Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສະມັກວີຊ້າ ໄປອັງກິດ ບໍ່ຈໍາເປັນຕ້ອງບິນໄປກຸງເທບ ແລ້ວ
Anonymous

Date:
ສະມັກວີຊ້າ ໄປອັງກິດ ບໍ່ຈໍາເປັນຕ້ອງບິນໄປກຸງເທບ ແລ້ວ


UK launches visa service in Laos

A mobile UK visa application service will start in Vientiane this month, meaning residents of Laos will no longer have to travel to Bangkok to submit a UK visa application.

P2.jpg

Mr Philip Malone.

The new mobile visa clinic will be available approximately every three months at the British Embassy in Vientiane, with the first to take place on September 26.

The information was revealed at a press conference held on Friday by the British Ambassador to the Lao PDR, Mr Philip Malone.

“W e are pleased to be able to introduce this service to residents of the Lao PDR. The new service reflects the importance we place on strengthening the relationships we have with the Lao people and our desire to see more people from here visit, do business, invest and study in the UK for the benefit of both our countries,” he said.

“It also underscores our commitment to continually improve the visa service we offer our customers by providing them with products and services that better meet their needs.”

Mr Malone said customers applying for a UK visa previously had to go to Bangkok in Thailand to provide their biometric data (fingerprints and digital photograph) and submit their documents.

Now Lao customers can make an appointment to attend one of the mobile visa clinics at the British Embassy in Vientiane to complete the application process. Applications are then sent to the visa processing hub in Bangkok to be assessed by UK Visas and Immigration staff.

The UK Visas and Immigration service aims to process non-settlement visa applications within 15 working days and settlement applications within 12 weeks.

Customers using the service will have to pay a fee of £75 (about 900,000 kip) in addition to the visa application fee. This includes the cost of sending the application by courier to Bangkok and returning it to their nominated address in Laos once processed.

This is a more convenient and less expensive option than travelling to Bangkok to make the application, although anyone who wishes to do that can still do so without paying any additional charge.

The new service will be run by UK Visas and Immigration's commercial partner in South East Asia, VFS Global. VFS Global operates most of the UK Government's visa application centres across Asia. The clinics will be held at the British Embassy premises in Vientiane. Those wanting to take advantage of the service should first complete an online application form (http://www.visa4uk.fco.gov.uk/ApplyNow.aspx), and then pay for the service online via the VFS paymentportal

Customers can apply for a visa to travel to the UK up to three months in advance. Further information about the mobile visa clinics in Vientiane and how to apply for a UK visa can be found on the Thai pages of the UK Visas and Immigration website

 

By Times Reporters 
(Latest Update
 September 09, 
2013)



__________________
Anonymous

Date:
RE: ສະມັກວີຊ້າ ໄປອັງກິດ ບໍ່ຈໍາເປັນຕ້ອງບິນໄປກຸງເທບ ແລ້ວ


ກຽມເປີດບໍລິການວີຊາ ເຂົ້າປະເທດອັງກິດ 
ຢູ່ ສປປ.ລາວ ໃນທ້າຍເດືອນກັນຍານີ້

uk.jpg

ຂປລ. ທ່ານ ຟີລິບ ມາໂລນ ເອກອັກຄະຣາຊະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດອັງກິດ ປະຈຳລາວ ໄດ້ຖະແຫລງຕໍ່ສື່ມວນຊົນ ກ່ຽວກັບການ ເປີດໜ່ວຍບໍລິການວີຊາ (Visa) ອັງກິດເຄື່ອນທີ່ ຢູ່ ສປປ. ລາວ ຊຶ່ງຈະເລີ່ມແຕ່ໃນວັນທີ 26 ກັນຍາ 2013 ນີ້ເປັນຕົ້ນໄປ, ຜູ້ທີ່ມີຄວາມຕ້ອງການ ຈະຍື່ນຄຳຮ້ອງຂໍວີຊາໄປປະເທດອັງກິດ ບໍ່ຈຳເປັນຕ້ອງເດີນທາງໄປບາງກອກ ປະເທດໄທ ເພື່ອຍື່ນແບບຟອມສະໝັກຂໍວີຊາອີກຕໍ່ໄປ ຊຶ່ງໜ່ວຍບໍລິການ ດັ່ງກ່າວ ຈະເປີດບໍລິການທຸກໆ 3 ເດືອນ.

ພິທີຖະແຫລງຂ່າວດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 6 ກັນຍາ 2013 ທີ່ສະຖານເອກອັກຄະຣາຊະທູດອັງກິດ ປະຈຳລາວ ທ່ານທູດກ່າວວ່າ: ສະຖານທູດ ອັງກິດປະຈຳລາວ ກໍຄື ລັດຖະບານອັງກິດ ໄດ້ໃຫ້ຄວາມສຳຄັນຕໍ່ການຮັດແໜ້ນສາຍພົວພັນ ລະຫວ່າງ ປະຊາຊົນສອງຊາດ ລາວ-ອັງກິດ ໂດຍມີ ຄວາມມຸ້ງມາດປາຖະໜາ ຢາກເຫັນປະຊາຊົນຈາກ ສປປ.ລາວ ເດີນທາງໄປຢ້ຽມຢາມ, ເຮັດທຸລະກິດ, ລົງທຶນ ແລະ ສຶກສາຮ່ຳຮຽນ ທີ່ປະເທດອັງກິດ ຫລາຍຂຶ້ນ. ສະນັ້ນ ຈິ່ງໄດ້ມີການປັບປຸງຂອດການບໍລິການດ້ານວີຊາ ໂດຍຈັດຕັ້ງໃຫ້ມີໜ່ວຍບໍລິການວີຊາອັງກິດເຄື່ອນທີ່ ຢູ ສປປ. ລາວ ເພາະໃນ ໄລຍະຜ່ານມາ ບັນດາຜູ້ສະໝັກທີ່ມີຈຸດປະສົງຢາກຍື່ນຄຳຮ້ອງຂໍວີຊາອັງກິດ ແມ່ນຕ້ອງໄດ້ເດີນທາງໄປບາງກອກ ເພື່ອປະກອບຂໍ້ມູນໄບໂອເມຕຼິກ (ພິມລາຍນິ້ວມື ແລະ ຮູບຖ່າຍລະບົບດີຈິຕອນ). ແຕ່ປະຈຸບັນ ແມ່ນສາມາດເຂົ້າຮັບການບໍລິການ ຈາກໜ່ວຍບໍລິການວີຊາແບບເຄື່ອນທີ່ດັ່ງກ່າວ ທີ່ສະຖານເອກອັກຄະຣາຊະທູດອັງກິດ ປະຈຳ ສປປ. ລາວ ຢູ່ນະຄອນຫລວງວຽງຈັນ ເມື່ອສຳເລັດຂັ້ນຕອນການສະໝັກຂໍວີຊາອັງກິດ ຈາກນັ້ນ ຄຳຮ້ອງຂໍ ວີຊາກໍຈະຖືກສົ່ງໄປບາງກອກ ເພື່ອໃຫ້ພະນັກງານຂອງສຳນັກງານວີຊາ ແລະ ຄົນເຂົ້າເມືອງຂອງ ປະເທດອັງກິດກວດສອບ ເມື່ອສຳເລັດ ສົມບູນແລ້ວ ກໍຈະສົ່ງ ກັບຄືນມາສະຖານທູດ ອັງກິດປະຈຳລາວ.

ທ່ານທູດອັງກິດ ຍັງໃຫ້ຮູ້ອີກວ່າ: ຜູ້ທີ່ຕ້ອງການໃຊ້ບໍລິການນີ້ ຈະຕ້ອງຈ່າຍຄ່າທຳນຽມ 75 ປອນ ຫລື ປະມານ 900.000 ກີບ ເພີ່ມຈາກຄ່າທຳນຽມ ຄຳຮ້ອງຂໍວີຊາ ຊຶ່ງຄ່າທຳນຽມດັ່ງກ່າວ ແມ່ນລວມທັງຄ່າໃຊ້ຈ່າຍສຳລັບການສົ່ງເອກະ ສານ ຄຳຮ້ອງ ໄປຍັງບາງກອກ ແລະ ເອົາກັບຄືນມາ ສະຖານ ທູດອັງກິດ ປະຈຳລາວ ເມື່ອການດຳເນີນການຕໍ່ຄຳຮ້ອງສຳເລັດ. ລວມຄ່າໃຊ້ຈ່າຍທັງໝົດປະມານ 1.860.000 ກີບ, ຊຶ່ງຈະເປັນການປະຢັດ ຄ່າໃຊ້ຈ່າຍ ເມື່ອທຽບໃສ່ຄ່າໃຊ້ຈ່າຍທີ່ຈະຕ້ອງເດີນ ທາງໄປບາງກອກ ດ້ວຍຕົນເອງ./.


__________________
Anonymous

Date:

ໃນທີ່ສຸດຈັກກະພັດອັງກິດກໍ່ຕ້ອງຍອມປະລະໄຊແລະກົ້ມໜ້າເຂົ້າມາຕັ້ງສະຖານທູດຢູ່ລາວ

ຢ່າງບໍ່ມີເງື່ອນໄຂ, ນີ້້ຄືໄຊຊະນະຂອງປະຊາຊົນລາວພາຍໃຕ້ການນໍາພາອັນສະຫລາດສ່ອງ

ໃສຂອງພັກປະຊາຊົນປະຕິວັດລາວ. ຊົມເຊີຍ ໆ ໆ !

ຫວັງວ່າໃນອະນາຄົດ ຍົນລາວຈະບິນກົງໄປລອນດອນໂດຍບໍ່ຕ້ອງຜ່ານປະເທດເພື່ອນບ້ານ.



__________________
Anonymous

Date:

Anonymous wrote:

ໃນທີ່ສຸດຈັກກະພັດອັງກິດກໍ່ຕ້ອງຍອມປະລະໄຊແລະກົ້ມໜ້າເຂົ້າມາຕັ້ງສະຖານທູດຢູ່ລາວ

ຢ່າງບໍ່ມີເງື່ອນໄຂ, ນີ້້ຄືໄຊຊະນະຂອງປະຊາຊົນລາວພາຍໃຕ້ການນໍາພາອັນສະຫລາດສ່ອງ

ໃສຂອງພັກປະຊາຊົນປະຕິວັດລາວ. ຊົມເຊີຍ ໆ ໆ !

ຫວັງວ່າໃນອະນາຄົດ ຍົນລາວຈະບິນກົງໄປລອນດອນໂດຍບໍ່ຕ້ອງຜ່ານປະເທດເພື່ອນບ້ານ.


 It was you (PDR's governemnt) that has to follow the International rule of law or otherwise, you and your PDR' s government need to be Isolated like 70 and 80.

Buk Houkhee.



__________________
Anonymous

Date:

Anonymous wrote:
Anonymous wrote:

ໃນທີ່ສຸດຈັກກະພັດອັງກິດກໍ່ຕ້ອງຍອມປະລະໄຊແລະກົ້ມໜ້າເຂົ້າມາຕັ້ງສະຖານທູດຢູ່ລາວ

ຢ່າງບໍ່ມີເງື່ອນໄຂ, ນີ້້ຄືໄຊຊະນະຂອງປະຊາຊົນລາວພາຍໃຕ້ການນໍາພາອັນສະຫລາດສ່ອງ

ໃສຂອງພັກປະຊາຊົນປະຕິວັດລາວ. ຊົມເຊີຍ ໆ ໆ !

ຫວັງວ່າໃນອະນາຄົດ ຍົນລາວຈະບິນກົງໄປລອນດອນໂດຍບໍ່ຕ້ອງຜ່ານປະເທດເພື່ອນບ້ານ.

ພວກຄອມມຸຍນິດລາວແດງໜ້າດ້ານຕາບໂລຫະສັງກະສີເວົ້າເກີນຄວາມເປັນຈິງແລະ ກົງກັນຂ້າມໂມ້ບໍ່ມີໃຜທໍ່ ບໍ່ແມ່ນດີໃຈທີ່ໄດ້ມີສະຖານທູດ
ປະເທດອັງກິດເອົາໄວ້ຕໍ່ລອງໂຈມສອກຂໍທານບໍ?ເຖິງຢ່າງໃດກໍ່ຕາມສຳລັບການນຳພາຂອງພັກແລະລັດກໍ່ຕັ້ງເປົ້າໝາຍຂໍທານເຂົາກີນເໝືອນເດີມນັ້ນຫຼະ!

 It was you (PDR's governemnt) that has to follow the International rule of law or otherwise, you and your PDR' s government need to be Isolated like 70 and 80.

Buk Houkhee.


 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard