ່ຈິນຕະນາການເອົາໝົດຕີບໍ

ບ້າ

__________________
Anonymous

Date:

Anonymous wrote:

ຂອບໃຈທີ່ເອົາຮູບພໍ່ລຸງແມ່ປ້າມາໃຫ້ເບິ່ງ, ຄົນຕ່າງປະເທດສອງຄົນທີ່ຢືນ

ຢູ່ແຖວຫຼັງແມ່ນຄົນຝຣັ່ງບໍ?

ຕາມທີ່ໄດ້ຍິນເອື້ອຍຄູເວົ້າໃຫ້ຟັງ, ເພິ່ນວ່າ ກ່ອນປີ 1975 ປະເທດລາວ

ເປັນປະເທດທີ່ຫຼ້າຫຼັງ ບໍ່ມີໂຮງຮຽນ ບໍ່ມີໂຮງໝໍ ບໍ່ມີກ້ອງຖ່າຍຮູບ ບໍ່ມີມືຖື

ບໍ່ມີໂທລະພາບ ບໍ່ມີລົດຂີ່, ແຕ່ເປັນຫຍັງຈຶ່ງມີຮູບເກົ່າໆແບບນີ້ ໃຊ້ໂຟໂຕຊອບ

ເຮັດຂຶ້ນມາບໍ ຫຼືແນວໃດ?

 ສົງສັຍເອື້ອຍຄູເຈົ້າມາຈາກເຂດປົດປ່ອຍເກົ່າ...

ວຽງຈັນກ່ອນ75 ຈະເລີນກວ່າອຸດອນ ໜອງຄາຍ ແລະຫຼາຍໆຈັງຫວັດຂອງໄທອີກ

ນັກຮຽນທີ່ຈົບຈາກລີເຊວຽງຈັນ ສາມາດໄປຮຽນຕໍ່ຝຣັ່ງເສດສະບາຍ

ແຟຊັ້ນສມັຍນັ້ນໄວກວ່າໄທອີກຈາກປາຣີສໂດຍກົງ

ຫຼັງຈາກ75 ແມ່ນແຕ່ເພັງລາວສມັຍກ່ອນ75ເພີ່ນຍັງບໍ່ໃຫ້ຟັງ ...ດຽວນີ້ນັກຮ້ອງໃໝ່ເອົາກັບມາຮ້ອງ

ສ່ວນມືຖືກ່ອນ75 ປະເທດຶື່ນກໍຍັງບໍ່ມີໃຊ້ຄືກັນ

__________________
ຄົນວຽງວັງ

Date:

ການສືກສາສມັຍພຣະຣາຊອານາຈັກລາວ (ກ່ອນ1975) ເປັນການສືກສາ

ແບບຫົວເມືອງຂື້ນ ສອນຄົນໃຫ້ງົມງວຍ ຫລ້າຫລັງ ບໍ່ມີລັກສນະວິທຍາສາດ

ບໍ່ມີລັກສນະຊົນຊັ້ນ ແລະ ມະຫາຊົນ, ເບີ່ງແຕ່ຄູກໍແມ່ນຝຣັ່ງ ນັກຮຽນກໍ່ບໍ່

ມີຣະບຽບວິນັຍ ແຕ່ງໂຕບໍ່ສຸພາບ ຜົມຍາວຄືຜີເຜດນີ້ ຂີ້ເຫລົ້າ ຂີ້ຢາ ປານນັ້ນ

ຍັງມີຫນ້າມາຂີ້ໂມ້ ເຫມັນຂີ້ແຂ້ວ

__________________
ຄົນວຽງວັງ

Date:

ຄົນວຽງວັງ wrote:

ການສືກສາສມັຍຫຼັງພຣະຣາຊອານາຈັກລາວ (ຫຼັງ1975) ເປັນການສືກສາ

ແບບຫົວເມືອງຂື້ນ ສອນຄົນໃຫ້ງົມງວຍ ຫລ້າຫລັງ ບໍ່ມີລັກສນະວິທຍາສາດ

ບໍ່ມີລັກສນະຊົນຊັ້ນ ແລະ ມະຫາຊົນ, ເບີ່ງແຕ່ຄູກໍແມ່ນແກວ ນັກຮຽນກໍ່ບໍ່

 ເລຍດາກແກວຕ່ອໄປໂລດມຶງ

__________________
Anonymous

Date:

ສະໃຫມນັ້ນມີນັກຮຽນຈົບບັກແຕ່ລະປີບໍ່ຮອດ 200 ຄົນ

ແຕ່ດຽວນີ້ ປີລະ 5 ຫມື່ນຄົນ 

ສະໃຫມນັ້ນ ຂພຈ ກໍເປັນຜູ້ນຶ່ງຢູ່ດອກ ທີ່ໄດ້ ບັກເຊ ແລະກໍໄດ້ໄປຮຽນຢູ່ດອກຝະຫລອກຝະລັັ່ງຍອ້ນເສັງໄດ້ບວັກສ

ແຕ່ມາເບິ່ງປຶ້ມຮຽນດຽວນີ້ ວິຊາວິທະຍາສາດກໍແບບດຽວກັນກັບແຕ່ກອ່ນ

ສວ່ນວິຊາສັງຄົມນັ້ນ ບໍ່ໄດ້ຮຽນດອກ ພົງສາວະດານຝລັ່ງ ຄືສະໃຫມນັ້ນ

ມາດີໃຈນຳເດັກນອ້ຍດຽວນີ້ຢູ່ບ້ານນອກກໍຍັງມີຊັ້ນ ລີເຊໃຫ້ຮຽນ ບໍ່ໄດ້ພາກັນມາເປັນສັງກະລີວັດຄືແຕ່ກອ່ນ

ເຖິງວ່າ ໂຮງຮຽນບໍ່ໄດ້ມາດຖານ ແຕ່ເດັກນອ້ຍທຸກຄົນມີໂອກາດ

ດັ່ງນັ້ນ ພວກນັກຮຽນເກົ່າ ລີເຊຢ່າມັກແຕ່ອວດໂຕເອງວ່າເກັ່ງຫລາຍເດີ

ໂຕເອງເຖົ້າແລວ້ ແຂ້ວຫຽ້ນແລວ້ ສະຫມອງກໍຜູ່ຍແລວ້

ລູກຫລານເຈົ້າຢູ່ຕ່າງປະເທດເຂົາກໍດີຢູ່ດອກ ເຂົາກໍໄດ້ຮຽນຢູ່ດອກຂັ້ນລີເຊ

ແຕ່ເຂົາພັດບໍ່ຢາກຮຽນຮອດຊັ້ນສູງ ຈົບກັນແຕ່ພຽງ ຮາຍ ສະຄູນ ສວ່ນຫລາຍ    

__________________
Anonymous

Date:

197374TD4.jpg

ຮູບໃບນີ້ ຫນ້າຄົນລາວສາມຄົນ

 ຖ້າເຈົ້າຈົບບັກແລະໄດ້ໄປຮຽນຝຣັ່ງຄືເຈົ້າເວົ້ານັ້ນເຈົ້າຄວນຮູ້ວ່າຈົບ High School ຢູ່ສະຫະຣັດ

ນັ້ນກໍມີຣະດັບດຽວກັບຄົນລາວເຮົາຈົບບັກຫຼືຈົບມໍປານນັ້ນແລ້ວ.   ກ່ອນ 75 ຖ້າຈົບບັກແລ້ວ

ຕ້ອງໄດ້ໄປຮຽນຕໍ່ຕ່າງປະເທດເພື່ອຮຽນເອົາ ລີຊັງສ໌ (License) ເພາະສາມັນສຶກສາຢູ່ລາວໃນສະ

ໄໝນັ້ນສຸດຢູ່ມໍປາຍຫຼືຄົນລາວຍຸກນັ້ນນິຍົມເອີ້ນວ່າ ບັກ. ການໄປຮຽນເອົາລີຊັງສ໌ແມ່ນສ່ວນຫຼາຽ

ນັກສຶກສາໄປຮຽນຢູ່ຝຣັ່ງເສດ ການາດາ ແລະ ພະນົມເປັນ ກຳພູຊາ ອີງຕາມເງື່ອນໄຂແລະຂໍ້ສະ

ດວກຂອງນັກສຶກສາ ຖ້າຫາກຜ່ານການສອບເສັງ. 

ບໍ່ມີໃຜອວດເກ່ງດອກເພາະການສຶກສານີ້ບໍ່ມີໃຜເກ່ງລື່ນໃຜ ເຈົ້າເກ່ງຢ່າງນຶ່ງ, ຂ້ອຍກໍເກ່ງຢ່າງນຶ່ງ.

ຂ້ອຍກໍຍ້ອງວ່າຍຸກນີ້ເດັກນ້ອຍມີໂອກາດກ່ອນຍຸກຂອງພວກເຮົາ ເພາະການສຶກສາກໍໄປກັບຍຸກ

ກັບສມັນຄືກັນ. ຍຸກພວກເຮົາບໍ່ມີຄັອມພິວເຕີ ເຮັດວຽກບ້ານກໍໃຊ້ແຕ່ສມອງແລະບັ້ງສູດມາຄິດໄລ່

ເອົາດ້ວຍຕົນເອງ ຄົ້ນຄ້ວາທຸກໆວິຊາດ້ວຍຕົນເອງ. ແຕ່ກົງກັນຂ້າມກັບຍຸກນີ້ ລູກຫລານຂອງພວກ

ເຮົາມີຄວາມສະດວກຮອບດ້ານໃນການຄົ້ນຄ້ວາເຮັດບົດສອບແລະຣາຍງານ ບໍ່ວ່າວິຊາໃດມັນມີ

ຄຳສເລີຍອອກມາໃຫາໂລດຢູ່ທີ່ສາມາດໂຟນນັ້ນໝົດ ວ່າແຕ່ຖາມພໍ່ຕູ້ ກູເກິນ ເພິ່ນກໍບອກໃຫ້ໂລດ.

__________________
Anonymous

Date:

Anonymous wrote:

TunyProf3A4A_zpsa768a8f0.jpg

ນັກສຶກສາທີ່ກຳລັງຝຶກຝົນຮ່ຳຮຽນເພື່ອເປັນແມ່ພິມຂອງຊາດທີ່ສະຖາບັນຄຣູດົງສະພັງເມິກວຽງຈັນໃນອະດີດ, ແຕ່ບໍ່ຮູ້

ວ່າພວກເພິ່ນຮຽນຫຼັກສູດ 2ປີ 4ປີ ຫຼື 6ປີ ແລະໃນປີ 69 ນັ້ນເປັນປີທີ່ເທົ່າໃດຂອງພວກເພິ່ນ. ຖ້າວ່າ 2ປີ ຕ່າງກໍອອກ

ມາເປັນຄຣູສອນຊັ້ນຕຣີ 6, 4ປີ ກໍຊັ້ນໂທ 2 ເປັນຄຣູສອນ ປ6 ແລະ ມ1, ແລະຈົບ 4ປີແລ້ວ ຖ້າມີເງື່ອນໄຂພຽງພໍກໍສາ

ມາດຮຽນຕໍ່ອີກ 2ປີ ຕື່ມກໍໄດ້ຊັ້ນເອກ 1 ແລະກໍເປັນອາຈານສອນ ມ2 ເຖິງ ມ3 ຕາມພາກວິຊາທີ່ເພິ່ນໄດ້ຮ່ຳຮຽນມາ,

ສ່ວນຫລາຍຈະເປັນພາກພາສາລາວ, ປວັດສາດລາວ, ພູມີສາດ ແລະ ຄະນິສາດ. ໜ້າເສັຍດາຍທີ່ທຸກທ່ານໃນພາບນີ້

ໄດ້ແຕກກະແຈກຈາຍໄປຄົນລະແຫ່ງຫົນພາຍຫລັງ 75, ບາງກໍຍັງຢູ່ພາຍໃນແລະບາງກໍຢູ່ຕ່າງປະເທດ ແລະພາກັນເປັນ

ພໍ່ຕູ້ແມ່ຕູ້ກັນໄປໝົດແລ້ວ.

          ຂໍອະນຸຍາດອອກຄວາມຄິດຄວາມເຫັນ.  ຕາມຄວາມເຂົ້າໃຈພາງໆ ຂອງ ຂພຈ ອີງໃສ່ຮູບພາບຂ້າງເທີງນີ້ ໃນພາສາຝຣັ່ງເສດ ອັນຄໍາວ່າ

       Ecole Superieure de Pedagogie de Vientiane  ແມ່ນເປັນໂຮງຮຽນພະລິດອາຈານສອນຊັ້ນສູງ ເພືອ່ສອນໃນວິທະຍາລັຍ, ບໍ່ແມ່ນເປັນໂຮງຮຽນ Ecole Normale

       ທັມມະດາ  ທີ່ມີຫັລກສູດ ສີ່ປີ  ສາມາດພະລິດ ນາຍຄຣູ (ຊັ້ນໂທ)ສອນ ຊັ້ນປະຖົມ(Ecole primaire) ຫຼື   ບໍ່ແມ່ນເປັນໂຮງຮຽນ Ecole Normale ທີ່ມີຫັລກສູດການຮຽນສອງປີ

      ສາມາດພະລິດນາຍຄຣູ (ຊັ້ນຕີຣ) ໄປສອນນໍາໂຮງຮຽນອະນຸບານຕ່າງໆ.

          ນັກຮຽນທີ່ມີຄຸນສົມບັດຈະເຂົ້າ Ecole Superieure de Pedagogie  ຕ້ອງຈົບ  Diplome or BEPC  ກ່ອນ. ເປັນໝ້າເສົ້າໃຈນໍພີ່ນ້ອງເພືອ່ນຮ່ວມຊາດທີ່ຮັກແພງ. ຍ້ອນພັຍການເມືອງ

     ເທົ່ານັ້ນ   ປທຊ  ຈັ່ງແຕກຫັກ  ມຸ່ນອຸ໋ຍປຸ໋ຍ.  ໃນວັນມະຫາອຸບາດນີີ້  ປຊຊລ ໃດ້ແຕກກະຈັກກະຈ່າຍກັນທົ່ວທຸກມຸມໂລກ  ກາຍເປັນຄົນຊິ້ນຊາດຊິ້ນແຜ່ນດິນ ປຊຊລ ທຸກທໍຣະມານຈາກສົງຄາມຍັງບໍ່ແລ້ວ

    ພວກເຂົາເຈົ້າເລົ່ານັ້ນຍັງໃດ້ມາປະເຊີນກັບ ບັນຫາ ບ້ານແຕກສະແດກຂາດ  ຊຶ້ງບໍ່ເຄີຍມີປະກົດການ ມາກ່ອນໃນ ປວດສ   ຄວາມເປັນມາຂອງຊາດລາວ. ນີ້ຄືບົດຮຽນ:

                                          ການເອົາ ລັດທິມາກ່ອນຊາດ.

                                                   ໃນທີ່ສຸດ

                                          ລັດທິ ເຮົາກໍບໍ່ໃດ້ໄຊ້ຊໍ້າ.

__________________
Anonymous

Date:

Anonymous wrote:
Anonymous wrote:

ສະໃຫມນັ້ນມີນັກຮຽນຈົບບັກແຕ່ລະປີບໍ່ຮອດ 200 ຄົນ

ແຕ່ດຽວນີ້ ປີລະ 5 ຫມື່ນຄົນ 

ສະໃຫມນັ້ນ ຂພຈ ກໍເປັນຜູ້ນຶ່ງຢູ່ດອກ ທີ່ໄດ້ ບັກເຊ ແລະກໍໄດ້ໄປຮຽນຢູ່ດອກຝະຫລອກຝະລັັ່ງຍອ້ນເສັງໄດ້ບວັກສ

ແຕ່ມາເບິ່ງປຶ້ມຮຽນດຽວນີ້ ວິຊາວິທະຍາສາດກໍແບບດຽວກັນກັບແຕ່ກອ່ນ

ສວ່ນວິຊາສັງຄົມນັ້ນ ບໍ່ໄດ້ຮຽນດອກ ພົງສາວະດານຝລັ່ງ ຄືສະໃຫມນັ້ນ

ມາດີໃຈນຳເດັກນອ້ຍດຽວນີ້ຢູ່ບ້ານນອກກໍຍັງມີຊັ້ນ ລີເຊໃຫ້ຮຽນ ບໍ່ໄດ້ພາກັນມາເປັນສັງກະລີວັດຄືແຕ່ກອ່ນ

ເຖິງວ່າ ໂຮງຮຽນບໍ່ໄດ້ມາດຖານ ແຕ່ເດັກນອ້ຍທຸກຄົນມີໂອກາດ

ດັ່ງນັ້ນ ພວກນັກຮຽນເກົ່າ ລີເຊຢ່າມັກແຕ່ອວດໂຕເອງວ່າເກັ່ງຫລາຍເດີ

ໂຕເອງເຖົ້າແລວ້ ແຂ້ວຫຽ້ນແລວ້ ສະຫມອງກໍຜູ່ຍແລວ້

ລູກຫລານເຈົ້າຢູ່ຕ່າງປະເທດເຂົາກໍດີຢູ່ດອກ ເຂົາກໍໄດ້ຮຽນຢູ່ດອກຂັ້ນລີເຊ

ແຕ່ເຂົາພັດບໍ່ຢາກຮຽນຮອດຊັ້ນສູງ ຈົບກັນແຕ່ພຽງ ຮາຍ ສະຄູນ ສວ່ນຫລາຍ    

 ຖ້າເຈົ້າຈົບບັກແລະໄດ້ໄປຮຽນຝຣັ່ງຄືເຈົ້າເວົ້ານັ້ນເຈົ້າຄວນຮູ້ວ່າຈົບ High School ຢູ່ສະຫະຣັດ

ນັ້ນກໍມີຣະດັບດຽວກັບຄົນລາວເຮົາຈົບບັກຫຼືຈົບມໍປານນັ້ນແລ້ວ.   ກ່ອນ 75 ຖ້າຈົບບັກແລ້ວ

ຕ້ອງໄດ້ໄປຮຽນຕໍ່ຕ່າງປະເທດເພື່ອຮຽນເອົາ ລີຊັງສ໌ (License) ເພາະສາມັນສຶກສາຢູ່ລາວໃນສະ

ໄໝນັ້ນສຸດຢູ່ມໍປາຍຫຼືຄົນລາວຍຸກນັ້ນນິຍົມເອີ້ນວ່າ ບັກ. ການໄປຮຽນເອົາລີຊັງສ໌ແມ່ນສ່ວນຫຼາຽ

ນັກສຶກສາໄປຮຽນຢູ່ຝຣັ່ງເສດ ການາດາ ແລະ ພະນົມເປັນ ກຳພູຊາ ອີງຕາມເງື່ອນໄຂແລະຂໍ້ສະ

ດວກຂອງນັກສຶກສາ ຖ້າຫາກຜ່ານການສອບເສັງ. 

ບໍ່ມີໃຜອວດເກ່ງດອກເພາະການສຶກສານີ້ບໍ່ມີໃຜເກ່ງລື່ນໃຜ ເຈົ້າເກ່ງຢ່າງນຶ່ງ, ຂ້ອຍກໍເກ່ງຢ່າງນຶ່ງ.

ຂ້ອຍກໍຍ້ອງວ່າຍຸກນີ້ເດັກນ້ອຍມີໂອກາດກ່ອນຍຸກຂອງພວກເຮົາ ເພາະການສຶກສາກໍໄປກັບຍຸກ

ກັບສມັນຄືກັນ. ຍຸກພວກເຮົາບໍ່ມີຄັອມພິວເຕີ ເຮັດວຽກບ້ານກໍໃຊ້ແຕ່ສມອງແລະບັ້ງສູດມາຄິດໄລ່

ເອົາດ້ວຍຕົນເອງ ຄົ້ນຄ້ວາທຸກໆວິຊາດ້ວຍຕົນເອງ. ແຕ່ກົງກັນຂ້າມກັບຍຸກນີ້ ລູກຫລານຂອງພວກ

ເຮົາມີຄວາມສະດວກຮອບດ້ານໃນການຄົ້ນຄ້ວາເຮັດບົດສອບແລະຣາຍງານ ບໍ່ວ່າວິຊາໃດມັນມີ

ຄຳສເລີຍອອກມາໃຫາໂລດຢູ່ທີ່ສາມາດໂຟນນັ້ນໝົດ ວ່າແຕ່ຖາມພໍ່ຕູ້ ກູເກິນ ເພິ່ນກໍບອກໃຫ້ໂລດ.

---------------------====0000====------------------------

ຄຳເຫັນຂອງທ່ານຖືກຕ້ອງທີ່ສຸດ...!

ເອົາມາປຽບທຽບໃສ່ກັນບໍ່ໄດ້ເລີຍ, ເພາະວ່າແຕ່ລະຍຸກສະໄໝມີສິ່ງເອື້ອອຳນວຍແຕກຕ່າງກັນ!

ສະໄໝກ່ອນຈະຮູ້ຈັກສະພາບຂອງໂລກໄດ້ກໍ່ຕໍ່ເມືອພວກເຮົາຮຽນວິຊາປະຫວັດສາດໂລກ,

ຈະຮູ້ໄດ້ຈາກສື່ຕ່າງໆມາຈາກຕ່າງປະເທດແມ່ນຫາຍາກ, ແຕ່ເມື່ອຂ່າວຈະມາເຖິງພວກເຮົາກໍ່

ຜ່ານໄປເປັນອາທິດ ສອງອາທິດແລ້ວ(ຕົວຢ່າງໜັງສືພິມ) ຜູ້ມີວິທຍຸນັ້ນກໍ່ແມ່ນຜູ້ມີຖານະດີແດ່

ກໍ່ສາມາດຟັງຂ່າວຈາກວິທຍຸໄດ້. ບໍ່ດັ່ງນັ້ນຢາກຟັງເພງຕາມຄຳຂໍຈາກສະຖານີວິທຍຸແຫ່ງຊາດວຽງຈັນ

ກໍ່ຕ້ອງໄດ້ຍ່າງໄປຫາເຮືອນໝູ່ ແຕ່ເວນຂ້ອຍເຮີຍໃຜຢູ່ຕ່າງແຂວງຈັ່ງແມ່ນລຳຄານແທ້ໆເພາະມີສິ່ງລົບກວນ

ຈາກສາລະພັດບວກກັບຈາກສຽງຟ້າເຫຼື້ອມຟ້າແມບກໍ່ປານນັ້ນ!

ມາດຽວນີ້ມີຫຍັງໃໝ່ເກີດຢູ່ຈອກ ແຈໃດແມ່ນຮູ້ທັນການໂລດ!

ແຕ່ການຮຽນໃນປັດຈຸບັນນີ້ຈະໃຫ້ມັນລະອຽດຄ່ອງແຄ້ວແຕ່ຊັ້ນປະຖົມຄືສະໄໝກ່ອນນັ້ນ

ແມ່ນທຽບກັນບໍ່ໄດ້ ເພາະວ່າແຕ່ກ່ອນຈະເນັ້ນໜັກພາສາຝຣັ່ງຫຼາຍໂພດແລະຖ້ອງຂຶ້ນໃຈເອົາໝົດ! ແຕ່ວ່ານັກຮຽນ

ຊັ້ນປະຖົມປັດຈຸບັນແມ່ນມີໂອກາດຮຽນຫຼືຈ້າງຮຽນພາສາຕ່າງປະເທດຫຼາຍ ເປັນຕົ້ນແມ່ນພາສາອັງກິດ, ສະນັ້ນ

ພາສາຕ່າງປະເທດຈະເຂົ້າມາໂດຍກົງກັບການໃຊ້ມືຖື!

ດີທີ່ສຸດໃຫ້ເຂົ້າໃຈວ່າ: ບໍ່ແມ່ນອ້າຍຮູ້ສອງນ້ອງຮູ້ນຶ່ງອີກແລ້ວ...! ແຕ່ພັດແມ່ນອ້າຍຮູ້ສອງ ນ້ອງຮູ້ສາມ!

ດ້ວຍຄວາມຮັກແພງ!

__________________
Anonymous

Date:

Anonymous wrote:
Anonymous wrote:

TunyProf3A4A_zpsa768a8f0.jpg

ນັກສຶກສາທີ່ກຳລັງຝຶກຝົນຮ່ຳຮຽນເພື່ອເປັນແມ່ພິມຂອງຊາດທີ່ສະຖາບັນຄຣູດົງສະພັງເມິກວຽງຈັນໃນອະດີດ, ແຕ່ບໍ່ຮູ້

ວ່າພວກເພິ່ນຮຽນຫຼັກສູດ 2ປີ 4ປີ ຫຼື 6ປີ ແລະໃນປີ 69 ນັ້ນເປັນປີທີ່ເທົ່າໃດຂອງພວກເພິ່ນ. ຖ້າວ່າ 2ປີ ຕ່າງກໍອອກ

ມາເປັນຄຣູສອນຊັ້ນຕຣີ 6, 4ປີ ກໍຊັ້ນໂທ 2 ເປັນຄຣູສອນ ປ6 ແລະ ມ1, ແລະຈົບ 4ປີແລ້ວ ຖ້າມີເງື່ອນໄຂພຽງພໍກໍສາ

ມາດຮຽນຕໍ່ອີກ 2ປີ ຕື່ມກໍໄດ້ຊັ້ນເອກ 1 ແລະກໍເປັນອາຈານສອນ ມ2 ເຖິງ ມ3 ຕາມພາກວິຊາທີ່ເພິ່ນໄດ້ຮ່ຳຮຽນມາ,

ສ່ວນຫລາຍຈະເປັນພາກພາສາລາວ, ປວັດສາດລາວ, ພູມີສາດ ແລະ ຄະນິສາດ. ໜ້າເສັຍດາຍທີ່ທຸກທ່ານໃນພາບນີ້

ໄດ້ແຕກກະແຈກຈາຍໄປຄົນລະແຫ່ງຫົນພາຍຫລັງ 75, ບາງກໍຍັງຢູ່ພາຍໃນແລະບາງກໍຢູ່ຕ່າງປະເທດ ແລະພາກັນເປັນ

ພໍ່ຕູ້ແມ່ຕູ້ກັນໄປໝົດແລ້ວ.

          ຂໍອະນຸຍາດອອກຄວາມຄິດຄວາມເຫັນ.  ຕາມຄວາມເຂົ້າໃຈພາງໆ ຂອງ ຂພຈ ອີງໃສ່ຮູບພາບຂ້າງເທີງນີ້ ໃນພາສາຝຣັ່ງເສດ ອັນຄໍາວ່າ

       Ecole Superieure de Pedagogie de Vientiane  ແມ່ນເປັນໂຮງຮຽນພະລິດອາຈານສອນຊັ້ນສູງ ເພືອ່ສອນໃນວິທະຍາລັຍ, ບໍ່ແມ່ນເປັນໂຮງຮຽນ Ecole Normale

       ທັມມະດາ  ທີ່ມີຫັລກສູດ ສີ່ປີ  ສາມາດພະລິດ ນາຍຄຣູ (ຊັ້ນໂທ)ສອນ ຊັ້ນປະຖົມ(Ecole primaire) ຫຼື   ບໍ່ແມ່ນເປັນໂຮງຮຽນ Ecole Normale ທີ່ມີຫັລກສູດການຮຽນສອງປີ

      ສາມາດພະລິດນາຍຄຣູ (ຊັ້ນຕີຣ) ໄປສອນນໍາໂຮງຮຽນອະນຸບານຕ່າງໆ.

          ນັກຮຽນທີ່ມີຄຸນສົມບັດຈະເຂົ້າ Ecole Superieure de Pedagogie  ຕ້ອງຈົບ  Diplome or BEPC  ກ່ອນ.

 ________________________________________________________________________

Ecole Normale ນັ້ນແມ່ນຢູ່ຕ່າງແຂວງແລະຕ່າງເມືອງ, ຢູ່ພາກເໜືອແມ່ແຂວງຫຼວງພະພບາງ

ມີຫຼັກສູດ 2 ແລະ 4 ປີ, ຢູ່ຫ້ວຍຊາຍ ຫຼັກສູດ 2 ປີ (ພາກເໜືອມີ 2 ເມືອງເທົ່ານີ້ກ່ອນ 75) ຢູ່ແຂວງ

ວຽງຈັນມີ 2ປີ ຢູ່ເມືອງວັງວຽງ ແລະບ້ານເກິນ, ຢູ່ສວັນນະເຂດ ມີຫຼັກສູດ 2 ແລະ 4 ປີ ແລະຢູ່ປາກເຊ

ມີຫຼັກສູດ 2ປີ. ເມື່ອຝຶກຈົບຫຼັກສູດອອກມາກໍໄດ້ຊັ້ນ ຕຣີ ຼ ແລະ ຊັ້ນໂທ 2.

ສ່ວນຢູ່ນະຄອນຫຼວງວຽງຈັນນັ້ນເປັນສະຖາບັນໂອບຣົມຄຣູທີ່ດົງສະພັງເມິກຫຼືທີ່ຮູ້ກັນດີກໍຄືດົງໂດກນັ້ນ

ເອງ, ສະຖາບັນແຫ່ງນີ້ກ່ອນ 65 ເປັນພຽງ Ecole Normale ເທົ່ານັ້ນແລະມີພຽງສອງຫຼັກສູດຄື 2 ແລະ

4 ປີ. ຫຼັງ 65 ເພິ່ນໄດ້ຂຍາຍຫຼືເຜີ້ມຣະດັບການຝຶກຄຣູຂຶ້ນອີກຣະດັບນຶ່ງກໍຄືຣະດັບຄຣູຊັ້ນເອກ ເພິ່ນຈຶ່ງ

ໄດ້ປ່ຽນຈາກ Ecole Normale ມາເປັນ Ecole Superieure de Pedagogie ແຕ່ມີ 3 ຣະດັບຂອງ

ຫຼັກສູດການຝຶກຄຣູຮ່ວມກັນຢູ່ໃນສະຖາບັນແຫ່ງນີ້, ດັ່ງນັ້ນຂ້າພະເຈົ້າຈຶ່ງຕັ້ງຄຳຖາມວ່າພວກນັກສຶກສາ

ໃນພາບນັ້ນແມ່ນກຳລັງຮຽນຢູ່ປີໃດແລະຫຼັກສູດຈັກປີ?

- ຫຼັກສູດ 2 ແລະ 4ປີ ແມ່ນຈົບແຊກຫຼືໄດ້ປະກາສນິຍະບັດປະຖົມສົມບູນຈຶ່ງມີສິດເສັງເຂົ້າໄດ້ ຕ້ອງໄດ້

ຜ່ານການສອບເສັງຈຶ່ງສາມາດເຂົ້າໄປຮຽນໄດ້. ຫຼັກສູດ 2 ປີ ເມື່ອຈົບຈະໄດ້ຊັ້ນຕຣີ 6 ແລະມີສິດສອນ

ແຕ່ ປ1 ຫາ ປ3 ເທົ່ານັ້ນ, ເມື່ອຈົບຫຼັກສູດ 2ປີ ຖ້ານັກສຶກສາມີເງື່ອນໄຂຄົບຖ້ວນທີ່ຈະຮຽນຕໍ່ອີກ 2ປີ

ກໍສາມາດຕໍ່ໄດ້ແຕ່ຕ້ອງຜ່ານຂັ້ນຕອນຂອງກົດຣະບຽບທຸກຢ່າງ.  ຫຼັກສູດ 4ປີ ເມື່ອຈົບແລ້ວຈະໄດ້ຮັບ

ຊັ້ນໂທ 2 ແລະມີສິດສອນ ປ4 ຫາ ປ6 (ຖ້າຜູ່ໃດໄດ້ຮັບກຽດຄະແນນນິຍົມໃນເວລາຮຽນແລະເສັງອອກ

ນັ້ນຈະໄດ້ສອນຮອດຂັ້ນ ມ1 ຂອງມັທະຍັມສາມັນສຶກສາ), ແລະເມື່ອຈົບຫຼັກສູດ 4ປີ ຖ້ານັກສຶກສາຄົນ

ໃດມີເງື່ອນໄຂພຽງພໍກໍສາມາດຮຽນຕໍ່ອີກ 2ປີ ເພື່ອເອົາຊັ້ນເອກ 1.

- ພວກ Superieure Pedagogie ນັ້ນ ແມ່ນເປັນດັ່ງທີ່ທ່ານກ່າວມາ ຕ້ອງແມ່ນພວກຈົບມັທະຍົມ

ຕົ້ນຫຼືທີ່ຮູ້ກັນດີກ່ອນ 75 ນັ້ນແມ່ນຈົບ Brevet/Diplomer ຈາກສາມັນສຶກສາກ່ອນຈຶ່ງມີສິດເສັງໄດ້

ແລະເປັນຫຼັກສູດ 3ປີ ເມື່ອຈົບຫຼັກສູດແລ້ວຈະໄດ້ຍົດຊັ້ນເອກ 3 ພ້ອມກັບມີຣະດັບດຽວກັບ ຈົບບັກ

ທາງສາມັນສຶກສາຫຼືມໍປາຍນັ້ນເອງ   ແລະພວກທີ່ຈົບ Superieure Pedagogie ນີ້ຈະເປັນອາຈານ

ສອນມັທະຍົມ 1 ຫາ 4 ເທົ່ານັ້ນ.

ນັກຮຽນຈາກສາມັນມັທະຍົມສຶກສາ ມ2 ແລະ ມ3 ກໍມີສິດເສັງເຂົ້າຝຶກຄຣູຫຼັກສຸດ 4ປີ ໂດຍໃຊ້

ກັງດີດາ ລີບ ເສັງເຂົ້າໄປຕາມຊັ້ນປີ ເຊັ່ນ ມ2 ເສັງເຂົ້າຝຶກຄຣູ ປີທີ 3 ແລະ ມ3 ເສັງເຂົ້າປີທີ4 ຫຼື

ປີສຸດທ້າຍໄດ້,  ອັນນີ້ແມ່ນຫຼັກສູດຂອງການສ້າງຄຣູກ່ອນ 75 ທົ່ວປະເທດ. ສ່ວນອາຈານທີ່ສອນ

ມໍປາຍ ແມ່ນພວກທີ່ຮຽນຈົບ ລີຊັງສ໌ ມາແຕ່ຕ່າງປະເທດ (ຈົບປຣິນຍາໂທຖ້າທຽບໃສ່ຍຸກນີ້) ສ່ວນ

ຫຼາຍຈະເປັນຊາວຕ່າງປະເທດ ອາຈານລາວເຮົາກໍມີຢູ່ແຕ່ບໍ່ຫລາຍ ເພາະໃຜໄປຮຽນຈົບມາແຕ່ຕ່າງ

ປະເທດຕ່າງກໍປົບໜີໄປສອນມັທະຍົມເອກະຊົນໝົດ ເພາະໄດ້ເງິນເດືອຫຼາຍກ່ອນລັດ.

__________________
Anonymous

Date:

ເປັນຫຍັງໃນຣະບອບເກົ່າ ຄົນສ່ວນຫຼາຍຈຶ່ງຄິດວ່າອາຊີບຄຣູ ແລະອາຊີບພະຍາບາລ

ເໝາະສົມສຳລັບເພດຍິງ?

__________________
Anonymous

Date:

Anonymous wrote:

ສະໃຫມນັ້ນມີນັກຮຽນຈົບບັກແຕ່ລະປີບໍ່ຮອດ 200 ຄົນ

ແຕ່ດຽວນີ້ ປີລະ 5 ຫມື່ນຄົນ 

ສະໃຫມນັ້ນ ຂພຈ ກໍເປັນຜູ້ນຶ່ງຢູ່ດອກ ທີ່ໄດ້ ບັກເຊ ແລະກໍໄດ້ໄປຮຽນຢູ່ດອກຝະຫລອກຝະລັັ່ງຍອ້ນເສັງໄດ້ບວັກສ

ແຕ່ມາເບິ່ງປຶ້ມຮຽນດຽວນີ້ ວິຊາວິທະຍາສາດກໍແບບດຽວກັນກັບແຕ່ກອ່ນ

ສວ່ນວິຊາສັງຄົມນັ້ນ ບໍ່ໄດ້ຮຽນດອກ ພົງສາວະດານຝລັ່ງ ຄືສະໃຫມນັ້ນ

ມາດີໃຈນຳເດັກນອ້ຍດຽວນີ້ຢູ່ບ້ານນອກກໍຍັງມີຊັ້ນ ລີເຊໃຫ້ຮຽນ ບໍ່ໄດ້ພາກັນມາເປັນສັງກະລີວັດຄືແຕ່ກອ່ນ

ເຖິງວ່າ ໂຮງຮຽນບໍ່ໄດ້ມາດຖານ ແຕ່ເດັກນອ້ຍທຸກຄົນມີໂອກາດ

ດັ່ງນັ້ນ ພວກນັກຮຽນເກົ່າ ລີເຊຢ່າມັກແຕ່ອວດໂຕເອງວ່າເກັ່ງຫລາຍເດີ

ໂຕເອງເຖົ້າແລວ້ ແຂ້ວຫຽ້ນແລວ້ ສະຫມອງກໍຜູ່ຍແລວ້

ລູກຫລານເຈົ້າຢູ່ຕ່າງປະເທດເຂົາກໍດີຢູ່ດອກ ເຂົາກໍໄດ້ຮຽນຢູ່ດອກຂັ້ນລີເຊ

ແຕ່ເຂົາພັດບໍ່ຢາກຮຽນຮອດຊັ້ນສູງ ຈົບກັນແຕ່ພຽງ ຮາຍ ສະຄູນ ສວ່ນຫລາຍ    

   ເບີ່ງວິທີການຂີດຂຽນ ຄໍາໃຫ້ການສົງໃສ ສະຫາຍຮຽນຢູ່    ລິເສ້   ຫລາຍກ່ອນຮ່າໆໆໆຮ່າໆໆ..

 ບອກມາດູລູກຊາຍ ລິເຊ ມີຈັກຫ້ອງ ເປັນພາສາຝັ່ຣງເຂົາວ່າຢ່າງໃດ? ລູກຊາຍຮຽນ ຢູ່ ລິເສ້ ໃດ?

 ໃຜເປັນ Directeur scolaire... BEPC and  BEDC ມັນແປວ່າແນວໃດ. ພໍ່ຊິໝັ່ງພັນຢາກະທໍ

 ປູກໝາກນາວຢູ່ ບ້ານດອນແດງ ໝັ່ງລໍຖ້າຮັບຟັງ.

__________________
Anonymous

Date:

ຄືວ່າປຶ້ມວິທະຍາສາດທີ່ຮຽນດຽວນີ້ຄືກັນກັບປຶ້ມວິທະຍາສາດທີ່ຮຽນກ່ອນປີ 1975 ?

ເປັນຫຍັງບໍ່ເອົາປຶ້ມວິທະຍາສາດຂອງຣັສເຊັຽມາສອນ?

ກໍ່ແມ່ນຢູ່ວ່າການສຶກສາໃນປັດຈຸບັນຂະຫຍາຍທາງດ້ານປະລິມານ ແຕ່ທ່ານນາງ ອ່ອນຈັນ ທຳມະວົງ

ໄດ້ບອກກັບຜູ່ສື່ຂ່າວເອເຊັຽເສຣີວ່າ ການສຶກສາໃນປະເທດລາວບໍ່ໄດ້ມາດຕະຖານສາກົນ ນັກຮຽນ

ທີ່ຈົບອອກມາຍັງເປັນແຮງງານທີ່ຂາດຄຸນນະພາບ. ກົດຟັງເອົາເດີ

http://www.rfa.org/lao/economy/labor-shortage-illegal-chinese-vietnamese-workers-stay-03202014082534.html?searchterm:utf8:ustring=%E0%BA%AD%E0%BB%88%E0%BA%AD%E0%BA%99%E0%BA%88%E0%BA%B1%E0%BA%99+%E0%BA%97%E0%BA%B3%E0%BA%A1%E0%BA%B0%E0%BA%A7%E0%BA%BB%E0%BA%87

__________________
Anonymous

Date:

ຂອບໃຈຄົນຮຸ່ນເກົ່າທຸກທ່ານທີ່ເຂົ້າມາບອກເລົ່າຊີ້ແຈງໃຫ້ຄວາມຮູ້ຄົນຮຸ່ນຫຼັງ

ຜູ້ຂ້າກໍ່ເປັນຄົນຮຸ່ນເກົ່າ ແຕ່ບໍ່ໄດ້ຮ່ຳຮຽນສູງດອກ  ປະຖົມກໍ່ຍັງຮຽນທໍ່ເຄິ່ງດຽວ

ແຕ່ຜູ້ຂ້າຢາກຂໍຮ້ອງພວກທ່ານໃຫ້ຊ່ອຍຣະວັງການຂີດຂຽນພາສາລາວແດ່ຈັກໜ້ອຍ

ພວກທ່ານເຄີຍເປັນປັນຍາຊົນຂອງລາວສມັຍເກົ່າ 

ເຊື່ອວ່າພາສາລາວຄວນຈະໃຊ້ໄດ້ດີກວ່າຄົນທຸກມື້ນີ້

ພວກທ່ານເປັນຜູ້ກຳຄວາມຮູ້ຫຼາຍຂະແໜງ ແລະເປັນຫຼັກຖານທາງປະຫວັດສາສຕ໌ທີ່ຍັງມີຊີວິດຢູ່

ຢ່າໃຫ້ເດັກນ້ອຍສມັຍນີ້ດູຖູກຄົນຮຸ່ນເຮົາເດີ  ຊ່ອຍກັນອະນຸຮັກຄວາມເປັນລາວແດ່ຖ້ອນ

ໂຕຢ່າງທີ່ເຫັນທາງເທິງ...

ໝົດ  ບໍ່ແມ່ນ  ມົດ  ມົດແດງໄຟ

ອົບຮົມ  ບໍ່ແມ່ນ  ໂອບຣົມ 

ອົບອາຫານໃຫ້ສຸກ  ນ້ຳອົບ ຄືການເອົາດອກໄມ້ຫຼືຂອງຫອມໄປອົບໃສ່ໃນນ້ຳ ເພື່ອໃຫ້ນ້ຳມັນຫອມ

ຮົມ  ຮົມຢາເພື່ອຮັກສາໂຣຄ ຮົມຄັວນເພື່ອເຮັດໃຫ້ອາຫານຫອມ  ແມ່ຍິງຮົມນ້ຳຮ້ອນຕອນຢູ່ໄຟ

ເອົາຄຳວ່າອົບແລະຮົມມາຮວມກັນ  ມີຄວາມໝາຍວ່າ ສັ່ງສອນເຮັດໃຫ້ຄົນດີຂື້ນກວ່າເກົ່າ

ຣັຖມົນຕຣີລອງ  ??  ທ່ານໝາຍເຖິງ ຮອງຣັຖມົນຕຣີ  ແມ່ນບໍ່

ຮອງ  ກັບ ລອງ  ມີຄວາມໝາຍຕ່າງກັນ

ຮອງ  ກົງກັບພາສາໄທຍ  รอง  ທີ່ຄົນມັກອອກສຽງເປັນ ລອງ

ຮອງຜ້າແພຢູ່ທາງລຸ່ມ  ຮອງບ່ອນນັ່ງ  ຄົນນີ້ເປັນຮອງຄົນນັ້ນ  ເຊິ່ງກົງພາສາອັງກິດ Vice

ຮອງນາຍົກ  ຮອງອະທິບໍດີ ຮອງປະທານາທິບໍດີ  ຮອງນາງງາມ

ລອງ  ທັງພາສາລາວແລະໄທຍມີຄວາມໝາຍຄືກັນເຊັ່ນ  ລອງເສື້ອ ລອງເກີບ  ລອງເບິ່ງວ່າມັນຊິພໍດີບໍ່

ແລະຍັງມີຫຼາຍຄຳທີ່ຂຽນຜິດ  

ຖ້າຂຽນຟ້າວແລ້ວມັນຜິດ  ຕົກໂຕນັ້ນຂາດໂຕນີ້  ຜິດໂດຍບໍເຈດຕະນາ  ກໍ່ພໍຈະຍົກໂທດໃຫ້ໄດ້

ແຕ່ຜິດຫຼຳແລ້ວຫຼຳອີກ  ຜິດໂດຍທີ່ໝັ້ນໃຈວ່າມັນຖືກ  ອັນນີ້ກໍ່ຂໍໃຫ້ປັບປຸງເດີຍາພໍ່

__________________
Anonymous#121

Date:

ຂອບໃຈຫຼາຍໆທີ່ອອກມາເຕືອນໃນການສະກົດແລະການໃຊ້ຄຳສັບທີ່ຖືກຕ້ອງ

ແຕ່ທ່ານກໍ່ຄົງຮູ້ວ່າ ນັກຮຽນຮຸ່ນເກົ່າຕົກວິຊາຂຽນທວາຍກໍ່ຫຼາຍ ຂ້າພະເຈົ້າບໍ່

ເຄີຍໄດ້ຄະແນນ 10 ຈັກເທື່ອໃນວິຊານີ້ ຄະແນນສູງສຸດໄດ້ແຕ່ 5 ເຄິ່ງ ຖ້າເພິ່ນ

ມີວິຊາຂຽນຕາມຄຳບອກເໝືອນໃນຣະບອບໃໝ່ ຂ້າພະເຈົ້າຄົງໄດ້ຄະແນນດີ

ກວ່ານັ້ນ.

__________________
Anonymous

Date:

* * * * * * *

ຜູ້ລາງຄົນ ໄດ້ຮຽນ ຈົບ-ບັກ... ຈົບ-ຄະ-ເນິກ... ຈົບ-ບັກໂກ່ໂດ່... ກ່າມີ

ແຕ່ ບາງຄົນ ... ຈົບຢູ່ ຮ້ານ-ເຝີ-ບັກ

ຂາຍເຝີ ສູ່ມື້-ສູ່ມື້

ເຊີນແວ່ ຮ້າຍເຝີບັກ (PHO BAC) ແຖວວັດໃຫຍ່ ສະຫວັນນະເຂດ [ສວັນນະເຂຕ] SAVANNAKHET.

__________________
Anonymous

Date:

Anonymous wrote:

ຂອບໃຈຄົນຮຸ່ນເກົ່າທຸກທ່ານທີ່ເຂົ້າມາບອກເລົ່າຊີ້ແຈງໃຫ້ຄວາມຮູ້ຄົນຮຸ່ນຫຼັງ (ຣຸ່ນ) ຖ້າຈະສກົດແບບໃຫ້ຖືກຕ້ອງຕາມ

ຫຼັກວັຍະກອນລາວຂອງພາສາຂຽນກ່ອນ 75. ຕົວຢ່າງ: ຄົນຣຸ່ນຫຼັງ, ເຈົ້າເປັນນັກຮຽນຣຸ່ນໃດ? ວັຍຣຸ່ນ....(ພາສາເວົ້າ

ຈະອອກສຽງ ລຸ່ນ) ລາວລັງ 75: ຄົນລຸ່ນຫຼັງ, ເຈົ້າເປັນນັກຮຽນລຸ່ນໃດ? ໄວລຸ່ນ.

ຜູ້ຂ້າກໍ່ເປັນຄົນຮຸ່ນເກົ່າ ແຕ່ບໍ່ໄດ້ຮ່ຳຮຽນສູງດອກ  ປະຖົມກໍ່ຍັງຮຽນທໍ່ເຄິ່ງດຽວ (ຜູ່) ໄມ້ ເອກ ບໍ່ແມ່ນໄມ້ ໂທ ເດີ້.

ແຕ່ຜູ້ຂ້າຢາກຂໍຮ້ອງພວກທ່ານໃຫ້ຊ່ອຍຣະວັງການຂີດຂຽນພາສາລາວແດ່ຈັກໜ້ອຍ (ໜ່ອຍ)

ພວກທ່ານເຄີຍເປັນປັນຍາຊົນຂອງລາວສມັຍເກົ່າ 

ເຊື່ອວ່າພາສາລາວຄວນຈະໃຊ້ໄດ້ດີກວ່າຄົນທຸກມື້ນີ້ (ກ່ວາ) ວັນະຍຸດຕ້ອງວາງໄວ້ເທິງສ່ວນທ້າຍຂອງພຍັນຊນະຕົ້ນພະຍາງສເມີ

ຖ້າບໍ່ດັ່ງນັ້ນສັບທີ່ທ່ານຂຽນອາດຈະອອກສຽງ (ກະວ່າ) ກໍເປັນໄດ້.

ພວກທ່ານເປັນຜູ້ກຳຄວາມຮູ້ຫຼາຍຂະແໜງ ແລະເປັນຫຼັກຖານທາງປະຫວັດສາສຕ໌ທີ່ຍັງມີຊີວິດຢູ່ (ຂແນງ) (ປວັດສາສ)

ຢ່າໃຫ້ເດັກນ້ອຍສມັຍນີ້ດູຖູກຄົນຮຸ່ນເຮົາເດີ  ຊ່ອຍກັນອະນຸຮັກຄວາມເປັນລາວແດ່ຖ້ອນ (ອະນຸຣັກ)

ໂຕຢ່າງທີ່ເຫັນທາງເທິງ...

ໝົດ  ບໍ່ແມ່ນ  ມົດ  ມົດແດງໄຟ

ອົບຮົມ  ບໍ່ແມ່ນ  ໂອບຣົມ 

ອົບອາຫານໃຫ້ສຸກ  ນ້ຳອົບ ຄືການເອົາດອກໄມ້ຫຼືຂອງຫອມໄປອົບໃສ່ໃນນ້ຳ ເພື່ອໃຫ້ນ້ຳມັນຫອມ

ຮົມ  ຮົມຢາເພື່ອຮັກສາໂຣຄ ຮົມຄັວນເພື່ອເຮັດໃຫ້ອາຫານຫອມ  ແມ່ຍິງຮົມນ້ຳຮ້ອນຕອນຢູ່ໄຟ

ເອົາຄຳວ່າອົບແລະຮົມມາຮວມກັນ  ມີຄວາມໝາຍວ່າ ສັ່ງສອນເຮັດໃຫ້ຄົນດີຂື້ນກວ່າເກົ່າ=ທ່ານ

ເຂົ້າໃຈຜິດຢ່າງໃຫຍ່ແລ້ວ. ສັບທີ່ຖືກຕ້ອງແມ່ນ ໂອບຣົມ ເປີດເບິ່ງວັຈນານຸກົມລາວເດີ້ຖ້າບໍ່ເຊື່ອຂະນ້ອຍ.

ອົບຮົມ = ສັບສອງພະຍາງນີ້ບໍ່ມີໃນພາສາລາວ ມີແຕ່ເປັນສັບດ່ຽວເທົ່ານັ້ນ ຄື ອົບ ຕ່າງຫາກ ຮົມ ຕ່າງຫາກ

ເປັນສັບໃຜສັບມັນເອົາເຂົ້າມາປະສົມກັນບໍ່ໄດ້ເພາະມີຄວາມໝາຍຕ່າງກັນ:

ອົບ= ຢ້າງ ເຮັດໃຫ້ແຫ້ງ ເຮັດໃຫ້ແຂງ ( ອົບເປັດ ອົບໄກ່ )

ຮົມ= ຕູ້ມເຂົ້າ ສຸມເຂົ້າ (ສຸມອາຍຫຼືຄັວນ)

ຣັຖມົນຕຣີລອງ  ??  ທ່ານໝາຍເຖິງ ຮອງຣັຖມົນຕຣີ  ແມ່ນບໍ່

ຮອງ  ກັບ ລອງ  ມີຄວາມໝາຍຕ່າງກັນ

ຮອງ  ກົງກັບພາສາໄທຍ  รอง  ທີ່ຄົນມັກອອກສຽງເປັນ ລອງ (ໄທ)

ຮອງຜ້າແພຢູ່ທາງລຸ່ມ  ຮອງບ່ອນນັ່ງ  ຄົນນີ້ເປັນຮອງຄົນນັ້ນ  ເຊິ່ງກົງພາສາອັງກິດ Vice

ຮອງນາຍົກ  ຮອງອະທິບໍດີ ຮອງປະທານາທິບໍດີ  ຮອງນາງງາມ

ລອງ  ທັງພາສາລາວແລະໄທຍມີຄວາມໝາຍຄືກັນເຊັ່ນ  ລອງເສື້ອ ລອງເກີບ  ລອງເບິ່ງວ່າມັນຊິພໍດີບໍ່ (ໄທ)=ພາສາລາວບໍ່ມີຫ້ອຍໂຕ  ຍ ເດີ້)

ແລະຍັງມີຫຼາຍຄຳທີ່ຂຽນຜິດ  

ຖ້າຂຽນຟ້າວແລ້ວມັນຜິດ  ຕົກໂຕນັ້ນຂາດໂຕນີ້  ຜິດໂດຍບໍເຈດຕະນາ  ກໍ່ພໍຈະຍົກໂທດໃຫ້ໄດ້ (ເຈຕະນາ)

ແຕ່ຜິດຫຼຳແລ້ວຫຼຳອີກ  ຜິດໂດຍທີ່ໝັ້ນໃຈວ່າມັນຖືກ  ອັນນີ້ກໍ່ຂໍໃຫ້ປັບປຸງເດີຍາພໍ່

ກວດເບິ່ງການສກົດພາສາລາວກ່ອນ 75 ຂອງທ່ານຄືນອີກແດ່ເດີ້ທີ່ຂະນ້ອຍເຮັດເປັນສີແດງໄວ້ນັ້ນແລະ

ຂະນ້ອຍໄດ້ correct ເປັນສີຟ້າຢູ່ຂ້າງຂວາມືຂອງແຖວມັນ.

__________________
Anonymous

Date:

ຮູບຂ້າງລຸ່ມນີ້ສະແດງໃຫ້ເຫັນວ່າການສຶກສາໃນລະບອບໃໝ່ມີລັກສະນະວິທະຍາສາດກວ່າການສຶກສາ

ໃນລະບອບເກົ່າເພາະຄະນະນຳໃນວົງການລັດຖະບານລາວຮູ້ນຳໃຊ້ເຄື່ອງກອມພິວເຕີທຸກໆຄົນ.

__________________
Anonymous

Date:

Anonymous wrote:

ຮູບຂ້າງລຸ່ມນີ້ສະແດງໃຫ້ເຫັນວ່າການສຶກສາໃນລະບອບໃໝ່ມີລັກສະນະວິທະຍາສາດກວ່າການສຶກສາ

ໃນລະບອບເກົ່າເພາະຄະນະນຳໃນວົງການລັດຖະບານລາວຮູ້ນຳໃຊ້ເຄື່ອງກອມພິວເຕີທຸກໆຄົນ.

          ວັດຖຸໂອມເອົາສື່ໆ (ນາໆ ຊາດດຶງເອົາໄວ້ສື່ໆ) ຍ້ອມແຫ ແຕ່ງເພດພໍໃຫ້ມັນຄື ຊິເຂົ້າສະມັກຄົມເອຊຽນນໍາເຂົາ.

     ວັດຖຸດຶງສິບກ້າວ.......ແຕ່ຄວາມຮັບຮູ້ ຈິດສໍານຶກ ຄວາມສະຫລາດຫັລກແຫລມ ຍັງຢູ່ ກ້າວທີຫ້າ.

     ຂາດກັນຫ້າກ້າວ. ໝາຍຄວາມວ່າ ຣະດັບການສຶກສາ ຄວາມຮັບຮູ້ ພວກສະຫາຍ ຍັງຢູ່ໃນ ສະຕະວັດທີ ສິບເກົ້າຢູ່.

__________________
Anonymous

Date:

 ຜູ້ ນັ້ນຂຽນຖືກແລ້ວ  ຄົນສ່ວນຫຼາຍຈະອອກສຽງຜູ້ເປັນ ຜູ່ ເຊັ້ນ ຜູ່ໃດ 

ທີ່ຖືກຕ້ອງ  ຄວນອ່ານຫຼືເວົ້າເປັນສຽງ ຜູ້

ໂຕຜູ້  ໂຕແມ່

ຮຸ່ນ  ກໍ່ຄື ຮຸ່ນ  ລາວເຮົາແຕ່ບູຮານບໍ່ເຄີຍມີໂຕ ຣ

ພໍມາສມັຍຫຼັງ ເຮົາເອົາພາສາອື່ນມາໃຊ້  ເຊັ່ນພາສາ ບາລີ ສັນສະກິດ ຂອມ

ເຊິ່ງພາສາເຫຼົ່ານີ້ເຂົາໃຊ້ໂຕ ຣ ດັ່ງນັ້ນເຮົາຈຳເປັນຕ້ອງມີໂຕ ຣ ໃຊ້ຕາມພາສາເຂົາ

ແຕ່ຖ້າຫາກຄຳໃດເປັນພາສາລາວເຮົາຢູ່ແລ້ວ  ເຮົາກໍ່ໃຊ້ໂຕ ຮ ຫຼື ໂຕ ລ ຕາມທີ່ເປັນມາ

ບໍ່ແມ່ນໃຊ້ສັບສົນ  ຮ ເປັນ ຣ  ຣ ເປັນ ລ

ອົບຮົມ  ເປັນພາສາລາວແລະໄທຍ  ເຊັ່ນ  ອົມຮົມບົ່ມນິໄສ

ອົບ ແປວ່າຫຍັງທຸກຄົນກໍ່ຮູ້ແລ້ວ

ຮົມ  ແປວ່າຫຍັງທຸກຄົນກໍ່ຮູ້ແລ້ວ

ບົ່ມ  ແປວ່າ ບົ່ມໝາກໄມ້ໃຫ້ສຸກ

ສາມຄຳນີ້ມີຄວາມໝາຍຂອງການເຮັດຄ້າຍໆ ກັນ ເຊັ່ງເປັນພາສາລາວແທ້

ທ່ານວ່າ ໂອບຣົມ ຈຶ່ງຈະຖືກ 

ອັນນີ້ຜູ້ຂ້າບໍ່ເຄີຍໄດ້ຍິນ  ບໍ່ເຄົຍໄດ້ເຫັນໃຜຂຽນແນວນີ້

ແລະກໍ່ບໍ່ຮູ້ວ່າໄປເອົາຄຳນີ້ມາແຕ່ໃສ  ບໍ່ມີຕົ້ນ ບໍ່ມີປາຍ

ໂອບ ພາສາລາວແມ່ນ  ໂອບກອດ  ສ່ວນ ຣົມ ບໍ່ມີໃນພາສາລາວ

ຫຼືທ່ານຈະວ່າ ໂອບຣົມ ເປັນພາສາແຂກ ພາສາຂອມ ກໍ່ຍົກມາໃຫ້ເບິ່ງແດ່ດຸ

ຫຼືທ່ານຈະອ້າງວ່າເປັນສ່ຽວກັບມະຫາສີລາ  ແລະໂທໄປຖາມເພິ່ນແລ້ວວ່າຕ້ອງຂຽນ ໂອບຣົມ

ອະນຸຮັກ  ຫຼື ອະນຸຮັກສ໌ 

ຄຳວ່າ ຮັກ ບໍ່ແມ່ນຄວາມຮັກ ແຕ່ມາຈາກ ຮັກສາ

ທ່ານຄົງບໍ່ເວົ້າ ຮັກສາ ເປັນ ຣັກສາ ດອກຕີ

ຍັງມີອີກຄຳເຊັ່ນ  ເອກກະລັກ ທີ່ມາຈາກພາສາບາລີ

ເຫັນບາງຄົນຂຽນເປັນ ເອກກະຣັກ ກໍ່ມີ  ເຊິ່ງຜິດ

ລັກ ມາຈາກ ລັກສະນະ  ຖ້າຈະຂຽນໃຫ້ຖືກແທ້ຕາມພາສາເຄົ້າຄວນຂຽນ ເອກກະລັກສນ໌

ບໍ່ເຄີຍຮູ້ແລະບໍເຄີຍຮຽນຄຳວ່າ  ຂແນງ ສເນີ ສເນ່

ເຄີຍຮຽນແຕ  ສມັຍ(ອ່ານວ່າ ສະໄໝ) ສມອງ (ອ່ານວ່າ ສະໝອງ) ຖນົນ(ອ່ານວ່າ ຖະໜົນ) 

ໄທຍເຂົາຂຽນ ຂະແໜງ แขนง  ສະເໜີ เสนอ  ສະເໜ່ เสน่ห์

ສັງເກດບໍ່ວ່າເປັນຫຍັງໂຕ ສ ຈຶ່ງເຂົ້າໄປຢູ່ໜ້າຕິດກັບໂຕ ນ

ຄຶດເດີຄຶດ

ໄທຍ  ເປັນຫຍັງຈຶ່ງບໍ່ຂຽນເປັນ ໄທ

ເພາະວ່າ  ໄທ ເປັນພາສາລາວແລະສຢາມ

ໄທ  ແປວ່າ ຄົນ   ເຊັ່ນ ໄທບ້ານໃຕ້  ໄທວຽງຈັນ  ໄທສວັນ

ສຢາມເຂົາປ່ຽນຊື່ປະເທດເປັນ ໄທຍ  ເປັນຫຍັງເຂົາຈຶ່ງຕື່ມໂຕ ຍ ໃສ່ນຳ

ຄືບໍ່ຂຽນ ໄທ ຕາມພາສາລາວແລະສຢາມດັ່ງເດີມ

ເຂົາເອົາຄວາມໝາຍຂອງຄຳວ່າ ໄທ ມາເຕັມໆຫຼືບໍ່?

ຫຼືເຂົາບໍ່ໄດ້ຢາກໃຫ້ມີຄວາມໝາຍແປວ່າ ໄທ ກົງໆ

ອັນນີ້ທ່ານຕ້ອງໄປສຶກສາຈຸດປະສົງຂອງເຂົາອີກເທື່ອໜຶ່ງ

ໃນເມື່ອເຂົາຂຽນຊື່ປະເທດເຂົາແນວນີ້  ເຮົາກໍ່ຄວນຂຽນຕາມເຂົາ ແນວຊື່ຂອງເຂົານໍ

ເຮົາຈະມາຊູຊີວ່າ ເຈົ້າຕ້ອງເປັນໄທ  ເຈົ້າຕ້ອງເປັນໄທ ເຮັດຫຍັງ

ທ່ານຊື່ ທ້າວສິງຄຳ  ເຂົາກໍ່ຍັງບໍປ່ຽນເປັນ ທ້າວສິງທອງຄຳ ຕາມພາສາເຂົາຫັ້ນເດ

__________________
Anonymous

Date:

ໂອບຣົມ  ຄືຊິແມ່ນພາສາຂອງຄົນຮຽນຈົບລິເຊສະໄໝກ່ອນ 5555

ຫຼືບໍ່ກະຄືຊິແມ່ນພາສາຊຳເໜືອ (ຊຳເໜືອເຂົາໃຊ້ໂຕ ຣ ຢູ່ບໍ່ ໃຜຮູ້ ບອກແດ່)

 ຢາກຮູ້ເດໜໍວ່າແມ່ນໃຜເປັນອາຈານສອນພາສາລາວໃຫ້ຄົນນີ້?

ແລະຄົນໆນີ້ຮຽນຈົບພາສາລາວຂັ້ນໃດປລະປີໃດ ເພາະເບິ່ງການ

ອະທິບາຍຂອງເພິ່ນກໍຮູ້ແລ້ວວ່າ ຖຽງລູກດຽວເພື່ອຄວາມຊະນະ.

__________________
Anonymous

Date:

ເລື່ອງການປ່ຽນຊື່ກໍ່ໄດ້ແທ້ເພາະເຮົາຢູ່ໃນປະເທດໃຊ້ພາສາລາວ ຈະໃຫ້ໄປຂຽນຄືເຂົາກໍ່ບໍ່ໄດ້ລະນໍ

ຕົວຢ່າງ: ທ້າວ ໂລເບີດ ວານ ລິມຊາ ກໍ່ຮູ້ຢູ່ວ່າໜັງສືປະເທດເພິ່ນຂຽນ Robert Von Rimscha

ເຮົາກໍ່ຂຽນຕາມພາສາບ້ານເຮົາຫັ້ນລະ ເພິ່ນຈະມີສິດຫຍັງມາເວົ້າໃຫ້ເຮົາລະ.

http://dpc.monre.gov.la/index.php?limitstart=18&lang=en

__________________
Anonymous

Date:

ໂຮງຮຽນລີເຊເປັນໂຮງຮຽນທີ່ສອນຫຼັກສູດຝຣັ່ງປົນລາວ ແມ່ນບໍ?

ວິຊາທຳມະຊາດສອນເປັນພາສາຝຣັ່ງ ວິຊາສັງຄົມຈຶ່ງສອນເປັນພາສາລາວ

ແຕ່ໂຮງຮຽນຟ້າງຸ່ມທີ່ອາເມຣິກາສ້າງໃນປີ 1960 ສອນເປັນຫຼັກສູດລາວ

ທຸກໆວິຊາ ແມ່ນບໍ? ຖ້າແມ່ນກໍ່ສະແດງວ່າອາເມຣິກາຢາກໃຫ້ພາສາລາວ

ເປັນເອກະລາດ ແລະມີການວັດທະນາການ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard