Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລົດໃນລາວ
Anonymous

Date:
ລົດໃນລາວ




__________________
Anonymous

Date:

ເບິ່ງຄລິປນີ້ແລ້ວຈຶ່ງເຫັນໄດ້ຄວາມແຕກໂຕນຂອງສັງຄົມ, ຕູ້ສົມດີຕ້ອງຂາຍຄວາຍຈັກໂຕ

ຈຶ່ງຈະຊື້ລົດແບບນີິ້ໄດ້ໃຫ້ຫຼານລາວຂີ່ໄປໂຮງຮຽນ?



__________________
Anonymous

Date:

Anonymous wrote:

ເບິ່ງຄລິປນີ້ແລ້ວຈຶ່ງເຫັນໄດ້ຄວາມແຕກໂຕນຂອງສັງຄົມ, ຕູ້ສົມດີຕ້ອງຂາຍຄວາຍຈັກໂຕ

ຈຶ່ງຈະຊື້ລົດແບບນີິ້ໄດ້ໃຫ້ຫຼານລາວຂີ່ໄປໂຮງຮຽນ?


 ຕູ້ສົມດີ ລາວດວງດີຖືກຫວຍລວຍຊັພ ລາວຊື້ໄດ້ສະບາຍລູກລາວຄົນ 1 ມີ ສອງຄັນດີກວ່ານີ້ອີກ.



__________________
Anonymous

Date:

ຕູ້ສົມດີ ດວງດີ ຈາມຊື່ໆກໍ່ໄດ້ແລ້ວແຄມມະລີຫັ້ນບໍ່ເຖິງຂັ້ນເພິ່ນຖືກຫວຍລວຍເບີດອກ

ສ່ວນຕູ້ສົມດີ ດວງລີ້ ຕ້ອງໄດ້ຂາຍດິນຂ້າງໂຮງສີມາຊື້ຟິໂນ ຕ່າງກັນໃດອ້າຍເອີຍ !



__________________
Anonymous

Date:

ຖ້າອາແປ໊ະໂງ້ມາຊື້ດິນໜອງຢ່ອນຕາມສັນຍາ ຈະຊື້ລົດລັດເຊຍມາຂີ່, ມັກນໍາບໍ່?



__________________
ບ້ານນອກ

Date:

Anonymous wrote:

ຕູ້ສົມດີ ດວງດີ ຈາມຊື່ໆກໍ່ໄດ້ແລ້ວແຄມມະລີຫັ້ນບໍ່ເຖິງຂັ້ນເພິ່ນຖືກຫວຍລວຍເບີດອກ

ສ່ວນຕູ້ສົມດີ ດວງລີ້ ຕ້ອງໄດ້ຂາຍດິນຂ້າງໂຮງສີມາຊື້ຟິໂນ ຕ່າງກັນໃດອ້າຍເອີຍ !


 ສວ່ນຕູ້ ສົມມີ ຂອ້ຍ ປີໃຫມ່ປີນີ້ ສີຂາຍງົວ 30 ໂຕ ໄປຊື້ ຮຸນໄດ້ ເດີ



__________________
Anonymous

Date:

ນອກຈາກເສັ້ນທາງ 450 ປີແລ້ວ ມີເສັ້ນທາງໃດແດ່ທີ່ລົດລາຄາແພງໆເຫຼົ່ານີ້ສາມາດແລ່ນ

ໄດ້ໃນຄວາມໄວ 180 Km/h ?



__________________
Anonymous

Date:

Anonymous wrote:

ນອກຈາກເສັ້ນທາງ 450 ປີແລ້ວ ມີເສັ້ນທາງໃດແດ່ທີ່ລົດລາຄາແພງໆເຫຼົ່ານີ້ສາມາດແລ່ນ

ໄດ້ໃນຄວາມໄວ 180 Km/h ?


 ถนนมิตรภาพ 



__________________
Anonymous

Date:

Anonymous wrote:


 ຄົນທຸກ​ຍາກ​ໃນລາວ



__________________
Anonymous

Date:

Anonymous wrote:
Anonymous wrote:


 ຄົນທຸກ​ຍາກ​ໃນລາວ


 ສ­ມັຍ­ກ່ອນ…ຕອນ­ຜູ້­ຂ້າ­ຢູ່­ຢັ້ງ………ພູມ­ຖິ່ນ­ດິນ­ລາວ

ປ່າ­ໄມ້­ຂຽວງາມ­ດົກ……………….ທົ່ວ­ແດນ­ດິນ­ດ້າວ
ບັດ­ນີ້ ຟັງ­ຂ່າວ­ຄາວ­ສັງມາເສົ້າ….ການ­ສູນເສັຍ­ພຶກ­ສາຊາດ
ພັກ­ແລະ­ລັດ­ຜູ້­ສ່ອງ­ໃສ……………ສັງມາປະ­ປ່ອຍ­ໃຫ້
………………ນາຍ­ທຶນ­ຕັດ­ຕົ້ນ­ໄມ້……­ໃຫ້ດັບ­ຊິ້ນ­ສືບ­ພັນ

ອ່ານ­ແລ້ວ­ໃຈສະ­ທ້ານ……………….ຈາກ­ຜູ້­ຫ່ວງ­ດິນດອນ
ລູກ­ຊາຍເມືອງ­ຄໍາຂຽນເປັນກອນ…….ເລື່ອງ­ຈິງ­ຢູ່­ທາງ­ບ້ານ
ຊັພ­ໃນ­ດິນ­ສິນ­ໃນ­ນໍ້າ…………………ເມືອງ­ລາວ­ມີ­ຄຸນ­ຄ່າ
ປ່າ­ດົງ­ດິບ­ດ່ານ­ດ້າວ………………….ຄາວ­ນີ້­ຊິບໍ່ຍັງ

ເສັ້ນ­ຜົມ­ບັງກວບ­ໄວ້……………….ຕັງ­ປ່ອງ­ພູຜາ ເປັນ­ຕາ­ງຶດ
ພັທນາ­ບໍ່ມີ­ຢຸດ……………………..ຍຸກ­ສ­ມັຍ­ໄວ­ກ້າວ
ຮຸ່ງ­ປານດາວ­ຢູ່ເມືອງ­ຟ້າ……………ປວງ­ປະ­ຊາ­ແຕກ­ຕື່ນ
ສົດ­ຊື່ນ­ໃສ­ແຕ່­ຫນ້າ…………………ນໍ້າຕາ­ລົ້ນ ອັ່ງ­ຢູ່­ໃນ

ບໍ່ມີ­ໃຜລະ­ເວັ້ນ…………………….­ແມ່ນ­ແຕ່­ປ່າ­ພົງ­ໄພ
ການ­ທໍາລາຍ­ບໍ່ມີ­ຢຸດ……………….ກຸດ­ມຸດ­ລົງ­ຈົນ­ຫ້ຽນ
ລຽນເປັນ­ລໍາຍາວ­ກ້ຽງ…………­ແຄນ­ຄະ­ຍູງ­ແຕ້ດູ່ ເສັຍດາຍເດ
ປວງ­ປະ­ຊາ­ຂົດ­ຂູ່…..­ໄດ້­ແຕ່ກອດເຂົ່າ­ໄຫ້…ອາ­ລັຍ­ໂອ້ອ່າວ­ນໍາ

ຄວາມເຈັບ­ປວດ­ຊອກ­ຊໍ້າ……………..ບໍ່ມີ­ສິ່ງ­ປຸນ­ປານ
ພວກ­ຂໍທານ­ທົນ­ທຸກ…………………ຂາດ­ຮູ້ມເງົານອນ­ຊົ້ນ
ພວກ­ຄົນ­ຣວຍ­ພາ­ກັນ­ຄົ້ນ…………….ຂົນ­ໄປຂາຍ ບໍ່­ຢຸດ­ຢ່ອນ
ທໍາລາຍ­ປ່າ­ດົງດອນ…………………ກອບ­ໂກຍ­ກື­ໂກດ­ລ້ານ
…………………………………….­ໂຮມເຂົ້າ­ໃສ່­ແຕ່­ຖົງ

ຄົນ­ຣວຍ ກິນ­ຈົນ­ຮາກ­ແຕກ­ຟົ້ງ………….ຍ້ອນ­ທ້ອງ­ອີ່ມເອົາເຫຼືອ
ບໍ່ເພື່ອເລີຍ…ເດັກ­ຈົນໆ­ທົນ­ຫີວ……....…ທີ່ນັ່ງ­ຂໍທານ­ນ້ອມ
ຄົນ­ພິການກາຍເນື້ອ…………………ເຫຼືອ­ຫຼາຍ­ທີ່ອຶດຍາກ
ຂໍ­ແຕ່­ພຽງຮາກ­ໄມ້…….ຝົນເປັນ­ຢາ­ໃຫ້­ໃຊ້…ກໍໍດັບ­ສ້ຽງ­ສູ່­ແນວ

ເທົ່າ­ນັ້ນ­ຍັງ­ບໍ່­ແລ້ວ……………………ນະ­ທີ­ໄງ່ເປັນ­ຜົງ
ນໍ້າຂາດເຂີນເວີນ­ວັງ………………….ສະ­ທ້ອນ­ແດນ­ດິນ­ດ້າວ
ພີ່ນ້ອງ­ລາວເຮົາຄວນ­ຮູ້………………ຜົລເສັຍ­ຫາຍ­ທີ່­ຈະ­ເກີດ
ໂຣກ­ຄວາມ­ຫີວ ຈະ­ລະ­ເບີດ………ຍ້ອນກາຍ­ທໍາລາຍ­ປ່າ­ໄມpan>
…………………………………..ທີ່ເຄີຍ­ໃຫ້­ຊຸ່ມເຢັນ

ຢ່າ­ສູ່­ຟ້າວ­ຕື່ນເຕັ້ນ……………………ພາ­ກັນ­ແລ່ນ­ນໍາສ­ມັຍ
ສິ່ງ­ໃດ­ຄວນອະ­ນຸລັກ…………………ຈົ່ງ­ຮັກ­ສາເອົາ­ໄວ້
ຢ່າຫຼົງ­ໄຫຼເປັນ­ບ້າ…………ນໍາ­ໂດ­ລາຂຽວ­ອຸ່ມ­ທຸ່ມ…ຫຼາຍ­ທ້ອນ
ລືມ­ພຸ່ມ­ຂຽວ ປ່າ­ໄມ້ງາມເລີດ­ລໍ້າ…….ເປັນ­ຂອງ­ຄໍ້າ­ຄູ່­ແຜ່ນ­ດິນ
…………………………………….ພີ່ນ້ອງເອີຍ

 



__________________
Anonymous

Date:

ກອນມ່ວນຫຼາຍ, ຂໍສົ່ງຕໍ່ໃຫ້ພະນະທ່ານທອງສິງ ທຳມະວົງ ໄດ້ບໍ່?



__________________
Anonymous

Date:

ສະໃຫມນີ້ ແມ່ນ ສະໃຫມສ້າງສາພັດທະນາ

ທຸກຄົນຕອ້ງຫາເງິນ ເຮັດທຸລະກິດ ຂຸດຄົ້ນເອົາຊັພະຍາກອນອອກມານຳໃຊ້ 

ເພື່ອສ້າງສາປະເທດຊາດ 

ບໍ່ວ່າແຕ່ ປ່າໄມ້ ແຕ່ກໍຍັງມີ ໄຟຟ້າ ບໍ່ແຮ່ ທົ່ງໄຮ່ ທົ່ງນາ..

 

ສະໃຫມກອ່ນ ພວກສູມີແຕ່ນອນຢູ່ນອນກິນ ນຳແຕ່ຂີ້ເງິນອະເມລິກາ ມາເຮັດສົງຄາມເຜົາຜານ ແມ້ແຕ່ປ່າຍັງເອົາເຄມີມາຫວ່ານ 

ບໍ່ຮູ້ເລີຍວ່າ ປະເທດຕົນເອງອຸດົມຮັ່ງມີ 

ປະຊາຊົນອັດຕະປື ຍັງຮູ້ເວົ້າ ວ່າຂາຍຄຳແລກໄກ່ ສາລະວັນຍັງວ່າ ຂາຍຊ້າງແລກກະບອງ 

 

ຍອ້ນແນວນັ້ນລະ ສຸດທ້າຍກໍຫອບຈອ້ງ ໄປນຳນາຍເຫນືອຫົວ ຍອ້ນບໍຈັກສ້າງສາຫຍັງ 

  



__________________
Anonymous

Date:

ສູວ່າ ສະໄໝກ່ອນ ມີແມ່ຈ້າງນາງເລງ

ດຽວນີ້ ລະບອບໃໝ່ໃສງາມ ມີແມ່ຂາຍຫີ ແລກເງີນ

ເປັນຕາ ເອົາສົ້ນເກີບຢຽບຂີ້ ຍັດໃສ່ປາກ ບັກລາວແດງ

ຂີ້ຂ້າ ແກວຫາດໂນ້ຍ ສະແຕກກ້ອຍຫີໝາ ໃສ່ເພັ້ຍໝາ



__________________
Anonymous

Date:

ທີ່ 2 ທັນວາ ວັນຊາດ



__________________


Member

Status: Offline
Posts: 24
Date:

ວ່າຈັ່ງໃດ ພວກມັກດ່າລັບຫລັງ 

ເອໂນນີມັສ

 

55555



__________________


Senior Member

Status: Offline
Posts: 243
Date:

Anonymous13 wrote:

ວ່າຈັ່ງໃດ ພວກມັກດ່າລັບຫລັງ 

ເອໂນນີມັສ

 

55555


 ດີໃຈທີ່ທ່ານເວັບມາສເຕີເຮົາກັບມາ ທີ່ເຮັດໃຫ້ເວັບນີ້ກັບຄືນມາມີລະບຽບອີກຄັ້ງ

ແລະພວກທີ່ມັກດ່າຫຼັບຫຼັງນັ້ນຕ້ອງພາກັນຜິດຫວັງໄປຕາມໆກັນ.

ກ່ອນໜ້ານີ້ເປັນ ແມວບໍ່ຢູ່ໜູໂດດໜູເຕັ້ນ ແມວກັບມາພວກໜູເຫຼົ່ານັ້ນຫາຍ

ໄປໝົດ...ຮີຮີຮີ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard