Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄວາມເປັນມາຂອງພາສາລາວ
Anonymous

Date:
ຄວາມເປັນມາຂອງພາສາລາວ


ຄວາມເປັນມາຂອງພາສາລາວ

ພາສາລາວສືບຖອດມາຈາກ ພາສາໄຕ ຢູ່ພາກໃຕ້ຂອງປະເທດຈີນຊື່ງເປັນຈຸດດັ່ງເດີມຂອງຫລາຍພາສາຕ່າງໆ ທີ່ຍັງໃຊ້ແລະເວົ້າຢູ່ໂດຍຫລາຍຊົນເຜົ່າ. ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວ ຂອງອານາຈັກຈີນ, ການບຸກລຸກຂອງຊາວມົງໂກນ ແລະ ການປູກຝັງທຳມາຫາກີນ, ຄົນໄຕໃດ້ຍົກຍ້າຍລົງມາພາກໃຕ້ ຕາມຮີມຝັ່ງແມ່ນ້ຳຂອງ. ການອົບພະຍົກຂອງຊາວໄຕກໍ່ໄດ້ມີກ່າວໄວ້ໃນຕຳນານຂອງເຈົ້າພະຍາ ຂຸນບູຣົມຣາຊາທິຣາດ.



__________________


Member

Status: Offline
Posts: 24
Date:

ໄຕ ຫລື ໄທ ບໍ່ແມ່ນຊື່ເຊື້ອເຜົ່າ

ໄທ ບໍ່ໄດ້ແປວ່າ ອິດສະຣະພາບ

ໄຕ ແປວ່າ ຄົນ ພວກ ຊາວ  ຊາວບ້ານ

ເຊັ່ນ ໄທບ້ານໃຕ້ ໄທບ້ານເໜືອ ໄທວຽງຈັນ ໄທເມືອງຫຼວງ ໄທປາກເຊ ໄທຫຍໍ້

ໄທຫົ່ມດຳ ໄທລື້ ໄທຂະເໝນ ໄທພະມ້າ ໄທຢີ່ປຸ່ນ ໄທເປີເຊັຽ  ໄທນັ້ນໄທນີ້

 

ລາວລ້ານຊ້າງເຄີຍມີພຣະເຈົ້າສາມແສນໄທ

ເພາະມີປະຊາກອນສາມແສນຄົນ ບໍ່ແມ່ນມີຄົນໄທຍຢູ່ນຳຈຳນວນສາມແສນ

 

ຈັ່ງຊັ້ນ  ຄວາມເຊື່ອວ່າໄຕຫລືໄທແມ່ນຊື່ຊົນເຜົ່ານັ້ນ ມາຈາກໃສ?

ມາຈາກພວກຕະເວັນຕົກ !!

ພວກຕະເວັນຕົກເຫັນພວກເຜົ່າຊົນຕ່າງໆໃນແຖບນີ້ເວົ້າພາສາຄ້າຍຄືກັນ

ພວກນີ້ເອີ້ນໂຕເອງແລະເອີ້ນພວກອື່ນວ່າ ໄຕ(ໄທ)ນັ້ນໄຕນີ້ ເລີຍເຂົ້າໃຈວ່າໄຕເປັນຊື່ເຜົ່າພັນ

ອີກຢ່າງພວກນັກພາສາສາຕ ນັກມະນຸດສາຕຢາກຈັດກຸ່ມເຊື້ອຊາດຕ່າງໆຂອງໂລກ

ເລີຍຈັດໃຫ້ພວກທີ່ເວົ້າພາສາກຸ່ມນີ້ ເປັນພວກໄຕເໝິດ

ແມ່ນແທ້ແລ້ວ  ທີ່ພວກຝຣັ່ງຍັງບໍ່ເຂົ້າໃຈ ຄືພວກຊົນເຜົ່າຕ່າງໆແຕ່ໂບຮານບໍ່ເຄີຍເອີ້ນໂຕເອງວ່າເປັນຄົນໄຕ

ພວກເຂົາມີຊື່ຊົນເຜົ່າສະເພາະເປັນໂຕຕົນ ເຊັ່ນ ລາວ ລື້ ຂືນ ຍວນ ຈ້ວງ ແລະ....

ແລະເອີ້ນຄົນລາວ ຄົນລື້ວ່າໄຕລາວ ໄຕລື້   ໄຕ ໄທກໍ່ແປວ່າຄົນ

 

ທຸກມື້ນີ້ທີ່ຝຣັ່ງເປັນຄົນຕັ້ງໃຫ້ໄຕເປັນກຸ່ມເຊື້ອເຜົ່າຈຶ່ງຖືກສັ່ງສອນແລະຖືກຈົດຈື່ວ່າເປັນດັ່ງນັ້ນຕາມນັ້ນ

ຄວາມເຊື່ອຖືຕາມທີ່ຝຣັ່ງບອກ ເຮັດໃຫ້ພາສາຫຼາຍຊົນເຜົ່າຖືກປັບປ່ຽນໄປຕາມ

ຕົວຢ່າງເຊັ່ນຈະເອີ້ນໄຕລື້ຄືເກົ່າ ກໍ່ຈະເອີ້ນຄົນໄຕລື້ 

ເຊິ່ງແຮ່ງເຮັດໃຫ້ຜິດແລະນັບມື້ຈະເຂົ້າໃຈວ່າໄຕເປັນຊື່ຊົນເຜົ່າເລິກເຂົ້າໄປອີກ

 

 

 

 

 



__________________

ແມ່ເຖົ້າຫວັນ

yaydun.jpg

Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard