Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລົດໄຟຄວາມໄວສູງໃນອີກແງ່ມູມຫນຶ່ງທີ່ບໍ່ຄວນມອງຂາມ
Anonymous

Date:
ລົດໄຟຄວາມໄວສູງໃນອີກແງ່ມູມຫນຶ່ງທີ່ບໍ່ຄວນມອງຂາມ

image

ລາວຈະທຸກຊໍ້າ ຈີນມີແຕ່ໄດ້

ນັກຊ່ຽວຊານ ດ້ານ ເຖສກິດ ໃຫ້ ເຫດຜົນວ່າ ລາວ ຍັງເປັນ ປະເທດ ທີ່ທຸກຍາກ ຢູ່ ມີຜົນຜລິດ ລວມ ພາຍໃນ ປະເທດ ຫລື ຈີດີພີ ບໍ່ເຖິງ 10 ຕື້ ດອນລ່າ ສະຫະຣັຖ ແຕ່ຈະຢືມ ເງິນ ເຖິງ 7 ຕື້ ດອນລ່າ ເພື່ອສ້າງ ທາງ ຣົດໄຟ ຊຶ່ງເທົ່າໆ ກັບ 70 ສ່ວນຮ້ອຍ ຂອງ ຈີດີພີ.

ຕາມກົດ ຣະບຽບ ຂອງ ການຢືມເງິນ ຣະຫວ່າງ ຊາດ ແລ້ວ ຈະບໍ່ມີ ປະເທດໃດ ໃນໂລກ ທີ່ຈະກ້າ ຢືມເງິນ ຫລາຍ ເຖິງປານນັ້ນ ແລະ ກໍຈະບໍ່ມີ ປະເທດໃດ ໃນໂລກ ເຊັ່ນກັນ ທີ່ ຈະກ້າໃຫ້ ປະເທດ ອື່ນ ທີ່ ມີຣາຍໄດ້ ຣາຍຮັບ ໜ້ອຍຄື ລາວ ຢືມເງິນ ຢ່າງ ມະຫາສານ ແບບນັ້ນ.

ອົງການ ກອງທຶນເງິນ ສາກົນ ຫລື IMF ເຕືອນ ຣັຖບານ ລາວ ວ່າ ການຢືມເງິນ ເຖິງ 7 ຕື້ ດອນລ່າ ຈະເຮັດໃຫ້ ປະເທດ ລາວ ຕິດໜີ້ ຕ່າງ ປະເທດ ເພິ້ມຂື້ນ ເປັນ 125 ສ່ວນຮ້ອຍ ຂອງ ຈີດີພີ ເພິ້ມຂື້ນ ຈາກ ໜີ້ ປັດຈຸບັນ 35 ສ່ວນຮ້ອຍ ເຖິງ 5 ເທົ່າ. ນັ້ນຖືວ່າ ເປັນການ ຢືມເງິນ ເກີນ ຄວາມ ສາມາດ, ປະເທດລາວ ຈະຕົກຢູ່ ໃນ ສະພາບ ເສຖກິດ ບໍ່ທຸນທ່ຽງ. ນັກລົງທຶນ ຕ່າງ ປະເທດ ຈະບໍ່ກ້າ ໄປລົງທຶນ ຢູ່ລາວ ເພາະຂາດ ຄວາມ ເຊື່ອໝັ້ນ ໃນ ເສຖກິດ ຂອງລາວ.

ຮ້າຍໄປກວ່ານັ້ນ ນັກ ເສຖສາດ ຕ່າງ ປະເທດ ຍັງເຕືອນ ຣັຖບານ ລາວ ອີກວ່າ ການຢືມເງິນ ຫລາຍ ເຖິງປານນັ້ນ ບໍ່ພຽງແຕ່ ຈະເຮັດໃຫ້ ເສຖກິດ ຂອງລາວ ບໍ່ທຸນທ່ຽງ ເທົ່ານັ້ນ ແຕ່ ຍັງຈະ ເຮັດໃຫ້ ປະເທດ ລາວ ສູນເສັຍ ເອກກະຣາຊ ແລະ ອະທິປະໄຕ ສ່ວນໃດ ສ່ວນນຶ່ງ ໄປນຳ.

ຈົນເຖິງ ປັດຈຸບັນ ຣັຖບານ ລາວ ກໍຍັງ ບໍ່ທັນ ເປີດເຜີຍ ຣາຍລະອຽດ ວ່າ ປະເທດ ແລະ ປະຊາຊົນ ລາວ ຈະໄດ້ຮັບ ຜົນປະໂຍດ ແນວໃດ ຈາກ ທາງຣົດໄຟ ຄວາມໄວ ສູງ ແລະ ຈະໃຊ້ໜີ້ ຄືນແນວໃດ. ນັກ ເສຖສາດ ຄິດວ່າ ຖ້າ ຣັຖບານ ລາວ ຫວັງວ່າ ຈະໃຊ້ໜີ້ ຄືນ ໂດຍອາໄສ ຊັພຍາກອນ ທັມມະຊາດ ເຊັ່ນ ແຮ່ທາດ ຄຳ ແລະ ທອງ. ແຕ່ຖ້າ ຣາຄາ ແຮ່ທາດ ເຫລົ່ານີ້ ຕົກຕ່ຳ ລົງ ຣັຖບານ ລາວ ຈະຫາເງິນ ຈາກໃສ ເພື່ອ ໃຊ້ໜີ້ ຄືນ.

ສລຸບແລ້ວ ນັກເສຖສາດ ເວົ້າວ່າ ການສ້າງ ທາງຣົດໄຟ ຄວາມໄວ ສູງ ຣະຫວ່າງ ລາວ-ຈີນ ນັ້ນ ແທນທີ່ ຈະເຮັດໃຫ້ ປະເທດລາວ ຈະເຣີນ ກ້າວໜ້າ ອາດຈະແຮ່ງ ເຮັດໃຫ້ ລາວ ທຸກຍາກລົງ ຊ້ຳຕື່ມ. ສ່ວນຈີນ ແຮ່ງ ຈະດີໃຈ ເພາະ ຈະໄດ້ສົ່ງ ສິນຄ້າ ໄປຕາມ ທາງຣົດໄຟ ລົງໄປ ເຖິງໄທ ມາເລເຊັຍ ແລະ ສິງກະໂປ.

__________________
ໜຸ່ມບ້ານນາ

Date:
RE: ລົດໄຟຄວາມໄວສູງໃນອີກແງ່ມູມຫນຶ່ງທີ່ບໍ່ຄວນມອງຂາມ

ຣັຖບານ ສປປ ລາວ ແລະປະຊາຊົນລາວຈະຮັ່ງມີພູນສຸກຍ້ອນເສັ້ນທາງ

ຣົຖໄຟຄວາມໄວສູງເສັ້ນນີ້. ປະເທດ ສປປ ລາວ ຈະຖືກລຶບຂອງຈາກ

ບັນຊີລາຍຊື່ຂອງປະເທດດ້ອຍພັດທະນາຍ້ອນ ສປປ ລາວ ມີຣົຖໄຟຄວາມ

ໄວສູງ ມີດາວທຽມ ໃຊ້ ແລະອີກບໍ່ດົນ ສປປ ລາວ ກໍ່ຈະມີໂຮງງານພະລັງ

ງານໄຟຟ້ານິວເຄຍຄືກັບປະເທດທີ່ພັດທະນາແລ້ວ.

ເດີນໜ້າຕໍ່ໄປ ພະນະທ່ານນາຍົກ ທອງສິງ ທຳມະວົງ, ປະວັດສາດຈະຈາລຶກ

ຄຸນງາມຄວາມດີຂອງທ່ານໄວ້ໃນປຶ້ມປະຫວັດຄຳທີ່ທ່ານໄດ້ຊາວໂລກຮູ້ລົດ

ເຜັດຂອງໝາກເຜັດຂີ້ໜູ.

__________________
Anonymous

Date:

ການລົງທຶນ ຕອ້ງໄດ້ມີການຄິດໄລ່

ຜ່ນມາລັດຖະບານ ໄດ້ມອບໃຫ້ ນານທຶນຕ່າງປະເທດລົງທຶນໄປແລວ້ຫລາຍຕື້ໂດລາ ໂດຍສະເພາະບັນດາເຂື່ອນ ຄືນຳ້ເທີນ 2 ຫລາຍກວ່າ ຕື້ ເຂື່ອນໄຊຍະບູຣີ ຫລາຍກວ່າ 3ຕື້ ບໍ່ຄຳເຊໂປນ ພູເບັ້ຍ ບໍ່ຈັກທໍ່ໄດຕື້

ຖ້າດຶງເອກະຊົນມາຮວ່ມມື ລັດຖະບານຖືຮຸ້ນສາຈັກ 5ຫາ 10% ກໍນອ້ຍຕື້ດຽວ

ຢ່າວ່າສີບໍ່ມີທາງອອກ

ບໍ່ໂງ່ພໍທີ່ຈະເອົາເງິນມະຫາສານມາສ້າງທາງລົດໄຟອັນດຽວດອກ

ລອງຖ້າເບິ່ງ ບໍ່ຮອດ 50ປີດອກ ແຕ່ 5ປີນີ້ລະ

__________________
Anonymous

Date:

Anonymous wrote:

ການລົງທຶນ ຕອ້ງໄດ້ມີການຄິດໄລ່

ຜ່ນມາລັດຖະບານ ໄດ້ມອບໃຫ້ ນານທຶນຕ່າງປະເທດລົງທຶນໄປແລວ້ຫລາຍຕື້ໂດລາ

ໂດຍສະເພາະບັນດາເຂື່ອນ ຄືນຳ້ເທີນ 2 ຫລາຍກວ່າ ຕື້ ເຂື່ອນໄຊຍະບູຣີ ຫລາຍກວ່າ 3ຕື້ ບໍ່ຄຳເຊໂປນ ພູເບັ້ຍ ບໍ່ຈັກທໍ່ໄດຕື້

ຖ້າດຶງເອກະຊົນມາຮວ່ມມື ລັດຖະບານຖືຮຸ້ນສາຈັກ 5ຫາ 10% ກໍນອ້ຍຕື້ດຽວ

ຢ່າວ່າສີບໍ່ມີທາງອອກ

ບໍ່ໂງ່ພໍທີ່ຈະເອົາເງິນມະຫາສານມາສ້າງທາງລົດໄຟອັນດຽວດອກ

ລອງຖ້າເບິ່ງ ບໍ່ຮອດ 50ປີດອກ ແຕ່ 5ປີນີ້ລະ

 ກໍ່ຍ້ອນວ່າມີການຄິດໄລ່ຄືເຈົ້າເວົ້າຫັ້ນແລ້ວ ເຂົາຈື່ງວ່າຄືແນວນັ້ນ

ໂຄງການນີ້ ແມ່ນແຕ່ນັກເສດຖະສາດຂອງຈີນເອງກໍ່ໄດ້ຂຽນບົດວິເຄາະ

ທາງດ້ານປະສິດທິຜົນຂອງເສດຖະກິດອອກມາແລ້ວ ວ່າບໍ່ຜົນຕອບແທນ

ບໍ່ກຸ້ມຄ່າຕໍ່ການລົງທືນ ກໍ່ຄືມີແຕ່ຫລຸບທືນນັ້ນເອງ. ບໍລິສັດທີ່ຈະເຂົ້າມາລົງ

ທືນກໍ່ຖອຍທັນທີ ມີແຕ່ໃຫ້ຄຳເຫັນວ່າ ຖ້າລັດຖະບານລາວຢາກສ້າງກໍ່ມີ

ແຕ່ລົງທືນເອງ, ຈີ່ງວ່າໄປຂໍຢືມເງີນ $7000M ນຳຈີນມາລົງທືນ ແລະ

ກໍ່ແກ່ຍາວມາເຖີງປະຈຸບັນ ຍ້ອນຜູ້ນຳຈີນເຫັນວ່າຈະມີແຕ່ເຈັ້ງ ເຂົາອີດູຕົນ

ບໍ່ຢາກໃຫ້ລາວແບກກ້ອນໜີອັນມະຫາສານນີ້. ມູນຄ່າບໍ່ໄດ້ຢຸດຢູ່ທີ່ $7000M

ດອກ ຍັງຕ້ອງຈ້າງບໍລິສັດຈີນມາດຳເນີນງານອີກ (Operating)ນານເຖີງ 30ປີ

ເພາະລາວຍັງບໍ່ມີຄວາມສາມາດດຳເນີນງານເອງໄດ້, ຄິດໄລ່ແລ້ວ ແຕະລະດັບ

$10,000M. ນາຍທືນເຂົາຍີ່ງມີການວິເຄາະລະອຽດກ່ອນຕັດສີນໃຈ ຖ້າບໍ່ມີປະ

ສິດທິຜົນເຂົາຈະບໍ່ລົງທືນດອກ ມັນຕ່າງກັບກໍລະນີບໍ່ຄຳເຊໂປນ ແລະ ບໍ່ຄຳພູເບ້ຍເດີ

__________________
Anonymous

Date:

ແຜນການເສດຖະກິດ-ສັງຄົມທີ່ລັດຖະບານລາວກຳລັງເຮັດຢູ່ໃນປັດຈຸບັນນີ້ກໍ່ແມ່ນເຮັດຕາມ

ຄຳແນະນຳຂອງນັກຊ່ຽວຊານຕ່າງປະເທດບໍ່ແມ່ນຮ່າວໄດ້ຮ່າວເຮັດ ເມື່ອນັກເສດຖະລາວສຶກສາ

ຄົ້ນຄວ້າແລະຕົກລົງເປັນເອກະສັນກັນແລ້ວຈຶ່ງສະເໜີຂັ້ນເທິງ.

ໃນອະນາຄົດ ລາວຈະກາຍເປັນປະເທດທີ່ຮັ່ງມີເຂັ້ມແຂງປະເທດນຶ່ງໃນກຸ່ມອາຊຽນ ແລະໃນທະວີບ

ອາຊີ.

__________________
Anonymous

Date:

http://www.pasaxon.org.la/Index/10-4-14/Content2.html

ສຳລັບບັນຫາທາງລົດໄຟສອງ ສະຫາຍນາຍົກ ສປປ ລາວ ແລະ ສປ ຈີນ ຢືນຢັນຢ່າງໜັກ ແໜ້ນວ່າຈະສືບຕໍ່ໃຫ້ການສະ ໜັບສະໜູນໂຄງການລົດໄຟ ລາວ - ຈີນ ແລະ

ໃຫ້ທາງສອງ ຝ່າຍຮີບຮ້ອນເຈລະຈາ ແລະ ຊອກຫາຮູບແບບການຮ່ວມມື ທີ່ມີປະສິດທິຜົນຕ່າງຝ່າຍຕ່າງ ມີຜົນປະໂຫຍດ,

__________________
Anonymous

Date:

ຖ້າເປັນໂຄງການທີ່ລາວໄດ້ຜົນປະໂຫຍດຫຼາຍກວ່າມັນກໍ່ເປັນໂຄງການທີ່

ຄວນສະໜັບສະໜູນ, ແຕ່ຜ່ານມາຈີນຈະໄດ້ຫຼາຍກ່ວາ.

__________________
ສັງງສິນໄຊ

Date:

Anonymous wrote:

ການລົງທຶນ ຕອ້ງໄດ້ມີການຄິດໄລ່

ຜ່ນມາລັດຖະບານ ໄດ້ມອບໃຫ້ ນານທຶນຕ່າງປະເທດລົງທຶນໄປແລວ້ຫລາຍຕື້ໂດລາ ໂດຍສະເພາະບັນດາເຂື່ອນ ຄືນຳ້ເທີນ 2 ຫລາຍກວ່າ ຕື້ ເຂື່ອນໄຊຍະບູຣີ ຫລາຍກວ່າ 3ຕື້ ບໍ່ຄຳເຊໂປນ ພູເບັ້ຍ ບໍ່ຈັກທໍ່ໄດຕື້

ຖ້າດຶງເອກະຊົນມາຮວ່ມມື ລັດຖະບານຖືຮຸ້ນສາຈັກ 5ຫາ 10% ກໍນອ້ຍຕື້ດຽວ

ຢ່າວ່າສີບໍ່ມີທາງອອກ

ບໍ່ໂງ່ພໍທີ່ຈະເອົາເງິນມະຫາສານມາສ້າງທາງລົດໄຟອັນດຽວດອກ

ລອງຖ້າເບິ່ງ ບໍ່ຮອດ 50ປີດອກ ແຕ່ 5ປີນີ້ລະ

 ເຫັນດີນຳເຈົ້າ ອີກທັງສ້າງທາງລົດໄຟ ຈະເປັນຜົນດີໃຫ້ລາວເຮົາ ໄດ້ມີໂອກາດພັດທະນາປະເທດຫຼາຍຂື້ນ

__________________
Anonymous

Date:

ສັງງສິນໄຊ wrote:

High speed train will not help Laos to be developped fast and will not help Laotian to be out from proverty. Laos need regular diesel fuel train or electric train for export and import the goods ( products) from the factory to the harbor and the warehouse  and to the market only .

6a00d8341c630a53ef015391c687af970b-800wi

490191_1_b.jpg

No need high speed train or luxury train in Laos.

High speed rail

NO need high speed train.  Need  only regular transportation train.

__________________
Anonymous

Date:

ຕາມທີ່ໄດ້ຍິນຄົນຈີນທີ່ມາກິນ donuts ແກ້ມກາເຟລົມກັນ, ເຂົາວ່າ ຈີນມີເງິນໃຫ້ລາວຢືມ

ແຕ່ເຂົາບໍ່ທັນໃຫ້ຢືມເທື່ອ ຖ້າລາວເຊົາເກາະແຂນກັບວຽດມື້ໃດ ມື້ນັ້ນເງິນຮອດມືທັນທີ.

__________________
Anonymous

Date:

ຖ້າຢືມເງິນກໍ່ຈະກາຍເປັນແຂວງ1 ຂອງຈີນ
ຄົນລາວຈະຫມົດສິດ ເປັນຄົນລາວທັນທີ?

__________________
Anonymous

Date:

Anonymous wrote:

ຖ້າຢືມເງິນກໍ່ຈະກາຍເປັນແຂວງ1 ຂອງຈີນ
ຄົນລາວຈະຫມົດສິດ ເປັນຄົນລາວທັນທີ?

 ຂ້ອຍເຊື່ອວ່າ ຖ້າປະຊາຊົນໃນປະເທດລາວເລືອກໄດ້ ເຂົາຄົງເລືອກເອົາຈີນ

ເພາະຟັງຄວາມຈີນບໍ່ເສັຽແນວເຂົ້າປູກ.

__________________
Anonymous

Date:

Anonymous wrote:
Anonymous wrote:

ການລົງທຶນ ຕອ້ງໄດ້ມີການຄິດໄລ່

ຜ່ນມາລັດຖະບານ ໄດ້ມອບໃຫ້ ນານທຶນຕ່າງປະເທດລົງທຶນໄປແລວ້ຫລາຍຕື້ໂດລາ

ໂດຍສະເພາະບັນດາເຂື່ອນ ຄືນຳ້ເທີນ 2 ຫລາຍກວ່າ ຕື້ ເຂື່ອນໄຊຍະບູຣີ ຫລາຍກວ່າ 3ຕື້ ບໍ່ຄຳເຊໂປນ ພູເບັ້ຍ ບໍ່ຈັກທໍ່ໄດຕື້

ຖ້າດຶງເອກະຊົນມາຮວ່ມມື ລັດຖະບານຖືຮຸ້ນສາຈັກ 5ຫາ 10% ກໍນອ້ຍຕື້ດຽວ

ຢ່າວ່າສີບໍ່ມີທາງອອກ

ບໍ່ໂງ່ພໍທີ່ຈະເອົາເງິນມະຫາສານມາສ້າງທາງລົດໄຟອັນດຽວດອກ

ລອງຖ້າເບິ່ງ ບໍ່ຮອດ 50ປີດອກ ແຕ່ 5ປີນີ້ລະ

 ກໍ່ຍ້ອນວ່າມີການຄິດໄລ່ຄືເຈົ້າເວົ້າຫັ້ນແລ້ວ ເຂົາຈື່ງວ່າຄືແນວນັ້ນ

ໂຄງການນີ້ ແມ່ນແຕ່ນັກເສດຖະສາດຂອງຈີນເອງກໍ່ໄດ້ຂຽນບົດວິເຄາະ

ທາງດ້ານປະສິດທິຜົນຂອງເສດຖະກິດອອກມາແລ້ວ ວ່າບໍ່ຜົນຕອບແທນ

ບໍ່ກຸ້ມຄ່າຕໍ່ການລົງທືນ ກໍ່ຄືມີແຕ່ຫລຸບທືນນັ້ນເອງ. ບໍລິສັດທີ່ຈະເຂົ້າມາລົງ

ທືນກໍ່ຖອຍທັນທີ ມີແຕ່ໃຫ້ຄຳເຫັນວ່າ ຖ້າລັດຖະບານລາວຢາກສ້າງກໍ່ມີ

ແຕ່ລົງທືນເອງ, ຈີ່ງວ່າໄປຂໍຢືມເງີນ $7000M ນຳຈີນມາລົງທືນ ແລະ

ກໍ່ແກ່ຍາວມາເຖີງປະຈຸບັນ ຍ້ອນຜູ້ນຳຈີນເຫັນວ່າຈະມີແຕ່ເຈັ້ງ ເຂົາອີດູຕົນ

ບໍ່ຢາກໃຫ້ລາວແບກກ້ອນໜີອັນມະຫາສານນີ້. ມູນຄ່າບໍ່ໄດ້ຢຸດຢູ່ທີ່ $7000M

ດອກ ຍັງຕ້ອງຈ້າງບໍລິສັດຈີນມາດຳເນີນງານອີກ (Operating)ນານເຖີງ 30ປີ

ເພາະລາວຍັງບໍ່ມີຄວາມສາມາດດຳເນີນງານເອງໄດ້, ຄິດໄລ່ແລ້ວ ແຕະລະດັບ

$10,000M. ນາຍທືນເຂົາຍີ່ງມີການວິເຄາະລະອຽດກ່ອນຕັດສີນໃຈ ຖ້າບໍ່ມີປະ

ສິດທິຜົນເຂົາຈະບໍ່ລົງທືນດອກ ມັນຕ່າງກັບກໍລະນີບໍ່ຄຳເຊໂປນ ແລະ ບໍ່ຄຳພູເບ້ຍເດີ

 ມັນບັໍແມ່ນ 7000 M  ແຕ່່ມັນແມ່ນ 7000 B ແລະອາດຈະເຸິຖງ 10000 B ລັດຖະບານລາວຢາກໄດ້ຂອງຫຼື້ນລາຄາແພງ ແຕ່ຕົນເອງບໍ່ມີເງິນ ແລ້ວກະດີ້ນ ຕີນຂໍມືງໍ ໂອຍ ! ໜ້າສົງສານ ! ບໍ່ຕ່າງຫຍັງກັບພໍ່ນາມີນາ 10 ເຮັກຕາ ແລ້ວຢາກໄດ້ Rolls Royce ມາຂີ່ !

__________________
Anonymous

Date:

[video= ຣັຖບານ ສປປ ລາວ ແລະປະຊາຊົນລາວຈະຮັ່ງມີພູນສຸກຍ້ອນເສັ້ນທາງ ຣົຖໄຟຄວາມໄວສູງເສັ້ນນີ້. ປະເທດ ສປປ ລາວ ຈະຖືກລຶບຂອງຈາກ ບັນຊີລາຍຊື່ຂອງປະເທດດ້ອຍພັດທະນາຍ້ອນ ສປປ ລາວ ມີຣົຖໄຟຄວາມ ໄວສູງ ມີດາວທຽມ ໃຊ້ ແລະອີກບໍ່ດົນ ສປປ ລາວ ກໍ່ຈະມີໂຮງງານພະລັງ ງານໄຟຟ້ານິວເຄຍຄືກັບປະເທດທີ່ພັດທະນາແລ້ວ. ເດີນໜ້າຕໍ່ໄປ ພະນະທ່ານນາຍົກ ທອງສິງ ທຳມະວົງ, ປະວັດສາດຈະຈາລຶກ ຄຸນງາມຄວາມດີຂອງທ່ານໄວ້ໃນປຶ້ມປະຫວັດຄຳທີ່ທ່ານໄດ້ຊາວໂລກຮູ້ລົດ ເຜັດຂອງໝາກເຜັດຂີ້ໜູ.

___________________________________________________________________________________________________-

ຜ່ານມາເຮັດຫຍັງໄດ້ແດ່ ທ່ານໝາກເຜັດຂີ້ໜູ ??? ສ້າງຫົນທາງໃນຕົວເມືອງວຽງຈັນຍັງບໍ່ເປັນຊີ້ນເປັນອັນ ຍັງສິເອັາໜີ້ມາຖົມຫົວປະຊາຊົນອີກ ເບື່ອ !

__________________
Anonymous

Date:

ບໍ່ມີປະເທດໃດແລະທະນາຄານໃດດອກທີ່ຈະໂງ່ໃຫ້ລັດຖະບານລາວຢືມເງິນເຖິງ $7000ລ້ານສຫຣ

ເພາະ GDP ຂອງລາວມີພຽງ $10,000ລ້ານສຫຣ. ແລ້ວຈະເອົາປັນຍາໃສຫາເງິນມາໄຊ້ໜີ້ເຂົາ,

ແຕ່ຂັ້ນບໍ່ທັນໄດ້ສ້າງທາງລົດໄຟ ເບິ່ງລັດຖະບານຕິດໜີ້ເງິນເດືອນລັດຖະການບໍ່ຈັກກີ່ຫຼົບກີ່ຕ່າວ.

ບໍ່ແມ່ນວ່າສ້າງທາງລົດໄຟຄວາມໄວສູງສຳເລັດແລ້ວເງິນຈະຫລັ່ງມາເທມາຄືສາຍນ້ຳນີ້. ນັກວິຊາການ

ທາງດ້ານລົດໄຟທຳມະດາລາວກໍຍັງບໍ່ທັນມີ ເສືອກກະໂດດຂ້າມໄປໃສ່ຄວາມໄວສູງ ກໍຈຳເປັນຕ້ອງໄດ້

ຈ້າງຄົນຈີນທຸກຢ່າງສະເພາະ Train tracks maintenance and PM.

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ການລົງທຶນ ຕອ້ງໄດ້ມີການຄິດໄລ່

ຜ່ນມາລັດຖະບານ ໄດ້ມອບໃຫ້ ນານທຶນຕ່າງປະເທດລົງທຶນໄປແລວ້ຫລາຍຕື້ໂດລາ

ໂດຍສະເພາະບັນດາເຂື່ອນ ຄືນຳ້ເທີນ 2 ຫລາຍກວ່າ ຕື້ ເຂື່ອນໄຊຍະບູຣີ ຫລາຍກວ່າ 3ຕື້ ບໍ່ຄຳເຊໂປນ ພູເບັ້ຍ ບໍ່ຈັກທໍ່ໄດຕື້

 ຖ້າດຶງເອກະຊົນມາຮວ່ມມື ລັດຖະບານຖືຮຸ້ນສາຈັກ 5ຫາ 10% ກໍນອ້ຍຕື້ດຽວຢ່າວ່າສີບໍ່ມີທາງອອກ

ບໍ່ໂງ່ພໍທີ່ຈະເອົາເງິນມະຫາສານມາສ້າງທາງລົດໄຟອັນດຽວດອກລອງຖ້າເບິ່ງ ບໍ່ຮອດ 50ປີດອກ ແຕ່ 5ປີນີ້ລະ

 ກໍ່ຍ້ອນວ່າມີການຄິດໄລ່ຄືເຈົ້າເວົ້າຫັ້ນແລ້ວ ເຂົາຈື່ງວ່າຄືແນວນັ້ນ

ໂຄງການນີ້ ແມ່ນແຕ່ນັກເສດຖະສາດຂອງຈີນເອງກໍ່ໄດ້ຂຽນບົດວິເຄາະ

ທາງດ້ານປະສິດທິຜົນຂອງເສດຖະກິດອອກມາແລ້ວ ວ່າບໍ່ຜົນຕອບແທນ

ບໍ່ກຸ້ມຄ່າຕໍ່ການລົງທືນ ກໍ່ຄືມີແຕ່ຫລຸບທືນນັ້ນເອງ. ບໍລິສັດທີ່ຈະເຂົ້າມາລົງ

ທືນກໍ່ຖອຍທັນທີ ມີແຕ່ໃຫ້ຄຳເຫັນວ່າ ຖ້າລັດຖະບານລາວຢາກສ້າງກໍ່ມີ

ແຕ່ລົງທືນເອງ, ຈີ່ງວ່າໄປຂໍຢືມເງີນ $7000M ນຳຈີນມາລົງທືນ ແລະ

ກໍ່ແກ່ຍາວມາເຖີງປະຈຸບັນ ຍ້ອນຜູ້ນຳຈີນເຫັນວ່າຈະມີແຕ່ເຈັ້ງ ເຂົາອີດູຕົນ

ບໍ່ຢາກໃຫ້ລາວແບກກ້ອນໜີອັນມະຫາສານນີ້. ມູນຄ່າບໍ່ໄດ້ຢຸດຢູ່ທີ່ $7000M

ດອກ ຍັງຕ້ອງຈ້າງບໍລິສັດຈີນມາດຳເນີນງານອີກ (Operating)ນານເຖີງ 30ປີ

ເພາະລາວຍັງບໍ່ມີຄວາມສາມາດດຳເນີນງານເອງໄດ້, ຄິດໄລ່ແລ້ວ ແຕະລະດັບ

$10,000M. ນາຍທືນເຂົາຍີ່ງມີການວິເຄາະລະອຽດກ່ອນຕັດສີນໃຈ ຖ້າບໍ່ມີປະ

ສິດທິຜົນເຂົາຈະບໍ່ລົງທືນດອກ ມັນຕ່າງກັບກໍລະນີບໍ່ຄຳເຊໂປນ ແລະ ບໍ່ຄຳພູເບ້ຍເດີ

 ມັນບັໍແມ່ນ 7000 M  ແຕ່່ມັນແມ່ນ 7000 B ແລະອາດຈະເຸິຖງ 10000 B ລັດຖະບານລາວຢາກໄດ້ຂອງຫຼື້ນລາຄາແພງ ແຕ່ຕົນເອງບໍ່ມີເງິນ ແລ້ວກະດີ້ນ ຕີນຂໍມືງໍ ໂອຍ ! ໜ້າສົງສານ ! ບໍ່ຕ່າງຫຍັງກັບພໍ່ນາມີນາ 10 ເຮັກຕາ ແລ້ວຢາກໄດ້ Rolls Royce ມາຂີ່ !

ບໍ່ຕ້ອງຫ່ວງດອກທ່ານ ເມືອງລາວອຸດົມສົມບູນໄປດ້ວຍຊັພຍາກອນທັມຊາດ

ແຜ່ນດີນກວ້າງໃຫຍ່ໄພສານ, ພູຜາປ່າໄມ້, ແມ່ນ້ຳລຳເຊ, ບໍ່ແຮ່ຕ່າງໆ

ຍັງອຸດົມສົມບູນ ຕ້ອງຂຸດຄົ້ນຂື້ນມາໃຊ້ເພື່ອພັທນາປະເທດຊາດ

ໃຫ້ ປະຊາຊົນລາວຫລຸດພົ້ນຈາກຄວາມທຸກຍາກ ປທຊ ຫລຸດພົ້ນຈາກຄວາມດ້ອຍພັທນາ

__________________
Anonymous

Date:

Kunming–Singapore Railway
Overview
TypeHigh Speed Rail
StatusPlanned[1]
LocaleChinaLaosThailandMalaysiaSingapore
TerminiKunming, China
Singapore
Operation
Opening~2020
Technical
Line length3,900 km (2,400 mi)
Track gauge1,435 mm (4 ft 8 12 in) standard gauge
ElectrificationOverhead catenary

Overview of the missing links (in yellow) the Kunming-Singapore Railway.

The Kunming–Singapore Railway refers to a planned network ofrailways that would connect ChinaSingapore and all the countries of mainland Southeast Asia. The concept originated with British andFrench imperialists, who sought to link the railways they had built insouthwest ChinaIndochina and Malaya. International conflicts in the 20th century kept regional railways fragmented. In October 2006, the idea was formally revived in the Trans-Asian Railway Network Agreement signed by 18 Asian and Eurasian countries, incorporated the Kunming-Singapore Railway into the Trans Asian Railways.

The proposed network consists of three main routes from Kunming,China to BangkokThailand: the Eastern Route via Vietnam andCambodia; the Central Route via Laos, and the Western Route viaMyanmar. The southern half of network from Bangkok to Singapore has long been operational, though a high-speed line has been proposed.[2]

__________________
Anonymous

Date:

Planning & construction 

Eastern Route 

  • In Laos
    • Savannakhet–Lao Bao Railway, 220 km, electrified double track, high-speed railway from Savannakhet on the border with Thailand to Lao Bao on the border with Vietnam. The project costs $4 billion and is being built by the Giant Consolidated of Malaysia.[12] A ground breaking ceremony was held in Ban Naxai on December 18, 2013.[13] This line will also be extended to the Port of Danang in Vietnam, and give landlocked Laos an outlet to the South China Sea.[13]
  • In Cambodia
    • The diconnected rail link from Phnom Penh to Ho Chi Minh City is being reconsidered. The cost for construction is estimated around $600 million and the Chinese government will fund most proportion of construction. The Cambodian government will deal with the relocation of people who will be affected by the proposed new railway construction.
 
__________________
Anonymous

Date:

Central Route

The Central Route including the Bangkok to Singapore section will be 3,900 kilometres (2,400 mi) in length.[3] When completed, a trip from Kunming to Singapore would take 10 hours by rail on the Central Route (compared to 72 hours from Vientiane to Singapore in April 2011).[3][14][15][16] The line will be used to transport both passengers and cargo.[4][17]

The Central Route consists of the following sections:

  • In China
    • Kunming–Yuxi Railway, from Kunming to Yuxi (completed in 1993).
    • Yuxi–Mohan Railway, 503 km standard gauge railway from Yuxi to Mohan at the border with Laos (under planning). This line was originally planned to begin construction by the end of 2010, but has been delayed. Construction of a railway logistics hub in Mohan began in early 2011.[18]
  • In Laos
    • Boten-Vientane Railway, 421 km (262 mi) standard gauge from Boten on the border with China, to Vientane, on the border with Thailand. This line was originally planned as a high-speed rail joint-venture between the Laotian government and the China Railway Corporation, the Chinese state rail operator, and set to begin construction on April 25, 2011 but was delayed due to a corruption scandal that removed the Chinese railway minister, Liu Zhijun from office.[1][3] The Laotian government then became the sole investor in the project, which is funded with a loan from the Export-Import Bank of China that will cover 70% of the project's cost of $7 billion.[19][20][21] The project was downgraded to a conventional speed railway with a maximum speed of 160 km/h instead of 200 km/h.[20] As the terrain in Laos is mountainous, 76 bridges and 154 tunnelswill need to be built.[20] Unexploded bombs that have been dropped during the Vietnam War will have to be removed.[18][4]
The loan finance arrangement for this line has been criticized by economists in the West as too expensive for Laos.[22] There is also controversy over villagers whose houses will have to be moved to accommodate the new railway line. One village, Bopiat in northern Laos, has already been moved once to allow the construction of acasino.[21][23] The Lao parliament approved the project in October 2012, but the project not proceeded to construction as the Chinese state lender has been waiting since July 2013 for the Thai legislature to approve funding for the Thailand section of the railway line before going ahead with funding for the Laos project.
  • In Thailand
    • Bangkok-Nong Khai Railway, a high-speed railway from Bangkok to Nong Khai on the border with Laos (under planning).
    • Bangkok-Hat Yai / Padang Besar Railway, a high-speed railway from Bangkok to Hat Yai and Padang Besar, near the border with Malaysia (under planning).
Planning for these lines began during the administration of Prime Minister Abhisit Vejjajiva of the Democratic Party, which agreed to borrow $400 million from China to purchase materials and expertise, and build one high speed line to Nong Khai Province to the north and another to the Padang Basar on the Malaysian border to the south.[24] When Prime Minister Yingluck Shinawatra of the Puea Thai Party took office in August 2011, the Thai government initially scaled back those plans and proposed shorter lines that connected Thai cities but did not reach international frontiers.[24] Supoj Sablorm, the secretary of the Thailand Transport Ministry, explained that Thailand was not in a rush to build a high-speed rail line to Laos because the Chinese-backed project in Laos had been delayed to beyond 2014.[24] A year later in August 2012, the Thai government announced the plans to build four high-speed rail lines, including extensions to Nong Khai and Hat Yai by 2022.[25] In October 2013, Chinese Premier Li Keqiang, on a visit to Thailand, promoted Chinese high-speed rail technology and offered loan packages for high-speed rail construction that are partially repayable with rice and rubber.[26]
On November 19, 2013, the Thai Senate passed a bill that authorizes the government to borrow $69.5 billion to fund high-speed rail and other infrastructure projects in Thailand without going through the annual government budgeting process.[27] The opposition Democratic Party challenged the spending bill in court and a judge expressed doubt about the necessity of high-speed rail for Thailand.[28] The ensuing political protests in Bangkok, which began in December 2013 and continued through February 2014, has paralyzed the Thai government and prevented further decision-making of the rail project.

__________________
Anonymous

Date:

Western Route

The Western Route consists of the following railway sections:

  • In China
Double-track construction of the Kunming to Guangtong section of the Chengdu–Kunming Railway at Anning in 2012.
  • In Myanmar
    • Kunming–Yangon High-Speed Railway (Myanmar section), from Muse on the border with China to Yangon with maximum train speeds of 170-200 km/h. In late November 2010, Chinese state media reported that the railway would begin construction in about two months.[29] But in March 2011, the Chinese Commerce Minister Chen Deming stated that the project was delayed due to the first elections in Myanmar in 20 years and differences in the railway gauge of the two countries.[30] He explained the Chinese rail developers were waiting for the new cabinet in Myanmar to form and expressed hope that work on the line would begin before the end of 2011.[30]
    • Yangon-Myitkyina Railway, from Yangon to Myitkyina, near the border with China (existing railway). In December 2013, the Myanmar government began to discuss the upgrade of the existing Yangon-Myitkyina Railway with the Asian Development Bank and the government of South Korea.[31]
    • Yangon-Mandalay Railway, from Yangon to Mandalay (existing railway). In December 2013, Japanese media reported that the Myanmar and Japanese governments had reached an agreement to upgrade this line.[31]
    • Yangon-Bangkok Railway. In May 2012, the Railway Minister Aung Min of Myanmar announced that a feasibility study would be undertaken to rebuild the 105-km stretch of the Thai-Burma Railway from the Three Pagoda Pass to the Thai border.[32] The railway could be reopened, he said, with international assistance and promote development in the region and peace with ethnic Shan and Karen rebels in the border areas.[32]

Malaysia to Singapore section[edit]

In September 2010 the Malaysian government discussed plans to build a high-speed rail line between PenangKuala Lumpur and Singapore.[2]

__________________
Anonymous

Date:

Anonymous wrote:

ການລົງທຶນ ຕອ້ງໄດ້ມີການຄິດໄລ່

ຜ່ນມາລັດຖະບານ ໄດ້ມອບໃຫ້ ນານທຶນຕ່າງປະເທດລົງທຶນໄປແລວ້ຫລາຍຕື້ໂດລາ ໂດຍສະເພາະບັນດາເຂື່ອນ ຄືນຳ້ເທີນ 2 ຫລາຍກວ່າ ຕື້ ເຂື່ອນໄຊຍະບູຣີ ຫລາຍກວ່າ 3ຕື້ ບໍ່ຄຳເຊໂປນ ພູເບັ້ຍ ບໍ່ຈັກທໍ່ໄດຕື້

ຖ້າດຶງເອກະຊົນມາຮວ່ມມື ລັດຖະບານຖືຮຸ້ນສາຈັກ 5ຫາ 10% ກໍນອ້ຍຕື້ດຽວ

ຢ່າວ່າສີບໍ່ມີທາງອອກ

ບໍ່ໂງ່ພໍທີ່ຈະເອົາເງິນມະຫາສານມາສ້າງທາງລົດໄຟອັນດຽວດອກ

ລອງຖ້າເບິ່ງ ບໍ່ຮອດ 50ປີດອກ ແຕ່ 5ປີນີ້ລະ

 ບໍ່ຮູ້ວ່າທ່ານນີ້ເຂົ້າໃຈແນວໃດ, ຕາມທີ່ ຂພຈ ໄດ້ຕິດຕາມຂ່າວນີ້ມາຕລອດ

ແລະ ເຂົ້າໃຈວ່າ ບໍ່ມີນາຍທືນຜູ້ໃດສົນໃຈລົງທືນແລ້ວ ແຕ່ ຣັຖບານ ສປປລ

ບໍ່ຍອມຖອຍ ຈະລົງທືນເອງ 100% ຈື່ງວ່າຕ້ອງໄດ້ ພຍາຍາມເຈລະຈາຂໍຢືມ

ເງີນ US$7000ລ້ານນຳຣັຖບານຈີນ. ຖ້າໃຫ້ນາຍທືນລົງທືນ ແລະ ຣັຖບານ

ລາວ ຖືຫຸ້ນນຳ 10% ໂດຍຖືເອົາທີ່ຕັ້ງເປັນຫຸ້ນຄືກິຈການອື່ນນັ້ນ ເພີ່ນຈະໄປ

ເຈລະຈາຂໍກູ້ເງີນເຮັດຫຍັງ?. ເງີນUS$7000ລ້ານນີ້ແມ່ນເປັນພຽງຄ່າກໍ່ສ້າງ

ເດີທ່ານ ຍັງບໍ່ທັນເວົ້າເລື່ອງດຳເນີນງານເດີ

__________________
Anonymous

Date:

ມີແຕຜູ້ຄັດຄ້ານ ທັງໆທີ່ບໍ່ທັນໄດ້ສ້າງ ທຸກຢ່າງມັນສ່ຽງທັງນັ້ນ

ກໍ່ບໍ່ແນ່ຖ້າມີລົດໄຟຄວາມໄວສູງ ເຮັດໃຫ້ນັກທ່ອງທ່ຽວເພີ່ມຂຶ້ນກໍ່ມີ

ຫຼືວ່າມີລົດໄຟຄວາມໄວສູງແລ້ວ ນັກລົງທຶນຫຼັ່ງໄຫຼເຂົ້າມາລາວກໍ່ມີ

ໃຜຈະໄປຮູ້  ບາງທີມີລົດໄຟຄວາມໄວສູງແລ້ວໄຟ້າລາວກໍ່ແຮງໄດ້ຂາຍດີ

ແລະໆໆໆໆ ຫຼາຍຢ່າງ ທີ່ຍັງມອງບໍ່ເຫັນ

ບໍ່ສົນວ່າລັດຖະບານລາວຕັດສິນແນວໃດ ແຕ່ສຳລັບຂ້ອຍແລ້ວເຫັນດີໃຫ້ສ້າງ ຕ້ອງສ່ຽງ

ການສ້າງລົດໄຟຄວາມໄວສູງ ບໍ່ແມ່ນມັນຈະແລ່ນຊື່ໆ ແຕ່ມັນເປັນການລົງທຶນທີ່ມີລາຍໄດ້ຄືນມາ

ບໍ່ໜ້ອຍກໍ່ຫຼາຍ

__________________
Anonymous

Date:

ຄວາມຈິງທີ່ທາງລັດຖະບານບໍ່ຍອມເປີດເຜີຍອອກສູ່ສັງຄົມແລະປະຊາຊົນລາວ, ຈະດ້ວຍເຫດຜົນອັນໃດນັ້ນ

ກໍບໍ່ສາມາດອ່ານອອກໄດ້, ກ່ຽວກັບແຜນການສ້າງທາງລົດໄຟຄວາມໄວສູງຂອງຈີນຜ່ານແຜ່ນດິລາວແຕ່ບໍ່

ເຕັນເຖິງວຽງຈັນ. ຈີນໄດ້ເຂົ້າມາເກັ້ຍກ່ອມແລະຊັກຊວນລັດຖະບານລາວອະນຸຍາດໃຫ້ຈີນສ້າງເສັ້ນທາງທີ່ວ່າ

ນີ້ຜ່ານດິນລາວໃນເບື້ອງຕົ້ນ ແລະຈີນຮັບປາກວ່າຈະເປັນຜູ້ອອກທຶນເອງ ແຕ່ລັດຖະບານລາວຍັງບໍ່ທັນໃຫ້ຄຳ

ຕອບຈີນເປັນທາງການເທື່ອເພາະຍັງຢູ່ໃນຂັ້ນພິຈາລະນາ. ຢູ່ຕໍ່ມາອີກໜຶ່ງປີ ຈີນກັບມາຖັກທວງແລະຟື້ນການ

ເຈລະຈາທີ່ຍັງບໍ່ທັນຕົກລົງກັນເປັນທາງການນັ້ນຄືນມາອີກ ແລະ ສປປ ລາວ ກໍຕອບສະໜອງຈີນຢ່າງເປັນທາງ

ການວ່າ ສປປ ລາວ ຍິນດີໃຫ້ຄວາມຮ່່ວມມືກັບຈິນສ້າງທາງລັດໄຟຄວາມໄວສູງ ແລະກໍໄດ້ສະເໜີມັນເດືອນປີ

ທີ່ຈະເລີ່ມຕົ້ນກໍ່ສ້າງອອກເປັນທາງການ.

ຢູ່ມາ ຈີນໄດ້ຂ່າວແລະເຫັນລັດຖະບານໄທຈະສ້າງເສັ້ນທາງລົດໄຟຄວາມໄວສູງຈາກບາງກອກຂຶ້ນພາກເໜືອຂອງໄທ

ແລະເສື່ອມຍົງໃສ່ຈີນແຜ່ນດິນໃຫຍ່. ເມື່ອຈີນເຫັນລັດຖະບານໄທເອົາຈິງເອົາຈັງໃນແຜນການອັນນີ້ ຈຶ່ງໄດ້ຢຸດຫລື

ປີ້ນສັນຍາທີ່ໄດ້ຕົກລົງກັບລັດຖະບານລາວ ແລະກໍໄດ້ໂຈະການກໍ໋ສ້າງລົງທັນທີ ເພາິຈີນບໍ່ກ້າສ່ຽງທີ່ຈະລຸບທຶນໃນການ

ທີ່ມີເສັ້ນທາງຜ່ານດິນລາວ ເພາະ ສປປ ລາວ ບໍ່ໄດ້ແມ່ນສູນຕະຫລາດການຄ້າອັນສຳຄັນຂອງຈີນ. ຈີນສາມາດປະຍັດ

ເງິນ $7000 ລ້ານ ສຫຣ ແຕ່ກໍຍັງສາມາດຂົນສິນຄ້າຂອງຈີນລົງສູ່ SEA ໄດ້ໂດຍຜ່ານເສັ້ນທາງຂອງປະເທດໄທກໍໄດ້

ສົມໝາກສົມຜົນຢູ່ແລ້ວ, ດັ່ງນັ້ນຈີນຈຶ່ງໄດ້ສະເໜີໃຫ້ ສປປ ລາວ ກູ້ເງິນຈາກປະເທດໃດປະເທດໜຶ່ງຫຼືທະນາຄານໃດ

ທະນາຄານໜຶ່ງມາຈ້າງຈີນສ້າງໃຫ້ ຖ້າວ່າລາວຢາກໃຫ້ມີເສັ້ນທາງລົດໄຟຄວາມໄວສູງຜ່ານປະເທດລາວ. ຈາກການປີ້ນ

ສັນຍາຂອງຈີນຈຶ່ງເຮັດໃຫ້ ສປປ ລາວໄດ້ດິ້ນລົນແລະຫວິ່ງເຕັ້ນຊອກກູ້ເງິນຈາກທະນາຄານຫລືປະເທດຕ່າງໆ ແຕ່ບໍ່ມີ

ປະເທດໃດສາມາດໃຫ້ເງິນກູ້ແກ່ ສປປ ລາວໄດເ ເພາະ GDP ຂອງ ສປປ ລາວ ມັນຕ່ຳກ່ອນ $10,000 ລ້ານ ສຫຣ,

ທີ່ຈະຢືມເງິນເຖິງ $7000 ລ້ານ ສຫຣ ມັນຕົກເປັນ 70% ຂອງ GDP ຂອງ ສປປ ລາວທີ່ໄດ້ຮັບ. ແມ່ນແຕ່ຈີນເອງ

ກໍບໍ່ສາມາດໃຫ້ ສປປ ລາວ ກູ້ເງິນຂຳເຂົາ ເພາະເຂົາບໍ່ສ່ອງເຫັນຫົາທາງໃດທີ່ ສປປ ລາວ ຈະສາມາດໄຊ້ໜີ້ສິນໄດ້ ຈີນ

ຈື່ງປະຕີເສດ ສປປ ລາວ ມາຕະຫຼອດ.

ສປປ ລາວ ກັບມາວົນຈີນອີກ ກໍຄືໃນປັດຈຸບັນນີ້ ເພື່ອໃຫ້ຈີນສ້າງເສັ້ນທາງລັດໄຟອັນທີ່ວ່ານັ້ນ ເມື່ອເຫັນສານລັດຖະທຳ

ມະນູນຂອງໄທໄດ້ຕັດສິນຍົກເລີກແຜນການ 2 ລ້ານ ລ້ານຂອງລັດຖະບານໄທລົງຢ່າງສິ້ນເຊີງ, ແຕ່ຈີນອ່ານການເມືອງ

ໄທອອກວ່າເປັນການຂັດແຍ້ງລະຫວ່າງລັດຖະບານແລະຝ່າຍຄ້ານເພື່ອໂຄ່ນລົ້ມລັດຖະບານຂອງ ນສ ຍິ່ງລັກ ເທົ່ານນັ້ນ

ຖ້າຝ່າຍໃດຊະນະ ຈະເປັນຝ່າຍລັດຖບານ ຫຼື ຝ່າຍຄ້ານ ແຜນການ 2 ລ້ານ ລ້ານ ກໍຈະນຳກັບຂຶ້ນມາດຳເນີນຕໍ່ໄປອີກ.

ດັ່ງນັ້ນຈີນຈຶ່ງບໍ່ອອກຮ້ອນອອກຮົນເໝືອນດັ່ງ ສປປ ລາວ ທີ່ຢາກໄດ້ເສັ້ນທາງລັດໄຟຄວາມໄວສູງນີ້.

__________________
Anonymous

Date:

ບໍ່ຢາກມີລົດໄຟຄວາມໄວສູງ ກໍ່ສານລັດຖະທຳມະນູນຂອງໄທ

ມີແຕ່ພວກໄດໂນເສົາເຕົ່າລ້ານປີ

__________________
Anonymous

Date:

ຖ້າຢືມເງິນກໍ່ຈະກາຍເປັນແຂວງ1 ຂອງຈີນ
ຄົນລາວຈະຫມົດສິດ ເປັນຄົນລາວທັນທີ?

 ຂ້ອຍເຊື່ອວ່າ ຖ້າປະຊາຊົນໃນປະເທດລາວເລືອກໄດ້ ເຂົາຄົງເລືອກເອົາຈີນ

ເພາະຟັງຄວາມຈີນບໍ່ເສັຽແນວເຂົ້າປູກ.

========================================================================

 ເຈັກກັບແກວ ໃຜຮັກ ປະຊາຊົນລາວ ຫລາຍກ່ວາກັນ ?

__________________
Anonymous

Date:

Anonymous wrote:

ມີແຕຜູ້ຄັດຄ້ານ ທັງໆທີ່ບໍ່ທັນໄດ້ສ້າງ ທຸກຢ່າງມັນສ່ຽງທັງນັ້ນ

ກໍ່ບໍ່ແນ່ຖ້າມີລົດໄຟຄວາມໄວສູງ ເຮັດໃຫ້ນັກທ່ອງທ່ຽວເພີ່ມຂຶ້ນກໍ່ມີ

ຫຼືວ່າມີລົດໄຟຄວາມໄວສູງແລ້ວ ນັກລົງທຶນຫຼັ່ງໄຫຼເຂົ້າມາລາວກໍ່ມີ

ໃຜຈະໄປຮູ້  ບາງທີມີລົດໄຟຄວາມໄວສູງແລ້ວໄຟ້າລາວກໍ່ແຮງໄດ້ຂາຍດີ

ແລະໆໆໆໆ ຫຼາຍຢ່າງ ທີ່ຍັງມອງບໍ່ເຫັນ

ບໍ່ສົນວ່າລັດຖະບານລາວຕັດສິນແນວໃດ ແຕ່ສຳລັບຂ້ອຍແລ້ວເຫັນດີໃຫ້ສ້າງ ຕ້ອງສ່ຽງ

ການສ້າງລົດໄຟຄວາມໄວສູງ ບໍ່ແມ່ນມັນຈະແລ່ນຊື່ໆ ແຕ່ມັນເປັນການລົງທຶນທີ່ມີລາຍໄດ້ຄືນມາ

ບໍ່ໜ້ອຍກໍ່ຫຼາຍ

 ຮູຂີ້, ລອງເວົ້າບ່ອນມັນຊິໄດ້ຄືນໃຫ້ຟັງດູ. ອັນວ່າມີລົດໄຟລະໄຟຟ້າຊິໄດ້ຂາຍດີ, ມີລົດໄຟລະນັກລົງທືນຊິເຂົ້າມາລົງທືນຫລາຍມັນກ່ຽວກັນຢູ່ບ່ອນໄດ

 ໂຄງການເຮັດຖະໜົນຫົນທາງ 10-20 ລ້ານໂດລາ, ໂຄງການເຮັດອາຄານຫ້ອງການລັດຖະບານ 2-3 ລ້ານ ໂດລາ ຍັງມີການສໍ້ໂກງ, ເງີນເຂົ້າຖົງຫລາຍພາກສວ່ນ. ລະມາບັດນີ້ໂຄງການ 7.000 ລ້ານ ໂດລາ ພວກເຈົ້າຄິດເບີ່ງດູວ່າມັນຊິເປັນແນວໃດ.  ຂ້ອຍຄິດໄລ່ບໍ່ອອກວ່າມັນຊິໄປເຂົ້າຖົງໃຜແດ່ແລະຫລາຍຊຳ່ໃດ.

 ພວກຢາກສ້າງກະມີແຕ່ພວກລໍຖ້າຮັບເງິນໃຕ້ໂຕະຫັ້ນແລ້ວທ່ານເອີຍ, ເງິນມະຫຶມາປານນີ້ ບໍຈັກສິຕົກໄປເປັນຂອງໃຜແດ່ລະເດີ ບາດນີ້,  ທ່ານຜູ້ຢາກໄດ້ລົດໄຟຍັງບໍທັນຮູ້ວ່າສິບໍລິຫານ ຈັດການແບບໃດຊ້ຳ ສິໄປຈ້າງຄົນຈີນມາບໍລິຫານ ທາງລັກຖະບານມີເງິນພໍແລ້ວບໍ ?  ເງິນເດືອນພະນັກງານລາວນິດດຽວຍັງຕິດໜີ້ ! ແນ່ໃຈບໍວ່າສັນຍາວ່າຈະຈ່າຍໝົດທີມປີລະແສນຫຼຽນ ຈີນຈະຮັກສາສັນຍາ ??ໃນເມື່ອເຈົ້າບໍລີຫານບໍ່ເປັນ ອີງເຂົາ 100% ວັນດີຄືນດີ ຫຼັງຈາກທຳງານມາສີ່ເດືອນມັນກະທຳທ່າວ່າບໍ່ສະບາຍ ວຽກກະຄ້າງໆຄາໆ ສອງສາມມື້ຕໍ່ມາມັນກະເອົາໜັງສືມາຍື່ນເຈົ້າວ່າ ຂໍຂີ້ນເງິນເດືອນ 30% ເພາະຢູ່ ສປ ຈີນ ເງິນເດີອນພະນັກງານຂືຶ້ນ ແລ້ວ ຫຼືເວົ້າໜ້າຕາເສີຍວ່າ ຄັນບໍ່ຂຶ້ນເງິນຕາມຮຽກຮ້ອງແລ້ວ ເຮົາກະບໍ່ມາເຮັດວຽກ...ທ້າຍປີມາກະສິເປັນຮູບເກົ່ານີ້ອີກແລ້ວລັດຖະບານສິມີປັນຍາຈ່າຍເງິນໃຫ້ເຂົາຢູ່ບໍ ???ຍັງບໍ່ທັນເວົ້າເຖິງຄ່າບຳລຸງຮັກສາເຄື່ອງຈັກແລະກະໂຕລົດໄຟຫັ້ນເທື່ອ !!!

__________________
Anonymous

Date:

ນະໂຍບາຍສ້າງປະເທດລາວໃຫ້ກາຍເປັນປະເທດທີ່ເຊື່ອມໂຍງເປັນນະໂຍບາຍທີ່ຖືກຕ້ອງ

ແລະນຳປະເທດລາວໄປສູ່ຄວາມວັດທະນາຖາວອນ.

ພະນະທ່ານນາຍົກ ທອງສິງ ທຳມະວົງ ເລັ່ງໃຫ້ຈີນປ່ອຍເງິນກູ້ໃຫ້ເພື່ອນຳເອົາມາໜູນໃຊ້

ຢ່າງອື່ນກ່ອນກໍ່ເປັນໄດ້, ເຈົ້າຄິດຄືຂ້ອຍບໍ່ luffy?

__________________
Anonymous

Date:

Anonymous wrote:
Anonymous wrote:

ມີແຕຜູ້ຄັດຄ້ານ ທັງໆທີ່ບໍ່ທັນໄດ້ສ້າງ ທຸກຢ່າງມັນສ່ຽງທັງນັ້ນ

ກໍ່ບໍ່ແນ່ຖ້າມີລົດໄຟຄວາມໄວສູງ ເຮັດໃຫ້ນັກທ່ອງທ່ຽວເພີ່ມຂຶ້ນກໍ່ມີ

ຫຼືວ່າມີລົດໄຟຄວາມໄວສູງແລ້ວ ນັກລົງທຶນຫຼັ່ງໄຫຼເຂົ້າມາລາວກໍ່ມີ

ໃຜຈະໄປຮູ້  ບາງທີມີລົດໄຟຄວາມໄວສູງແລ້ວໄຟ້າລາວກໍ່ແຮງໄດ້ຂາຍດີ

ແລະໆໆໆໆ ຫຼາຍຢ່າງ ທີ່ຍັງມອງບໍ່ເຫັນ

ບໍ່ສົນວ່າລັດຖະບານລາວຕັດສິນແນວໃດ ແຕ່ສຳລັບຂ້ອຍແລ້ວເຫັນດີໃຫ້ສ້າງ ຕ້ອງສ່ຽງ

ການສ້າງລົດໄຟຄວາມໄວສູງ ບໍ່ແມ່ນມັນຈະແລ່ນຊື່ໆ ແຕ່ມັນເປັນການລົງທຶນທີ່ມີລາຍໄດ້ຄືນມາ

ບໍ່ໜ້ອຍກໍ່ຫຼາຍ

 ຮູຂີ້, ລອງເວົ້າບ່ອນມັນຊິໄດ້ຄືນໃຫ້ຟັງດູ. ອັນວ່າມີລົດໄຟລະໄຟຟ້າຊິໄດ້ຂາຍດີ, ມີລົດໄຟລະນັກລົງທືນຊິເຂົ້າມາລົງທືນຫລາຍມັນກ່ຽວກັນຢູ່ບ່ອນໄດ

ຊາມັນບໍ່ໄດ້ດອກ ເພາະມັນຢູ່ໃນກຸ່ມທີ່ມີຜົນປໂຢດນຳ

ມັນກໍ່ເວົ້າແບບລົມ ລົມ ແລ້ງ ແລ້ງ ບໍ່ມີຕົນມີຕົວໄປຊັ້ນລະ

__________________
Anonymous

Date:

ລົດໄຟຄວາມໄວສູງແຕ່ມີ 21 ສະຖານີ ໃນໄລຍະທາງ 420 ກິໂລແມັດ

ສະເລັ່ຽແລ້ວແມ່ນທຸກໆ 20 ກິໂລແມັດຈອດເທື່ອນຶ່ງ.

ສະຖານທີ່ທ່ອງທ່ຽວແຫ່ງໃດທີ່ຈະດຶງດູດນັກທ່ອງທ່ຽວຊາ່ວຕ່າງປະເທດ?

ຫຼວງພະບາງ, ຖ້ຳກອງລໍ່, ວັດພູ, ຕາດຜາສ້ວມ, ບ່ອນໃດອີກແດ່?

ສິນຄ້າຊະນິດໃດທີ່ຈະນຳສົ່ງອອກ? ບໍ່ແຮ່, ໄມ້, ຢາ, ແຮງງານ, ບາງທີ

ໃນອະນາຄົດລາວຈະຜລິດຍົນອິງໂບສົ່ງອອກຂາຍຕ່າງປະເທດ.

__________________
Anonymous

Date:

ປະເທດລາວ ບໍ່ມີ ຄວາມຈຳເປັນ ຕ້ອງການ ມີຣົຖໄຟ ຄວາມໃວສູງ

ແຕ່ປະເທດລາວ ຕ້ອງການ ທີສຸດ ເພືອຢາກໃຫ້ ນາຍທືນຕ່າງຊາດ

ເຂົ້າມາສ້າງໂຣງງານ ອຸດສະຫະກັມ ໃນປະເທດລາວ ສະນັ້ນປະເທດລາວ

ຈຳເປັນ ຕ້ອງມີ ລາງຣົຖໄຟ ເພືອຂົນສົງ ສີນຄ້າ ອອກແລະເຂົ້າ ປະເທດ

ລາວຕ້ອງການ ແຕ່ຣົຖໄຟ ທັມມະດາກະພໍ.

images?q=tbn:ANd9GcQP__yKewZNoN_WwSER6aCcgS-FLKpe5KFkvJLTl_4n6JXWnHDU

 ເຂົາຂຶ້ນດາວອັງຄານແລ້ວ ເຈົ້າຍັງຊິໃຫ້ລັດຖະບານລາວໃຊ້ລົດໄຟນີ້ຫວາຂົນສົ່ງຄຳ

ເຮັດໃດຊິທັນກິນ?

__________________
Anonymous

Date:

ຄົນບູຮານ ກໍ່ຄິດແຕ່ວ່າແນວໃໝ່ໆມັນບໍ່ດີບໍ່ມີປະໂຫຍດ ກາຍເປັນພວກຫົວອານຸລັກນິຍົມ ເປັນຫຍັງບໍ່ຄິດວ່າຂຶ້ນລົດເມຍັງຊື້ປີ ແລ້ວຂຶ້ນລົດໄຟຂຶ້ນຟຣີຊັ້ນຫວາ

ຍ້ອນແນວນີ້ເຂົາຈິ່ງສະໜັບສະໜູນຄົນໜຸ່ມ ຂຶ້ນມາມີອຳນາດ ກໍ່ເພື່ອຫຼີກລຽງຄົນຫົວໂບຮານ ໄດໂນເສົາເຕົ່າລ້ານປີ ແຕ່ບໍ່ປະຕິເສດດອກວ່າອັນໃດຄວນອະນຸລັກ ແລະອັນໃດບໍ່ຄວນ

__________________
Anonymous

Date:

  (ຈີນ)ໃດ້ປ່ອຍເງິນໃຫ້ຄົນ( ລາວ) ຢືມປານໃດ້ຂ້ອຍ (ລ່າມໄວ້ ຄວາຍຕູ້).....ໃດ້ລູກນ້ອຍປານໃດ້ໝັ່ງເມືອງ.

                   ຈີນ ກິນເທີງ ເໝືອກ.....ກິນເທີງເຕີ້້ຍ....

      ຜູ້ທີ່ຈະຮັບເຄາະ:.....Lao future generation will bear this burden.

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ມີແຕຜູ້ຄັດຄ້ານ ທັງໆທີ່ບໍ່ທັນໄດ້ສ້າງ ທຸກຢ່າງມັນສ່ຽງທັງນັ້ນ

ກໍ່ບໍ່ແນ່ຖ້າມີລົດໄຟຄວາມໄວສູງ ເຮັດໃຫ້ນັກທ່ອງທ່ຽວເພີ່ມຂຶ້ນກໍ່ມີ

ຫຼືວ່າມີລົດໄຟຄວາມໄວສູງແລ້ວ ນັກລົງທຶນຫຼັ່ງໄຫຼເຂົ້າມາລາວກໍ່ມີ

ໃຜຈະໄປຮູ້  ບາງທີມີລົດໄຟຄວາມໄວສູງແລ້ວໄຟ້າລາວກໍ່ແຮງໄດ້ຂາຍດີ

ແລະໆໆໆໆ ຫຼາຍຢ່າງ ທີ່ຍັງມອງບໍ່ເຫັນ

ບໍ່ສົນວ່າລັດຖະບານລາວຕັດສິນແນວໃດ ແຕ່ສຳລັບຂ້ອຍແລ້ວເຫັນດີໃຫ້ສ້າງ ຕ້ອງສ່ຽງ

ການສ້າງລົດໄຟຄວາມໄວສູງ ບໍ່ແມ່ນມັນຈະແລ່ນຊື່ໆ ແຕ່ມັນເປັນການລົງທຶນທີ່ມີລາຍໄດ້ຄືນມາ

ບໍ່ໜ້ອຍກໍ່ຫຼາຍ

 ຮູຂີ້, ລອງເວົ້າບ່ອນມັນຊິໄດ້ຄືນໃຫ້ຟັງດູ. ອັນວ່າມີລົດໄຟລະໄຟຟ້າຊິໄດ້ຂາຍດີ, ມີລົດໄຟລະນັກລົງທືນຊິເຂົ້າມາລົງທືນຫລາຍມັນກ່ຽວກັນຢູ່ບ່ອນໄດ

ຊາມັນບໍ່ໄດ້ດອກ ເພາະມັນຢູ່ໃນກຸ່ມທີ່ມີຜົນປໂຢດນຳ

ມັນກໍ່ເວົ້າແບບລົມ ລົມ ແລ້ງ ແລ້ງ ບໍ່ມີຕົນມີຕົວໄປຊັ້ນລະ

 ຄົນລາວທຸກຄົນໄດ້ປະໂຫຍດ ເຫັນວ່າຂ້ອຍໃຫ້ຄຳເຫັນບໍ່ໄປຕາມແນວຄິດພວກເຈົ້າ ແລ້ວພວກເຈົ້າກໍ່ຫາວ່າຂ້ອຍມີປະໂຫຍດ ຄວາມຄິດຕື້ນໆ ບໍ່ສົມຄວນມາມີອຳນາດເດີແບບພວກເຈົ້ານີ້

ເຫັນບໍປະເທດໄທມີລົດໄຟ ມີທ່າເຮືອ ມີພັດພົງ ມີພັດທະຍາ ເງິນໄຫຼເຂົ້າປະເທດ ຈົນໄດ້ຍາດກັນມີອຳນາດ ມີອຳນາດແລ້ວມີເງິນ ຮ່າໆ ໃຜກໍ່ຢາກມີ ເລີຍຂ້າກັນຕາຍຍ້ອນຍາດອຳນາດແທ້ໆ

__________________
Anonymous

Date:

Anonymous wrote:

ລົດໄຟຄວາມໄວສູງແຕ່ມີ 21 ສະຖານີ ໃນໄລຍະທາງ 420 ກິໂລແມັດ

ສະເລັ່ຽແລ້ວແມ່ນທຸກໆ 20 ກິໂລແມັດຈອດເທື່ອນຶ່ງ.

ສະຖານທີ່ທ່ອງທ່ຽວແຫ່ງໃດທີ່ຈະດຶງດູດນັກທ່ອງທ່ຽວຊາ່ວຕ່າງປະເທດ?

ຫຼວງພະບາງ, ຖ້ຳກອງລໍ່, ວັດພູ, ຕາດຜາສ້ວມ, ບ່ອນໃດອີກແດ່?

ສິນຄ້າຊະນິດໃດທີ່ຈະນຳສົ່ງອອກ? ບໍ່ແຮ່, ໄມ້, ຢາ, ແຮງງານ, ບາງທີ

ໃນອະນາຄົດລາວຈະຜລິດຍົນອິງໂບສົ່ງອອກຂາຍຕ່າງປະເທດ.

 ລອງເຮັດກວຽນງົວໃຫ້ມັນດູດີ ແລະກະໃຫ້ມັນນູ້ມນວນກ່ອນຄັນສິໄປສ້າງຍົນນຳເຂົາຫັ້ນ  ເວົ້າມາແລ້ວ ປວກຮາກ !

__________________
Anonymous

Date:

Anonymous wrote:

ຄົນບູຮານ ກໍ່ຄິດແຕ່ວ່າແນວໃໝ່ໆມັນບໍ່ດີບໍ່ມີປະໂຫຍດ ກາຍເປັນພວກຫົວອານຸລັກນິຍົມ ເປັນຫຍັງບໍ່ຄິດວ່າຂຶ້ນລົດເມຍັງຊື້ປີ ແລ້ວຂຶ້ນລົດໄຟຂຶ້ນຟຣີຊັ້ນຫວາ

ຍ້ອນແນວນີ້ເຂົາຈິ່ງສະໜັບສະໜູນຄົນໜຸ່ມ ຂຶ້ນມາມີອຳນາດ ກໍ່ເພື່ອຫຼີກລຽງຄົນຫົວໂບຮານ ໄດໂນເສົາເຕົ່າລ້ານປີ ແຕ່ບໍ່ປະຕິເສດດອກວ່າອັນໃດຄວນອະນຸລັກ ແລະອັນໃດບໍ່ຄວນ

 ອັນທ້າວຜູ້ທັນສະໄໝມີເງິນຫຼາຍພໍສິລົງທຶນຊື້ເຄື່ອງແພງເກີນຄວາມສາມາດຕົນເອງຢູ່ບໍ ??  ບໍ່ມີໃຜບໍ່ຢາກໄດ້ຂອງດີ ນອກຈາກຄົນບ້າ  ຢາກໄດ້ກະຄວນຄຳເບິ່ງຖົງຄົນເອງແດ່ວ່າມີເງິນບໍ່ ??ຫຼືວ່າຂະຊື້ ມັນກະຕ້ອງເໝາະສົມກັບຖານະຂອງເຮົາ !!

__________________
Anonymous

Date:

Anonymous wrote:
Anonymous wrote:

ປະເທດລາວ ບໍ່ມີ ຄວາມຈຳເປັນ ຕ້ອງການ ມີຣົຖໄຟ ຄວາມໃວສູງ

ແຕ່ປະເທດລາວ ຕ້ອງການ ທີສຸດ ເພືອຢາກໃຫ້ ນາຍທືນຕ່າງຊາດ

ເຂົ້າມາສ້າງໂຣງງານ ອຸດສະຫະກັມ ໃນປະເທດລາວ ສະນັ້ນປະເທດລາວ

ຈຳເປັນ ຕ້ອງມີ ລາງຣົຖໄຟ ເພືອຂົນສົງ ສີນຄ້າ ອອກແລະເຂົ້າ ປະເທດ

ລາວຕ້ອງການ ແຕ່ຣົຖໄຟ ທັມມະດາກະພໍ.

images?q=tbn:ANd9GcQP__yKewZNoN_WwSER6aCcgS-FLKpe5KFkvJLTl_4n6JXWnHDU

 ເຂົາຂຶ້ນດາວອັງຄານແລ້ວ ເຈົ້າຍັງຊິໃຫ້ລັດຖະບານລາວໃຊ້ລົດໄຟນີ້ຫວາຂົນສົ່ງຄຳ

ເຮັດໃດຊິທັນກິນ?

ຣົຖໄຟ ຄວາມໃວສູງ ຂົນສົງ ສີນຄ້າ ເຂົ້າອອກ ປະເທດບໍ່ໃດ້.

ມີແຕ່ໃຊ້ ສະເພາະ ຄົນໂດຍສານ.ປະເທດລາວ ຈະບໍ່ມີຄວາມ

ສົນໃຈ ຕໍ່ນັກລົງທືນ ມາສ້າງ ໂຣງງານຸສະຫະກັມ ໃນລາວ. ຖ້າສີນຄ້າ

ບໍ່ມີ ການຂົນສົງ ສະດວກ ໄປສູທະເລ. ປະເທດໃດ ເຂົາກະໃຊ້ ຣົຖໄຟ

ໄຟຟ້າ ແບບນີ້ ເພືອຄ້າຂົນສົງ ຈະຖືກ ຂໍໃຫ້ຕ່າງຊາດ ມາລົງທືນ

ແລ້ວປະຊາຊົນລາວ ຈະມາຊີບ. ຊິວ່າບູຮານ ແຕ່ມີ ຜົນປະໂຫຍດ

ຕໍ່ປະເທດ ຫລາຍກວ່າ ຣົຖໄຟຄວາມໃວສູງ.

images?q=tbn:ANd9GcQYkc6g-hUQ-VMXF-ArkghmonDjkF8X-yzF2PQhP2W-_Hd9s83H

ຣົຖໄຟ ຄວາມໃວ ບໍ່ມີປະໂຫຍດ ສຳຣັບ ປະຊາຊົນລາວ

ຄົນລາວ ບໍ່ຈຳເປັນ ຕ້ອງຝ້າວ ຄີ່ຣົຖໄຟ ຄວາມໃວສູງ

ໄປເຮັດນາ ຫລື ເປັນກຳມະກອນ ຢູ່ທາງໃກ.

 ເງິນກູ້ຢືມດອກເບ້ຍຕ່ຳ ເຈົ້າຮູ້ຄວາມໝາຍນີ້ບໍ ຄ່ອຍໆໃຊ້ໄປ ລົດໄຟຄວາມໄວສູງມັນກະຕຸ້ນເສດຖະກິດ ຄັນບໍ່ຊັ້ນປະເທດອື່ນບໍ່ມີໃຜຢາກສ້າງດອກ ອິນໂດແຮ່ງ 5ແສນລ້ານລ້ານໂດລາ 500.000.000.000.000.000 =5x10 in power of 17 US$ ເຂົາຊິສ້າງ ແລ້ວອິນໂດມີເງິນພໍບໍເຂົາຈິ່ງຊິສ້າງ

 ຝ້າວໄປເຮັດນາ ຈຳເປັນຕ້ອງ ຄີ່ຣົຖໄຟ ຄວາມໃວສູງ

__________________
Anonymous

Date:

 ໂຄງການ ການລົງທຸນ ສ້າງລົດໄຟຄວາມໄວສູງ ໃນ ສປປລ  ເປັນ ການລົງທຸນທີ່  ກຸ້ມຄ່າ ແລະ ສາມາດສ້າງ ກໍາໄຣ ໃຫ້ແກ່  ລຖບ ຢ່າງມາກມາຍດ້ວຍເຫດຜົນດັ່ງຕໍ່ໄປນີ້:

ກ. ປຊຊ ຊັ້ນກາງ ແລະ ຊັ້ນຮັ່ງມີ ຂອງ ຈີນ ຕ້ອງຫັ່ລງໃຫລເຂົ້າມາລາວປານຟອງນໍ້າ Tsunami ເພືອ່ ຢາກມາຊົມ ແມງ ກະບີ້ບິນໃນ ສປປລ,

ຂ. ປຊຊ ຊັ້ນກາງ ແລະ ຊັ້ນຮັ່ງມີຂອງຈີນ ຕ້ອງຫລຸລັ່ງທັ່ງເທເຂົ້າລາວນັບລ້ານ ຫາກມີລົດໄຟຄວາມໄວສູງ ເພືອ່ມາ ທັສນະສຶກສາ ເບີ່ງ ຄວາຍ ສປປລ ເຊີງ ຄວາຍ ສປປລ,

ຄ. ປຊຊ ຊັ້ນກາງ ແລະ ຊັ້ນຮັ່ງມີຂອງຈີນ  ຫລາຍສິບລ້ານ ຕ້ອງໄຊ້ລົດໄຟ ຄວາມໄວສູງເພືອ່ມາ  ທ່ຽວຊົມ  ພະຍານາກ ເປົົ່າໄຟ ໃນ ສປປລ,

  ຂໍ້ມູນ ຈາກ Senior economist Thongsing Thammavong,  Kaison Political and Economical Think Tank..

ຣົຖໄຟ ທັມມະດາ ເຈັກມັນ ກະພາກັນລັ່ງເຂົ້າມາ ເປັນລ້ານໆຢູ່ແລ້ວ.

ຖ້າບໍ່ຫ້າມ ພວກມັນ. ບໍ່ຈຳເປັນຕ້ອງ ເປັນຣົຖໄຟ ຄວາມໃວສູງ

ລາວຕ້ອງການ ຣົຖໄຟ ຂົນສົງສີນຄ້າ ເຂົ້າອອກ ປະເທດຫລາຍ

ກວ່າ ເຈັກ ລັ່ງເຂົ້າ ຕັ້ງຖີນຖານ ຫາກີນ ຢູ່ເມືອງລາວ.

ລາວຕ້ອງການ ນັກລົງທືນ ມາສ້າງ ໂຣງງານ ອຸດສະຫະກັມ

ຄົນລາວ ຕ້ອງການ ມີວຽກ ມີການ ບໍ່ຕ້ອງການ ຄົນເຈັກ

ເຂົ້າປະເທດ ເປັນລ້ານໆ.

 ແມ່ນແຕ່ບໍ່ມີທາງຣົຖໄຟເລີຍ ຄົນຈີນຫໍ້ ກໍ່ເຕັມເມືອງລາວ

ມີຢູ່ທຸກຍ່ອມຫຍ້າ ແຕ່ນະຄອນວຽງຈັນຈົນເຖີງຊົນະບົດຢູ່ແລ້ວ

ຄັນແມ່ນຊົນຊັ້ນກາງ ແລະ ຊົນຊັ້ນຮັ່ງມີກໍ່ຍັງໄຄແດ່ເພາະຍັງຈະມີ

ການລົງທືນສ້າງນັ້ນ ທຳນີ້. ອັນນີ້ຕາມທີ່ ຂພຈ ເຫັນນີ້ແມ່ນຊົນຊັ້ນ

ທຸກຍາກນີ້ຕີ້ ມີແຕ່ຈີນຫໍ້ ມາເປັນກັມກອນແລ້ວບໍ່ກັບ, ເອົາເຄື່ອງເລ

ມາຂາຍແລ້ວກໍ່ຢູ່ເລີຍ, ສັມປິຄົນເອົາແຕ່ໃຜຢາກມາຢູ່ເກີນສາວ່າມັນ

ງ່າຍສຳລັບ ວຽດນາມ ກັບ ຈີນເຂົ້າມາຢູ່ເມືອງລາວ

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ຄົນບູຮານ ກໍ່ຄິດແຕ່ວ່າແນວໃໝ່ໆມັນບໍ່ດີບໍ່ມີປະໂຫຍດ ກາຍເປັນພວກຫົວອານຸລັກນິຍົມ ເປັນຫຍັງບໍ່ຄິດວ່າຂຶ້ນລົດເມຍັງຊື້ປີ ແລ້ວຂຶ້ນລົດໄຟຂຶ້ນຟຣີຊັ້ນຫວາ

ຍ້ອນແນວນີ້ເຂົາຈິ່ງສະໜັບສະໜູນຄົນໜຸ່ມ ຂຶ້ນມາມີອຳນາດ ກໍ່ເພື່ອຫຼີກລຽງຄົນຫົວໂບຮານ ໄດໂນເສົາເຕົ່າລ້ານປີ ແຕ່ບໍ່ປະຕິເສດດອກວ່າອັນໃດຄວນອະນຸລັກ ແລະອັນໃດບໍ່ຄວນ

 ອັນທ້າວຜູ້ທັນສະໄໝມີເງິນຫຼາຍພໍສິລົງທຶນຊື້ເຄື່ອງແພງເກີນຄວາມສາມາດຕົນເອງຢູ່ບໍ ??  ບໍ່ມີໃຜບໍ່ຢາກໄດ້ຂອງດີ ນອກຈາກຄົນບ້າ  ຢາກໄດ້ກະຄວນຄຳເບິ່ງຖົງຄົນເອງແດ່ວ່າມີເງິນບໍ່ ??ຫຼືວ່າຂະຊື້ ມັນກະຕ້ອງເໝາະສົມກັບຖານະຂອງເຮົາ !!

 ເງິນກູ້ຢືມດອກເບ້ຍຕ່ຳ ເຈົ້າຮູ້ຄວາມໝາຍນີ້ບໍ ຄ່ອຍໆໃຊ້ໄປ ລົດໄຟຄວາມໄວສູງມັນກະຕຸ້ນເສດຖະກິດ ຄັນບໍ່ຊັ້ນປະເທດອື່ນບໍ່ມີໃຜຢາກສ້າງດອກ ອິນໂດແຮ່ງ 5ແສນລ້ານລ້ານໂດລາ 500.000.000.000.000.000 =5x10 in power of 17 US$ ເຂົາຊິສ້າງ ແລ້ວອິນໂດມີເງິນພໍບໍເຂົາຈິ່ງຊິສ້າງ

 ເສດຖະກິດຂອງອິນໂດ ກັບລາວມັນ ຄົນລະເລື່ອງ ທ່ານເອີຍ ! ລາຍຮັບຂອງ ອິນໂດ ປີກາຍນີ້ ແມ່ນ $ 6 728 per capita ປະກອບດ້ວຍປະຊາກອນ 248 731 000 ຄົນ. ລວມລາຍຮັບປີ

$ 1 673 462 168 000   ອິນໂດ ອາດຈ່າຍແພງເພາະສ່ວນຫຼາຍຈະເປັນຂົວຂ້າມທະເລມັນລາຄາແພງ ແຕ່ເງິນສ່ວນໃຫຍ່ຈະຕົກໃສ່ນັກວິສະວະກອນອິນໂດ, ນາຍຊ່າງ ແລະກຳມະກອນອິນໂດ ຫຼັງຈາກສ້າງສຳເລັດແລ້ວ, ກະແມ່ນຄົນອິນໂດເອງຈະເປັນຜູ້ຊົມໃຊ້ ເພາະປະຊາກອນຕັ້ງ ສອງຮ້ອຍກວ່າລ້ານ   ບໍ່ດົນປີເຂົາກໍໃຊ້ໜີ້ໝົດແລ້ວ  ຊຶ່ງມັນຕົງກັນຂ້າມກັບປະເທດລາວຊຶ່ງມີປະຊາກອນພຽງ  6 581 000 ຄົນ ລາຍຮັບປີລະ $ 2​ 045  ລວມລາຍຮັບປີ $ 13 517 374 000 ແລ້ວຈີນມັນກະບໍ່ຈ້າງຄົນລາວອີກ. ຮີຮີ ! ຫຼືວ່າທ່ານສິໃຊ້ທິດສະດີອີ່ພໍ່ຂ້ອຍ ຊຶ່ງຍາມໃດກະພະຍາຍາມລະດົມຂ້ອຍ ໃຫ້ໄປຢືມເງິນມາລົງນາ...ຂ້ອຍເປັນຄົນບໍ່ມັກຕິດໜີ້ ອີ່ພໍ່ກະຈົ່ມໃຫ້ ວ່າຄົນເຮົາ ຢ້ານຫີ ບໍ່ໄດ້ສີ້, ຄັນຢ້ານໜີ້ ບໍ່ມີເງິນເດີ ! ລາວວ່າ ! ເອີ ! ຢາກໄດ້ຫຼາຍ ອັນໜີ້ຫັ້ນ ສິຢືມມາໃຫ້ດອກ, ຂ້ອຍຕອບກັບ,  ແລ້ວຈ່າຍດອກເບັ້ຽເອົາເອງເດີ ! ທີ່ຈິງແທ້ຂ້ອຍກະພໍມີເງິນຢູ່ ຫາກຢາກຢອກລາວຫຼີ້ນຊ່ື່່ໆນີ້ລະ !

ອັນໜຶ່ງອີກ ...ສ້າງແລ້ວບໍ່ມີຄົນໄປຊົມໃຊ້  ອາທິດໜຶ່ງອອກລົດເທື່ອໜຶ່ງ ຈັ່່ງເບິ່ງບາດນັ້ນ ສິມີເງິນໃຊ້ໜີ້ເຂົາຫຼາຍຕົ່ວຫັ້ນ !

__________________
Anonymous

Date:

                        ຄາບສຸດທ້າຍຂອງ ອານາຈັກລ້ານຊ້າງ ຈະຕົກຢູ່ໃນກໍາມືໃຜ?

  ໄກສອນ  ພົມວິຫານ ແລະ ວຽດນາມ ໃດ້ກໍາຈັດ ປໍຣະປັກ ແລະ ຄູ່ຕໍ່ສູ້ທາງດ້ານການເມືອງໃນ  ລາວ ດ້ວຍການໄຊ້ນະໂຍບາຍ ເຊືອດ-ໄກ່-ໃຫ້-ລິງ-ດູ

 ຂ້າລ້າງປະຊາກອນ ລາວລຸ່ມ ຜູ້ເປັນກົກເຄົ້າເຫົ້ງາກໍຂອງ ປທຊ ໃຫ້ໂຕນໝີ  ຢ້ານກົວາ ປົບອອກນອກ ປທ ຢ່າງມາກມາຍກ່າຍຂອງ. ຍຸດມະສາດ

ຂອງວຽດນາມຄື ຕ້ອງການຢາກ ຮັດກຸມ ຄອບງໍາ ການເມືອງ ແລະ ເສຖກິດຂອງລາວ ໃນລະຍະຍາວ ແລະ ສົງເສີມໃຫ້ ພົລເມືອງລາວແກວ ແລະ ລາວນິຍົມແກວ

ມີໂອກາດກໍາອໍານາດໃຫ້ຫລາຍຂຶ້ນ. ຈາກການ ປຕວ ເຢັນ ໃນປີ 1975 ເປັນຕົ້ນມາ  ຄວາມມັ້ນຄົງຂອງຊາດລາວ  ແລະ ຄວາມຢູ່ລອດຂອງຊາດລາວ ແມ່ນ ຢູ່ໃນຈຸດເສັ້ນແດງ.

ເບີ່ງຜິວເຜີນ ຊາດລາວ ປຽບເໝືອນເປັນຊາດ ເຕີບໃຫ່ຍ ກ້າວໝ້າ ມີການພັດທະນາທາງດ້ານເສຖກິດຢ່າງວ່ອງໄວ. ແຕ່ຖ້າເຮົາມາເບີ່ງອີກໄໝ່ ປາດລົງໄປ ບໍ່ຕ່າງຫັຍງ

ຈາກເຮົາປາດຊິ້ນໝູສາມຊັ້ນ  X-Ray ຕົນໂຕ Lao body of politics  ຊາດລາວ ແມ່ນ ເປັນຊາດ   ຕາຍໝາດ- ທາງໃນ ເປື່ອຍເປັນແມງ  ທັງໆ ທີທາງນອກ ກໍາລງຂຽວງາມ

ມີໃບອອບອ້ອມຢ່າງຫນາແຫ້ນນ.

                           ມະຫາສົງຄາມ(Mother of all war in Laos) ໃນລາວ.

                    ລາວ-ຈີນ ແລະ ລາວນິຍົມຈີນ    VS   ລາວ-ວຽດ ແລະ ລາວນິຍົມວຽດ.

    ອີງຕາມ My demographic and politic projection ບໍ່ສາມາດຫລີກລ້ຽງໃດ້ ບັ້ນລົບ ໃນຄວາມເປັນເຈົ້າ ໃນລາວ ຄື ບັ້ນລົບ ຣະວ່າງ ລາວ-ຈີນ ແລະ ລາວນິຍົມຈີນ  

  VS   ລາວ-ວຽດ ແລະ ລາວນິຍົມວຽດ ຕ້ອງຣະເບີດຂຶ້ນ ຢ່າງແນ່ນອນໃນ ສະຕະວັດນີ້. ຄະນະ ວິນາທີ ທີ່ ຂພຈ ກໍາລັງເວົ້າຢູ່ນີ້ ຄວາມກົດດັນ ນິ້ວດັດສະນີ ມັນກໍາລັງ ເດ່ໄປທາງຈຸດນັ້ນ

 ແລະ ເຕີບໂຕເຂົ້າທຸກທີ. ຜົນອອກຈາກ ການຂັດແຍ້ງນີ້ ລາວ-ຈີນ  ຈະຢ່າງອອກມາ ເປັນ ພະເອກ. ດັ່ງນັ້ນ ອະນາຄົດຂອງ

 ລາວໃນ ກໍບໍ່ຕ່າງຫັຍງຈາກລາວນອກ....ຈະເປັນ ປຊຊ ຊັ້ນສາມ (Disappear race)  ຫັລງຈາກ ລາວ-ຈີນ ແລະ ລາວ-ວຽດ .  ສິ່ງທີ່ ຊພຈ ເວົ້າມານີ້ຄື ທິດທາງທີ່ ປທຊ ກໍາລັງໄຕ່ ແລະ ກ້າວເຂົ້າສູ່

ເປົ້າໝາຍ ທຸກໆ ຄະນະ (ບໍ່ສາມາດຈະໄສ່ເຈັຽຖອຍຫັລງໃດ້). ທຸກສິ່ງທຸກຢ່າງ ມັນເປັນໄປຢ່າງຊ້າໆ....

                               ຕຣຽມ ລັບຢັດຖາ...ລາວເຮົາ  ອອກຈາກ ຮວກ...ກໍາລັງຈະເປັນກົບແລ້ວ.

                            ການເຫັນກົງຈັກເປັນດອກບົວ.

    ຂໍ້ພິສູດທາງດ້ານ ປວດສ:

  ພວກເຮົາໃດ້ຖືກ ລ້າງສະມອງ ໃຫ້ກຽດຊັງ ພີ່ນ້ອງເຊື້ອຊາດເຜົ່າພັນເຮົາເອງ (ລາວດ້ວຍກັນ) ລວມທັງ ລາວໄທຍ໌ ແບ່ງແຍກ ສັ່ນຄອນ ເພືອ່ ສ້າງເງືອນໃຂໃຫ້ຊາດ ອ່ອນແອ ແລ້ວ

ຕ່າງຊາດ ສາມາດ ຄ່ອຍໆ ກອບໂກຍຜົນປະໂຫຍດຕ່າງ ໆ ຈາກລາວ. ພວກເຮົາໃດ້ຖືກສັ່ງສອນວ່າ ສະຫະຣັດອະເມຣິກາ ເປັນສັດຕຣູໝາຍເລກຫຶ່ນງ ຢ້ານມັນມາ ລ້າເມືອງຂຶ້ນ

ແບບໄໝ່.. ໃຫ້ພີ່ນ້ອງລາວໃນຖາມຕົນເອງວ່າ:

ກ. ໃຜ ເອົາ ສິບສອງພັນນາລື້ ຂອງລາວ?

ຂ. ໃຜ ເອົາ ສິບສອງເຈົ້າໄທຍ໌ ຂອງລາວ?

ຄ. ໃຜເອົາ ພາກ ອີ່ສານຂອງລາວ?

  ມີດິນດອນຕ່ອນຫ້ຍາ  ລາວ ບ່ອນໃດ ອະເມຣິກາ  ແລະ ລາວນອກ ປະຕິການ ຢຶດຄອງເອົາ? ຄໍາຕອບແມ່ນຢູ່ໃນໃຈຂອງ ພວກທ່ານທຸກຄົນ..

__________________
Anonymous

Date:

ເວົ້າເລື່ອງຄວາມຢາກຈະເລີນກ້າວໜ້າມີລົດໄຟຄວາມໄວສູງ, ເປັນສີ່ງທີ່ອຳນວຍຄວາມສະດວກ, ຖ້າໄປຖາມໃຜ, ໃຜກໍ່ຕ້ອງການທັງນັ້ນ. ບໍ່ມີໃຜດອກຢາກຢູ່ກັບຄວາມຫລ້າຫລັງດ້ອຍພັດທະນາ, ແຕ່ພວກເຮົາຄວນເບີ່ງຄວາມເປັນຈີງບໍ່? ຍົກຕົວຢ່າງ : ຄອບຄົວຂ້ອຍມີຖານະພໍຢູ່ພໍກິນຫາເຊົ້າກິນຄຳ່ ບໍ່ໄດ້ໄປຢືມເງີນຫລືເປັນໜີ້ຜູ້ໃດເພື່ອເອົາເງີນມາຊື້ກີນ. ຄອບຄົວຂອງຂ້ອຍພັດມີດີນຕອນໜື່ງເປັນມູນມັງສັງຂະຫຍາທີ່ພໍ່ແມ່ເຫລືອໄວ້ໃຫ້ລູກທັງໝົດ , ແຕ່ມາມື້ໜຶ່ງຂ້ອຍເຫັນໝູ່ຊື້ລົດ ເລັກຊັດ ຫລື ແລນຄຸຍເຊີມາຂີ່ ແຕ່ໝູ່ຂ້ອຍນັ້ນເຮັດທຸລະກິດມີເງິນເປັນຕື້. ຖ້າມີຄົນມາຖາມຂ້ອຍວ່າຂ້ອຍຢາກມີລົດຂີ່ຄືໝູ່ຂ້ອຍບໍ່, ຂ້ອຍຕອບໄດ້ເລີຍວ່າຢາກມີ. ແຕ່ເຂົາບອກໃຫ້ຂ້ອຍໄປຢືມເງີນເຂົາມາຊື້ແມ້ເຂົາຊິໃຫ້ຢືມແບບຄິດໄລ່ດອກເບັ້ຍ. ແລະມີທີ່ດີນເປັນສີ່ງຄຳ້ປະກັນ. ເວລານັ້ນເຈົ້າລອງຄິດເບີ່ງດູວ່າມັນສົມຄວນບໍທີ່ຈະໄປຢືມເງີນເຂົາມາຊື້ລົດຂີ່ດ້ວຍຄວາມຢາກໄດ້ລົດມາຂີ່ແບບໝູ່. ທັ້ງໆ ທີ່ຕົນຫາເງິນພໍແຕ່ໄດ້ຊື້ກີນໄປວັນໆ ແຕ່ຢາກມີຄືໝູ່, ຖ້າຢາກໄດ້ແທ້ໆ ກໍ່ຄວນຊື້ລົດຮຸນໄດ ຫລື ວີໂກ້ເທົ່ານັ້ນກໍເຫັນວ່າພຽງພໍແລ້ວ. ເປັນຫຍັງຕ້ອງເອົາຮອດເລັກຊັດ ຫລືແລນຄຸຍເຊີ. ບັນຫານີ້ລອງໃຫ້ປະຊາຊົນລາວເຮົາ, ຜູ້ເປັນຕົວແທນປະຊາຊົນລາວເຮົາລອງຄິດຫງຳນຳກັນເບີ່ງດຸ. 

 ອັນນີ້ແລ້ວເຂົາວ່າເຮືອນບໍ່ມີຢູ່, ແຕ່ຊື້ລົດ ລາຄາ ເປັນແສນສອງແສນໂດລາມາຂີ່. ອອກເຮືອນປານພະຍາກັບມາບ້ານຂີ້ແມວເຕັມດົ້ງ. 

- ຄວນຄ່ອຍເປັນຄ່ອຍໄປບໍ່? ເຮັດເສັ້ນທາງລົດໃຫ້ມັນດີແຕ່ເໜືອຮອດໄຕ້ໄດ້ຫລືວ່າແຕ່ລະແຂວງພາຍໃນປະເທດໃຫ້ມັນເຊື່ອມຕໍ່ກັນໃຫ້ໄດ້ດີກໍ່ພຽງພໍແ້ວ. ຖ້າເຮັດໄດ້ໂຕນີ້ເລື່ອງອື່ນຈື່ງຄິດຕາມຫລັງ.  ຖ້າວ່າເຂົາຢາກຊວ່ຍເຫລືອເຮົາລ້າເຮົາບໍ່ວ່າດອກ. ອັນນີ້ໄປຢືມເຂົາມາເຮັດຍັງຊິໄປຕາມໃຈເຂົາຢູ່ .  

__________________
ຫຫ

Date:

ເຖິງວ່າລາວເຮົາຈະມີລົດໄຟຄວາມໄວສູງ ແຕ່ສຸດທ້າຍສິງກະໂປ,ມາເລເຊຍ ຫຼືໄທກາບໍ່ເອົານຳແນ່ນອນ

ເພາະບໍ່ມີຜົນປະໂຫຍດພຽງພໍທີ່ຈະເຮັດໃຫ້ເຂົາສ້າງ ລົດໄຟຄວາມໄວສູງກາປຽບຄືແຜນຕີອາຊຽນໃຫ້ແຕກ

ທັງດ້ານເສດຖະກິດແລະປະຊາກອນ ເຖິງວ່າສິງກະໂປ,ມາເລ,ໄທຈະມີເຊື້ອຈີນຫຼາຍແຕ່ເຂົາກາບໍ່ໄດ້ມັກ

ຄົນເຊື້ອຈີນຈາກແຜ່ນດິນໃຫຍ່

        ລະອີກຢ່າງສິນຄ້າທີ່ຈະໄປນຳສົ່ງອອກໃຫ້ຈີນກໍອາດຕ້ອງເສຍພາສີໃຫ້ເຂົາ ແຕ່ໃນຂະນະທີ່ຈີນອາດໃຊ້ລາວ

ເປັນທາງຜ່ານໃນການແຜ່ສິນຄ້າໂດຍປອດພາສີໄປສູ່ປະເທດຕ່າງໆ ເພາະວ່າອາຊຽນຈະບໍ່ມີພາສີລະຫວ່າງກັນ

ລະຄິດວ່າປະເທດອື່ນເຂົາຈະຍອມບໍ່?  ລະກາເປັນໄປໄດ້ຍາກທີ່ອາຊຽນກັບຈີນຈະຍົກເລິກພາສີລະຫວ່າງກັນ

ເພາະສິນຄ້າຈີນມີລາຄາຕົ້ນທຶນຖືກກວ່າຫຼາຍເທົ່າແລະການຜະລິດຫຼາຍຢ່າງກາບໍ່ໄດ້ມາດຕະຖານ

ຕົວຢ່າງງ່າຍໆກໍເບິ່ງທີ່ລາວໜິແຫຼະ ທີ່ແມ້ແຕ່ໄມ້ຄີບຖູ່ຫຼືໄມ້ຈິ້ມແຂ້ວຍັງຕ້ອງໄດ້ນຳເຂົ້າມາແຕ່ຫວຽດຫຼືໄທ

ເພາະມີຕົ້ນທຶນທີ່ຖືກກວ່າ ຂະໜາດໄທເອງຍັງຢ້ານສິນຄ້າທີ່ມາຈາກຈີນຕີຕະຫຼາດ

      ລາຄາປີ້ຄ່າລົດໄຟກາບໍ່ໄດ້ວ່າຈະຖືກອີກເດີ້ ລາຄາອາດຈະຖືກກວ່າຄ່າປີ້ຍົນໜ້ອຍດຽວຫຼືແພງກວ່າ

ອຸບັດຕິເຫດລະຫວ່າງລົດໄຟກັບຍົນເມື່ອມານັບສະເລ່ຍໃສ່ກັນແລ້ວແມ່ນຍົນມີໜ້ອຍກວ່າຫຼາຍ

      ເມກາປະເທດເສດຖະກິດໃຫຍ່ອັນດັບໜຶ່ງຂອງໂລກຍັງບໍ່ເຫັນວ່າຈະມີລົດໄຟຄວາມໄວສູງ(ເຖິງມີ

ກາອາດຈະບໍ່ໄດ້ຫຼາຍ) ເພາະຄົນເມກາສ່ວນຫຼາຍນິຍົມຂີ່ຍົນຫຼືຂີ່ລົດສ່ວນຕົວຫຼາຍກວ່າ

      ທາງທີ່ດີຄວນສ້າງຫົນທາງໃຫ້ທົ່ວປະເທດກ່ອນຫຼືສ້າງລົດທຳມະດາໄປເລີຍຈະມີປະໂຫຍດກວ່າອີກ

__________________
Anonymous

Date:

ຫຫ wrote:

 ຄົນລາວກະຄືກັນ, ໜຶ່ງ ມັກເປັນສ່ວນຕົວ(ໃຊ້ລົດສ່ວນຕົວ) ສອງມາ ບໍ່ລຶ້ງໃຊ້ລົດໄຟ(ເພາະບໍ່ເຄືຍມີ)  ສາມ ລາຄາຫຼູດຄ່າປີ້ຍົນນິດດຽວ(ໃຊ້ຍົນໄວກວ່າ ແລ້ວກໍປອດໄພກວ່າ) ປະຊາກອນຂອງເຮົາກໍນິດດຽວ ຫາລູກຄ້າພາຍໃນບໍ່ໄດ້ ຖ້າແຕ່ລູກຄ້າຕ່າງປະເທດກະພໍດີເຈ້ງຕາຍ !

__________________
1 2  >  Last»  | Page of 2  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard