Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເງິນກີບ ບີບຫຳລາວເອງ
Anonymous

Date:
ເງິນກີບ ບີບຫຳລາວເອງ

ເນື່ອງຈາກວ່າ ຄົນລາວຈຳນວນຫຼາຍຍັງຕ້ອງໄດ້ຮັບເງິນເດືອນນຳເຈົ້ານາຍເປັນເງິນ ໂດລາ ຢູ່ໂດຍສະເພາະ ພະນັກງານໂຄງການຕ່າງ ໂຊເຟີ ແມ່ບ້ານ ຄົນຍາມ,.....

ແຕ່ວ່າ ຄ່າເງິນກີບ ສືບຕໍ່ແຂງຄ່າບໍ່ເລີກບໍ່ເຊາ ພວກເຮົາຮັບພາລະໜັກຫຼາຍເດີ ລັດຖະບຽນເອີ໊ຍ!

ແຕ່ປະມານ 10 ປີກ່ອນ ເຮັດການໄດ້ ເງິນເດືອນ 200 ໂດລາ ມາແຕກ ເປັນເງິນລາວ ໄດ້ ສອງລ້ານປາຍ ຄ່າຄອງຊີບກະບໍ່ສູງປານນີ້

 ແຕ່ວ່າທຸກມື້ນີ້ ໄດ້ແຕ່ ປະມານລ້ານຫົກແສນ ຄ່າຄອງຊີບພັດ ແພງຂື້ນ 30-40 ເປີເຊັນ ໃຈຊິຂາດແລ້ວ ລັດຖະບານ ເອີ໊ຍ ຄັນຂໍຂື້ນຄ່າແຮງງານເຂົາກະບໍ່ຂື້ນໃຫ້

ມີແຕ່ເຂົາວ່າຄັນເຈົ້າບໍ່ເຮັດກະບໍ່ອຶດຄົນເຮັດ ອອກຢ່າງດຽວ

ວິງວອນ ລັດຖະບານ ຫຼິ້ນເກມນຳເງິນໂດລາ ແນ່ ມັນອ່ອນ ເຮົາກະອ່ອນ ບໍ່ຈຳເປັນໄປແຂງ ແຂ່ງໃຜ ສັງຄົມລາວ ກົດໝາຍລາວຍັງອ່ອນ ເວົ້າຫຼາຍ ເຂົາໄລ່ອອກ ລູກດຽວ

ເງິນກີບບີບ ຄົນລາວເອງເດີ ນີ້ ເດີ

ທ່ານໃດມີຄຳເຫັນ ຄຳແນະນຳ ກະລຸນາ ອອກຊ່ວຍກັນແນ່ເດີ ຂອບໃຈ

__________________
Anonymous

Date:

ແມ່ນທຸກຍາກຫຼາຍ ກະມາເຮັດວຽກຢູ່ໄທ ແລ້ວຈັງນຳເງີນໄປຊ່ວຍເຫຼືອທາງບ້ານ

__________________
Anonymous

Date:

ດີແລ້ວ ເບິ່ງພະນັກງານລັດບາງຄົນມີເງິນເດືອນພື້ນຖານປະມານແປດແສນກີບຕໍ່ເດືອ ພວກເຂົາຍັງຢູ້ໄດ້...ບໍ່ຕາຍງ່າຍດອກ

__________________
Anonymous

Date:

ຍົກຍ້ອງກັນເຂົ້າໄປ ຜູ້ນຳສຫຼາດສ່ອງໃສ ພັກ-ລັດໝັ້ນຍືນ!

__________________
Anonymous

Date:

Anonymous wrote:

ແມ່ນທຸກຍາກຫຼາຍ ກະມາເຮັດວຽກຢູ່ໄທ ແລ້ວຈັງນຳເງີນໄປຊ່ວຍເຫຼືອທາງບ້ານ

 bad idea!

__________________
Anonymous

Date:
RE: ເງິນກີບ ບີບຫຳລາວເອງ

ເງິນກີບແຂງຄ່າບໍ່ພຽງແຕ່ມີຜົນສະທ້ອນໃສ່ຜູ່ເຮັດວຽກກັບເງິນເດືອນເປັນສະກຸນເງິນຕ່າງປະເທດດອກ

ພວກພໍ່ຄ້າຊາວຂາຍສົ່ງອອກເສື້ອຜ້າແຜ່ນແພ ເຄື່ອງປູກຂອງຝັງກໍ່ໄດ້ຮັບຜົນກະທົບຄືກັນເດີ

ພວກເຖົ້າແກ່ຂາຍສາລີ ເຖົ້າແກ່ຮ້ານຫຍິບເຄື່ອງສົ່ງອອກໄປຂາຍຢູໂຣບກະຮ້ອງໂອ໊ກຫຼາຍຄົນແລ້ວ.

ເພິ່ນເຮັດໃຫ້ເງິນກີບແຂງຄ່າກໍ່ເພື່ອຜົນປະໂຫຍດຂອງພວກພໍ່ຄ້າສົ່ງເຂົ້າສິນຄ້າເທົ່ານັ້ນ

ໃຜຢູ່ເບື້ອງຫຼັງ ນັ້ນເປັນຄໍາຖາມທີ່ຫາຄໍາຕອບໄດ້ຍາກ.

 ຄົນໃຕ້: ການທີ່ທະນາຄານແຫ່ງ ສປປ ລາວ ພະຍາຍາມຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບປານກາງ,ເຖິງເຮັດໃຫ້ເງິນກີບແຂງຕົວຂຶ້ນ. ນັ້ນມັນຈະເຮັດໃຫ້ການດຳລົງຊີວິດຂອງປະຊາຊົນຕ້ອງລຳບາກເຂົ້າໄປອີກ, ເຫນືື່ອງຈາກການບີບລາຄາສິນຄ້າໃນທ້ອງຕະຫູາດໃຫ້ສູງຂຶ້ນໄປພ້ອມທກັນ. ຂ້າພະເຈົ້າຄິດວ່າຫນ້າຈະປະໄປຕາມກົນໄກຂອງຕະຫູາດໃນລະຍະນີ, ເພາະປະເທດເຮົາຍັງບໍ່ແມ່ນປະເທດຜູ້ຜລິດ,ສິນຄ້າສ່ວນໃຫຍ່ແມ່ນນຳເຂົ້າທຸກຢ່າງ.ແມ່ນແຕ່ສິນຜລິດຕະພັນພາຍໃນກໍຍັງບີບຕົວຂຶ້ນ 10-20%.ບາງລາຍການຂຶ້ນເກືືອບທົບເຄິ່ງ ຖ້າລັດຍັງສືບຕໍ່ປັບອັດຕາເງິນກີບໃຫ້ແຂງຂຶ້ນກວ່ານີ້,ຮັບຮອງວ່າຄົນໃຕ້ແຂງທັງຢືນ.ຍົກຕົວຢ່າງ: ຊີ້ນງົວແຕ່ກ່ອນກິໂລລະ 30-35 ພັນກີບ. ແຕ່ດ່ຽວນີ້ 50 ພັນກີບ. ຜັກທຳມະຊາດແຕ່ກ່ອນມັດລະພັນກີບ, ດ່ຽວນີ ສອງພັນແລ້ວ. 

__________________
ຊະນະໄພ

Date:

ໝໍຄົນໃຕ້ກໍ່ໄດ້ຮຽນເສດຖະສາດນຳເຂົາຢູ່ບໍ່ນໍຄືມາມີຄວາມເຫັນແນວນີ້, ປະເທດລາວດຽວນີ້ແມ່ນນຳໃຊ້ລະບົບລອຍຕົວຄ່າເງີນ ໝາຍຄວາມວ່າໃຫ້ເປັນໄປຕາມສະພາບເສດຖະກິດ-ສັງຄົມ ໂດຍອີງໃສ່ກົດ ຄວາມສະໜອງ ແລະຄວາມຕ້ອງການຂອງຕະລາດຕົວຈິງ (Demand and Supply) ກົດນີ້ໃຊ້ກັນທົ່ວໂລກ. ກໍລະນີປະເທດລາວ ເປັນຫັຍງຄ່າເງີນກີບຈຶ່ງສູງຂຶ້ນ ແຕ່ສຳຫຼັບສອງສາມປີນີ້ມັນບໍ່ສູງດອກຖືວ່າມັນຄົງຕົວຫຼາຍກ່ວາ, ການທີ່ຄ່າເງີນກີບແຂງ ຫຼື ມີສະເຖຍລະພາບ ແມ່ນຍ້ອນປະລິມານການລົງທຶນຈາກຕ່າງປະເທດເພີ້ມຂຶ້ນແບບກະໂດດຂັ້ນ ແລະລັດຖະບານກໍ່ມີການລົງທຶນໃສ່ໃນການພັດທະນາໂຄງລ່າງຫຼາຍຂຶ້ນ ຈຶ່ງເຮັດໃຫ້ມີການນຳເງີນຕາເຂົ້າປະເທດຫຼາຍຂຶ້ນ ແຕ່ປະລິມານເງີນກີບໃນຕະລາດມີເທົ່າເດີມ ເຖິງຈະພີມໃບ 100,000 ກີບອອກມາກໍ່ແມ່ນການພີມອອກມາແທນເງີນທີ່ເສື່ອມຄຸນເທົ່ານັ້ນ ປະກອບໃສ່ລັດຖະບານເອົາໃຈໃສ່ຄຸ້ມຄອງເງີນເຂົ້າອອກຜ່ານທະນາຄານໄດ້ດີຂຶ້ນ ແລະບັງຄັບໃຫ້ໃຊ້ເງີນກີບໃນການຊື້ຂາຍສີນຄ້າ ຈຶ່ງເຮັດໃຫ້ຄ່າເງີນກີບແຂງຂຶ້ນ. ສ່ວນເລື້ອງເງີນເດືອນນັ້ນລອງສະເໜີຫາກຳມະບານ ແລະກະຊວງສະຫັວດດີການ ແລະສັງຄົມ ເຂົ້າມາບັງຄັບໃຫ້ຈ່າຍເປັນເງີນກີບແມ ຖ້າບໍ່ເຮັດກໍ່ແມ່ນຜິດກົດໝາຍຕົວ.

__________________
Anonymous

Date:

ຊະນະໄພ wrote:

 ຄົນໃຕ້: ທ່ານ ສະນະໄພ ຂ້າພະເຈົ້າບໍແມ່ນນັກເສດຖະສາດ, ບໍແມ່ນນັກວິພາກເສດຖະກິດ, ບໍ່ແມ່ນນັກລົງທຶນລົງຮອນອີ່ຫຍັງພຽງເປັນປະຊາຊົນຄົນທຳມະດາ,ແລະກໍພຽງແຕ່ເປັນນັກສັງເກດຊື່ໆ. ທີ່ຜູ້ຂ້າກ່າວມານັ້ນມັນເປັນພຽງຂໍ້ສັນນິຖານວ່າ: ເພິ່ນຈະປັບຄ່າເງິນກີບຂຶ້ນຫຼືຈະປ່ອຍໄປຕາມກົນໄກຂອງຕະຫຼາດຊັ້ນດອກ. ແຕ່ປະຈຸບັນນີ້ 100 ໂດລາ ຕໍ່ 800,000 ກີບກໍຍັງພໍສູ້ໄດ້ຢູ່ ແຕ່ ຖ້າປັບລົງ 100 ໂດລາ ຕໍ່ 200,000 ກີບ. ທ່ານ ຊະນະໄພຊິບໍ່ຢ່ຽວຢ່າງບໍ?????? ແຕ່ປະຈຸບັນນີ້ ເງິນ 100,000ກີບ ເຂົາຕະຫູາດເກືອບບໍ່ພໍກິນໃນຄອບຄົວ, ຈົນບໍ່ເຫຼືອໃຫ້ເມັຍນ້ອຍຊ້ຳ.

__________________
Anonymous

Date:

ຢາກໃຫ້ ລຖບ ຜະລິດເງິນຫຼຽນອອກມາໃຊ້ແນ່ ຢ່າອ່ອນຫຼາຍ

ທຸກປະເທດໃນໂລກນີ້ລ້ວນແຕ່ມີເງິນເລກ 1 ສ່ວນລາວເຮົາ ຕຳ່ສຸດກະໃບ 500 ດຽວນີ້

ມັນກະມີຜົນຕໍ່ການຂື້ນລາຄາສິນຄ້າ ຊັ້ນຕົ໊ວ ຄັນຄົນບໍ່ຈ້າ ກະຊິຄຶດຄືເຮົານີ້ຕົ໊ວ

ຂື້ນລາຄາສິນຄ້າແຕ່ລະເທື່ອກະຕ້ອງໄດ້ຄຶດເລື້ອງ ເງິນທອນນຳເດ

ໂຕຢ່າງ: ນຳ້ດື່ມ ແຕ່ກີ້ ຕຸກນ້ອຍ ລາຄາ 2000 ກີບ ຂື້ນບາດດຽວ ຮອດ 3000 ກີບ ເລີຍ

( ສິນຄ້າ ຂື້ນລາຄາ ບາດດຽວ 50-100%) ຄັນແມ່ນປະເທດໃຫຍ່ ພູດີເກີດການ ຈາລະຈົນແລ້ວ ຍາອ້າຍວິຊາການ ທະນະຄານແຫ່ງຊາດເອີ໊ຍ ມີຄວາມສາມາດ ອອກມາຊີ້ແຈງ ການເງິນໃຫ້ຟັງ ພໍເປັນບຸນຫູ ຈັກບາດດູ໋

ມັນມີ ອິມແພັກຕໍ່ສັງຄົມຢາງມະຫາສານ ແຕ່ ລຖບ ເສີຍ!  ຄືຄົນບ້ານນອກນີ້ແຫລະ!

ສ່ວນເງິນຫຼຽນມີດີບ່ອນ ມັນທົນທານ ໃຊ້ຫຼາຍປີ ມັນກະບໍ່ຈີກຂາດ ຫຼື ເກົ່າ ເປື່ອຍ ຄືເຈ້ຍ

ສະນັ້ນປະເທດເສດຖະກິດເຂັ້ມແຂງແຂົາຈະຕ້ອງມີເງິນ ໂຕເລກນ້ອຍອອກມາ ເປັນຄືນຳ້ມັນ ລໍ່ມື່ນ ຢູ່ໃນກົງຈັກການຊື້-ຂາຍ

__________________
Anonymous

Date:

ຂ້ອຍເຫັນດີນຳທີ່ສຸດຖ້າຫາກວ່າມີການຜະລິດເງິນຫລຽກອອກມາໃຊ້

__________________
Anonymous

Date:

Anonymous wrote:

ເນື່ອງຈາກວ່າ ຄົນລາວຈຳນວນຫຼາຍຍັງຕ້ອງໄດ້ຮັບເງິນເດືອນນຳເຈົ້ານາຍເປັນເງິນ ໂດລາ ຢູ່ໂດຍສະເພາະ ພະນັກງານໂຄງການຕ່າງ ໂຊເຟີ ແມ່ບ້ານ ຄົນຍາມ,.....

ແຕ່ວ່າ ຄ່າເງິນກີບ ສືບຕໍ່ແຂງຄ່າບໍ່ເລີກບໍ່ເຊາ ພວກເຮົາຮັບພາລະໜັກຫຼາຍເດີ ລັດຖະບຽນເອີ໊ຍ!

ແຕ່ປະມານ 10 ປີກ່ອນ ເຮັດການໄດ້ ເງິນເດືອນ 200 ໂດລາ ມາແຕກ ເປັນເງິນລາວ ໄດ້ ສອງລ້ານປາຍ ຄ່າຄອງຊີບກະບໍ່ສູງປານນີ້

 ແຕ່ວ່າທຸກມື້ນີ້ ໄດ້ແຕ່ ປະມານລ້ານຫົກແສນ ຄ່າຄອງຊີບພັດ ແພງຂື້ນ 30-40 ເປີເຊັນ ໃຈຊິຂາດແລ້ວ ລັດຖະບານ ເອີ໊ຍ ຄັນຂໍຂື້ນຄ່າແຮງງານເຂົາກະບໍ່ຂື້ນໃຫ້

ມີແຕ່ເຂົາວ່າຄັນເຈົ້າບໍ່ເຮັດກະບໍ່ອຶດຄົນເຮັດ ອອກຢ່າງດຽວ

ວິງວອນ ລັດຖະບານ ຫຼິ້ນເກມນຳເງິນໂດລາ ແນ່ ມັນອ່ອນ ເຮົາກະອ່ອນ ບໍ່ຈຳເປັນໄປແຂງ ແຂ່ງໃຜ ສັງຄົມລາວ ກົດໝາຍລາວຍັງອ່ອນ ເວົ້າຫຼາຍ ເຂົາໄລ່ອອກ ລູກດຽວ

ເງິນກີບບີບ ຄົນລາວເອງເດີ ນີ້ ເດີ

ທ່ານໃດມີຄຳເຫັນ ຄຳແນະນຳ ກະລຸນາ ອອກຊ່ວຍກັນແນ່ເດີ ຂອບໃຈ

 Inflated hit Laos a few years ago but people in Laos didn't know what was inflation.

Example: almost everything in Laos sold in inflated market prices. Anybody know what is inflated prices ? they the merchant sold their good over market price. So who is suffering ??? regular folks like you and me, not the upperclasses.

So the commerce department need to make some change to protecting the consumers.

last but not least, Increase the minimum wage to all workers except government employees.

__________________
Anonymous

Date:

ເອກກະພາບນຳຄຳເຫັນຂອງບັນດາທ່ານທີ່ວ່າ ປ່ອຍໃຫ້ຄ່າເງີນເປັນໄປຕາມກົນໄກຕະຫລາດ, ລາຄາສີນຄ້າ ຫລື ຄ່າຄອງຊີບສູງຂື້ນຍ້ອນການຜະລິດບໍ່ພຽງພໍ.

ຕາມຄຳເຫັນຂອງຂ້າພະເຈົ້າແມ່ນ ຄ່າເງີນ USD ມັນຕົກ ບໍ່ແມ່ນຄ່າເງີນກີບແຂງຕົວດ້ວຍຕົວມັນເອງ, ຄ່າຄອງຊີບມັນສູງ ໂດຍສະເພາະອາຫານ ແມ່ນຍ້ອນຈຳນວນພົນລະເມືອງໃນ ນຄ ວຽງຈັນ ແລະ ຕົວເມືອງໃຫຍ່ ມັນເພີ່ມຂື້ນແບບກະໂດດຂັ້ນ, ຍ້ອນຊາວຕ່າງດ້າວເຂົ້າມາຢູ່ຫລວງຫລາຍ ແລະ ຄົນລາວໃນຊົນນະບົດກໍ່ຫລັ່ງໄຫລເຂົ້າມາຢູ່ໃນຕົວເມືອງ ແຕ່ກົງກັນຂ້າມການຜະລິດອາຫານ ບໍ່ໄດ້ຂະຫຍາຍຕົວ ຈີ່ງບໍ່ສາມາດຕອບສະໜອງໃຫ້ໄດ້ໃນລະດັບທີ່ສົມດູນກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ຈີ່ງເຮັດໃຫ້ລາຄາອາຫານເພີ່ມຂື້ນລຽນຕິດ

 ຂພຈ ເຫັນວ່າບໍ່ມີທາງແກ້ໄດ້ ໃນເມື່ອ ຄ່າເງີນ us$ ມັນຕົກແບບນີ້. ການຜະລິດໃນປະເທດເກືອບບໍ່ມີຫຍັງ ກຸ້ມກັນເອັງບໍ່ໄດ້ ສິນຄ້າເກືອບທຸກຢ່າງແມ່ນ ນຳເຂົ້າຈາກນອກປະເທດທັງນັ້ນ ສິນຄ້າເຫລົ່ານີ້ແມ່ນເອົາ ລາຄາເງິນດອລລາ us$ ເປັນມາດຕະຖານໃນການຊື້ຂາຍ.​ ປະເທດ usa ຕ້ອງຖີບລາຄາ ຄ່າເງີນ $USD ໃຫ້ມັນຕ່ຳລົງ

ເພື່ອຜົນປະໂຫຍດໃນການໃຫ້ສິນຄ້າສົ່ງອອກຂອງເຂົາໃຫ້ໄປຕີຕະຫລາດໂລກໄດ້ດ້ວຍລາຄາທີ່ຖືກກວ່າ.

__________________
Anonymous

Date:

ພວກເຮົາມານັ່ງໂລມກັນງ່າຍໆ ຍົກຕົວຢ່າງ ບໍລິສັດຕັດຍິບ ໄຊ້ຈ່າຍແຮງງານຄົນ ຊົ່ວໂມງລະ 500 000ກີບ ( ຕົວຢ່າງ ) ຖ້າຫາກວ່າ ລາຄາ 1 ໂດລາ=1 ລ້ານ ກີບ ນໍ ແລ້ວສົ່ງອອກຂາຍ ຕົວລະ 2 ໂດລາ ນໍ ກໍໝາຍຄວາມວ່າ ຄ່າແຮງງານແມ່ນຕົກຢູ່ 1/4 ຂອງລາຄາທີ່ຂາຍ. ແຕ່ໃນກໍລະນີ ຫາກເງີນ ກີບແຂງຂື້ນ ກໍໝາຍ ຄວາມວ່າ ຄ່າແຮງງານ ກໍແພງໄປ

ໃນຕົວແມ່ນບໍໍ່? ແລ້ວລາຄາທີ່ຂາຍອອກ ຕົວລະ 2 ໂດລາ ນີ້ເດ ມັນຈະຖືກ ຫຼືແພງ ກ່ວາເກົ່າ? ຖ້າສົມມຸດ ເງີນກີບຂື້ນມາ 500 000 ກີບ ຕໍ່ 1 ໂດລາ ແລ້ວ ກໍໝາຍຄວາມວ່າ ຄ່າແຮງງານ ເທົ່າ1/2 ຂອງລາຄາ ທີ່ຂາຍອອກແມ່ນບໍ? ບໍລິສັດຈະໄດ້ກຳໄລຫຼືຂາດທຶນ ໃນເມື່ອຄ່າແຮງງານແພງຂື້ນ ໂດຍລາຄາທີ່ສົ່ງອອກຍັງຄົງເດີມ

 ເມື່ອເອົາ $USD ເປັນມາດຕະຖານການແລກປ່ຽນ ຜົນອອກມາຄືດັ່ງນີ້ :

*ຕອນກ່ອນເງີນກີບແຂງຕົວ $US 1.00 = lao 1,000,000.00 kips

 ລາຄາຂາຍ $US 2.00 / ຄ່າແຮງງານ lao 5,00,000.00   ( 1/4 )

*ຕອນຫລັງເມື່່ອເງີນກີບແຂງຕົວ ຫຼືຖ້າຈະເບິ່ງອີກມຸມໜຶ້່ງທີ່ຖືກຕ້ອງກວ່າຄື

 ເມື່ອເງີນດອລລ່າຕົກລາຄາລົງ ມາເປັນພຽງ $US 1.00 = lao 500,000.00 kip

ຄ່າແຮງງານ ໄດ້ກາຍມາເປັນ 1/2 ຂອງລາຄາຂາຍ - ຖ້າທ່ານຍັງຂາຍໃນລາຄາເກົ່າຄື $US 2.00 ຜົນອອກມາຄື :

Before : $US 2.00 ຂາຍໄດ້  lao 2,000,000.00 kips

After :   $US 2.00 ຂາຍໄດ້  lao 1,000,000.00 kips

ຖ້າທ່ານຍັງຂາຍໃນລາຄາເກົ່າ ທ່ານຈະຂາດທິນເຈັ້ງທັນທີເພາະ ເຄີຍໄດ້ 2,000,000.00 kips / $US 1.00 ມາເຫຼືອພຽງ 1,000,000,00 ກີບ / $US 1.00

ທ່ານຕັດສິນໃຈເອັງວ່າ ຄວນຂື້ນລາຄາເປັນ $US 4.00 ( 2,000,000.00 kips ) ຫຼື ຕ້ອງຕັດລາຍຈ່າຍບ່ອນໃດອອກ ເພື່ອບໍລິສັດຈະຢູ່ລອດ ?

ຖ້າທ່ານຂາຍອອກ ໃຫ້ຮຽກເອົາລາຄາເປັນເງີນກີບ ແລ້ວຈະໄດ້ກຳໄລ.

ໂຊກດີ

__________________

Senior Member

Status: Offline
Posts: 212
Date:

Anonymous wrote:
ຊະນະໄພ wrote:

ໝໍຄົນໃຕ້ກໍ່ໄດ້ຮຽນເສດຖະສາດນຳເຂົາຢູ່ບໍ່ນໍຄືມາມີຄວາມເຫັນແນວນີ້, ປະເທດລາວດຽວນີ້ແມ່ນນຳໃຊ້ລະບົບລອຍຕົວຄ່າເງີນ ໝາຍຄວາມວ່າໃຫ້ເປັນໄປຕາມສະພາບເສດຖະກິດ-ສັງຄົມ ໂດຍອີງໃສ່ກົດ ຄວາມສະໜອງ ແລະຄວາມຕ້ອງການຂອງຕະລາດຕົວຈິງ (Demand and Supply) ກົດນີ້ໃຊ້ກັນທົ່ວໂລກ. ກໍລະນີປະເທດລາວ ເປັນຫັຍງຄ່າເງີນກີບຈຶ່ງສູງຂຶ້ນ ແຕ່ສຳຫຼັບສອງສາມປີນີ້ມັນບໍ່ສູງດອກຖືວ່າມັນຄົງຕົວຫຼາຍກ່ວາ, ການທີ່ຄ່າເງີນກີບແຂງ ຫຼື ມີສະເຖຍລະພາບ ແມ່ນຍ້ອນປະລິມານການລົງທຶນຈາກຕ່າງປະເທດເພີ້ມຂຶ້ນແບບກະໂດດຂັ້ນ ແລະລັດຖະບານກໍ່ມີການລົງທຶນໃສ່ໃນການພັດທະນາໂຄງລ່າງຫຼາຍຂຶ້ນ ຈຶ່ງເຮັດໃຫ້ມີການນຳເງີນຕາເຂົ້າປະເທດຫຼາຍຂຶ້ນ ແຕ່ປະລິມານເງີນກີບໃນຕະລາດມີເທົ່າເດີມ ເຖິງຈະພີມໃບ 100,000 ກີບອອກມາກໍ່ແມ່ນການພີມອອກມາແທນເງີນທີ່ເສື່ອມຄຸນເທົ່ານັ້ນ ປະກອບໃສ່ລັດຖະບານເອົາໃຈໃສ່ຄຸ້ມຄອງເງີນເຂົ້າອອກຜ່ານທະນາຄານໄດ້ດີຂຶ້ນ ແລະບັງຄັບໃຫ້ໃຊ້ເງີນກີບໃນການຊື້ຂາຍສີນຄ້າ ຈຶ່ງເຮັດໃຫ້ຄ່າເງີນກີບແຂງຂຶ້ນ. ສ່ວນເລື້ອງເງີນເດືອນນັ້ນລອງສະເໜີຫາກຳມະບານ ແລະກະຊວງສະຫັວດດີການ ແລະສັງຄົມ ເຂົ້າມາບັງຄັບໃຫ້ຈ່າຍເປັນເງີນກີບແມ ຖ້າບໍ່ເຮັດກໍ່ແມ່ນຜິດກົດໝາຍຕົວ.

 ຄົນໃຕ້: ທ່ານ ສະນະໄພ ຂ້າພະເຈົ້າບໍແມ່ນນັກເສດຖະສາດ, ບໍແມ່ນນັກວິພາກເສດຖະກິດ, ບໍ່ແມ່ນນັກລົງທຶນລົງຮອນອີ່ຫຍັງພຽງເປັນປະຊາຊົນຄົນທຳມະດາ,ແລະກໍພຽງແຕ່ເປັນນັກສັງເກດຊື່ໆ. ທີ່ຜູ້ຂ້າກ່າວມານັ້ນມັນເປັນພຽງຂໍ້ສັນນິຖານວ່າ: ເພິ່ນຈະປັບຄ່າເງິນກີບຂຶ້ນຫຼືຈະປ່ອຍໄປຕາມກົນໄກຂອງຕະຫຼາດຊັ້ນດອກ. ແຕ່ປະຈຸບັນນີ້ 100 ໂດລາ ຕໍ່ 800,000 ກີບກໍຍັງພໍສູ້ໄດ້ຢູ່ ແຕ່ ຖ້າປັບລົງ 100 ໂດລາ ຕໍ່ 200,000 ກີບ. ທ່ານ ຊະນະໄພຊິບໍ່ຢ່ຽວຢ່າງບໍ?????? ແຕ່ປະຈຸບັນນີ້ ເງິນ 100,000ກີບ ເຂົາຕະຫູາດເກືອບບໍ່ພໍກິນໃນຄອບຄົວ, ຈົນບໍ່ເຫຼືອໃຫ້ເມັຍນ້ອຍຊ້ຳ.

 ແມ່ນຖືກຄວາມເຈົ້າຕູ້ສາເອີຍ ຮຽນມາຫຍັງສູງແກ້ບັນປະເທດກະຍັງບຊ່ຕົກbiggrin

__________________
Anonymous

Date:

ພວກເຮັດທຸລະກິດກ່ຽວກັບອຸດສະຫະກໍາທ່ອງທ່ຽວ ເຊັ່ນ: ຮ້ານອາຫານ ບ້ານພັກ ໂຮງແຮມ
ກໍ່ມີລາຍໄດ້ນ້ອຍລົງ ພວກຂາຍຜັກໃຫ້ຮ້ານອາຫານກໍ່ມີລາຍໄດ້ນ້ອຍລົງ
ພວກຊື້ເຄື່ອງກໍ່ສ້າງຊິດີໃຈຢູ່ຖ້າເງິນກີບແຂງຄ່າແບບນີ້.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard