Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມີຄວາມໝາຍວ່າແນວໃດ
Anonymous

Date:
ມີຄວາມໝາຍວ່າແນວໃດ

ຂໍຖາມທຸກຄົນແດ່ ຄຳວ່າ "ຄຸນທາດການເມືອງ" ມີຄວາມໝາຍວ່າແນວໃດ?

ຂໍຂອບໃຈຢ່າງສູງ!

__________________
Anonymous

Date:

Anonymous wrote:

 Lao communist party No good , Lao communist party is human killer machine

Lao communist party is dog eate same  like their boss viet

__________________
Anonymous

Date:

Anonymous wrote:

ຂໍຖາມທຸກຄົນແດ່ ຄຳວ່າ "ຄຸນທາດການເມືອງ" ມີຄວາມໝາຍວ່າແນວໃດ?

ຂໍຂອບໃຈຢ່າງສູງ!

ຜູ້ຂ້າກໍຄວາມຮູ້ຕ່ຳ ໂຮງຮຽນກໍໂຮງຮຽນໄຟໄໝ້ ຖ້າຜິດພາດກໍຂໍອະໄພຍະໂທດນຳຜູ້ທີ່ມີຄວາມຮູ້ສູງ

ທີ່ສະເລັດການຮຽນຈາກໂຮງຮຽນທີ່ບໍ່ເຄີຍຖືກໄຟໄໝ້.

ກ່ອນອື່ນໝົດຜູ້ຂ້າຂໍຍົກຄຳວ່າ ທາດ ອອກມາຊອກຫາຄວາມໝາຍໃນຂອງມັນເສັຽກ່ອນ ເພາະພາສາລາວ

ເຮົາມີຢູ່ 3 ສັບດ້ວຍກັນທີ່ຜັນສຽງອອກສຽງ ທາດ ແບບດຽວກັນ ແຕ່ສະກົດບໍ່ຄືກັນ:

- ທາດ = ເປັນທາດ-ຂ້າທາດ-ຄົນຮັບໃຊ້ຈົນຊົ່ວຊີວິດ.

- ທາຕ = ທາຕເຈດີ: ທາຕຫລວງ-ທາຕອິງຮັງ-ທາຕພູສີ.........

- ທາສ = ຄວາມເປັນມາ-ໂຕຈິງ-ຈຸດກໍ່ກຳເນີດ (ທາສແທ້).

ຄຳວ່າ " ຄຸນທາດ " ທີ່ທ່ານຂຽນຢູ່ກະທູ້ຄຳຖາມຂອງທ່ານນັ້ນຈະແມ່ນອັນໃດກັນແທ້: ທາດ-ທາຕ ຫລື ທາສ?

ແຕ່ເຊື່ອແນ່ວ່າອາດແມ່ນ ທາສ ສັບນີ້ຈຶ່ງຈະເຂົ້າກັບຄວາມໝາຍ: ຄຸນທາສການເມືອງ.

ກະລູນາຢ່າດ່າກັນເນີ້ຜູ່ທີ່ມີຄວາມຮູ້ສູງ!

__________________
Anonymous

Date:

ທ່ານຜູ້ທີ່ໃຫ້ຄໍາອະທິບາຍໃນຄໍາວ່າ"ທາດ" ນັ້ນຄົງຈະຮຽນຈົບຂັ້ນມະຫາເນາະ..? ຂໍຂອບໃຈ

ຫຼາຍໆທີ່ໄດ້ເອົາຄໍາສັບຕ່າງໆມາແຈກຈ່າຍແລະໃຫ້ຄວາມຮູ້ກັບຄົນທັງຫຼາຍທີ່ບໍ່ໄດ້ຮູ້ຄໍານີ້

ມາກ່ອນ..ຮູ້ໄດ້ແຕ່ຄໍາວ່າ"ທາດ"ແຕ່ບໍ່ຮູ້ສະກົດແລະຄວາມໝາຍຂອງມັນ.

__________________
Anonymous

Date:

Anonymous wrote:
Anonymous wrote:

ຂໍຖາມທຸກຄົນແດ່ ຄຳວ່າ "ຄຸນທາດການເມືອງ" ມີຄວາມໝາຍວ່າແນວໃດ?

ຂໍຂອບໃຈຢ່າງສູງ!

ຜູ້ຂ້າກໍຄວາມຮູ້ຕ່ຳ ໂຮງຮຽນກໍໂຮງຮຽນໄຟໄໝ້ ຖ້າຜິດພາດກໍຂໍອະໄພຍະໂທດນຳຜູ້ທີ່ມີຄວາມຮູ້ສູງ

ທີ່ສະເລັດການຮຽນຈາກໂຮງຮຽນທີ່ບໍ່ເຄີຍຖືກໄຟໄໝ້.

ກ່ອນອື່ນໝົດຜູ້ຂ້າຂໍຍົກຄຳວ່າ ທາດ ອອກມາຊອກຫາຄວາມໝາຍໃນຂອງມັນເສັຽກ່ອນ ເພາະພາສາລາວ

ເຮົາມີຢູ່ 3 ສັບດ້ວຍກັນທີ່ຜັນສຽງອອກສຽງ ທາດ ແບບດຽວກັນ ແຕ່ສະກົດບໍ່ຄືກັນ:

- ທາດ = ເປັນທາດ-ຂ້າທາດ-ຄົນຮັບໃຊ້ຈົນຊົ່ວຊີວິດ.

- ທາຕ = ທາຕເຈດີ: ທາຕຫລວງ-ທາຕອິງຮັງ-ທາຕພູສີ.........

- ທາສ = ຄວາມເປັນມາ-ໂຕຈິງ-ຈຸດກໍ່ກຳເນີດ (ທາສແທ້).

ຄຳວ່າ " ຄຸນທາດ " ທີ່ທ່ານຂຽນຢູ່ກະທູ້ຄຳຖາມຂອງທ່ານນັ້ນຈະແມ່ນອັນໃດກັນແທ້: ທາດ-ທາຕ ຫລື ທາສ?

ແຕ່ເຊື່ອແນ່ວ່າອາດແມ່ນ ທາສ ສັບນີ້ຈຶ່ງຈະເຂົ້າກັບຄວາມໝາຍ: ຄຸນທາສການເມືອງ.

ກະລູນາຢ່າດ່າກັນເນີ້ຜູ່ທີ່ມີຄວາມຮູ້ສູງ!

 ກະບໍ່ເຂົ້າໃຈຄືກັນ ເພາະເອກະສານທາງການສະບັບນັ້ນເພິ່ນຂຽນວ່າ ຄຸນທາດການເມືອງຂອງພະນັກງານ... ຈຶ່ງບໍ່ເຂົ້າໃຈຄວາມໝາຍຂອງມັນກໍ່ເລີຍຕັ້ງກະທູ້ຖາມ!

ຂອບໃຈ!

__________________

Guru

Status: Offline
Posts: 695
Date:

I would like to know as well...please somebody helps.

__________________

 187557797.jpg

Veteran Member

Status: Offline
Posts: 32
Date:

Anonymous wrote:
Anonymous wrote:

ຂໍຖາມທຸກຄົນແດ່ ຄຳວ່າ "ຄຸນທາດການເມືອງ" ມີຄວາມໝາຍວ່າແນວໃດ?

ຂໍຂອບໃຈຢ່າງສູງ!

ຜູ້ຂ້າກໍຄວາມຮູ້ຕ່ຳ ໂຮງຮຽນກໍໂຮງຮຽນໄຟໄໝ້ ຖ້າຜິດພາດກໍຂໍອະໄພຍະໂທດນຳຜູ້ທີ່ມີຄວາມຮູ້ສູງ

ທີ່ສະເລັດການຮຽນຈາກໂຮງຮຽນທີ່ບໍ່ເຄີຍຖືກໄຟໄໝ້.

ກ່ອນອື່ນໝົດຜູ້ຂ້າຂໍຍົກຄຳວ່າ ທາດ ອອກມາຊອກຫາຄວາມໝາຍໃນຂອງມັນເສັຽກ່ອນ ເພາະພາສາລາວ

ເຮົາມີຢູ່ 3 ສັບດ້ວຍກັນທີ່ຜັນສຽງອອກສຽງ ທາດ ແບບດຽວກັນ ແຕ່ສະກົດບໍ່ຄືກັນ:

- ທາດ = ເປັນທາດ-ຂ້າທາດ-ຄົນຮັບໃຊ້ຈົນຊົ່ວຊີວິດ.

- ທາຕ = ທາຕເຈດີ: ທາຕຫລວງ-ທາຕອິງຮັງ-ທາຕພູສີ.........

- ທາສ = ຄວາມເປັນມາ-ໂຕຈິງ-ຈຸດກໍ່ກຳເນີດ (ທາສແທ້).

ຄຳວ່າ " ຄຸນທາດ " ທີ່ທ່ານຂຽນຢູ່ກະທູ້ຄຳຖາມຂອງທ່ານນັ້ນຈະແມ່ນອັນໃດກັນແທ້: ທາດ-ທາຕ ຫລື ທາສ?

ແຕ່ເຊື່ອແນ່ວ່າອາດແມ່ນ ທາສ ສັບນີ້ຈຶ່ງຈະເຂົ້າກັບຄວາມໝາຍ: ຄຸນທາສການເມືອງ.

ກະລູນາຢ່າດ່າກັນເນີ້ຜູ່ທີ່ມີຄວາມຮູ້ສູງ!

ຄວາມຮູ້ຂ້ອຍກໍ່ບໍ່ໄດ້ສູງຄືກັນ ແຕ່ຂໍມາຮ່ວມອອກຄຳເຫັນເພື່ອແລກປ່ຽນແນວຄຶດກັນເດີ

ອາດຈະຖືກຫຼືຜິດ ກໍ່ຈົ່ງໃຊ້ພິຈາຣະນະຍານເອົາໃຫ້ເລິກເຊິ່ງ

- ທາດ = ເປັນທາດ-ຂ້າທາດ-ຄົນຮັບໃຊ້ຈົນຊົ່ວຊີວິດ.

- ທາຕ = ທາຕເຈດີ: ທາຕຫລວງ-ທາຕອິງຮັງ-ທາຕພູສີ.........

- ທາສ = ຄວາມເປັນມາ-ໂຕຈິງ-ຈຸດກໍ່ກຳເນີດ (ທາສແທ້).

ທີ່ເຈົ້າຍົກເອົາມາອະທິບາຍທາງເທິງນີ້  ຂ້ອຍຄຶດວ່າເຈົ້າຄົງອິງຕາມພາສາໄທຍ

ເວົ້າຕາມແທ້  ພາສາລາວເຮົາກໍ່ຄວນຂຽນແບບນັ້ນອີຫລີ(ບໍ່ຢາກຂຽນ ອີຫຼີ ຈະມາອະທິບາຍມື້ໜ້າ)

ເພື່ອແຍກແຕກຕ່າງໃຫ້ເຂົ້າໃຈຕາມຄວາມໝາຍຂອງມັນ

ພາສາລາວເຮົາຍັງມີຫຼາຍຄຳທີ່ອອກສຽງດຽວກັນ ແລະກໍ່ຂຽນແບບດຽວກັນ

ເຮັດໃຫ້ສັບສົນໃນການເຂົ້າໃຈຂອງຄວາມໝາຍ

ແຕ່ກ່ອນແຕ່ໂບຮານໄທຍເຂົາກໍ່ຂຽນຄືລາວນີ້ແຫຼະ

ແຕ່ເຂົາພະຍາຍາມແກ້ໄຂດັດແປງ ເຮັດໃຫ້ຄຳທີ່ອອກສຽງຄືກັນແຕ່ຂຽນແຕກຕ່າງກັນ

ເຊັ່ນ 

ປາ(ແກວ່ງ ໂຍນ ปาหินใส่) 

ปลา(ສັດນ້ຳ)ເປັນພາສາລາວໄທຍ ພາສາລາວໄທຍແທ້ຈະບໍ່ມີຄຳຄວບກ້ຳ  ແຕ່ໄທຍເຂົາຕື່ມໂຕ ລ ລົງໄປເພື່ອໃຫ້ແຕກຕ່າງກັບ ປາກ້ອນຫິນ

ຍັງມີຄຳ กับ ແລະ กลับ  ເໍຊິ່ງເປັນພາສາລາວໄທຍແທ້ຄືກັນ ບໍ່ແມ່ນພາສາບາລີ ສັນສະກິດ ຫຼືຂະເໝນ

ດັ່ງນັ້ນ ກັບໄປກັບມາ  ກັບເຮືອນກັບຊານ ກັບບ້ານເກີດເມືອງນອນ ຖ້າຂຽນແບບດັ້ງເດີມຈຶ່ງບໍ່ມີໂຕ ລ ເປັນໂຕກ້ຳ

ແຕ່ໄທຍເຂົາຕື່ມ ລ ລົງໄປ ຂ້ອຍວ່າເປັນຄວາມຄຶດທີ່ດີຫຼາຍ

ເຮັດໃຫ້ພາສາມີຄວາມຈະແຈ້ງແຕກຕ່າງໃນຄວາມໝາຍຂອງມັນ

ເຮັດໃຫ້ເຫັນວ່າມີການພັດທະນາພາສາຢ່າງເປັນວິດທະຍາສາດ

ກັບມາເຮື່ອງ ຄຸນທາດ

ທາດ ນີ້ແປວ່າ ເຈດີ ເຊັ່ນ ທາດຫຼວງ ທາດອິງຮັງ  ທາດໃສ່ກະດູກຜູ້ເສັຽຊີວິດ

ທາດ ຄຳນີ້ເປັນພາສາລາວຖືກໃຊ້ມາແຕ່ໂບຮານແລ້ວ

ເຊິ່ງຄຳວ່າທາດນີ້ກໍ່ມີເຄົ້າມາຈາກພາສາຈີນອີກເທື່ອ

ຈີນເອີ້ນການກໍ່ຫິນກໍ່ດິນໃຫ້ສູງແຫຼມເປັນຈອມໂພນ ຫຼື ຕຶກສູງຊົງແຫຼມຂື້ນໄປວ່າ ຖະ 塔

ທາຕ ນີ້ມາຈາກພາສາບາລີ ສັນສະກິດ ແປວ່າ ກະດູກຂອງພະພຸທະເຈົ້າຫຼືຂອງພະອໍຣະຫັນ

ທາຕ ຍັງໃຊ້ກັບຄຳ ແຮ່ທາຕ  ທາຕດິນນ້ຳລົມໄຟ ທາຕອ່ອນທາຕແຂັງ(ຮ່າງກາຍ) ທາຕແທ້ (ຈິດໃຈທີ່ແທ້ )

ທາຕແທ້ ຈຶ່ງຄວນຂຽນວ່າ ທາຕ

ຄົນໄທຍເຂົາເອີ້ນພຣະທາຕ พระธาตุ ນັ້ນໝາຍເຖິງ ກະດູກ ເສັ້ນຜົມ ຫຼືເລັບຂອງພະພຸທະເຈົ້າ(ພຣະສາຣຣິກກະທາຕ)ແລະຂອງພະອໍຣະຫັນ(ພຣະທາຕ)

ພຣະທາຕນີ້ສ່ວນຫຼາຍຈະຕັ້ງຢູ່ໃນພະເຈດີ  ຫຼືບໍ່ເກັບຢູ່ໃນເຈດີ ເກັບຢູ່ໃສກໍ່ເອີ້ນພຣະທາຕຄືເກົ່າ

ທາສ ແມ່ນມາຈາກພາສາບາລີ ສັນສະກິດ ແປກົງກັບພສາລາວຄື ຂ້ອຍ ຂ້າ slave  ຂີ້ຂ້ອຍ  ຂີ້ຂ້າ

ຄົນໄທຍຈະເອີ້ນວ່າ ຂ້າທາສ  ທາສແມ່ຍິງເອີ້ນວ່າ ທາສີ

ແປວ່າ ຜູ້ຍອມເປັນຄົນຮັບໃຊ້ ຍອມຢູ່ໃຕ້ອຳນາດ

ທາສທີ່ຖືກຊື້ຂາຍດ້ວຍເງິນຈະສາມາດໄຖ່ຖອນຊື້ຄືນໃຫ້ຫລຸດຈາກທາສໄດ້

ຄຸນທາດ  ທີ່ລາວແດງເອົາມາໃຊ້ທຸກມື້ນີ້ ແຕ່ກ່ອນບໍ່ເຄີຍມີຄຳໆ ນີ້

ບໍ່ຮູ້ວ່າເຂົາຢາກໃຫ້ມັນມີຄວາມໝາຍຫຍັງ

ຄຸນ ແປວ່າ ດີງາມ

ແລະດັ່ງທີ່ວ່າ ທາດ ທາຕ ຫຼື ທາສ ທີ່ເຂົາຢາກໃຫ້ກົງກັບຄວາມໝາຍ

ທາດນັ້ນຕັດອອກໄປໄດ້  ເຫຼືອແຕ່ ທາຕ ກັບ ທາສ

ຄຸນທາດການເມືອງຂອງພະນັກງານ

ຖ້າຂຽນ ທາສ (ພຸທະທາສ) ຄຸນທາສການເມືອງຂອງພະນັກງານ

ກໍ່ຈະແປໄດ້ວ່າ  ຜູ້ຮັບໃຊ້ການເມືອງທີ່ດີ ຫຼື ຂ້າທາສການເມືອງທີ່ດີຂອງພະນັກງານ

ແຕ່ຂຽນ ທາຕ ກໍ່ຈະມີຄວາມໝາຍວ່າ  ຄຸນສົມບັດການເມືອງຂອງພະນັກງານ

ຫຼື  ຄວາມຮູ້ການເມືອງທີ່ດີຂອງພະນັກງານ (ທາຕ ແປໄດ້ອີກວ່າ ສິ່ງປະກອບຕ່າງໆ )

ຫຼື  ທາຕແທ້ການເມືອງທີ່ດີຂອງພະນັກງານ

-- Edited by Phu Kham on Monday 12th of January 2015 01:24:29 AM

__________________

Senior Member

Status: Offline
Posts: 243

 ເຈົ້າອະທິບາຍມານີ້ແມ່ນຖືກຕ້ອງທີ່ສຸດສຳຣັບພາສາລາວເຮົາ. ຂ້າພະເຈົ້າຄິດວ່າຈະມາອະທິບາຍ

ກ່ອນໜ້ານີ້ແຕ່ຢ້ານຖືກເຈົ້າຂອງກະທູ້ດ່າຜົວແມ່ຂ້າພະເຈົ້າຈຶ່ງບໍ່ໄດ້ອອກມາອະທິບາຍ. ການອະທິ

ບາຍສິ່ງທີ່ຜິດພາດຫຼືບໍ່ຖືກຕ້ອງນັ້ນ ຜູ່ທີ່ອອກມາອະທິບາຍຄວນໄດ້ຮັບຄວາມຂອບໃຈຈາກເຈົ້າຂອງ

ກະທູ້, ແຕ່ກົງກັນຂ້າມເຫັນສ່ວນຫລາຍແມ່ນໄດ້ຮັົບຄຳຕອບໂຕ້ຈາກເຈົ້າຂອງກະທູ້ດ້ວຍຄຳຍາບຄາຍ

ຕ່າງໆນາໆທັງໆທີ່ເປັນຝ່າຍຜິດແທ້ໆ.

ແຕ່ໜ້າເສັຍດາຍພາສາລາວຂອງ ສປປລ ແມ່ນບໍ່ມີຄວາມເຂັ້ມແຂງທາງດ້ານການສະກົດພາສາຊາດ

ຂອງຕົນເອງແລ້ວ ເວົ້າແບບແປນໆ (ຂ້າພະເຈົ້າບໍ່ມັກເອົາສັບຂອງແນວລາວອອກມາໃຊ້: ເວົ້າແຈ້ງໆ)

ແມ່ນພາສາລາວຂອງ ສປປລ ແມ່ນອ່ອນແອທີ່ສຸດຈົນບໍ່ສາມາດຂຽນທຽບກັບພາສາສາກົນໄດ້ເລີຍ.

ຕົວຢ່າງ:

Resort = ສປປລ ຂຽນ: ລີສອດ ແທນທີ່ຕ້ອງຂຽນ: ຣີສອຣທ໌.

Transmission Repair = ສປປລ ຂຽນ: ຕະລານມີຊົງ ລີແປ

                                 ແທນທີ່ຕ້ອງຂຽນ: ທຣານສມິສສັນ ຣີແພຣ໌

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard