Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປຽບທຽບຊີວິດການເປັນຢູ່ລະຫວ່າງ ລາວນອກ ແລະ ລາວໃນ
ລົດຖີບນ້ອຍ

Date:
RE: ປຽບທຽບຊີວິດການເປັນຢູ່ລະຫວ່າງ ລາວນອກ ແລະ ລາວໃນ

Anonymous wrote:

haha!!!!! 5555555  it so funny , but it so true. tok ngane meu dai . nee toam hoa meu nanh.

 ຄົນມີໜ້າທີ່ວຽກງານດີໆໜີ້ຖ້ວມຫົວຈົນເອົາເຮືອນເອົາດິນໄປຈໍານອງກໍ່ມີຫຼວງຫຼາຍຈົນເຈົ້າຂອງທະນາຄານນອກລະບົບລວຍລົ້ນຟ້າ ບໍ່ຖ້າຕົກງານດອກ

ຄັນເຮົາບໍ່ຮູ້ໃຊ້ບໍ່ຮູ້ຈ່າຍຫັ້ນນະ, ບາງຄົນກະຈົນຍອມສົ່ງຢາບ້າຂ້າມຟາກມາໃຊ້ໜີ້ເຂົາ ອາດຍາເອີຍ !

__________________
Anonymous

Date:

 ຄົນໃຕ້: ມັນກໍດີໄປຄົນລະຢ່າງຕົວາອາວ,ຢູ່ອາເມລິກາກໍມ່ວນໄປແບບຫນຶ່ງ,ຢູ່ເມືອງລາວກໍມ່ວນໄປອີກແບບຫນຶ່ງມັນບໍ່ຄືກັນຕົວາອາວເອີຍ.ຜູ້ຂ້າຢູ່ເມືອງລາວແຕ່ເກີດຈົນແກ່ກໍມ່ວນໄປຕາມປະສາບ້ານນອກຍາມຫນາວດັງໄຟຝີງກໍອຸ່ນຄືກັນ,ຍາມຮ້ອນກໍລົງອາບນ້ຳຫ້ວຍກໍເຢັນຄືກັນ. ອາຫານການກິນກໍບໍ່ຄ່ອນອຶດປານໃດຢາກປາກໍຖືແຫລົງຫ້ວຍ,ຢາກສັດປ່າກໍຢ່າງເຂົ້າດົງ,ພໍມີເງິນແດ່ກໍໄປເລາະຮ້ານນ້ອຍແຖບບ້ານຄັນແຍງກໍພໍໄດ້ແກ້ກຸ້ມຢູ່ໃດລະ.ລົດຕ໊ອກໆກໍໄປໄດ້ທຸກແຫ່ງບໍ່ວ່າຈະເປັນຍາມແລ້ງຫຼຍາມຝົນ. ຊີວິດກໍດຳເນີນໄປຕາມອັດຕະຍາໃສ່ແບບພໍພຽງ,ບໍ່ມີຫນີ້ທະນາຄານ,ບໍ່ໄດ້ເຊົ່າບ້ານໃຜຢູ່,ປະກັນໄພບໍ່ກ່ຽວຕາຍແລ້ວກໍເອົາໄປຈູດຖິ້ມ,ຖືວ່າຊິດເມືອງລາວບໍ່ມີດອກເບັ້ຍກໍແລ້ວກັນ, ລູກເມັຍຢູ່ຄົບຫນ້າຄົບຕາກັນທຸກວັນບໍ່ໄດ້ແລ່ນຫາງານຈົນຕຳເສົາໄຟຟ້າຄືຢູ່ອາເມລິກາ, ທ່ານວ່າຢູ່ອາເມລິກາ 35ປີບໍ່ເຄີຍອາບນ້ຳເຢັນວ່າຕິ, ຜູ້ຂ້າຢູ່ເມືອງລາວແຕ່ເກີດບໍ່ເຫັນວ່າຊິຍາກຖ້າຢາກອາບນ້ຳອຸ່ນ (ດັງໄຟຕົ້ມເອົາ) ເຄື່ອງຫນຸ່ງຂອງຖືຢູ່ລາວກໍພໍໄດປ່ຽນຫນຸ່ງຢູດອກບໍ່ໄດ້ຫນຸ່ງສະດິບໂຕດຽວດອກເຫັນວ່າທຸກດະດາຍ,ທ່ານ ວ່າລົງເຮືອນບໍ່ໄດ້ຢ່າງ (ຢ່າໂມ້) ທ່ານບິນຂຶ້ນລົດບໍ???? ຊີວິດຢູ່ອາເມລິກາຢ່າວ່າຄົນໃຕ້ບໍ່ຮູ້ເດີ. ມັນແສນສາຫັດສາກັນ,ຈະຕ້ອງທຳງານແຂ່ງກັບເວລາ,ເຜີໆ ຜົວເມັຍບໍ່ເຈີກັນເປັນອາທິດ,ແຖມບາງເທື່ອກໍຖືກດ່າຫນ້າວ່າເປັນ Second People ອີກໂອຍແຫ່ງເຈັບ, ຈັກຊິຮ້ອງເພງຊາດຫຍັງຄັນວ່າອາເມລິກາຊະພັດດັງແຫມບໆ ,ດຳໆ,ຄັນວ່າລາວຊ້ຳພັດຖືຫນັງສືຜ່ານແດນອາເມລິກາ, ເອົາແບບວ່າຄືເຈັຍສາໄປ ຊິວ່ານົກພັດມີຫູ,ຊິວ່າຫນູຊ້ຳພັດມີປີກ,ຕົກລົງວ່າເອົາແຕ່ມັນຊິເປັນສາໄປ , ບໍ່ມີງານທຳບໍ່ມີເງິນ,ເປັນຫນີ້ທະນາຄານ,ລະວັງດຽວທ່ານຊິໄດ້ຄານຂຶ້ນລົດໄປສົ່ງໂຮງຫມໍໆໆໆໆໆໆໆໆໆໆໆໆໆໆໆໆໆ            

ມາຕົກສະເງີ້ ເມື່ອມາເຫັນທ່ານຄົນໃຕ້ຜູ່ທີ່ມີການສຶກສາສູງແລະມີໜ້າທີ່ວຽກງານພ້ອມດ້ວຍກຽດແລະສັກສີອັນສູງສົ່ງຂອງຣັຖະບານສປປລຄົນນຶ່ງທີ່ກ້າສາມາດເປີດໂຊຂ້າງໃນຈິດໃຈ

ອັນທາດອທ້ຂອງຕົນເອງອອກມາໃຫ້ເຫັນ. ໄດ້ຍິນຂ່າວວ່າທ່ານຄົນໃຕ້ກໍເຄີຍໄປຢ້ຽມຢາມສະຫະຣັຖແລະພີ່ນ້ອງທີ່ຢູ່ອາເມຣິກາຢູ່, ຖ້າທ່ານໄດ້ໄປຈິງທ່ານຄົງຈະໄດ້ຮູ້ແລະໄດ້ເຫັນໂຕຈິງແລ້ວ

ວ່າຊີວິດການຢູ່ກິນຂອງພີ່ນ້ອງຊາວລາວຢູ່ພຸ້ນເປັນຢ່າງໃດ? ສິ່ງທີ່ທ່ານບັລະຍາຍອອກມາດັ່ງຂ້າງເທຶງທີ່ເປັນສີແດງນັ້ນ, ຢາກໃຫ້ທ່ານທົບທວນຄວາມດູຖູກດູໝິ່ນຂອງທ່ານທີ່ມີອັຄະຕິພິ

ເສດສ່ວນຕົວຕໍ່ຄົນລາວທີ່ອາໄສຢູ່ສະຫະຣັຖນັ້ນວ່າສົມຄວນແລ້ວຫລື? ຖ້າທ່ານຄົນໃຕ້ຫາກມີການສຶກສາສູງທ່ານຄົງຫລິ່ງເຫັນວ່າຊາວລາວອົພະຍົບທີ່ໜີຕາຍອອກມາຈາກເມືອງລາວ99%

ແມ່ນເອົາໄປໄດ້ກັບເຂົ້າເຈົ້າແມ່ນໂສ້ງເສື້ອຄາຄີງເທົ່ານັ້ນ, ເຂົາເຈົ້າບໍ່ໄດ້ຫອບສັບສົມບັດເປັນແສນເປັນລ້ານໄປນຳ. ສິ່ງທີ່ເຂົາເຈົ້າມີຢູ່ມີກິນ, ມີເຮືອນມີຣົດຂີ່ ແລະມີເງິນມີທອງແມ່ນລ້ວນ

ແລ້ວແຕ່ໄດ້ມາຈາກນ້ຳພັກນ້ຳແຮງຂອງເຂົາເຈົ້າທີ່ເຣີ້ມຕົ້ນຈາກສອງມືເປົ່າຂອງເຂົາເຈົ້າຂຶ້ນມາ. ທ່ານຄົນໃຕ້ບໍ່ຄວນປະເມີນຄ່າຊາວລາວຢູ່ສະຫະຣັຖວ່າຕ່ຳຖ້າທ່ານມີການສຶກສາສູງ.

__________________
Anonymous

Date:

Á®®­š´ñ­¥‡¤Á´È­£¸¾´¥ò¤, ²¸¡ì¾¸­º¡®ÒªÉº¤¢šÂ´É, ºɺ¸©¹ì¾¨¡ÒÄ©ÉÀ²¾½¸È¾©¼¸­š´ñ­Á´È­¨÷¡Â졾²ò¸ñ©,

Âì¡êñ¤Âì¡°øÉé¡Ò¦¾´¾©»ñ®»øÉÁì½À¢í¾Ã¥êñ¤­˜­.

µøÈæ¡ÒÁ´È¨£ö­ì¾¸ª¾¢¾¸£õ¡ñ­­˜­ì½, £ö­ì¾¸­º¡«É¾´óÀ¤ò­¹ì¾¨, ´óê÷콡ò©»÷ȤÀ»õº¤¡ÒµÈ¾ìõ´´¾¦É¾¤Á´È¢º¤ªö­Á©È.f

__________________
Anonymous

Date:

¢ð§ö´À§ó¨, À¥í¾À¸í¾«õ¡ªÉº¤. µøú­º¡¹ìõµøÈí¡ÒÁ´È­£ö­ì¾¸ª¾¢¾¸£õ¡ñ­­˜­ì½

£ñ­´óÀ¤ò­¹ì¾¨¡Ò´¾§È¸¨¡ñ­¦É¾¤¦¾²ñ©ê½­¾®É¾­Á´È¢º¤ÂªÀº¤Á­È!

__________________
ວິນຮ້ອນ

Date:

Anonymous wrote:

¢ð§ö´À§ó¨, À¥í¾À¸í¾«õ¡ªÉº¤. µøú­º¡¹ìõµøÈí¡ÒÁ´È­£ö­ì¾¸ª¾¢¾¸£õ¡ñ­­˜­ì½

£ñ­´óÀ¤ò­¹ì¾¨¡Ò´¾§È¸¨¡ñ­¦É¾¤¦¾²ñ©ê½­¾®É¾­Á´È¢º¤ÂªÀº¤Á­È!

 ເຈົ້າໃຊ້ຕົວອັກສອນ Saysettha Lao ມັກມີບັນກາໃນການພິມພະຍັນຊະນະບາງໂຕ

ທ່ານລອງປ່່ຽນມາໃຊ້ຕົວອັກສອນ SaysetthaOT ບາງທີອາດຈະບໍ່ມີບັນຫາ

ແລະຄົນສ່ວນຫຼາຍຈະສາມາດອ່່ານໄດ້ອີກ.

ຂ້ອຍບໍ່ມີເງິນເຖິງ 500.000 ໂດລາໄປລົງທຶນຕາມທີ່ຣັຖບານແນະນໍາດອກ

ແຕ່ເຄີຍຊ່ອຍພີ່ນ້ອງໃນເມືອງລາວຫຼາຍຄົນໃຫ້ເປີດທຸຣະກິດນ້ອຍໆເພື່ອສ້າງເສດຖະກິດຄອບຄົວຂອງຕົນ

ເພາະມີໝູ່ຄົນຕ່າງປະເທດແນະນໍາວ່າ Don't give him a fish but teach him to fish

ແລະເຫັນວ່າວິທີນີ້ໄດ້ຜົນສົມຄວນ ເພາະບໍ່ໄດ້ສົ່ງເງິນໄປໃຫ້ເຂົາເຈົ້າໃຊ້ໃນແຕ່ລະເດືອນເໝືອນ20ປາຍປີກ່ອນ.

__________________
Anonymous

Date:

ຂ້າພະເຈົ້າວ່າ ບໍ່ຕ້ອງມາຂີ້ໂມ້ໃສ່ກັນດອກ, ກໍ່ຈີງຢູ່ຄົນທີ່ມີຄວາມກະຕືລືລົ້ນຢາກໄປດຳລົງຊີວິ ຫລື ໄປຫາຂາຍແຮງງານແບບຄົນອະເມລິກາເຂົາບໍ່ເຮັດນັ້ນ ກໍ່ມີພຽງສ່ວນນ້ອຍໜື່ງ ຍ້ອນຄວາມຮູ້ເທົ້າບໍ່ເຖີງການ ຄິດວ່າຈະລ້ຳຈະລວຍ ຜູ້ເຂົາມີລາຍໄດ້ພໍຢູ່ພໍກີນເຂົາກໍ່ບໍ່ໄດ້ສົນໃຈແບບນັ້ນດອກ. ບໍ່ຂໍເວົ້າເລື່ອງໄປທ່ອງທ່ຽວ ຫລື ໄປສືກສາຮ່ຳຮຽນ ອັນນັ້ນມັນກໍ່ເປນສັດຈະທຳຢູ່ແລ້ວເພາະເຂົາເປັນປະເທດລະດັບອະພິມະຫາອຳນາດ ໄປກໍ່ສະແຫວງຫາໄປທ່ຽວ ໃຜກໍ່ຢາກໄປຮຽນປະເທດທີ່ຈະເລີນ ຫລືຢ່າງໜ້ອຍກໍ່ໄດ້ໄປຮຽນພາສາອັງກິດຢູ່ປະເທດທີ່ເປັນເຈົ້າຂອງພາສາ. ຖ້າຈະເວົ້າເລື່ອງຊີວິດການເປັນຢູ່ແລ້ວ ພວກເພີ່ນໄດ້ເງີນຄ່າແຮງງານຫລາຍ ແຕ່ກໍ່ຕ້ອງລຳບາກກາກກຳບໍ່ແມ່ນເລື່ອງງ່າຍ ແຕ່ເວລາມາເມືອງລາວທຳທ່າວາງມາດ ເປັນຄົນລວຍຢາຍເງີນໃຫ້ພີ່ນ້ອງ ຜູ້ລະ 10$ 20$ ທີ່ແທ້ໜີຖ້ວມຫົວ. ຢູ່ໃສກໍ່ບໍ່ສະບາຍທໍ່ກັບຢູ່ປະເທດຕົນເອງດອກ, ຂະໜາດຄົນ ເອີລົບ ຄົນອະເມລິການ ມາເຮັດວຽກຢູ່ລາວຍັງບໍ່ກັບກໍ່ມີຫລາຍ, ຕະຫລອດຮອດ ຄົນລາວທີ່ຢູ່ຕ່າງປະເທດດັ່ງວ່າ ກໍ່ຍັງບໍ່ມົ້ມ ກັບມາຂາຍມູນກີນຢູ່ບ້ານເກີດກໍ່ມີຫລາຍ. ບໍ່ຕ້ອງໂມ້ດອກ ຜູ້ຂ້າກໍ່ເຄີຍໄປຢູ່ເພື່ອການສືກສາມາແລ້ວ ຮູ້ສະພາບຄວາມເປັນຢູ່ໝົດແລ້ວ

__________________

Veteran Member

Status: Offline
Posts: 95
Date:

ຂ້າພະເຈົ້າຄິດວ່າ ຄົນລາວ, ເຊື້ອຊາວລາວ ຢູ່ໃສ່ກະແມ່ນຄົນລາວ ບໍ່ຢາກໃຫ້ມາຈຳແນກວ່າ ໃນ ຫຼື ນອກ ຂໍໃຫ້ຄິດເຖີງປະຫວັດສາດຂອງປະເທດເຮົາໃນອາດີດ ແດ່ວ່າເປັນຫຍັງ ພວກເຮົາຈື່ງຖືກກົດຂີ່ຂູດຮີດ ບໍ່ມີເອກະລາດ ອິດສະລາພາບ ປະເທດອື່ນມາຮຸກຮານ ບັນຫາໜື່ງກໍຍ້ອນຄວາມສາມັກຄີບໍ່ແມ່ນບໍ? ຂໍໃຫ້ທຸກຄົນດຳລົງຊີວິດຂອງໃຜມັນ ຜູ້ມີໂອກາດທີ່ດີກ່ອນ ກໍ່ຂໍໃຫ້ຊ່ວຍເຫຼືອຜູ້ດ້ອຍໂອກາດ ພ້ອມກັນພັດທະນາ ລາວ ໃຫ້ຈະເລີນຮຸ່ງເຮືອງ ຊີບໍດີກວ່າ ມາເວົ້າໃຫ້ແບບ ຄົນບໍມີວັດທະນາທຳ ດຳລົງຊີວິດຢູ່ໃນຍຸກຈະເລີນຮຸ່ງເຮືອງ.

__________________
ກາເຟຂາວ

Date:

ໝູ່ທີ່ເຄີຍຮຽນໜັງສືລຸ້ນດຽວັນມີແຕ່ສອງຄົນໄດ້ດີ ຜູ່ນຶ່ງໄດ້ເປັນຫົວໜ້າຜະແນກແລະອີກຜູ່ນຶ່ງໄດ້ເປັນລູກເຂີຍທ່ານຜູ່ນໍາ

ສ່ວນຄົນອື່ນໆສືບທາວຫາບໍ່ເຫັນເລີຍ, ສະນັ້ນ ຖ້າສົມທຽບໃສ່ຜູ່ທີ່ໄດ້ເປັນຫົວໜ້າຜະແນກແມ່ນໄກກັນຫຼາຍກັບຂ້ອຍ.

ຕາມທີ່ໄດ້ຍິນຄົນໃນບ້ານເວົ້າສູ່ຟັງ, ຫົວໜ້າຜະແນກຄົນນີ້ມີຄະຣຶຫາດ ມີບ້ານໃຫ້ຄົນຕ່າງປະເທດເຊົ່າ

ມີເງິນໃຫ້ຄົນຢືມນອກຣະບົບ ມີເມັຽນ້ອຍຢາຍຢູ່ເກືອບທຸກແຂວງ.

ສ່ວນຂ້ອຍແລ້ວມີແຕ່ແມ່ອີ່ເຕີ້ງຄົນດຽວແຕ່ກໍ່ອົບອຸ່ນພາຍໃຕ້ຊາຍຄາເຮືອນຫຼວງ

ຊິໄປມາທາງໃດ໋ກໍ່ຕ້ອງໄດ້ຍ່າງເກືອບ2ຫຼັກໄປຂີ່ລົດໄຟໃຕ້ດິນ

ເວົ້າມາແລ້ວນ້ອຍໃຈໆ.

__________________
Anonymous

Date:

Anonymous wrote:

ເປັນລາວໃນສະບາຍດີ ມີເວລາວ່າງຫລຼາຍ ບໍ່ ມີຫຍັງຕ້ອງຟ້າວຝັ່ງຄືລາວນອກbiggrin

 ນີ້ອ່ານອອກເລີຍວ່າ ສັນດານຂອງຄົນຂີ້ຄ້ານ ດ້ອຍການພັດທະນາ ຫາເຊົ້າກິນຄ່ຳ  ຖຶກຄອບງຳໄປດ້ວຍຄວາມໂງ່ຈ້າ ລ້າສະໃໝ ຄົນຈຳພວກນີ້ ເຮັດນ້ອຍຢາກໄດ້ຫຼາຍ ຂາດປັນຍາແຕ່ຢາກເປັນນາຍ ສົມແລ້ວທີ່ມັນເລາະດົມຄວນລົດດຳໆ ຕາມທ້ອງຖະໜົນທິ່ຄວບງຸມໄປດ້ວຍຂີ້ຟຸ່ນ ອີກບໍ່ດົນກໍຕາຍໄປເອງເພາະປອດອັກເຊບ ແລ້ວບໍ່ມີປັນຍາປົວຕົວເອງ

__________________
Anonymous

Date:

Anonymous wrote:
Anonymous wrote:

ໃຫ້ທ່ານລາວນອກອະທິບາຍມາວ່າ ຊີວິດການເປັນຂອງທ່ານ ສະບາຍຂະໜາດໃດ ຖ້າປຽບກັບລາວໃນ

         lao nork working hard for the money.lao nai sit on the back side stil got money.

 ພາກັນນັ່ງຂໍທານ ຕາມຕະຫຼາດ ແມ໋ແຕ່ພະນັກງານພາສີເດີ່ນບິນວັດໃຕ ຍັງຍໍມືຂໍທານ ເງີນດື່ມນ້ຳນຳກູ

__________________
ອາວິໂນ

Date:

Anonymous wrote:

 ພາກັນນັ່ງຂໍທານ ຕາມຕະຫຼາດ ແມ໋ແຕ່ພະນັກງານພາສີເດີ່ນບິນວັດໃຕ ຍັງຍໍມືຂໍທານ ເງີນດື່ມນ້ຳນຳກູ

 ເຂົາຕົວະເຈົ້າຊື່ໆດອກວ່າຂໍເງິນກິນນໍ້າຫັ້ນ ຂ້ອຍຄິດວ່າເຂົາຂໍເງິນໄປຫຼິ້ນຫວຍຫັ້ນຫູາຍກ່ວາເດີ

ເພາະພະນັກງານຊັ້ນຜູ່ນ້ອຍມັກຫຼິ້ນຫວຍເພື່ອແກ້ໄຂເສດຖະກິດໃນຄອບຄົວ.

ສ່ວນພະນັກງານຊັ້ນສູງແດ່ນ້ອຍນຶ່ງຫັ້ນບໍ່ລໍາບາກປານໃດ໋ດອກ ເຊັນບາດດຽວກໍ່ໄດ້ນັບເງິນແສນເງິນລ້ານແລ້ວ

ພວກເຮົາຢູ່ຕ່າງປະເທດຫັ້ນທຽບກັບເພິ່ນບໍ່ໄດ້ແລ້ວທາງດ້ານຖານະແລະກຽດຊື່ສຽງໃນວົງສັງຄົມຫັ້ນນະ.

ສອງສາມເດືອນກ່ອນກໍ່ມີເມັຽເຈົ້ານາຍຄົນນຶ່ງພາລູກສາວມາຊັອບປິງຢູ່ແຖວບ້ານຂ້ອຍ

ຫຼັງຈາກຊອັບຊື້ຣົຖເບັນຣາຄາເປັນແສນແລ້ວ ເພິ່ນກໍ່ພາພວກຂ້ອຍໄປລ້ຽງ King crab

ເພິ່ນຈ່າຍຄ່າອາຫານຄາບນັ້ນ ປະມານ 3 ເທົ່າຂອງເງິນເດືອນຂ້ອຍ biggrin.

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ໃຫ້ທ່ານລາວນອກອະທິບາຍມາວ່າ ຊີວິດການເປັນຂອງທ່ານ ສະບາຍຂະໜາດໃດ ຖ້າປຽບກັບລາວໃນ

 ມີຈຸດປະສົງແນວໃດຈື່ງຕັ້ງຄຳຖາມນີ້ຂື້ນມາ? ຄົນຢູ່ເມືອງລາວຈະສູ້ພວກຢູ່ອາເມຣິກາບໍ້ຖ້າຈະທຽບຊີວິດການເປັນຢູ່ໃສ່ກັນ. ຈະບອກໃຫ້ຮູ້ໄວ້ວ່າ ຄົນລາວຢູ່ອາເມຣິກາເຮັດການກໍມີກິນບໍ່ມີການເຮັດກໍມີກິນ. ເຂົ້າກໍກິນເຂົ້າ grade A. ແບບບໍ່ມີເໝັດຫັກແມ້ແຕ່ເໝັດດຽວ ທັງອ່ອນທັງຫອມ. ເວົ້າເຄື່ອງອາຫົມອາຫານວ່າເມືອງລາວມີຫຍັງຢູ່ພຸນມີໝົດ ຄິດວ່າບາງຢ່າງຢູສເມຶອງລາວຍັງຫາຍາກກ່ອນຢູ່ອາເມຣິກາອີກເຊັ່ນ ກວາງ ຟານ ກະຮອກ ເໝັ້ນ ຫອນ ໄກ່ງວງປ່າ ນົກຂຸ້ມ ແລະສັດອື່ນໆ ເຣື່ອງປູປາແມ່ນແບບວ່າດຸບໍ່ຈະໄປຕຶກເບັດເອົາ.  ເຄື່ອງນຸ່ງຂອງຖືແມ່ນນຸ່ງເທື່ອໜຶ່ງສອງເທື່ອແລ້ວແມ່ນບໍ່ຢາກເອົ້າມານຸ່ງອີກຕ້ອງໄປຊື້ຊຸດໃໝ່ມານຸ່ງໂລດ. ເວົ້າເຣື່ອງເຮືອນ ຍາມຮ້ອນມີອາຍເຢັນ ຍາມໜາວມີອາຍອຸ່ນ ຢູ່ພຸ້ນ 35ປີ ບໍ່ເຄີຍອາບນ້ຳເຢັນ ມີແຕ່ອາບນ້ຳຮ້ອນ. ລົງເຮືອນບໍ່ໄດ້ຍ່າງ ຣົດກໍຜົວຄັນນຶ່ງ ເມັຍຄັນນື່ງ ລູກກໍຄົນລະຄັນ 10 ລູກ ກໍ 10 ຄັນຣົດ. ຄົນລາວຢູ່ເມືອງລາວຫາຍາກຈະທຽບຄົນລາວຢູ່ອາເມຣິກາ ເວົ້າສະເພາະສາມັນຊົນທົ່ວໄປ ຫ້າມເອົາຣະດັບເສຖີລາວມາທຽບ.

 ຄົນໃຕ້: ມັນກໍດີໄປຄົນລະຢ່າງຕົວາອາວ,ຢູ່ອາເມລິກາກໍມ່ວນໄປແບບຫນຶ່ງ,ຢູ່ເມືອງລາວກໍມ່ວນໄປອີກແບບຫນຶ່ງມັນບໍ່ຄືກັນຕົວາອາວເອີຍ.ຜູ້ຂ້າຢູ່ເມືອງລາວແຕ່ເກີດຈົນແກ່ກໍມ່ວນໄປຕາມປະສາບ້ານນອກຍາມຫນາວດັງໄຟຝີງກໍອຸ່ນຄືກັນ( ຢ່າປ່ວງຫຼາຍ ຊອກເອົາໄມ້ມາຈາກໃສຕອນນີ້ ແມ່ນແຕ່ພູເຂົາ ຍັງແປນໄປແລ້ວຫາຕົ້ນໄມ້ບໍ່ມີ),ຍາມຮ້ອນກໍລົງອາບນ້ຳຫ້ວຍກໍເຢັນຄືກັນ(ຢູ່ບ້ານໃດຍາມຮ້ອນມີນ້ຳຫ້ວຍໃຫ້ເຈົ້າອາບ?). ອາຫານການກິນກໍບໍ່ຄ່ອນອຶດປານໃດຢາກປາກໍຖືແຫລົງຫ້ວຍ,(ໂຊກດີກໍໄດ້ປາຊິວ ແມ່ນບໍ?)ຢາກສັດປ່າກໍຢ່າງເຂົ້າດົງ(ຊອກຫານົກກະຈິບທົ່ວແຂວງຈຳປາສັກ 10ໂຕຍັງບໍ່ມີ ໂລກຈິດເອີຍ),ພໍມີເງິນແດ່ກໍໄປເລາະຮ້ານນ້ອຍແຖບບ້ານຄັນແຍງກໍພໍໄດ້ແກ້ກຸ້ມຢູ່ໃດລະ(ໂຄດສົກກະປົກ ຂໍແຕ່ເປັນຮູແມ່ນບໍ?).ລົດຕ໊ອກໆກໍໄປໄດ້ທຸກແຫ່ງບໍ່ວ່າຈະເປັນຍາມແລ້ງຫຼຍາມຝົນ(ແນ່ນອນບໍ່ມີທາງເລືອກ ເພື່ອຄວາມຢູ່ລອດ ລໍຖ້າວັນຕາຍ). ຊີວິດກໍດຳເນີນໄປຕາມອັດຕະຍາໃສ່ແບບພໍພຽງ,ບໍ່ມີຫນີ້ທະນາຄານ(ທະນາຄານບໍ່ໄຫ້ທຸກຄົນຢືມເງີນ,ຄົນຢືມເງີນໄດ້ ລ້ວນແຕ່ປັນຍາຊົນ ມີຄວາມຮູ້ ປະກອບວຽກງານທີ່ມີລາຍໄດ້ທາງເງີນເດືອນ ທະນາຄານເຂົາບໍ່ໃຫ້ຄົນຕາຂາວຂິ້ຄ້ານນອນເວັນໄຮ້ປັນຍາ ຢືມເງີນເດັດຂາດ ນີ້ຄວນຮູ້ໄວ້)ບໍ່ໄດ້ເຊົ່າບ້ານໃຜຢູ່(ມີປັນຍາບໍລະ?),ເຮັດການ5ເດືອນຈິ່ງໄດ້ຮັບເງີນເດືອນ ເດືອນນຶ່ງ ມີປັນຍາໄປເຊົ່າຫັຍງອີກ?ປະກັນໄພບໍ່ກ່ຽວຕາຍແລ້ວກໍເອົາໄປຈູດຖິ້ມ(ດີແລ້ວ ໄຫ້ຄົນດີເຂົາຢູ່ຕໍ່ໄປ),ຖືວ່າຊິດເມືອງລາວບໍ່ມີດອກເບັ້ຍກໍແລ້ວກັນ(ໄດ້ກິນແຕ່ດອກຜັກບົ້ງກໍພໍແລ້ວ), ລູກເມັຍຢູ່ຄົບຫນ້າຄົບຕາກັນທຸກວັນບໍ່ໄດ້ແລ່ນຫາງານຈົນຕຳເສົາໄຟຟ້າຄືຢູ່ອາເມລິກາ,(ແລ່ນຂ້າມຝັ່ງໄທໝົດແມ່ນບໍ ເປັນຂ້ອຍຂ້າແມ່ນບໍ?) ທ່ານວ່າຢູ່ອາເມລິກາ 35ປີບໍ່ເຄີຍອາບນ້ຳເຢັນວ່າຕິ, ຜູ້ຂ້າຢູ່ເມືອງລາວແຕ່ເກີດບໍ່ເຫັນວ່າຊິຍາກຖ້າຢາກອາບນ້ຳອຸ່ນ (ດັງໄຟຕົ້ມເອົາ) ເຄື່ອງຫນຸ່ງຂອງຖືຢູ່ລາວກໍພໍໄດປ່ຽນຫນຸ່ງຢູດອກບໍ່ໄດ້ຫນຸ່ງສະດິບ(ເວົ້າພາສາລາວໄຫ້ຂອດແດ່ ຫຼື ຈົບພໍພຽງປໍ3?)ໂຕດຽວດອກເຫັນວ່າທຸກດະດາຍ,ທ່ານ ວ່າລົງເຮືອນບໍ່ໄດ້ຢ່າງ (ຢ່າໂມ້) ທ່ານບິນຂຶ້ນລົດບໍ???? ຊີວິດຢູ່ອາເມລິກາຢ່າວ່າຄົນໃຕ້ບໍ່ຮູ້ເດີ(ຮູ້ຢູ່ດອກ ເພາະຮຽນຈົບຫຼາຍມະຕິແລ້ວ ຍິ່ງທັບຖົມທຶນນິຍົມດີເທົ່າໃດຍິ່ງໄດ້ຫຼຽນໄຊແຮງງານຫຼາຍ.) ມັນແສນສາຫັດສາກັນ,(ຮາ ຮາ ຮາ ນີ້ແມ່ນທັດສະນະຂອງລັດທິມາກເລນິນພາເວົ້າ )ຈະຕ້ອງທຳງານແຂ່ງກັບເວລາ,(ຢູ່ເມືອງລາວບໍ່ຈຳເປັນແຂ່ງຂັນເວລາ ແຂ່ງກັບຄວາຍເພາະວ່າຄວາຍພາໃຖ)ເຜີໆ ຜົວເມັຍບໍ່ເຈີກັນເປັນອາທິດ,(ຢູ່ບ້ານໂຕກິນແລ້ວຂີ້ ສິີ້ແລ້ວນອນແຄນີ້?)ແຖມບາງເທື່ອກໍຖືກດ່າຫນ້າວ່າເປັນ Second People ອີກໂອຍແຫ່ງເຈັບ,(ທີ່ເຂົາດ່າໄອ້ລາວໂງ່ເດ ຫຼື ຖັ້ງລາວເດ ຢູ່ບ້ານໂຕ ກໍຍັງເປັນຄົນບໍ່ມີຊົນຊັ້ນ ຫຼືບໍ່ຕິດຊັ້ນຄົນນຳເຂົາບໍ່ຄິດແດ່ຫວະ?) ຈັກຊິຮ້ອງເພງຊາດຫຍັງຄັນວ່າອາເມລິກາຊະພັດດັງແຫມບໆ( ນີ້ລະ ເຂົາວ່າຄົນໂງ່ຈ້າ ບໍ່ອອກຈາກບ້ານບໍ່ເຫັນຫຼັງຄາເຮືອນ) ,ດຳໆ,ຄັນວ່າລາວຊ້ຳພັດຖືຫນັງສືຜ່ານແດນອາເມລິກາ,(ໂຕຜູ້ຖືບັດລາວ ພັດຢ້ານເຂົາວ່າໂຕເປັນລາວອີກ ໂອຍຄົນໂງ່ຈ້ານໍ) ເອົາແບບວ່າຄືເຈັຍສາໄປ ຊິວ່ານົກພັດມີຫູ,ຊິວ່າຫນູຊ້ຳພັດມີປີກ,ຕົກລົງວ່າເອົາແຕ່ມັນຊິເປັນສາໄປ ,(ຫ່ວງຊີວິດລູກແລະເມັຍໂຕເອງນັ້ນເສັຍກ່ອນ ຊີວິດເຂົາທັງຊີວິດ ມີປະກັນໄພທຸກຢ່າງແມ່ນແຕ່ໝາເຂົາລ້ຽງຢູ່ບ້ານມັນກໍຍັງມີປະກັນໄພຂອງຊີວິດມັນ ແລ້ວຊີວິດໂຕມີຄ່າເທົ່າໝາເຂົາບໍ?) ບໍ່ມີງານທຳບໍ່ມີເງິນ,ເປັນຫນີ້ທະນາຄານ,ລະວັງດຽວທ່ານຊິໄດ້ຄານຂຶ້ນລົດໄປສົ່ງໂຮງຫມໍໆໆໆໆໆໆໆໆໆໆໆໆໆໆໆໆໆ( ຄົນມີປອມດ້ອຍ ເປັນແນວນີ້ ຊີວິດຖືກຄວບງົມກັບຄວາມດ້ອຍພັດທະນາ ດ້ອຍການສຶກສາ )         

__________________
CVS

Date:

Anonymous wrote:

ຂ້າພະເຈົ້າວ່າ ບໍ່ຕ້ອງມາຂີ້ໂມ້ໃສ່ກັນດອກ, ກໍ່ຈີງຢູ່ຄົນທີ່ມີຄວາມກະຕືລືລົ້ນຢາກໄປດຳລົງຊີວິ ຫລື ໄປຫາຂາຍແຮງງານແບບຄົນອະເມລິກາເຂົາບໍ່ເຮັດນັ້ນ ກໍ່ມີພຽງສ່ວນນ້ອຍໜື່ງ ຍ້ອນຄວາມຮູ້ເທົ້າບໍ່ເຖີງການ ຄິດວ່າຈະລ້ຳຈະລວຍ ຜູ້ເຂົາມີລາຍໄດ້ພໍຢູ່ພໍກີນເຂົາກໍ່ບໍ່ໄດ້ສົນໃຈແບບນັ້ນດອກ. ບໍ່ຂໍເວົ້າເລື່ອງໄປທ່ອງທ່ຽວ ຫລື ໄປສືກສາຮ່ຳຮຽນ ອັນນັ້ນມັນກໍ່ເປນສັດຈະທຳຢູ່ແລ້ວເພາະເຂົາເປັນປະເທດລະດັບອະພິມະຫາອຳນາດ ໄປກໍ່ສະແຫວງຫາໄປທ່ຽວ ໃຜກໍ່ຢາກໄປຮຽນປະເທດທີ່ຈະເລີນ ຫລືຢ່າງໜ້ອຍກໍ່ໄດ້ໄປຮຽນພາສາອັງກິດຢູ່ປະເທດທີ່ເປັນເຈົ້າຂອງພາສາ. ຖ້າຈະເວົ້າເລື່ອງຊີວິດການເປັນຢູ່ແລ້ວ ພວກເພີ່ນໄດ້ເງີນຄ່າແຮງງານຫລາຍ ແຕ່ກໍ່ຕ້ອງລຳບາກກາກກຳບໍ່ແມ່ນເລື່ອງງ່າຍ ແຕ່ເວລາມາເມືອງລາວທຳທ່າວາງມາດ ເປັນຄົນລວຍຢາຍເງີນໃຫ້ພີ່ນ້ອງ ຜູ້ລະ 10$ 20$ ທີ່ແທ້ໜີຖ້ວມຫົວ. ຢູ່ໃສກໍ່ບໍ່ສະບາຍທໍ່ກັບຢູ່ປະເທດຕົນເອງດອກ, ຂະໜາດຄົນ ເອີລົບ ຄົນອະເມລິການ ມາເຮັດວຽກຢູ່ລາວຍັງບໍ່ກັບກໍ່ມີຫລາຍ, ຕະຫລອດຮອດ ຄົນລາວທີ່ຢູ່ຕ່າງປະເທດດັ່ງວ່າ ກໍ່ຍັງບໍ່ມົ້ມ ກັບມາຂາຍມູນກີນຢູ່ບ້ານເກີດກໍ່ມີຫລາຍ. ບໍ່ຕ້ອງໂມ້ດອກ ຜູ້ຂ້າກໍ່ເຄີຍໄປຢູ່ເພື່ອການສືກສາມາແລ້ວ ຮູ້ສະພາບຄວາມເປັນຢູ່ໝົດແລ້ວ

 ຕາມທີ່ຮູ້ ຄົນອາເມຣິກັນເປັນຄົນທີ່ບໍ່ຣັງກຽດວຽກເດີທ່ານ ບໍ່ຄືຄົນລາວເຮົາໃດ໋ ຢາກເຮັດແຕ່ໃນຫ້ອງແອນັ່ງໂຕະນັ່ງຕັ່ງເປັນເຈົ້າເປັນນາຍ

ສໍາລັບຄົນອາເມຣິກັນ ວຽກໃດ໋ໄດ້ເງິນດີເຂົາບໍ່ຕິ ຊິໃຫ້ເຮັດແບບທິດເສືອຢູ່ຜະແນກ Waste Management Service ເຂົາກໍ່ເຮັດ

ແລະເປັນຄົນທີ່ເຮັດວຽກໄດ້ທົນອີກ ທົນກ່ວາລູກເຂົ້າໜຽວຫຼາຍສິບເທົ່າ.

ຄົນລາວເຮົາ ກິນເຂົ້າແລ້ວຕ້ອງໄດ້ນອນພັກສອງສາມຊົ່ວໂມງຈຶ່ງລຸກໄປເຮັດວຽກ ແຕ່ຄົນອາເມຣິກັນກິນເຂົ້າແລ້ວເຂົາແລ່ນເຂົ້າວຽກໂລດ

ຂ້ຽວເຮັດຂ້ຽວແລ້ວ ເຂົາບອກວ່າ time is money, work hard and live easy.

ຈຸດພິເສດອັນນຶ່ງຂອງຄົນອາເມຣິກັນຄືເຂົາບໍ່ມັກເປັນ Independent ແຂນຊິກຸດຂາຊິຂາດເຂົາກໍ່ໄປເຮັດວຽກຫາລ້ຽງຕົນ

ບໍ່ມັກແບມືຂໍກິນນໍາຄົນອື່ນ, ຂະນາດວ່າຄົນຂີ້ເຫຼົ້າເມົາຢາ ເຂົາຍັງຢືນຍົກປ້າຍຢູ່ແຄມທາງ Work for Food.

__________________
Anonymous

Date:

  America is great , all people of world want to come to America to persuade ( American dream ) 

America is high tech country and its people also smart they can teach animal act like human

you can see it from animal circuit show  also they can teach human act like animal you can see it

from XXX movie biggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrin

__________________
ຜັກສະຫຼັດ

 ຢູ່ລາວກໍ່ສາມາດສອນໃຫ້ຄົນເປັນຄວາຍໄດ້ຄືກັນ ຢ່າໄປຍ້ອງແຕ່ອາເມຣິກາຫຼາຍພໍ່ອາວ.

__________________
Anonymous

Date:

Anonymous wrote:

ເປັນລາວໃນສະບາຍດີ ມີເວລາວ່າງຫລຼາຍ ບໍ່ ມີຫຍັງຕ້ອງຟ້າວຝັ່ງຄືລາວນອກbiggrin

 so then, drink beer almost of the day. Lao is number one beer drinker in south east asia, built country!!!!!!

__________________
GT3000

 ປະເທດລາວມີສັນຕິພາບແລ້ວ ພົນລະເມືອງລາວມີແຕ່ມ່ວນກັບເມົາ ເພາະຄວາມເມົາເຮັດໃຫ້ລືມສະຕິຊາດ.

__________________
Anonymous

Date:

Anonymous wrote:

ໃຫ້ທ່ານລາວນອກອະທິບາຍມາວ່າ ຊີວິດການເປັນຂອງທ່ານ ສະບາຍຂະໜາດໃດ ຖ້າປຽບກັບລາວໃນ

 Stupid topic . Why don't you compare your life and Bill Gate idiot ?

__________________
Anonymous

Date:

Anonymous wrote:

Á®®­š´ñ­¥‡¤Á´È­£¸¾´¥ò¤, ²¸¡ì¾¸­º¡®ÒªÉº¤¢šÂ´É, ºɺ¸©¹ì¾¨¡ÒÄ©ÉÀ²¾½¸È¾©¼¸­š´ñ­Á´È­¨÷¡Â졾²ò¸ñ©,

Âì¡êñ¤Âì¡°øÉé¡Ò¦¾´¾©»ñ®»øÉÁì½À¢í¾Ã¥êñ¤­˜­.

µøÈæ¡ÒÁ´È¨£ö­ì¾¸ª¾¢¾¸£õ¡ñ­­˜­ì½, £ö­ì¾¸­º¡«É¾´óÀ¤ò­¹ì¾¨, ´óê÷콡ò©»÷ȤÀ»õº¤¡ÒµÈ¾ìõ´´¾¦É¾¤Á´È¢º¤ªö­Á©È.f

 ພາສາປະເທດໃດນິ້ ແປໄຫ້ແດ່

__________________
Anonymous

Date:

Anonymous wrote:

ຂ້າພະເຈົ້າວ່າ ບໍ່ຕ້ອງມາຂີ້ໂມ້ໃສ່ກັນດອກ, ກໍ່ຈີງຢູ່ຄົນທີ່ມີຄວາມກະຕືລືລົ້ນຢາກໄປດຳລົງຊີວິ ຫລື ໄປຫາຂາຍແຮງງານແບບຄົນອະເມລິກາເຂົາບໍ່ເຮັດນັ້ນ ກໍ່ມີພຽງສ່ວນນ້ອຍໜື່ງ ຍ້ອນຄວາມຮູ້ເທົ້າບໍ່ເຖີງການ ຄິດວ່າຈະລ້ຳຈະລວຍ ຜູ້ເຂົາມີລາຍໄດ້ພໍຢູ່ພໍກີນເຂົາກໍ່ບໍ່ໄດ້ສົນໃຈແບບນັ້ນດອກ. ບໍ່ຂໍເວົ້າເລື່ອງໄປທ່ອງທ່ຽວ ຫລື ໄປສືກສາຮ່ຳຮຽນ ອັນນັ້ນມັນກໍ່ເປນສັດຈະທຳຢູ່ແລ້ວເພາະເຂົາເປັນປະເທດລະດັບອະພິມະຫາອຳນາດ ໄປກໍ່ສະແຫວງຫາໄປທ່ຽວ ໃຜກໍ່ຢາກໄປຮຽນປະເທດທີ່ຈະເລີນ ຫລືຢ່າງໜ້ອຍກໍ່ໄດ້ໄປຮຽນພາສາອັງກິດຢູ່ປະເທດທີ່ເປັນເຈົ້າຂອງພາສາ. ຖ້າຈະເວົ້າເລື່ອງຊີວິດການເປັນຢູ່ແລ້ວ ພວກເພີ່ນໄດ້ເງີນຄ່າແຮງງານຫລາຍ ແຕ່ກໍ່ຕ້ອງລຳບາກກາກກຳບໍ່ແມ່ນເລື່ອງງ່າຍ ແຕ່ເວລາມາເມືອງລາວທຳທ່າວາງມາດ ເປັນຄົນລວຍຢາຍເງີນໃຫ້ພີ່ນ້ອງ ຜູ້ລະ 10$ 20$ ທີ່ແທ້ໜີຖ້ວມຫົວ. ຢູ່ໃສກໍ່ບໍ່ສະບາຍທໍ່ກັບຢູ່ປະເທດຕົນເອງດອກ, ຂະໜາດຄົນ ເອີລົບ ຄົນອະເມລິການ ມາເຮັດວຽກຢູ່ລາວຍັງບໍ່ກັບກໍ່ມີຫລາຍ, ຕະຫລອດຮອດ ຄົນລາວທີ່ຢູ່ຕ່າງປະເທດດັ່ງວ່າ ກໍ່ຍັງບໍ່ມົ້ມ ກັບມາຂາຍມູນກີນຢູ່ບ້ານເກີດກໍ່ມີຫລາຍ. ບໍ່ຕ້ອງໂມ້ດອກ ຜູ້ຂ້າກໍ່ເຄີຍໄປຢູ່ເພື່ອການສືກສາມາແລ້ວ ຮູ້ສະພາບຄວາມເປັນຢູ່ໝົດແລ້ວ

 ຄົນເຮົາຈະຢູ່ໃສກໍແລ້ວແຕ່ ມີຜູ້ມັກອວດ ຜູ້ມັກຖະໜອມຖ່ອມຕົວ ບາງຄົນກໍມັກອິດສາຄົນອຶ່ນ ຮ້ອຍແປດພັນປະການ ບໍ່ວ່າຈະຢູ່ໃສກໍຕາມ ຢູ່ເມືອງລາວບາງຄົນຢາກມີໜ້າມີຕາ ເອົາດິນ ເອົາຊັບສິນໄປປະກັນກັບທະນາຄານ ເອົາເງີນມາຊື້ລົດອວດໂຊກໍມີ ບາງຄົນກໍອວດອຳນາດ ສວຍໂອກາດປາບປາມ ປຊຊ ເພື່ອຫາລາຍໄດ້ສ່ວນຕົວ

ໂດຍສະເພາະຢູ່ ສປປລ ບາງບ່ອນ ທ້າຍເດືອນມາ ຄົນງານຫຼືພະນັກງານຕ້ອງໄດ້ຕັດເງີນເດືອນໂຕເອງ ທັງໆທີ່ມັນກໍບໍ່ຫຼາຍຢູ່ແລ້ວ ເພື່ອໄຫ້ຫົວໜ້າໄປດື່ມນ້ຳບັນເທົາສ່ວນຕົວແລະກໍເພື່ອຮັບປະກັນບ່ອນເຮັດວຽກຂອງໂຕເອງ ບາງພາກສ່ວນ ເຊ່ນ ພວກກວດກາ ສະໜາມບິນຍິ່ງໜັກ ຍຶ່ນມືຂໍທານແບບດ້ານໆ ຂໍເງີນດື່ມນ້ຳແດ່ ພາບແບບນີ້

ເຫັນແລ້ວ ເສັຍຄວາມຮູ້ສຶກ ນີ້ບໍ ລະບົບການພັດທະນາ ຊັບພະຍາກອນດ້ານມະນຸດ ສ້າງຄົນຂໍທານແຕ່ນ້ອຍໆເຖີງໄຫ່ຍ ສ້າງຄົນເສັຍນິໃສ ຫາລາຍໄດ້ສ່ວນຕົວແບບບໍຍຸດຕິທຳ

__________________
Anonymous

Date:

Anonymous wrote:
Anonymous wrote:

Á®®­š´ñ­¥‡¤Á´È­£¸¾´¥ò¤, ²¸¡ì¾¸­º¡®ÒªÉº¤¢šÂ´É, ºɺ¸©¹ì¾¨¡ÒÄ©ÉÀ²¾½¸È¾©¼¸­š´ñ­Á´È­¨÷¡Â졾²ò¸ñ©,

Âì¡êñ¤Âì¡°øÉé¡Ò¦¾´¾©»ñ®»øÉÁì½À¢í¾Ã¥êñ¤­˜­.

µøÈæ¡ÒÁ´È¨£ö­ì¾¸ª¾¢¾¸£õ¡ñ­­˜­ì½, £ö­ì¾¸­º¡«É¾´óÀ¤ò­¹ì¾¨, ´óê÷콡ò©»÷ȤÀ»õº¤¡ÒµÈ¾ìõ´´¾¦É¾¤Á´È¢º¤ªö­Á©È.f

 ພາສາປະເທດໃດນິ້ ແປໄຫ້ແດ່

 ລາວໃຊ້ຕົວອັກສອນໄຊເສດຖາລາວພິມ ຊັກຊວນຄົນລາວຢູ່ຕ່າງປະເທດເຂົ້າມາພັດທະນາບ້ານເກີດເມືອງນອນ

ແຕ່ຂ້ອຍຄິດວ່າ ເຂົາຢູ່ຕ່າງປະເທດຫັ້ນດີແລ້ວ ເວລາພີ່ນ້ອງໝູ່ຄູ່ຢູ່ລາວໄປທ່ຽວພໍຊິໄດ້ມີບ່ອນພັກເຊົາກິນເຂົ້າກິນນໍ້າ

ແລະພາໄປຫຼິ້ນໄປທ່ຽວ, ຄັນກັບມາກໍ່ຕ້ອງໄດ້ເລິ້ມຕົ້ນໃໝ່ທຸກຢ່າງ ແລະສິ່ງສໍາຄັນ ກົດໝາຍບ້ານເຮົາກໍ່ຍັງບໍ່ຮັບປະກັນໃນການຖືສອງສັນຊາດເທື່ອ.

__________________
Anonymous

Date:

ກາເຟຂາວ wrote:

ໝູ່ທີ່ເຄີຍຮຽນໜັງສືລຸ້ນດຽວັນມີແຕ່ສອງຄົນໄດ້ດີ ຜູ່ນຶ່ງໄດ້ເປັນຫົວໜ້າຜະແນກແລະອີກຜູ່ນຶ່ງໄດ້ເປັນລູກເຂີຍທ່ານຜູ່ນໍາ

ສ່ວນຄົນອື່ນໆສືບທາວຫາບໍ່ເຫັນເລີຍ, ສະນັ້ນ ຖ້າສົມທຽບໃສ່ຜູ່ທີ່ໄດ້ເປັນຫົວໜ້າຜະແນກແມ່ນໄກກັນຫຼາຍກັບຂ້ອຍ.

ຕາມທີ່ໄດ້ຍິນຄົນໃນບ້ານເວົ້າສູ່ຟັງ, ຫົວໜ້າຜະແນກຄົນນີ້ມີຄະຣຶຫາດ ມີບ້ານໃຫ້ຄົນຕ່າງປະເທດເຊົ່າ

ມີເງິນໃຫ້ຄົນຢືມນອກຣະບົບ ມີເມັຽນ້ອຍຢາຍຢູ່ເກືອບທຸກແຂວງ.

ສ່ວນຂ້ອຍແລ້ວມີແຕ່ແມ່ອີ່ເຕີ້ງຄົນດຽວແຕ່ກໍ່ອົບອຸ່ນພາຍໃຕ້ຊາຍຄາເຮືອນຫຼວງ

ຊິໄປມາທາງໃດ໋ກໍ່ຕ້ອງໄດ້ຍ່າງເກືອບ2ຫຼັກໄປຂີ່ລົດໄຟໃຕ້ດິນ

ເວົ້າມາແລ້ວນ້ອຍໃຈໆ.

 555 ເຮົາຂີ່ຄວາຍຢູ່ບ້ານເຮົາພີ້ ມ່ວນຈະຕາຍ ມີຄວາຍບ້ານ ແລະຄວາຍນາ ກາງເວັນຂີ່ຄວາຍນາ ຄ່ຳແລງມາຂີ່ຄວາຍບ້ານ ເຮົາຢູ່ພີ້ເດີ ຍັງບໍ່ທັນຕາຍດອກ

__________________
Anonymous

Date:

Bayer wrote:

ພື້ນຖານການດໍາຣົງຊີວິດໃນປະເທດອຸດສະຫະກັມ ໂດສະເພາະແມ່ນຢູ່ໃນປະເທດສະຫະຣັຖແມ່ນດີສົມຄວນ,

ຜູ່ໃດບໍ່ມີຄວາມສາມາດຫ້າລ້ຽງຕົນເອງໄດ້ ເປັນຕົ້ນແມ່ນຜູ່ເສັຽອົງຄະ ຄົນເຖົ້າ ແມ່ຮ້າງນາງໝ້າຍທີ່ມີລູກນ້ອຍ

ເຂົາກໍ່ໃຫ້ການຊ່ອຍເຫຼືອໃຫ້ມິບ້ານພັກອາໃສ ເຄື່ອງນຸງຫົ່ມ ອາຫານ ຢາປົວພະຍາດ ແລະພື້ນຖານການສຶກສາ.

ສໍາລັບຜູ່ທີ່ມີສຸຂະພາບສົມບູນກໍ່ຕ້ອງໄດ້ຫາກິນລ້ຽງປາກລ້ຽງທ້ອງຕົນເອງຕາມຣະດັບຄວາມຮູ້ຄວາມສາມາດ,

ຜູ່ໄດ້ຝຶກແອບປາດຊີ້ນ ກໍ່ເຂົ້າເຮັດຢູ່ໂຮງງານປາດຊີ້ນ, ຜູ່ໄດ້ຮັບການຝຶກແອບຫໍ່ເຄື່ອງ ກໍ່ເຂົ້າເຮັດຢູ່ບ່ອນຫໍ່ເຄື່ອງ,

ຜູ່ໄດ້ຮັບການຝຶກແອບຈອດກົ່ວ ກໍ່ເຂົ້າເຮັດວຽກຢູ່ໂຮງງານປະກອບເຄື່ອງໄຟຟ້າ, ຜູ່ໃດ໋ຜ່ານການຝຶກແອບທາງດ້ານການແພດ

ກໍ່ເຂົ້າເຮັດຢູ່ໂຮງໝໍຢູ່ຄລີນິກ, ຜູ່ໃດ໋ໄດ້ຜ່ານການຝຶກແອບດ້ານບັນຊີ ກໍ່ໄປເຮັດກັບຫ້ອງການບໍຣິສັດຕ່າງໆ.

ຜູ່ໃດ໋ບໍ່ມັກເປັນລູກນ້ອງຄົນອື່ນ ກະເຮັດທຸຣະກິດສ່ວນຕົວ, ບາງຄົນກໍ່ເປີດຮ້ານອາຫານ, ບາງຄົນກໍ່ເປີດຮ້ານເສີມສວຍ,

ບາງຄົນເປີດຮ້ານແປງຣົຖ, ບາງຄົນຮັບເໝົາກໍ່ສ້າງ, ບາງຄົນກໍ່ເຮັດຟາມລ້ຽງສັດ ປູກຝັງ ຄືບ້ານເຮົາຫັ້ນລະ.

ຫຼາຍທ່ານກໍ່ອາດຈະຮູ້ແລ້ວວ່າປະເທດສະຫະຣັຖເປັນປະເທດທີ່ນິຍົມເປັນໜີ້, ຖ້າໃຊ້ໜີ້ດີກໍ່ມີ credit ດີ

ຖ້າມີ credit ດີ ໄປໃສກໍ່ບໍ່ຕາຍ. ຄົນສ່ວນຫຼາຍສ້າງ credit ຂອງຕົນດ້ວຍການຊື້ເຄື່ອງໃຊ້ຂອງສອຍ

ຕໍ່ມາກໍ່ສ້າງ credit ດ້ວຍການຊື້ຣົຖ ສຸດທ້າຍກໍ່ສ້າງ credit ດ້ວຍການຊື້ບ້ານຊື້ເຮືອນ.

ອາດຈະເປັນຍ້ອນແຟຊັ້ນ ຫຼືອາດຈະເປັນຍ້ອນຮຽນກາຍ Accounting 101 ຫຼືອາດຈະເປັນຄົນດີເກີນໄປ

ບາງຄົນຈຶ່ງມີ credit cards ເຕັມຖົງພາຍ visa ກໍ່ມີ master card ກໍ່ມີ chase ກໍ່ມີ american express ກໍ່ມີ

ນອກນັ້ນກໍ່ຍັງມີ card ຊື້ເຄື່ອງຂອງຫ້າງຮ້ານຕ່າງໆອີກເປັນສອງສາມກິໂລ.

ເມື່ອຣາຍຈ່າຍຫຼາຍກວ່າຣາຍຮັບ ຈ່າຍໜີ້ບໍ່ໄຫວ ທາງອອກສຸດທ້າຍກໍ່ເຮັດ bankruptcy,

ເມື່ອ bankruptcy ກໍ່ຕ້ອງໄດ້ຫິ້ວກະເປົ໋າຂຶ້ນຍົນເມືອຢູ່ເມືອງລາວ.

                            ( ຈົບພາກ1)

 ຊົມເຊີຍຄວາມເປັນຂອງທ່ານເດີ ເປັນຄວາມເຫັນທີ່ເປັນວິທະຍາສາດ ແທ້ ແຕ່ຖືກຕ້ອງກັບບັນດາປະເທດ ເສດຖະກິດອຸສະກັມຢ່າງເມກາ ແທ້ ຜູ້ຂຽນເຄີຍປະເທດເລົ່ານັ້ນສອງສາມເດີອນ ເຫັນວ່າຊີວິດເຮົາປະເທດແບບນີ້ ບໍ່ໄດ້ແນ່ນອນມັນສະບາຍໂພດ ກັບລາວຈ້ອຍ ຫາເງິນໄດ້ກໍໄປທ່ຽວເອົາຈະດີກວ່າ ຄົນລາວທັງມວນຕ້ອງອ່ານຄວາມເຫັນນີ້ໃຫ້ຄັກໆ ບໍ່ວ່າຈະຢູ່ໃສ ສູ້ເມືອງລາວບໍ່ໄດ້ເດັດຂາດ ແມ່ນແຕ່ເມືອງວຽດ ເມືອງໄທຍ ເມືອງຈີນ ສູ້ລາວບໍ່ໄດ້ແທ້ໆໆໆ ສະບາຍກວ່່າ

__________________
Anonymous

Date:

Anonymous wrote:

ເວົ້າບອ່ນສຸດ ອັນນີ້ແມ່ນຄຸກຢູ່ເມືອງຂອ້ຍ

 Yes Indeed that your county jail look good, But Please don't forget that 99.99% Jails in America run and operated by Private not a Public Jails that's why it cost so much of your tax dollar... and those idiot keep going out and in just like Disneyland you kno !!! Free lunch what else ?

__________________
ນັກເດົາ

Date:

ຖ້າເດົາບໍ່ຜິດ ພໍ່ລຸງຄົງຈະເຮັດວຽກທັມໂລງ(ທໍາມະໂລງ)ຫຼືບໍ່ຊັ້ນກໍ່ເຮັດວຽກກັບ Correction Department ຈຶ່ງຮູ້ວ່າພາກສ່ວນເອກະຊົນເປັນຜູ່ດໍາເນີນທຸຣະກິດເຮືອນຈໍາ

ແລະທຸຣະກິດຫ້ອງຂັງ, ແຕ່ຕາມເຄີຍໄດ້ເບິ່ງຣາຍການ 20/20 ເຂົາວ່າສິ່ງຂອງເຄື່ອງໃຊ້ໃນເຮືອນຈໍາຫັ້ນ 99% ແມ່ນ Made in China.

__________________
Anonymous

Date:

ຢາກ ມີ ເງິນ ຊື້ປີ້ຍົນ ກັບບ້ານເດ ບ້ານ ເຮົາຈັ່ງແມ່ນ ສະບາຍ ກັ່ວ

__________________
ມີດຕອກ

Date:

Anonymous wrote:

ຢາກ ມີ ເງິນ ຊື້ປີ້ຍົນ ກັບບ້ານເດ ບ້ານ ເຮົາຈັ່ງແມ່ນ ສະບາຍ ກັ່ວ

 ລອງຕິດຕໍ່ກັບສະຖານທູດລາວປະຈໍາປະເທດທີ່ເຈົ້າຢູ່ເດີ ຖ້າບໍ່ມີເງິນຊື້ປີ້ຍົນກັບບ້ານ. 

__________________
Anonymous

Date:

Anonymous wrote:

ຢາກ ມີ ເງິນ ຊື້ປີ້ຍົນ ກັບບ້ານເດ ບ້ານ ເຮົາຈັ່ງແມ່ນ ສະບາຍ ກັ່ວ

 Don't believe this person, he is not Lao nork, his IP address showed from Vientiane Laos.

__________________
ນັກປ່ຽນໄພ້

Date:

ຖ້າແມ່ນໄອພີຢູ່ລາວກໍ່ສະແດງວ່າລາວຖືກສົ່ງມາຮຽນຢູ່ວຽງຈັນ ແລະຢາກກັບໄປຢາມບ້ານຢູ່ຕ່າງແຂວງ, ແມ່ນບໍ່?

__________________
Anonymous

Date:

ຂ້ອຍມີເງິນຊື້ປີຍົນ ແຕ່ບໍ່ມີເງິນໄປຈ່າຍ, ໂທຫາສ່ຽວ ມັນບອກວ່າຖ້າບໍ່ມີໝື່ນໂດລາຢ່າມາໃຫ້ເຫັນໜ້າ.
ໃຜຊິມີເງິນສົດເປັນໝື່ນ, 2-3 ຮ້ອຍໂດລາຊິຕິດຖົງກະຍັງບໍ່ມີ credit card ມີຢູ່.
ໄປຮັບຈ້າງລ້າງຣົຖໃຫ້ເຂົາແຕ່ລະມື້ ເມັຽກະໃຫ້ເງິນຕິດຖົງ 5 ໂດລາ ພໍໄດ້ຊື້ບັ໋ນມີ໊ໄປກິນແກ້ຫິວ ນໍ້າຖືໄປກິນເອງ.
ສ່ຽວຂ້ອຍຢູ່ເມືອງລາວ ບໍ່ໄດ້ເຮັດວຽກຍາກຄືຂ້ອຍກະຍັງມີເຮືອນວິນລາວ 6 ຫຼັງ ຣົຖເບັນ 3 ຄັນ
ສ່ວນຣົຖກະບະໃຫ້ລູກນ້ອງຂີ່ໄປເກັບເງິນ 3 ຄັນ. ມັນຫັ້ນບໍ່ເຮັດຫຍັງ ເກີດເປັນມື້ມາ ເລາະຫາແຕ່ຕີໝາກບຸນກິນເບັຽ.
ຄັນໄປກະຊິໄດ້ເຂົ້າທາງທ່າຄໍ້ພຸ້ນລະ ຄັນເຂົ້າທາງວັດໄຕ ກະລະອາຍບັກສ່ຽວເສດຖີ

__________________
Anonymous

Date:

ລາວນອກ ລາວໃນ ຄົນລາວດ້ວຍກັນເປັນຫຍັງຈຶ່ງສ້າງແຕ່ເລື່ອງຄວາມແຕກແຍກກັນ?

__________________
Anonymous

Date:

ເຈົ້້າຂອງກະທູ້ເອີຍ ຈັກສີໃຫ້ປຽບກັນໄດ້ຈັ່ງໃດເດ 

ຄົນລາວທີ່ໄດ້ຕົກໄປຮອດຕ່າງປະເທດ ມັນແມ່ນປະເທດທີ່ຈະເລີນແລວ້ 

ໄປຮອດປຸບເຂົາກໍເອົາເງິນເບັ້ຍລຽ້ງໃຫ້ຊາມຊາແລວ້ ແລະພາຍໃນເວລາໃດນຶ່ງຜູ້ກຽ່ວກໍສາມາດເຮັດດວຽກງານໄດ້ແລວ້ 

ແລະຜ່ານໄປຫລາຍປີ ກໍກາຍເປັນຄືຄົນປະເທດນັ້ນໄດ້ແລວ້ 

ແຕ່ແນວໃດກໍແນວເຖາະ ສຳຫລັບຜູ້ທີ່ໃຫຍ່ຢູ່ລາວ ຈະມີຄວາມສຳນຶກຄິດຮອດບ້ານຕົນເອງຕະຫລອດເດີທ່ານ 

ບາດມາເວົ້າຄົນລາວຢູ່ໃນປະເທດ ກໍແນ່ນອນຕອ້ງໄດ້ສູ້ຊົນຫາຢູ່ຫາກິນຕາມແບບພາສາເສດຖະກິດບ້ານເຮົາ ເຮົາບໍ່ສາມາດເປັນຄືຢູ່ຕ່າງປະເທດໄດ້ແລວ້ 

ແຕ່ເຖິງຢ່າງໃດກໍຕາມ ຜູ້ຢູ່ພາຍໃນປະເທດ ກໍບໍ່ເຖິງໄດ້ອົດຕາຍດອກ ມາຮອດດຽວນີ້ ເຖິງວ່າເສດຖະກິດປະເທດຍັງຫລ້າຫລັງ ແຕ່ຄົນລາວສວ່ນນຶ່ງກໍສາມາດມີຢູ່ມີກິນເຫມືອນກັບຄົນຢູ່ຕ່າງປະເທດແດ້ແລວ້ 

ຜູ້ໄປກໍຊໍໃຫ້ໄປດີສາ ຜູ້ຍັງກໍໃຫ້ຫາກິນ 

ແລະບໍ່ຕອ້ງໃຫ້ສະອອນກັນ ເພາະຖ້າພາກັນໄປຫມົດ ແລວ້ໃຜສີເຝົ້າບ້ານລະ ບໍ່ຢ້ານຄົນອື່ນມາຍຶດເອົາຫວາ

__________________
Anonymous

Date:

ຂ້ອຍບໍ່ຮູ້ວ່າຄົນລາວອົບພະຍົບທີ່ຕັ້ງຖິ່ນຖານຢູ່ປະເທດຝຣັ່ງ, ອັງກິດ, ເຍັຽຣະມັນ,

ນິວຊີແລນ, Brazil, Australia, ຍີ່ປຸ່ນ ແລະປະເທດອື່ນໆມີຄວາມສະດວກ ມີຄວາມ

ຫຍຸ້ງຍາກແນວໃດ ແຕ່ຄົນລາວອົບພະຍົບທີ່ມາຕັ້ງຖິ່ນຖານຢູ່ສະຫະຣັຖອາເມຣິກາ

ສ່ວນຫຼາຍແມ່ນພົບຄວາມຫຍຸ້ງຍາກຫຼາຍ ໂດຍສະເພາະແມ່ນຂ້າພະເຈົ້າເອງນີ້ລະ

ແຕ່ບໍ່ສາມາດກັບຄືນໄປຢູ່ລາວຕາມຄຳແນະນຳຂອງພີ່ນ້ອງໄດ້ເພາະຢ້ານເຂົາເວົ້າ

ໃຫ້ວ່າວຽນຄີໄຟບໍ່ຮອບ.

ປີກາຍນີ້ ມີໂອກາດໄດ້ກັບຄືນເມືອຢ້ຽມຢາມພີ່ນ້ອງຈຶ່ງມີໂອກາດໄດ້ເຫັນການໃຊ້ຊີວິດ

ທີ່ຫຼູຫຼາສຳຣານຂອງຄົນໃນປະເທດລາວ ໂດຍສະເພາະແມ່ນລູກຊາຍຂອງປ້າທີ່ເຮັດ

ໃຫ້ໃຫ້ກະຊວງລືຊື່ກະຊວງນຶ່ງ. ໃນໄລຍະເວລາທີ່ໄປຢ້ຽມຢາມ 3 ອາທິດ ເຫັນອ້າຍ

ໄປເຮັດວຽກ 3 ເທື່ອ ອອກບ້ານ 9 ໂມງ ກັບມາປະມານ 11 ໂມງ ລາວບອກວ່າເວລາ

ເຮັດວຽກແທ້ໆແມ່ນຢູ່ສະໜາມ Golf ເພາະ clients ບໍ່ມັກເຂົ້າໄປເຈຣະຈາຢູ່ໃນຫ້ອງ

ການ.  ສ່ວນຂ້າພະເຈົ້າ ຕ້ອງໄດ້ຕື່ນ 5 ໂມງເຊົ້າ ອອກໄປຢືນຖ້າຣົຖເມຖ້າມກາງອາກາດ

ທີ່ໜາວເຢັນເພື່ອໄປທຳຄວາມສະອາດໃຫ້ເຂົາຈົນຮອດ 5 ໂມງແລງຈຶ່ງໄດ້ຫ້ອຍຣົຖເມ

ກັບນັ່ງແຍງ 4 ແຈເຮືອນ.

__________________
Anonymous

Date:

ດີຫລາຍທີ່ຍົກເລື່ອງນີ້ຂື້ນມາ

ຂ້າພະເຈົ້າທຽວໄປທຽວມາທັງລາວ ທັງອາເມລິກາ

ຂໍສະຫລຸບໃນຄວາມຄິດຂອງຕົວເອງວ່າ ມັນບໍ່ສາມາດຕັດສິນໄດ້ວ່າ ຢູ່ບ່ອນໄດຈະດີກວ່າກັນ

ທັງສອງປະເທດກໍ່ມີສະພາບແວດລ້ອມທີ່ຕ່າງກັນ ການເມືອງ ການດຳລົງຊີວິດ ແລະ ວັດທະນະທຳ

ບໍ່ວ່າຈະແມ່ນສັນຊາດໃດ ແມ່ນໃຜກໍ່ຄິດເຖິງບ້ານເກີດເມືອງນອນ, 

ສິເປັນລາວນອກ ຫລື ລາວໃນກໍ່ຂື້ນຊື່ວ່າເປັນຄົນລາວ ຈະຢູ່ອ່ເມລິກາ ຫລື ູຢ່ລາວກໍຍັງກິນຕຳໝາກຫຸງຄືກັນ

__________________
Anonymous#909

 ທ່ານເວົ້າຖືກຕ້ອງເໝືອນໄມ້ຄ້ອນຕີດິນ. 32 ປີ ທີ່ຂ້າພະເຈົ້າໄດ້ມາດຳຣົງຊີວິດໃນສະຫະຣັຖ

ອາເມຣິກາ ໄດ້ເຄີຍຊິມອາຫານຫຼາຍຊາດແຕ່ກໍ່ບໍ່ຕິດອົກຕິດໃຈແລະກິນແຊບກິນນົວເໝືອນ

ກິນອາຫານລາວ ມັກຫຼາຍແມ່ນປົ່ນກົບແກ້ມຜັກແວ່ນ. ແຕ່ກ່ອນກໍ່ບໍ່ມີຜັກແວ່ນກິນແກ້ມດອກ

ພໍດີຫຼານສາວທ່ານຄຳຊາວ ວົງສາລີ ມາຢາມ ເພິ່ນເລີຍຖືມາໃຫ້ທົດລອງປູກ ແລະປາກົດວ່າ

ອອກດອກແຜ່ໃບໄດ້ດີ ແລະກໍ່ໄດ້ແບ່ງໃຫ້ຄົນລາວໃນເມືອງ Solana Beach ໄປປູກກິນນຳກັນ.

ເຖິງວ່າຈະໄດ້ກິນອາຫານລາວເກືອບທຸກຊະນິດເໝືອນດຳຣົງຊີວິດໃນປະເທດລາວ ແຕ່ກໍ່ຍັງບໍ່

ລືມຖິ່ນຖານບ້ານເກີດ ບາງຄືນນອນຫຼັບໄປກໍ່ໄດ້ຝັນວ່າໄປນອນເຝົ້າຕ້ອນເຝົ້າຫຼີ່, ຢາກກັບໄປ

ຢ້ຽມຢາມແຕ່ບໍ່ມີແຮງນັ່ງເຄື່ອງບິນເໝືອນຄົນໜຸ່ມ.

__________________
Anonymous

Date:

ຂ້າພະເຈົ້າຢູ່ທັງອາເມລິກາ ແລະ ລາວ

ມັນຄືກັນ ທັງສອງປະເທດກາມີບຸນປີໃໝ່ຄືກັນ

ຄວາມສຸກ ແລະ ທຸກມັນຢູ່ທີໃຈ ສິລາວນອກລາວໃນກາແມ່ນລາວ

__________________
Anonymous

Date:

Anonymous wrote:

ຂ້າພະເຈົ້າຢູ່ທັງອາເມລິກາ ແລະ ລາວ

ມັນຄືກັນ ທັງສອງປະເທດກາມີບຸນປີໃໝ່ຄືກັນ

ຄວາມສຸກ ແລະ ທຸກມັນຢູ່ທີໃຈ ສິລາວນອກລາວໃນກາແມ່ນລາວ

ຄືບໍ່ວ່າ ຢູ່ລາວກໍ່ມີວັນ Valentine ມີວັນ Thanksgiving ມີວັນ Christmas

ຄືກັບກັບຢູ່ອາເມຣິກາສາໃຫ້ມັນແລ້ວ?

__________________
Anonymous

Date:

ໂອ໊ຍ ກັນວ່າຊິງົດອອກຄວາມເຫັນຈັກໄລຍະໜຶ່ງ ແຕ່ມາເຫັນກະທູ້ນີ້ກໍ່ອົດບໍ່ໄຫວ

ທຳອິດແມ່ນເຊື່ອທີ່ທ່ານລາວນອກວ່າ ລາວສະດວກສະບາຍຈັ່ງຊັ້ນຈັ່ງຊີ້ ເພາະວ່າລາວອາດແມ່ນຄົນມີການສຶກສາ ມີບຸນຫຼາຍກວ່າ ກຳ

ຕໍ່ມາເຫັນທ່ານຄົນໄຕ້ ອອກມາເວົ້າ ຄືເພິ່ນຄຽດ ຫຼື ແຄ້ນໃຫ້ເຂົາວາດໃດວາດໜຶ່ງ ເອົາໄປເອົາມາ ຂ້ອຍນຶກວ່າເພຶ່ນຫຼິ້ນ ຕະຫຼົກ ທຽບໃສ່

ຕົວລະຄອນ ລຳເລື່ອງກະແມ່ນ ພະເອກ ກັບ ໂຕເດຊັນ ຂໍເຊີນທ່ານທົບທວນຄວາມເວົ້າຂອງທ່ານເດີ ຄັນໝັ້ນໃຈລະປະຕິເສດເລີຍ

ຕໍ່ມາກະແມ່ນໝໍບໍ່ອອກຊື່ ຫາກເພິ່ນເວົ້າເຖິງພີ່ນ້ອງເພິ່ນບໍ ມາຢາມແຖວດົງໂດກ ແລ້ວກະສາມາດໄປຈັບເຂຢາໄດ້ຮອດ ອມຣກ 

ຈົນນຳມາເລົ່າຮອດ 2-3 ເທື່ອ ຕາມປະສົບການຊິວິດຂ້ອຍ ຄົນແບບເຈົ້ານີ້ຖືວ່າ ເປັນຄົນ ຊອມຊໍ່ ຢາກຮູ້ຢາກເຫັນເລື່ອງຂອງຄົນອື່ນຈົນໜ້າກຽດ

ຂ້ອຍເອງກໍ່ເຮັດວຽກກັບສັງຄົມລາວຍາກຫຼາຍ ຍ້ອນມີຄົນຊອມຊໍ່ຫຼາຍໆ ຢູ່ສັງຄົມລາວ ສຸດທ້າຍລະນຳມາເບິ່ງຮອດເຮືອນຮອດຊານເຮົາ

ແລ້ວກະເອົາໄປເຍີ້ຍ ວ່າເຮົາບໍ່ເຫັນຊິຮັ່ງຊິມີ ແຕ່ວ່າເຮັດຫຍິ່ງ ພັດວ່າ ຄວາມຈິງກູຢາກບອກວ່າ ບໍ່ແມ່ນກູຍິ່ງ ກູບໍ່ມັກ ສັນດານມຶງຕ່າງຫາກ

ພໍ້ວໍ້ແພ້ແວ້ ຊອມຊໍ່ ເຫັນຄົນຊົງມີໆ ພໍຢາກດົມກົ້ນເຂົາພຸ້ນ ບາດມາປະຈັກຕາວ່າເຮົາບໍ່ໄດ້ມີ ຫຼື ມີກູກໍ່ບໍ່ໄດ້ສະແດງໃຫ້ມຶງຮູ້ ວ່າຊັ້ນສາ!

ປາກົດວ່າປະຕິກິລິຍາເພິ່ນປ່ຽນໄປ ຄຳເວົ້າຄຳຈາເພິ່ນປ່ຽນໄປ!!! ກູວ່າແລ້ວໜາ!!!! ກູເບິ່ງມຶງຍ່າງກູກະຮູ້ຫຼາຍເຕີບແລ້ວວ່າ ຄົນຄືມຶງນີ້ຄືຊິເປັນແນວນີ້

ສະນັ້ນກູຈຶ່ງ-ໍ່ຫຼິ້ນກັບມຶງ  ມືງແຄ້ນທີ່ກູເຫັນມຶງ ສ່ວນມຶງບໍ່ເຫັນຕົວເອງ ປະຕິເສດແມວ່າບໍ່ແມ່ນ

ກູຢາກບອກວ່າຄົນທີ່ມີສັງຄົມພັດທະນາຫຼາຍດ້ານແລ້ວ ສິດທິສ່ວນບຸກຄົນເຂົາສູງ ເຂົາບໍ່ມັກຄົນໜ້າພໍ້ວໍ້ແພ້ແວ້

ເອົາລະ ເອົາລະ ເວົ້າທໍ່ພໍກ່ອນ ທັງນີ້ກັນເອງກະຢູ່ລາວນີ້ແລ້ວ ມີຊີວິດ ສະກິ໊ນທ໌ ແຕ່ກັນກະຍັງເຫັນວ່າຊີວິດກັນຍັງ-ໍໄດ້ຂີ້ຮ້າຍເອົາແທ້ເອົາວ່າ

ສາເຫດທີ່ເປັນແນວນີຄິດວ່າຍ້ອນແນວຄິດຈິດໃຈເຮົາເອງ ເຮົາຢາກເຫັັນຫຍັງມັນກໍ່ມັກໄດ້ເຫັນແນວນັ້ນ

ຢາກເຫັນຄົນໜ້າສົມເພດ ຢາກເຫັນຄົນ ຕົກທຸກໄດ້ຍາກມັນກະໄດ້ເຫັນ ເພາະໃຈເຮົາກຳນົດໄວ້ແລ້ວ ສະໝອງສັ່ງການໃຫ້ສັງເກດ ແລະ ຄົ້ນຫາ 

ມັນກະເຫັນຊັ້ນຕົ່ວ

ແຕ່ຄົນຖືກຄຸກຫຼາຍຄົນກະຍັງເປັນຄົນດີ ນັ້ນແລ້ວປະເທດພັດທະນາເຂົາຈັ່ງເຮັດຄຸກໃຫ້ສົມມາດຕະຖານ ທີ່ຄົນສາມາດຢູ່ໄດ້ ຢ່າງປົກກະຕິ

ພຽງແຕ່ກັກຂັງບໍລິເວນຊື້່ໆ ບໍ່ແມ່ນເອົາໄປທໍລະມານ

ເພື່ອຫຍັງວ່າຕີ!! 

ຮູ້ບໍ່ບຸ! ເພື່ອຮັກສາຊັບພະຍາກອນຂອງຊາດ ແລະ ປະຕິບັດສິດທິມະນຸດເຂົາເວີ້ຍ!!! ໜ້າສ່ຳໃດສ່ຳໜຶ່ງເບິ່ງບໍ່ອອກດອກ

ສຸດກ່ອນ

າມຢູ່ ເປັນຫຍັງຈັ່ງເປັນຈັ່ງຊັ້ນ

__________________
Anonymous

Date:

biggrinພວກລູກຫລານທັງຫລາຍບໍ່ຄວນໄປຈຳແນກລາວນອກລາວໃນ ລາວອັນໃດກໍແມ່ນລາວຄືກັນມີເລືອດເນື້ອເຊື້ອໄຂອັນດຽວກັນມາແຕ່ດຶກດຳບັນ ຖ້າຮ່ວມໃຈກັນພັດທະນາບໍ່ວ່າທາງດ້ານຈິດໃຈຫລືການກະທັມມັນກໍຈະເລີນກ້າວໜ້າແລ້ວ ຄ່ອຍເປັນໄປໄປຄວາມເປັນຈິງ ການສົມທຽບຄືລູກຫລານເວົ້າມານັ້ນມັນຂຶ້ນກັບສະພາບສິ່ງແວດລ້ອມຂອງແຕ່ລະປະເທດແລະສັງຄົມ ບໍ່ອາດເປັນຄືກັນໄດ້ໝົດທຸກຢ່າງ ຖ້າເຮົາໄປຢູ່ອາສັຍນຳເພິ່ນທີ່ພັດທະນາມາເປັນ100ໆປີແລ້ວມັນອາດດີກວ່າ ແຕ່ຖ້າເຮົາເລີ້ມເຮັດເອງເປັນເຈົ້າຕົນເອງອອກເຮືອນນັ້ນມັນກໍທຸກຍາກແຕ່ກໍດີເພາະມັນເປັນຂອງເຮົາເອງເປັນເຈົ້າຕົນເອງ.

ດຽວນີ້ແມ່ນຍຸກສະໄໝຮ່ວມມືແລະພັດທະນາປະເທດໜຶ່ງມີແນວໜຶ່ງແຕ່ຂະນະດຽວກັນປະເທດໜຶ່ງກໍມີແນວໜຶ່ງຊຶ່ງສາມາດແລກປ່ຽນກັນໄດ້.ສຳລັບການສົມທຽບຄືພວກຫລານເວົ້າມານັ້ນມັນຫາກແມ່ນແລະມີແນວດີຄົນລະຢ່າງ ແຕ່ອັນນັ້ນມັນກະຂຶ້ນກັບສະພາບຄວາມເປັນຈິງຂອງແຕ່ລະບ່ອນ ແລະມີຄວາມສຸກທຸກແຕກຕ່າງກັນ ມັນເປັນໄປບໍ່ໄດ້ຈະໃຫ້ມັນຄືກັນແຕ່ຄວາມເປັນຈິງຄົນເກີດມາບໍ່ມີໃຜຢາກທຸກຍາກດອກ.

 ຄົນເຮົາ ຕ່າງຄົນຕ່າງກິນເຂົ້າກາຍາສັງພັດຕ່າງ ຕ່າງຄົນຕ່າງອາບນໍ້ສັງມາກ້ຽງຕ່າງກັນ ຕ່າງຄົນຕ່າງເຮັດການຄ້າປັນຍາສັງພັດຕ່າງ ຕ່າງຄົນຕ່າງຂາຍຂອງ ອັນດຽວກັນແທ້ໆລາຍໄດ້ພັດຕ່າງກັນ ຫລານເອີຍ.

__________________
Anonymous

Date:

Anonymous wrote:

ໃຫ້ທ່ານລາວນອກອະທິບາຍມາວ່າ ຊີວິດການເປັນຂອງທ່ານ ສະບາຍຂະໜາດໃດ ຖ້າປຽບກັບລາວໃນ

The United States is not a perfect country but the United States

is the land of the opportunity and allow you to be who you are.

Who have a wonderful dream and want to pursue and make

their dreams come truth and they have more chance than the people

who are living in Laos. The most important is the freedom and the

demoncracy and the respect of the human being right .

 opportunity? i've been in Amer.. two times..  i've seen many Lao ppl also American are not better than many Laonai pdr. feedom. democracy and oppurtunity? in a wonderful country like Laos got it all in this 21st century!

I have been in Laos too many times , I have seen

so many poor Lao people who have no opportunity

to get any education specially thechildren in the

countryside and no freedom fo complain about

the corropted governemnt. You come from powerful

and corrupted family . You have it all from sell the Lao people out

and spending the stolen country money to come to the United States.

poor laotian hmong children

Your father is a thief steal the country money.

images?q=tbn:ANd9GcTCEP81JjARE3jQGJnqF4RQqGaPHRoYxP3yqJ7pNCG2qSMcTgLH

__________________
Anonymous

Date:

  ລາວໃນ ບໍ່ສາມາດ ປ່ອງດອງ ເຕົ້າໂຮມກັບລາວນອກໃດ້ເດັດຂາດເພາະ:

  ກ. ພ ປຊຊ ປຕວດລ ຕ້ອງການຮັກສາດູນອໍານາດໄວ້ພຽງພັກການເມືອງພັກໂທນພັກດຽວ,

 ຂ.ຕ້ອງການຮັກສາ ລັດທິ ຜດກ ນີ້ໄວ້ເປັນເຄືອ່ງມືໃນການທໍາມາຫາກິນ  ໂກບໂກຍຜົນປະໂຫຍດຕ່າງໆ,

ຄ.ວຽດນາມບໍ່ຕ້ອງການຢາກເຫັນລາວນອກເຂົ້າມາສ້າງຄວາມວຸ້ນວາຍຫຼືຕໍ່ຕ້ານວຽດນາມໃນ ສປປລ,

__________________
Anonymous

Date:

ໃຫ້ທ່ານລາວນອກອະທິບາຍມາວ່າ ຊີວິດການເປັນຂອງທ່ານ ສະບາຍຂະໜາດໃດ ຖ້າປຽບກັບລາວໃນ

The United States is not a perfect country but the United States

is the land of the opportunity and allow you to be who you are.

Who have a wonderful dream and want to pursue and make

their dreams come truth and they have more chance than the people

who are living in Laos. The most important is the freedom and the

demoncracy and the respect of the human being right .

 opportunity? i've been in Amer.. two times..  i've seen many Lao ppl also American are not better than many Laonai pdr. feedom. democracy and oppurtunity? in a wonderful country like Laos got it all in this 21st century!

ຖ້າບໍ່ແມ່ນ ລູກຫລານ ຜູ້ນຳ ມີອຳນາດແລະອິດຕິພົນ

ຫລືມີເສັນ ມີສາຍ. ບໍ່ມີໂອກາດ ໃດ້ຣັບໜ້າທີການດີ

ຖ້າບໍ່ ສໍຣາຊບັງຫລວງ ເງີນເດືອນ ອີກພັນຊາດ ກະບໍ່ມີ

ມີເງີນ ເປັນຫລາຍ ລ້ານດອນລາ ຝາກຢູ່ ທະນາຄານ ສະວິດ.

ປະຊາຊົນ ຕໍ່ວ່າ ກະຖືກ ຈັບໂຕ ຫາຍສາບສູນ ຄືທ່ານສົມ ບັດສົມພອນ.

ພວກຂີ້ໂກງ ຣາຊດອນ ຂາຍສົມບັດ ປະເທດກີນ ໂດຍຮ່ວມ

ມືກັບແກວ ຕັດໃມ້. ຂາຍໂລຫະດີບ ໃຫ້ເຈັກ ພາຄອບຄົວແລະວົງຕະກຸນ

ກອບໂກຍ ຜົນປະໂຫຍດ ຂອງປະເທດ.ເອົາທະຫານແກວ ມາກົດຫົວ

ຂົມເຫັງ ປະຊາຊົນລາວ. ຂີ້ໂກງເອົາດີນ ຂອງຣາຊດອນ ໄປໃຫ້ແກວ ປູກສ່ວນຢາງ.

ພວກຂາຍຊາດ ໃຫ້ແກວ ຂາຍສັບສີນ ປະເທດກີນ.ພວກລາວ-ວຽດ ແດກໝາ.

__________________
Anonymous

Date:

ຖ້າຈະເອົາລູກເຈົ້າລູກນາຍຜູ້ມີອຳນາດລາດໃຫຍ່ມາທຽບໃສ່ກັນກໍບໍ່ສູ້ລາວໃນເພາະລູກຫລານ

ລາວນອກບໍ່ມີຍົນສ່ວນຕົວຂີ່ຄືລູກຫລານລາວໃນເຖິງວ່າພໍ່ແມ່ຂອງເຂົາຈະສໍ້ຣາຊບັງຫລວງ

ຂາຍຊາດຂາຍແຜ່ນດິນກິນໃນປາງກ່ອນກໍບໍ່ມີໃຜສາມມາດຊື້ເຮລີຄັອບເຕີໃຫ້ລູກເຂົາຂັບເປັນ

ຍົນສ່ວນຕົວຄືຜູ້ທີ່ມີອຳນາດບາດໃຫຍ່ຂອງລາວໃນ.

ຖ້າເອົາຄົນສາມັນຊົນທັມະດາມາທຽບກັນແມ່ນຄົນລາວໃນສູ້ລາວນອກບໍ່ໄດ້ ແບບທຽບກັນບໍ່

ຕິດພຸ້ນລະ.

 ເຈົ້ານາຍວຽງຈັນຄົນໃດຂາຍແຜ່ນດິນກິນ? ຂ້ອຍຢູ່ແຂວງເຊໂດນ ເຄີຍໄດ້ຍິນແຕ່ເຂົາຊ່າກັນວ່າ

ຍາແມ່ບົວຜັນຢາກໄດ້ດິນໃຜກໍ່ໄປຊື້ເອົາໃນຣາຄາຖືກໆ ແຕ່ບໍ່ເຄີຍໄດ້ຍິນວ່າສະເດັດເຈົ້າບຸນອຸ້ມ

ເຊັນສັນຍາສັມປະທານດິນໃຫ້ຄົນຊາດອື່ນເຊົ່າ.

__________________
Anonymous

Date:

Anonymous wrote:
Anonymous wrote:

ໃຫ້ທ່ານລາວນອກອະທິບາຍມາວ່າ ຊີວິດການເປັນຂອງທ່ານ ສະບາຍຂະໜາດໃດ ຖ້າປຽບກັບລາວໃນ

 ມີຈຸດປະສົງແນວໃດຈື່ງຕັ້ງຄຳຖາມນີ້ຂື້ນມາ? ຄົນຢູ່ເມືອງລາວຈະສູ້ພວກຢູ່ອາເມຣິກາບໍ້ຖ້າຈະທຽບຊີວິດການເປັນຢູ່ໃສ່ກັນ. ຈະບອກໃຫ້ຮູ້ໄວ້ວ່າ ຄົນລາວຢູ່ອາເມຣິກາເຮັດການກໍມີກິນບໍ່ມີການເຮັດກໍມີກິນ.

ເຂົ້າກໍກິນເຂົ້າ grade A. ແບບບໍ່ມີເໝັດຫັກແມ້ແຕ່ເໝັດດຽວ ທັງອ່ອນທັງຫອມ. ເວົ້າເຄື່ອງອາຫົມອາຫານວ່າເມືອງລາວມີຫຍັງຢູ່ພຸນມີໝົດ ຄິດວ່າບາງຢ່າງຢູສເມຶອງລາວຍັງຫາຍາກກ່ອນຢູ່ອາເມຣິກາອີກ

ເຊັ່ນ ກວາງ ຟານ ກະຮອກ ເໝັ້ນ ຫອນ ໄກ່ງວງປ່າ ນົກຂຸ້ມ ແລະສັດອື່ນໆ ເຣື່ອງປູປາແມ່ນແບບວ່າດຸບໍ່ຈະໄປຕຶກເບັດເອົາ.  ເຄື່ອງນຸ່ງຂອງຖືແມ່ນນຸ່ງເທື່ອໜຶ່ງສອງເທື່ອແລ້ວແມ່ນບໍ່ຢາກເອົ້າມານຸ່ງອີກຕ້ອງ

ໄປຊື້ຊຸດໃໝ່ມານຸ່ງໂລດ. ເວົ້າເຣື່ອງເຮືອນ ຍາມຮ້ອນມີອາຍເຢັນ ຍາມໜາວມີອາຍອຸ່ນ ຢູ່ພຸ້ນ 35ປີ ບໍ່ເຄີຍອາບນ້ຳເຢັນ ມີແຕ່ອາບນ້ຳຮ້ອນ. ລົງເຮືອນບໍ່ໄດ້ຍ່າງ ຣົດກໍຜົວຄັນນຶ່ງ ເມັຍຄັນນື່ງ ລູກກໍຄົນລະຄັນ

10 ລູກ ກໍ 10 ຄັນຣົດ. ຄົນລາວຢູ່ເມືອງລາວຫາຍາກຈະທຽບຄົນລາວຢູ່ອາເມຣິກາ ເວົ້າສະເພາະສາມັນຊົນທົ່ວໄປ ຫ້າມເອົາຣະດັບເສຖີລາວມາທຽບ.

 ຂ້າ​ພະ​ເຈົ້າ​ກໍ​ເປັນ​ລາວ​ໃນ ແຕ່​ກໍ​ເຄີຍ​ໄປ​ຢາມ​ພີ່​ນ້ອງ​ທີ່​ຕ່າງ​ປະ​ເທດ​ ໂດຍ​ສະ​ເພາະ​ທີ່​ອາ​ເມ​ລິ​ກາ

ຂ້າ​ພະ​ເຈົ້າ ເຫັນ​ດີ​ນຳ​ຄວາມ​ເວົ້າ​ຂອງ​ທ່ານ ທີ່​ມີ​ລັກ​ຊະ​ນະ​ຄວາມ​ຈີງ ບໍ​ອວດ​ອົ່ງ​ທະ​ນົງ​ໂຕ ແລະ  ບໍ່​ມີ​ອະ​ຄະ​ຕິຕໍ່​ບຸກ​ຄົນ​ໃດ​ທັງ​ຊີ້ນ

ແມ່ນ​ໃຫ້​ຄຳ​ເຫັນ​ດ້ວຍ​ຄວາມ​ສ້າງ​ສັນ​ແທ້

ຂໍ​ສະ​ແດ​ງ​ຄວາມ​​ນັບ​ຖື ແລະ ດີ​ໃຈ​ນຳ​ທ່ານ

__________________
Anonymous

Date:

Anonymous wrote:
Anonymous wrote:

ຖ້າຈະເອົາລູກເຈົ້າລູກນາຍຜູ້ມີອຳນາດລາດໃຫຍ່ມາທຽບໃສ່ກັນກໍບໍ່ສູ້ລາວໃນເພາະລູກຫລານ

ລາວນອກບໍ່ມີຍົນສ່ວນຕົວຂີ່ຄືລູກຫລານລາວໃນເຖິງວ່າພໍ່ແມ່ຂອງເຂົາຈະສໍ້ຣາຊບັງຫລວງ

ຂາຍຊາດຂາຍແຜ່ນດິນກິນໃນປາງກ່ອນກໍບໍ່ມີໃຜສາມມາດຊື້ເຮລີຄັອບເຕີໃຫ້ລູກເຂົາຂັບເປັນ

ຍົນສ່ວນຕົວຄືຜູ້ທີ່ມີອຳນາດບາດໃຫຍ່ຂອງລາວໃນ.

ຖ້າເອົາຄົນສາມັນຊົນທັມະດາມາທຽບກັນແມ່ນຄົນລາວໃນສູ້ລາວນອກບໍ່ໄດ້ ແບບທຽບກັນບໍ່

ຕິດພຸ້ນລະ.

 ເຈົ້ານາຍວຽງຈັນຄົນໃດຂາຍແຜ່ນດິນກິນ? ຂ້ອຍຢູ່ແຂວງເຊໂດນ ເຄີຍໄດ້ຍິນແຕ່ເຂົາຊ່າກັນວ່າ

ຍາແມ່ບົວຜັນຢາກໄດ້ດິນໃຜກໍ່ໄປຊື້ເອົາໃນຣາຄາຖືກໆ ແຕ່ບໍ່ເຄີຍໄດ້ຍິນວ່າສະເດັດເຈົ້າບຸນອຸ້ມ

ເຊັນສັນຍາສັມປະທານດິນໃຫ້ຄົນຊາດອື່ນເຊົ່າ.

 ຢ່ານຸ່ງ​ເສື້ອ​ລາຍ​ໝາ​ຈະເຮ​ົ່າ​ ແລະ​ ຢ່າ ເວົ້າ​ຄວາມ​ເກົ່າ​​ທີ່​ມັນ​ຈະຜິດ​ກັນ

ພວກ​ເຮົາ​ເປັນ​ຄົນ​ລຸ້ນ​ຫລັງ ຄວນ​ນຳ​ເອົາ​ປະ​ຫວັດ​ສາດ ອັນ​ດີ ແລະ​ທັງ​ອັນ​ບໍ່​ດີ ມາ​ປັນ​ບົດ​ຮຽນ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ໃຫ້​ທຽມ​ທັນ​ປະ​ເທດ​ອື່ນ

ທ່ານ​ສະ​ເດັດ​ເຈົ້າ​ບຸນ​ອຸ້ມ ກໍ​ເຄີຍ​ສຳ​ປະ​ທານ ທີ່​ດິນ​ໃຫ້​ຝະ​ລັ່ງ​ເຂົ້າ​ມາ ຜະ​ຫລິດ​ແຮ່​ກົ່ວ​ຄື​ກັ​ນ ເພີ່ນ​ຖື​ຮຸ້ນ​ປະ​ມານ 15 % ນີ້​ລະ​ ຂໍ​ໂທດ​ທີ່ຂ້າ​ພະ​ເຈົ້າ​ບໍ​ຈື່​ຄັກ

ແຕ່​ເພີ່ນ​ກໍ​ໄດ້​ປະ​ຕິ​ບັດ​​ຕາມກົດ​ລະ​ບຽບ​ການ​ລົງ​ທຶນ​ຂອງ​ລັດ​ຖະ​ບານ​ລາດ​ຊະ​ອາ​ນາ​ຈັກ​ລາວ​ທຸກ​ຢ່າງ ​ເໝືອນ​ດັ່ງ​ທີ່ ລັດ​ຖະ​ບານ ສ​ປ​ປ​ລາວ​ເຮັດ​ນີ້​ລະ

__________________
Anonymous

Date:

ຄົນຢູ່ໃນປະເທດລາວຫັ້ນນະສະໜຸກກວ່າ ຢາກໄປການຈັກໂມງກໍ່ໄປ

ຢາກກັບຈັກໂມງກໍ່ກັບ ຫ້ອງເຮັດວຽກກໍ່ຕິດແອເຢັນ ເງິນເດືອນເບີກ

ຫຼືບໍ່ກໍ່ບໍ່ຮ້ອນບໍ່ເຄືອງ ໄປຫຼິ້ນກອບໝົດມື້ກໍ່ໄດ້.

__________________
Anonymous

Date:

Anonymous wrote:

ເປັນລາວໃນສະບາຍດີ ມີເວລາວ່າງຫລຼາຍ ບໍ່ ມີຫຍັງຕ້ອງຟ້າວຝັ່ງຄືລາວນອກbiggrin

ມັນບໍ່ສາມາດທຽບກັນໄດ້ດອກ, ທ່ານເອີຍ ! ຄວາມຂຳເປັນພື້ນຖານຊອງການຢູ່ລອດມັນຕ່າງກັນ  ຢູ່ເມກາ ຫຼາຍລັດກະຕ້ອງໄດ້ກຽມເຄື່ອງບໍລິໂພກໄວ້ສຳລັບຍາມໜາວ                                                ເພາະເມື່ອມີພາຍູຫິມມະແລ້ວ ອອກເຮືອນກະບໍ່ໄດ້ຫຼືອອກໄດ້ກະຕ້ອງມີແຮງຊວ້ານຫິມມະອອກຈາກທາງລົດ ( ອອກກຳລັງກາຍຕອນເຊົ້າ), ທີ່ພັກອາໄສກະຕ້ອງແໜ້ນໜາ ຖາວອນ,                                               ມີອາຍອຸ່ນໃຊ້ ບໍ່ຊັ້ນ ນອນກາງຄືນແຂງຕາຍບໍ່ຮູ້ເມື່ອ   ບັນດາທ່ານທີ່ຕົກຢູ່ພາກໃຕ້ ຂອງສະຫະລັດ ກໍແຕນແດ່ ເພາະອາກາດມີຄວາມປານີຫຼາຍກວ່າ ....

ສ່ວນຢູ່ ສປປ ລາວ ເຮົາບໍ່ຕ້ອງກະກຽມອັນໄດ, ຍາມໜາວ ໃສ່ເສື້ອສອງຜື້ນ ກະເກີນພໍແລ້ວ ! ບໍ່ໄດ້ຕື່ນແຕ່ເດິກ ຊັ່ນງອກ ໆ ອອກນອກເຮືອນມາຊວ້ານຫິມມະຄືຢູ່ເມກາ ດອກ ນອກນັ້ນ ຢູ່ເມກາ ຈະດີກວ່າຢູ່ລາວເພາະປະເທດເພິ່ນຈະເລີນແລ້ວ ເຮົາກະບໍ່ໄປຖຽງເພິ່ນດອກ  ພວກເຮົາຄົນລາວກະມີແຕ່ອົດທົນໄປເພື່ອວ່າ ມື້ໜຶ່ງໃນອະນາຄົດ ຄົນລາວ  ອາດມີການເປັນຢູ່ທີ່ດີກວ່າປັດຈຸບັນ ຖ້າຫາກລັດຖະບານເອົາໃຈໃສ່ຕໍ່ຊີວິດການເປັນຢູ່ຂອງປະຊາຊົນຕາມເພິ່ນເຄີຍເວົ້າມາ ສະພາບແວດລ້ອມ, ສິ່ງອຳນວຍຄວາມສະດວກຂັ້ນພື້ນຖານຄົງຖືກແກ້ໄຂ  ແຕ່ຕົວຈິງ ພັດບໍ່ເປັນຈັ່ງວ່າ  ຫົນທາງໂນນສະຫວ່າງ-ຫົວຂົວ-ນາຄວາຍ ບໍ່ໄປ -ບໍ່ມາ ຍາມຝົນໃກ້ເຂົ້າມາທຸກທີແລ້ວ ບໍ່ເຫັນມີໃຜເໜັງໃຜຕີງເລີຍ ...ນີ້ບໍ ເປັນຫ່ວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ??? ຄົນຢູ່ແຄມທາງຫຼາຍພັນຄົນນອນກັບຂີ້ຝຸ່ນມາເປັນຫຼາຍປີແລ້ວ ເຈົ້າເມືອງກະຮູ້ແຕ່ເວົ້າ ເວົ້າເກັ່ງຈົນຂີ້ຄ້ານຟັງ ແຕ່ສິສ້າງປະໂຫຍດໃຫ້ປະຊາຊົນຫັ້ນ ລະບໍ່ມີເຮັດ  ເວນກຳຄົນລາວ ແທ້ໆລະພິ່ນ້ອງເອີຍ !!!

__________________
«First  <  1 2 | Page of 2  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard