Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລົດໄຟຄວາມໄວສູງໃນອີກແງ່ມູມຫນຶ່ງທີ່ບໍ່ຄວນມອງຂາມ
Anonymous#120

Date:
RE: ລົດໄຟຄວາມໄວສູງໃນອີກແງ່ມູມຫນຶ່ງທີ່ບໍ່ຄວນມອງຂາມ


Acela Express ມີໃນພາກຕາເວັນອອກສ່ຽງເໜືອຂອງອາເມຣິກາເທົ່ານັ້ນ

ແລະມັນສາມາດແລ່ນໄດ້ 150Mph ຫຼື 240Km/h ໃນໄລຍະທາງ 731Km

ສ່ວນຣົຖໄຟຄວາມໄວສູງທີ່ລາວຈະສ້າງນັ້ນແລ່ນໄດ້ພຽງແຕ່ 120Mph ແລະ

ແລ່ນໃນໄລຍະທາງ 420 ກິໂລແມັດ ເທົ່ານັ້ນ.

ຂ້ອຍເຄີຍໄດ້ຍິນເຂົາຍົກເອົາເລື່ອງຣົຖໄຟຄວາມໄວສູງມາເວົ້າເກືອບໄດ້ 20

ປາຍປີແລ້ວ ເຂົາຢາກສ້າງຢູ່ພາກຕາເວັນຕົກສ່ຽງໃຕ້ ຈາກແຊແຟຣ໌ນຫາລາສ

ເວກັສ ແຕ່ພວກພໍ່ຄ້ານ້ຳມັນແລະພໍ່ຄ້ານ້ອຍໆຄັດຄ້ານ ໂຄງການນີ້ຈຶ່ງບໍ່ສາມາດ

ດຳເນີນໄດ້. ເຂົາອ້າງເຫດຜົນວ່າ ການຄົມມະນາຄົມໃນເຂດນີ້ມີຫຼາຍທາງເລືອກ

ໄປທາງບົກກໍ່ສະດວກເພາະມີທາງດ່ວນທີ່ໄດ້ມາດຕະຖານ ຈະໄປທາງອາກາດກໍ່

ສະດວກວ່ອງໄວ ບໍ່ຈຳເປັນຕ້ອງສ້າງເສັ້ນທາງຣົຖໄຟຄວາມໄວສູງໃຫ້ສິ້ນເປືອງງົບ

ເອົາງົບນັ້ນໄປສົ່ງເສີມການສຶກສາ ສົ່ງເສີມການສາທາຣະນະສຸກດີກວ່າ.

 



__________________
Anonymous

Date:

 

 

**********

ອັນ ສ່ຳວ່າ ຊິຂົນ ຜູ້ສາວລາວ ໄປຂາຍບໍລິການ

ເຂົາຂີ່ "ຈ້ຳ-ໂບ້" ... "ຕຸ໊ກ-ຕຸ໊ກ"

ບໍ່ໄດ້ລົງທຶນ ໃຫ້ເປືອງ ງົບປະມານ ແຫ່ງຊາດ ດອກ

ຖູໄປ ຖູມາ ຖູເຂົ້າ ຖູອອກ ... ບຶດດຽວ ກ່າໄດ້ຄ່າແຮງງານ "ເດັ້ງຮ່ອນ...ແລ້ວເດ່!!!!"



__________________
Anonymous

Date:

Anonymous wrote:
ຫຫ wrote:

ເຖິງວ່າລາວເຮົາຈະມີລົດໄຟຄວາມໄວສູງ ແຕ່ສຸດທ້າຍສິງກະໂປ,ມາເລເຊຍ ຫຼືໄທກາບໍ່ເອົານຳແນ່ນອນ

ເພາະບໍ່ມີຜົນປະໂຫຍດພຽງພໍທີ່ຈະເຮັດໃຫ້ເຂົາສ້າງ ລົດໄຟຄວາມໄວສູງກາປຽບຄືແຜນຕີອາຊຽນໃຫ້ແຕກ

ທັງດ້ານເສດຖະກິດແລະປະຊາກອນ ເຖິງວ່າສິງກະໂປ,ມາເລ,ໄທຈະມີເຊື້ອຈີນຫຼາຍແຕ່ເຂົາກາບໍ່ໄດ້ມັກ

ຄົນເຊື້ອຈີນຈາກແຜ່ນດິນໃຫຍ່

        ລະອີກຢ່າງສິນຄ້າທີ່ຈະໄປນຳສົ່ງອອກໃຫ້ຈີນກໍອາດຕ້ອງເສຍພາສີໃຫ້ເຂົາ ແຕ່ໃນຂະນະທີ່ຈີນອາດໃຊ້ລາວ

ເປັນທາງຜ່ານໃນການແຜ່ສິນຄ້າໂດຍປອດພາສີໄປສູ່ປະເທດຕ່າງໆ ເພາະວ່າອາຊຽນຈະບໍ່ມີພາສີລະຫວ່າງກັນ

ລະຄິດວ່າປະເທດອື່ນເຂົາຈະຍອມບໍ່?  ລະກາເປັນໄປໄດ້ຍາກທີ່ອາຊຽນກັບຈີນຈະຍົກເລິກພາສີລະຫວ່າງກັນ

ເພາະສິນຄ້າຈີນມີລາຄາຕົ້ນທຶນຖືກກວ່າຫຼາຍເທົ່າແລະການຜະລິດຫຼາຍຢ່າງກາບໍ່ໄດ້ມາດຕະຖານ

ຕົວຢ່າງງ່າຍໆກໍເບິ່ງທີ່ລາວໜິແຫຼະ ທີ່ແມ້ແຕ່ໄມ້ຄີບຖູ່ຫຼືໄມ້ຈິ້ມແຂ້ວຍັງຕ້ອງໄດ້ນຳເຂົ້າມາແຕ່ຫວຽດຫຼືໄທ

ເພາະມີຕົ້ນທຶນທີ່ຖືກກວ່າ ຂະໜາດໄທເອງຍັງຢ້ານສິນຄ້າທີ່ມາຈາກຈີນຕີຕະຫຼາດ

      ລາຄາປີ້ຄ່າລົດໄຟກາບໍ່ໄດ້ວ່າຈະຖືກອີກເດີ້ ລາຄາອາດຈະຖືກກວ່າຄ່າປີ້ຍົນໜ້ອຍດຽວຫຼືແພງກວ່າ

ອຸບັດຕິເຫດລະຫວ່າງລົດໄຟກັບຍົນເມື່ອມານັບສະເລ່ຍໃສ່ກັນແລ້ວແມ່ນຍົນມີໜ້ອຍກວ່າຫຼາຍ

      ເມກາປະເທດເສດຖະກິດໃຫຍ່ອັນດັບໜຶ່ງຂອງໂລກຍັງບໍ່ເຫັນວ່າຈະມີລົດໄຟຄວາມໄວສູງ(ເຖິງມີ

ກາອາດຈະບໍ່ໄດ້ຫຼາຍ) ເພາະຄົນເມກາສ່ວນຫຼາຍນິຍົມຂີ່ຍົນຫຼືຂີ່ລົດສ່ວນຕົວຫຼາຍກວ່າ

      ທາງທີ່ດີຄວນສ້າງຫົນທາງໃຫ້ທົ່ວປະເທດກ່ອນຫຼືສ້າງລົດທຳມະດາໄປເລີຍຈະມີປະໂຫຍດກວ່າອີກ


 ຄົນລາວກະຄືກັນ, ໜຶ່ງ ມັກເປັນສ່ວນຕົວ(ໃຊ້ລົດສ່ວນຕົວ) ສອງມາ ບໍ່ລຶ້ງໃຊ້ລົດໄຟ(ເພາະບໍ່ເຄືຍມີ)  ສາມ ລາຄາຫຼູດຄ່າປີ້ຍົນນິດດຽວ(ໃຊ້ຍົນໄວກວ່າ ແລ້ວກໍປອດໄພກວ່າ) ປະຊາກອນຂອງເຮົາກໍນິດດຽວ ຫາລູກຄ້າພາຍໃນບໍ່ໄດ້ ຖ້າແຕ່ລູກຄ້າຕ່າງປະເທດກະພໍດີເຈ້ງຕາຍ !


 ເງີນ 7-8 ພັນລ້ານໂດລາຊິເອົາມາສ້າງທາງລົດໄຟຄວາມໄວສູງເພື່ອຄວາມຈະເລີນກ້າວໜ້າ, ຢາກໃຫ້ຊາວໂລກຮູ້ວ່າປະເທດລາວຈະເລີນຊັ້ນຫວາ.  ມີແຕ່ເຂົາຊິຫົວຂັວນແລະດູມີນປະເທດລາວເຮົາຫັ້ນຕິວ່າໂງ່ເສັຍຫົວໃຫ້ຈີນ. ຖ້າວ່າຈີນມັນຢາກໃຫ້ລາວຈະເລີນແທ້ມັນໃຫ້ກູ້ຢືມໄດ້ ຕາມຈຳນວນນັ້ນ ແລ້ວເຮົາເອົາມາເຮັດແນວອື່ນຊິບໍ່ດີກ່ອນຫວາ ເຊັ່ນວ່າ: ມາເຮັດເສັ້ນທາງແຕ່ເໜືອຮອດໄຕ້, ແຕ່ລະແຂວງໃຫ້ມີເສັ້ນທາງ ໄຮເວເຊື່ອມຕໍ່ຫາກັນ, ເອົາມາເຮັດກອງທຶກຊຸກຍູ້ປະຊາຊົນເຮັດການຜະລິດກະສິກຳ, ຊຸກຍູ້ກະຕຸ້ນຫົວໜວ່ຍທຸລະກິດຂະໜາດນ້ອຍຫາກາງຂອງນັກລົງທຶກພາຍໃນໃຫ້ມີຄວາມເຂັ້ມແຂງສາມາດແຂ່ງຂັນກັບທຸລະກິດຕ່າງປະເທດໄດ້, ເອົາເງີນມາປັບປຸງສະຖານທີ່ທ່ອງທ່ຽວໃຫ້ມັນສວຍງາມໄດ້ມາດຖານ ແລະບັນຫາອື່ນອີກ ເພາະເງີນຈຳນວນມະຫາສານນີ້ສາມາດນຳໄຊ້ໄປພັດທະນາຫລາຍດ້ານໃຫ້ຈະເລີນກວ່າທີ່ຈະເອົາໄປສ້າງແຕ່ທາງລົດໄຟຄວາມໄວສູງຫັ້ນຕິ. ຖ້າວ່າເອົາເງີນຈຳນວນນີ້ໄປພັດທະນາດ້ານຕ່າງໆ ທີ່ຍົກຕົວຢ່າງມານີ້ໄດ້ຄວາມຈະເລີນມັນຫາກຊິຕາມມາດອກ. ບໍ່ແມ່ນຊິເອົາແຕ່ທາງລົດໄຟມາວັດດອກວ່າມີລົດໄຟລະປະເທດຊາດຊິຈະເລີນ. ຜູ້ເຂົາຟັງແລ້ວມັນເປັນຕາຢາກຫົວ ຄັນຊັ້ນແຕ່ລະປະເທດເຂົາກະບໍ່ສຸມໃສ່ວຽກອື່ນແລ້ວ, ເຂົາກະຕ້ອງສຸມໃສ່ແຕ່ທາງລົດໄຟຫັ້ນຕິກ່ອນນະ. 



__________________
Anonymous

Date:

Anonymous wrote:

ເວົ້າເລື່ອງຄວາມຢາກຈະເລີນກ້າວໜ້າມີລົດໄຟຄວາມໄວສູງ, ເປັນສີ່ງທີ່ອຳນວຍຄວາມສະດວກ, ຖ້າໄປຖາມໃຜ, ໃຜກໍ່ຕ້ອງການທັງນັ້ນ. ບໍ່ມີໃຜດອກຢາກຢູ່ກັບຄວາມຫລ້າຫລັງດ້ອຍພັດທະນາ, ແຕ່ພວກເຮົາຄວນເບີ່ງຄວາມເປັນຈີງບໍ່? ຍົກຕົວຢ່າງ : ຄອບຄົວຂ້ອຍມີຖານະພໍຢູ່ພໍກິນຫາເຊົ້າກິນຄຳ່ ບໍ່ໄດ້ໄປຢືມເງີນຫລືເປັນໜີ້ຜູ້ໃດເພື່ອເອົາເງີນມາຊື້ກີນ. ຄອບຄົວຂອງຂ້ອຍພັດມີດີນຕອນໜື່ງເປັນມູນມັງສັງຂະຫຍາທີ່ພໍ່ແມ່ເຫລືອໄວ້ໃຫ້ລູກທັງໝົດ , ແຕ່ມາມື້ໜຶ່ງຂ້ອຍເຫັນໝູ່ຊື້ລົດ ເລັກຊັດ ຫລື ແລນຄຸຍເຊີມາຂີ່ ແຕ່ໝູ່ຂ້ອຍນັ້ນເຮັດທຸລະກິດມີເງິນເປັນຕື້. ຖ້າມີຄົນມາຖາມຂ້ອຍວ່າຂ້ອຍຢາກມີລົດຂີ່ຄືໝູ່ຂ້ອຍບໍ່, ຂ້ອຍຕອບໄດ້ເລີຍວ່າຢາກມີ. ແຕ່ເຂົາບອກໃຫ້ຂ້ອຍໄປຢືມເງີນເຂົາມາຊື້ແມ້ເຂົາຊິໃຫ້ຢືມແບບຄິດໄລ່ດອກເບັ້ຍ. ແລະມີທີ່ດີນເປັນສີ່ງຄຳ້ປະກັນ. ເວລານັ້ນເຈົ້າລອງຄິດເບີ່ງດູວ່າມັນສົມຄວນບໍທີ່ຈະໄປຢືມເງີນເຂົາມາຊື້ລົດຂີ່ດ້ວຍຄວາມຢາກໄດ້ລົດມາຂີ່ແບບໝູ່. ທັ້ງໆ ທີ່ຕົນຫາເງິນພໍແຕ່ໄດ້ຊື້ກີນໄປວັນໆ ແຕ່ຢາກມີຄືໝູ່, ຖ້າຢາກໄດ້ແທ້ໆ ກໍ່ຄວນຊື້ລົດຮຸນໄດ ຫລື ວີໂກ້ເທົ່ານັ້ນກໍເຫັນວ່າພຽງພໍແລ້ວ. ເປັນຫຍັງຕ້ອງເອົາຮອດເລັກຊັດ ຫລືແລນຄຸຍເຊີ. ບັນຫານີ້ລອງໃຫ້ປະຊາຊົນລາວເຮົາ, ຜູ້ເປັນຕົວແທນປະຊາຊົນລາວເຮົາລອງຄິດຫງຳນຳກັນເບີ່ງດຸ. 


 ຍາດໂຍມເຮີຍອັຕມາວ່າ:

ມັນກໍ່ຍາກນຳຄົນເຮົາສ່ວນຫລາຍແມ່ນເຕັມໄປດ້ວຍຄວາມມີກິເຣດຕັນຫາ

ຄວາມບໍ່ຮູ້ຈັກພໍ ຄວາມເຫັນແກ່ໂຕນີ້ແລ

ຕົນເອງສຸກສບາຍກໍ່ພໍ ຄົນອື່ນເດືອດຮ້ອນຊ່າງມັນ

ຈເຣີນພອນ



__________________
Anonymous

Date:

ຂນາດໄປຂໍຢືມມາສ້າງທາງລົດໄຟຄວາມໄວສູງເພື່ອຕອບສະໜອງຜົນປະໂຫຍດ

ຂອງຈີນເອງແທ້ໆເຂົາຍັງຈົກຍາກແລ້ວ ຂຍອນຊິໄປຂໍຢືມມາສ້າງທາງເຊື່ອມໂຍງ

ພາຍໃນເຂົາກະແຮງຊິບໍ່ໃຫ້ຢືມພໍຢ໊ວນ.

ພະນະທ່ານນາຍົກທອງສິງ ທຳມະວົງ ຕັດສິນໃຈຖືກຕ້ອງແລ້ວ, ຖ້າເພິ່ນສຳເລັດ

ໂຄງການນີ້ໄດ້ ຊື່ສຽງຂອງເພິ່ນຈະໄດ້ຈາລຶກໄວ້ໃນປຶ້ມປະຫວັດສາດຄຳຂອງໂລກ

ແລະປະເທດໄກ້ຄຽງກໍ່ຈະໃຫ້ກຽດແລະນັບຖືຄົນລາວຫຼາຍຂຶ້ນ.



__________________
Anonymous

Date:

ເວົ້າເໝືອນສານລັດຖະທຳມະນູນຂອງໄທເປະເລີຍ ຮ່າໆພວກດຽວກັນນີ້ ຖ້າພວກນີ້ມີອຳນາດ ປະເທດລາວຕ້ອງໄດ້ອະນຸລັກຄົນເຖົ້າຄົນແກ່ພວກນີ້ ຈົນກາຍເປັນຂອງມີຄ່າວັດຖຸບູຮານ



__________________
Anonymous

Date:

Anonymous wrote:

 ໂຄງການ ການລົງທຸນ ສ້າງລົດໄຟຄວາມໄວສູງ ໃນ ສປປລ  ເປັນ ການລົງທຸນທີ່  ກຸ້ມຄ່າ ແລະ ສາມາດສ້າງ ກໍາໄຣ ໃຫ້ແກ່  ລຖບ ຢ່າງມາກມາຍດ້ວຍເຫດຜົນດັ່ງຕໍ່ໄປນີ້:

 

ກ. ປຊຊ ຊັ້ນກາງ ແລະ ຊັ້ນຮັ່ງມີ ຂອງ ຈີນ ຕ້ອງຫັ່ລງໃຫລເຂົ້າມາລາວປານຟອງນໍ້າ Tsunami ເພືອ່ ຢາກມາຊົມ ແມງ ກະບີ້ບິນໃນ ສປປລ,

ຂ. ປຊຊ ຊັ້ນກາງ ແລະ ຊັ້ນຮັ່ງມີຂອງຈີນ ຕ້ອງຫລຸລັ່ງທັ່ງເທເຂົ້າລາວນັບລ້ານ ຫາກມີລົດໄຟຄວາມໄວສູງ ເພືອ່ມາ ທັສນະສຶກສາ ເບີ່ງ ຄວາຍ ສປປລ ເຊີງ ຄວາຍ ສປປລ,

ຄ. ປຊຊ ຊັ້ນກາງ ແລະ ຊັ້ນຮັ່ງມີຂອງຈີນ  ຫລາຍສິບລ້ານ ຕ້ອງໄຊ້ລົດໄຟ ຄວາມໄວສູງເພືອ່ມາ  ທ່ຽວຊົມ  ພະຍານາກ ເປົົ່າໄຟ ໃນ ສປປລ,

 

  ຂໍ້ມູນ ຈາກ Senior economist Thongsing Thammavong,  Kaison Political and Economical Think Tank..


 


Which university did he graduate from ?

Vietnam or China. No wonder ! Laos is still

the poorest and the least developed country.



__________________
«First  <  1 2 | Page of 2  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard