Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປຽບທຽບຊີວິດການເປັນຢູ່ລະຫວ່າງ ລາວນອກ ແລະ ລາວໃນ
Anonymous

Date:
ປຽບທຽບຊີວິດການເປັນຢູ່ລະຫວ່າງ ລາວນອກ ແລະ ລາວໃນ

ໃຫ້ທ່ານລາວນອກອະທິບາຍມາວ່າ ຊີວິດການເປັນຂອງທ່ານ ສະບາຍຂະໜາດໃດ ຖ້າປຽບກັບລາວໃນ

__________________
Anonymous

Date:
RE: ປຽບທຽບຊີວິດການເປັນຢູ່ລະຫວ່າງ ລາວນອກ ແລະ ລາວໃນ

Anonymous wrote:

ໃຫ້ທ່ານລາວນອກອະທິບາຍມາວ່າ ຊີວິດການເປັນຂອງທ່ານ ສະບາຍຂະໜາດໃດ ຖ້າປຽບກັບລາວໃນ

 ມີຈຸດປະສົງແນວໃດຈື່ງຕັ້ງຄຳຖາມນີ້ຂື້ນມາ? ຄົນຢູ່ເມືອງລາວຈະສູ້ພວກຢູ່ອາເມຣິກາບໍ້ຖ້າຈະທຽບຊີວິດການເປັນຢູ່ໃສ່ກັນ. ຈະບອກໃຫ້ຮູ້ໄວ້ວ່າ ຄົນລາວຢູ່ອາເມຣິກາເຮັດການກໍມີກິນບໍ່ມີການເຮັດກໍມີກິນ. ເຂົ້າກໍກິນເຂົ້າ grade A. ແບບບໍ່ມີເໝັດຫັກແມ້ແຕ່ເໝັດດຽວ ທັງອ່ອນທັງຫອມ. ເວົ້າເຄື່ອງອາຫົມອາຫານວ່າເມືອງລາວມີຫຍັງຢູ່ພຸນມີໝົດ ຄິດວ່າບາງຢ່າງຢູສເມຶອງລາວຍັງຫາຍາກກ່ອນຢູ່ອາເມຣິກາອີກເຊັ່ນ ກວາງ ຟານ ກະຮອກ ເໝັ້ນ ຫອນ ໄກ່ງວງປ່າ ນົກຂຸ້ມ ແລະສັດອື່ນໆ ເຣື່ອງປູປາແມ່ນແບບວ່າດຸບໍ່ຈະໄປຕຶກເບັດເອົາ.  ເຄື່ອງນຸ່ງຂອງຖືແມ່ນນຸ່ງເທື່ອໜຶ່ງສອງເທື່ອແລ້ວແມ່ນບໍ່ຢາກເອົ້າມານຸ່ງອີກຕ້ອງໄປຊື້ຊຸດໃໝ່ມານຸ່ງໂລດ. ເວົ້າເຣື່ອງເຮືອນ ຍາມຮ້ອນມີອາຍເຢັນ ຍາມໜາວມີອາຍອຸ່ນ ຢູ່ພຸ້ນ 35ປີ ບໍ່ເຄີຍອາບນ້ຳເຢັນ ມີແຕ່ອາບນ້ຳຮ້ອນ. ລົງເຮືອນບໍ່ໄດ້ຍ່າງ ຣົດກໍຜົວຄັນນຶ່ງ ເມັຍຄັນນື່ງ ລູກກໍຄົນລະຄັນ 10 ລູກ ກໍ 10 ຄັນຣົດ. ຄົນລາວຢູ່ເມືອງລາວຫາຍາກຈະທຽບຄົນລາວຢູ່ອາເມຣິກາ ເວົ້າສະເພາະສາມັນຊົນທົ່ວໄປ ຫ້າມເອົາຣະດັບເສຖີລາວມາທຽບ.

__________________
Anonymous

Date:

Anonymous wrote:

ໃຫ້ທ່ານລາວນອກອະທິບາຍມາວ່າ ຊີວິດການເປັນຂອງທ່ານ ສະບາຍຂະໜາດໃດ ຖ້າປຽບກັບລາວໃນ

 ຄັນເວົ້າເລື້ອງສາວນ້ອຍກະບໍ່ທຽບເມືອງລາວແລ້ວ ຢູ່ເມລີກາມີສາວແມ່ຮ້າງຫລາຍ ເພາະວ່າຜົວຂະເຈົ້າພາກັນໄປແຕ່ງເອົາສາວນ້ອຍມາແຕ່ເມືອງລາວ

ສະຫຼຸບແລ້ວ ຢູ່ລາວກໍ່ດີຢູ່ເມລີກາກໍດີ ຫາກແຕ່ວ່າ ຖ້າວ່າລະອບຄອມມູນິດບໍ່ເຂົ້າມາປົກຄອງລາວຊາດນີ້ທັງຊາດ ຂ້ອຍຄືຊິບໍ່ເຫັນເມລີກາດອກ

ສຳລັບຜູ່ທີ່ໂຊກດີ ແຕ່ຜູ່ທີ່ໂຊກຮ້າຍກໍ່ຕາຍໄຫລໄປຕາມສາຍນ້ຳຂອງ

__________________
Anonymous

Date:

ເປັນລາວໃນສະບາຍດີ ມີເວລາວ່າງຫລຼາຍ ບໍ່ ມີຫຍັງຕ້ອງຟ້າວຝັ່ງຄືລາວນອກbiggrin

__________________
Anonymous

Date:

ເວົ້າມາມັນຖືກ ຄວາມເຈົ້າ ຫັ້ນລະພີອ້າຽ  ຢູ່ລາວໃນ ບໍ່ໄດ້ພ້າວໄດ້ຝັງ

ຖ້າຢາກໄວ ກາໄວບໍ່ໄດ້ ເພາະບໍ່ມີແນວພາໄວ  ຢາກກີນ ກາກີນບໍ່ໄດ້ ເພາະບໍ່ ມີແນວກີນ

__________________
Anonymous

Date:

Anonymous wrote:

ໃຫ້ທ່ານລາວນອກອະທິບາຍມາວ່າ ຊີວິດການເປັນຂອງທ່ານ ສະບາຍຂະໜາດໃດ ຖ້າປຽບກັບລາວໃນ

         lao nork working hard for the money.lao nai sit on the back side stil got money.

__________________
Anonymous

Date:

Anonymous wrote:
Anonymous wrote:

ໃຫ້ທ່ານລາວນອກອະທິບາຍມາວ່າ ຊີວິດການເປັນຂອງທ່ານ ສະບາຍຂະໜາດໃດ ຖ້າປຽບກັບລາວໃນ

 ມີຈຸດປະສົງແນວໃດຈື່ງຕັ້ງຄຳຖາມນີ້ຂື້ນມາ? ຄົນຢູ່ເມືອງລາວຈະສູ້ພວກຢູ່ອາເມຣິກາບໍ້ຖ້າຈະທຽບຊີວິດການເປັນຢູ່ໃສ່ກັນ. ຈະບອກໃຫ້ຮູ້ໄວ້ວ່າ ຄົນລາວຢູ່ອາເມຣິກາເຮັດການກໍມີກິນບໍ່ມີການເຮັດກໍມີກິນ. ເຂົ້າກໍກິນເຂົ້າ grade A. ແບບບໍ່ມີເໝັດຫັກແມ້ແຕ່ເໝັດດຽວ ທັງອ່ອນທັງຫອມ. ເວົ້າເຄື່ອງອາຫົມອາຫານວ່າເມືອງລາວມີຫຍັງຢູ່ພຸນມີໝົດ ຄິດວ່າບາງຢ່າງຢູສເມຶອງລາວຍັງຫາຍາກກ່ອນຢູ່ອາເມຣິກາອີກເຊັ່ນ ກວາງ ຟານ ກະຮອກ ເໝັ້ນ ຫອນ ໄກ່ງວງປ່າ ນົກຂຸ້ມ ແລະສັດອື່ນໆ ເຣື່ອງປູປາແມ່ນແບບວ່າດຸບໍ່ຈະໄປຕຶກເບັດເອົາ.  ເຄື່ອງນຸ່ງຂອງຖືແມ່ນນຸ່ງເທື່ອໜຶ່ງສອງເທື່ອແລ້ວແມ່ນບໍ່ຢາກເອົ້າມານຸ່ງອີກຕ້ອງໄປຊື້ຊຸດໃໝ່ມານຸ່ງໂລດ. ເວົ້າເຣື່ອງເຮືອນ ຍາມຮ້ອນມີອາຍເຢັນ ຍາມໜາວມີອາຍອຸ່ນ ຢູ່ພຸ້ນ 35ປີ ບໍ່ເຄີຍອາບນ້ຳເຢັນ ມີແຕ່ອາບນ້ຳຮ້ອນ. ລົງເຮືອນບໍ່ໄດ້ຍ່າງ ຣົດກໍຜົວຄັນນຶ່ງ ເມັຍຄັນນື່ງ ລູກກໍຄົນລະຄັນ 10 ລູກ ກໍ 10 ຄັນຣົດ. ຄົນລາວຢູ່ເມືອງລາວຫາຍາກຈະທຽບຄົນລາວຢູ່ອາເມຣິກາ ເວົ້າສະເພາະສາມັນຊົນທົ່ວໄປ ຫ້າມເອົາຣະດັບເສຖີລາວມາທຽບ.

 yeahh man! your life is full in debt and skint! 

__________________
Anonymous

Date:

tao.jpg

ຢູ່ ເມລິກາ ມີອາຫານແບບນີ້ບໍ

__________________
DAO TUAN

Date:

Anonymous wrote:

 yeahh man! your life is full in debt and skint! 

 ເປັນໜີ້ ມີວຽກເຮັດເອົາເງິນມາໃຊ້ໜີ້ເຂົາກໍ່ຍັງດີກ່ວາເປັນໜີ້ແລ້ວຂາຍດິນມາໃຊ້ໜີ້ເຂົາຫັ້ນຕົ໊ວະ !

__________________
Anonymous

Date:

Anonymous wrote:
Anonymous wrote:

ໃຫ້ທ່ານລາວນອກອະທິບາຍມາວ່າ ຊີວິດການເປັນຂອງທ່ານ ສະບາຍຂະໜາດໃດ ຖ້າປຽບກັບລາວໃນ

 ມີຈຸດປະສົງແນວໃດຈື່ງຕັ້ງຄຳຖາມນີ້ຂື້ນມາ? ຄົນຢູ່ເມືອງລາວຈະສູ້ພວກຢູ່ອາເມຣິກາບໍ້ຖ້າຈະທຽບຊີວິດການເປັນຢູ່ໃສ່ກັນ. ຈະບອກໃຫ້ຮູ້ໄວ້ວ່າ ຄົນລາວຢູ່ອາເມຣິກາເຮັດການກໍມີກິນບໍ່ມີການເຮັດກໍມີກິນ. ເຂົ້າກໍກິນເຂົ້າ grade A. ແບບບໍ່ມີເໝັດຫັກແມ້ແຕ່ເໝັດດຽວ ທັງອ່ອນທັງຫອມ. ເວົ້າເຄື່ອງອາຫົມອາຫານວ່າເມືອງລາວມີຫຍັງຢູ່ພຸນມີໝົດ ຄິດວ່າບາງຢ່າງຢູສເມຶອງລາວຍັງຫາຍາກກ່ອນຢູ່ອາເມຣິກາອີກເຊັ່ນ ກວາງ ຟານ ກະຮອກ ເໝັ້ນ ຫອນ ໄກ່ງວງປ່າ ນົກຂຸ້ມ ແລະສັດອື່ນໆ ເຣື່ອງປູປາແມ່ນແບບວ່າດຸບໍ່ຈະໄປຕຶກເບັດເອົາ.  ເຄື່ອງນຸ່ງຂອງຖືແມ່ນນຸ່ງເທື່ອໜຶ່ງສອງເທື່ອແລ້ວແມ່ນບໍ່ຢາກເອົ້າມານຸ່ງອີກຕ້ອງໄປຊື້ຊຸດໃໝ່ມານຸ່ງໂລດ. ເວົ້າເຣື່ອງເຮືອນ ຍາມຮ້ອນມີອາຍເຢັນ ຍາມໜາວມີອາຍອຸ່ນ ຢູ່ພຸ້ນ 35ປີ ບໍ່ເຄີຍອາບນ້ຳເຢັນ ມີແຕ່ອາບນ້ຳຮ້ອນ. ລົງເຮືອນບໍ່ໄດ້ຍ່າງ ຣົດກໍຜົວຄັນນຶ່ງ ເມັຍຄັນນື່ງ ລູກກໍຄົນລະຄັນ 10 ລູກ ກໍ 10 ຄັນຣົດ. ຄົນລາວຢູ່ເມືອງລາວຫາຍາກຈະທຽບຄົນລາວຢູ່ອາເມຣິກາ ເວົ້າສະເພາະສາມັນຊົນທົ່ວໄປ ຫ້າມເອົາຣະດັບເສຖີລາວມາທຽບ.

 ຄົນໃຕ້: ມັນກໍດີໄປຄົນລະຢ່າງຕົວາອາວ,ຢູ່ອາເມລິກາກໍມ່ວນໄປແບບຫນຶ່ງ,ຢູ່ເມືອງລາວກໍມ່ວນໄປອີກແບບຫນຶ່ງມັນບໍ່ຄືກັນຕົວາອາວເອີຍ.ຜູ້ຂ້າຢູ່ເມືອງລາວແຕ່ເກີດຈົນແກ່ກໍມ່ວນໄປຕາມປະສາບ້ານນອກຍາມຫນາວດັງໄຟຝີງກໍອຸ່ນຄືກັນ,ຍາມຮ້ອນກໍລົງອາບນ້ຳຫ້ວຍກໍເຢັນຄືກັນ. ອາຫານການກິນກໍບໍ່ຄ່ອນອຶດປານໃດຢາກປາກໍຖືແຫລົງຫ້ວຍ,ຢາກສັດປ່າກໍຢ່າງເຂົ້າດົງ,ພໍມີເງິນແດ່ກໍໄປເລາະຮ້ານນ້ອຍແຖບບ້ານຄັນແຍງກໍພໍໄດ້ແກ້ກຸ້ມຢູ່ໃດລະ.ລົດຕ໊ອກໆກໍໄປໄດ້ທຸກແຫ່ງບໍ່ວ່າຈະເປັນຍາມແລ້ງຫຼຍາມຝົນ. ຊີວິດກໍດຳເນີນໄປຕາມອັດຕະຍາໃສ່ແບບພໍພຽງ,ບໍ່ມີຫນີ້ທະນາຄານ,ບໍ່ໄດ້ເຊົ່າບ້ານໃຜຢູ່,ປະກັນໄພບໍ່ກ່ຽວຕາຍແລ້ວກໍເອົາໄປຈູດຖິ້ມ,ຖືວ່າຊິດເມືອງລາວບໍ່ມີດອກເບັ້ຍກໍແລ້ວກັນ, ລູກເມັຍຢູ່ຄົບຫນ້າຄົບຕາກັນທຸກວັນບໍ່ໄດ້ແລ່ນຫາງານຈົນຕຳເສົາໄຟຟ້າຄືຢູ່ອາເມລິກາ, ທ່ານວ່າຢູ່ອາເມລິກາ 35ປີບໍ່ເຄີຍອາບນ້ຳເຢັນວ່າຕິ, ຜູ້ຂ້າຢູ່ເມືອງລາວແຕ່ເກີດບໍ່ເຫັນວ່າຊິຍາກຖ້າຢາກອາບນ້ຳອຸ່ນ (ດັງໄຟຕົ້ມເອົາ) ເຄື່ອງຫນຸ່ງຂອງຖືຢູ່ລາວກໍພໍໄດປ່ຽນຫນຸ່ງຢູດອກບໍ່ໄດ້ຫນຸ່ງສະດິບໂຕດຽວດອກເຫັນວ່າທຸກດະດາຍ,ທ່ານ ວ່າລົງເຮືອນບໍ່ໄດ້ຢ່າງ (ຢ່າໂມ້) ທ່ານບິນຂຶ້ນລົດບໍ???? ຊີວິດຢູ່ອາເມລິກາຢ່າວ່າຄົນໃຕ້ບໍ່ຮູ້ເດີ. ມັນແສນສາຫັດສາກັນ,ຈະຕ້ອງທຳງານແຂ່ງກັບເວລາ,ເຜີໆ ຜົວເມັຍບໍ່ເຈີກັນເປັນອາທິດ,ແຖມບາງເທື່ອກໍຖືກດ່າຫນ້າວ່າເປັນ Second People ອີກໂອຍແຫ່ງເຈັບ, ຈັກຊິຮ້ອງເພງຊາດຫຍັງຄັນວ່າອາເມລິກາຊະພັດດັງແຫມບໆ ,ດຳໆ,ຄັນວ່າລາວຊ້ຳພັດຖືຫນັງສືຜ່ານແດນອາເມລິກາ, ເອົາແບບວ່າຄືເຈັຍສາໄປ ຊິວ່ານົກພັດມີຫູ,ຊິວ່າຫນູຊ້ຳພັດມີປີກ,ຕົກລົງວ່າເອົາແຕ່ມັນຊິເປັນສາໄປ , ບໍ່ມີງານທຳບໍ່ມີເງິນ,ເປັນຫນີ້ທະນາຄານ,ລະວັງດຽວທ່ານຊິໄດ້ຄານຂຶ້ນລົດໄປສົ່ງໂຮງຫມໍໆໆໆໆໆໆໆໆໆໆໆໆໆໆໆໆໆ            

__________________
Anonymous

Date:

Anonymous wrote:

Anonymous wrote:
Anonymous wrote:

ໃຫ້ທ່ານລາວນອກອະທິບາຍມາວ່າ ຊີວິດການເປັນຂອງທ່ານ ສະບາຍຂະໜາດໃດ ຖ້າປຽບກັບລາວໃນ

 ມີຈຸດປະສົງແນວໃດຈື່ງຕັ້ງຄຳຖາມນີ້ຂື້ນມາ? ຄົນຢູ່ເມືອງລາວຈະສູ້ພວກຢູ່ອາເມຣິກາບໍ້ຖ້າຈະທຽບຊີວິດການເປັນຢູ່ໃສ່ກັນ. ຈະບອກໃຫ້ຮູ້ໄວ້ວ່າ ຄົນລາວຢູ່ອາເມຣິກາເຮັດການກໍມີກິນບໍ່ມີການເຮັດກໍມີກິນ. ເຂົ້າກໍກິນເຂົ້າ grade A. ແບບບໍ່ມີເໝັດຫັກແມ້ແຕ່ເໝັດດຽວ ທັງອ່ອນທັງຫອມ. ເວົ້າເຄື່ອງອາຫົມອາຫານວ່າເມືອງລາວມີຫຍັງຢູ່ພຸນມີໝົດ ຄິດວ່າບາງຢ່າງຢູສເມຶອງລາວຍັງຫາຍາກກ່ອນຢູ່ອາເມຣິກາອີກເຊັ່ນ ກວາງ ຟານ ກະຮອກ ເໝັ້ນ ຫອນ ໄກ່ງວງປ່າ ນົກຂຸ້ມ ແລະສັດອື່ນໆ ເຣື່ອງປູປາແມ່ນແບບວ່າດຸບໍ່ຈະໄປຕຶກເບັດເອົາ.  ເຄື່ອງນຸ່ງຂອງຖືແມ່ນນຸ່ງເທື່ອໜຶ່ງສອງເທື່ອແລ້ວແມ່ນບໍ່ຢາກເອົ້າມານຸ່ງອີກຕ້ອງໄປຊື້ຊຸດໃໝ່ມານຸ່ງໂລດ. ເວົ້າເຣື່ອງເຮືອນ ຍາມຮ້ອນມີອາຍເຢັນ ຍາມໜາວມີອາຍອຸ່ນ ຢູ່ພຸ້ນ 35ປີ ບໍ່ເຄີຍອາບນ້ຳເຢັນ ມີແຕ່ອາບນ້ຳຮ້ອນ. ລົງເຮືອນບໍ່ໄດ້ຍ່າງ ຣົດກໍຜົວຄັນນຶ່ງ ເມັຍຄັນນື່ງ ລູກກໍຄົນລະຄັນ 10 ລູກ ກໍ 10 ຄັນຣົດ. ຄົນລາວຢູ່ເມືອງລາວຫາຍາກຈະທຽບຄົນລາວຢູ່ອາເມຣິກາ ເວົ້າສະເພາະສາມັນຊົນທົ່ວໄປ ຫ້າມເອົາຣະດັບເສຖີລາວມາທຽບ.

 yeahh man! your life is full in debt and skint! 

What is "skint"?

__________________
Anonymous

Date:

ກ່ອນອື່ນຂ້າພະເຈົ້າຂໍສະແດງຄວາມດີໃຈນຳພີ່ນ້ອງລາວນອກທີ່ມີຊີວິດການເປັນຢູ່ດີຂ້າພະເຈົ້າຢາກໃຫ້ພີ່ນ້ອງລາວເຮົາໝົດທຸກຄົນກາຍເປັນເສດຖີເພື່ອໃຫ້ມີບົດຄືຊາວຍິວຂອງອິດສແອນທີ່ມີບົດບາດຕໍ່ກັບການເມຶອງຂອງອາເມລິກາໂດຍສະເພາະແມ່ນການເລືອກຕັ້ງປະທານາທິບໍດີອາເມລິກາ

ໃຫ້ເປັນດັ່ງໄມ້ວິເສດຊີ້ກົກຕາຍຊີ້ປາຍເປັນຄືຊາວຍິວເຮັດໃນປະຈຸບັນນີ້.

 ຄຳເຫັນຂອງຂ້າພະເຈົ້າຕໍ່ໄປນີ້ຫາກກະທົບກະເທຶອນຈິດໃຈລາວນອອກບາງທ່ານຂ້າພະເຈົ້າຂໍ່ອະໄພນຳທ່ານຫຼາຍຯເລຶ້ມີຢູ່ວ່າ:ທ້າຍປີ2011ໄດ້ມີລາວນອອກມາຢາມລາວໃນຢູ່ເຂດດົງໂດກເຍິ່ງທັດສະນະການແຕ່ງໂຕຂອງເພີ່ນກໍສົມກັບເພີ່ນມາແຕ່ປະເທດສິວິໄລຫັ້ນແລ້ວຊົງຜົມກໍ່ເຫຼຶ້ມຊະນິດທິ່ແມງວັນບີນຈັບບໍ່ໄດ້ພຸ້ນລະ

,ເສື້ອກໍ່ໃສ່ເສື້ອແວດບາງຄັ້ງກໍ່ມັດກາລະວັດພ້ອມສ່ວນຄໍກໍ່ແມ່ນກ້ອງຖ່າຍຮູບຢ່າງໄປໃສກໍ່ຖ່າຍຮູບມາບມີບມາບມີບນິ້ກໍບໍ່ວ່າເພີ່ນດອກແນວເພີ່ນດົນແລ້ວບໍ່ໄດ້ມາຢາມລາວໃນ

ເພິ່ນເວົ້າໃຫ້ຟັງວ່າຢູ່ເມກາເພີ່ນມີເຮືອນຫຼັງໃຫ່ຍມີລົດຫຼາຍຄັນວ່າຊັ້ນ.ຕອນມາຢາມລາວໃນນັ້ນລາວໃນເປັນຜູ້ນຳທ່ຽວເອົາອົກເອົາໃຈບໍ່ແມ່ນຢາກໄດ້ເງິນເພີ່ນດອກ

ສຳ່ເງີນສີ່ຫ້າຮ້ອຍໂດລາຫັ້ນລາວໃນກໍພໍມີໃຊ້ຢູ່.ກ່ອນຈາກກັນມີພາເຂົ້າສາມັກຄີກັນຫຼາຍຄົນພາກັນກິນສາມັກຄີດ້ວຍຄວາມມ່ວນຊື່ນລາວນອອກບອກວ່າ:ຖ້າໄດ້ໄປເມກາຢ່າລືມໄປຫຼີ້ນ

ນຳແດ່ເດີຊີເທັກແຄໃຫ້ເຖິງທີ່ສຸດວ່າຊັ້ນສາເພີ່ນເບິ່ງລາວໃນໝົດເຮືອນຄືຊິບໍ່ພໍປີ້ຍົນກັບຄ່າວີຊາໄປເມກາເວົ້າແນວໃດກໍ່ໄດ້,ນີ້ແລະການປະເມີນຄົນພຽງພາຍນອກ.ສອງເດືອນຕໍ່ມາລາວໃນໄດ້ມີໂອກາດໄປເມກາຢູ່ປະມານສາມທິດ

ພໍໄປຮອດເມກາສອງມື້ມື້ທີ່ສາມກໍ່ໂທຫາລາວນອກຜູ້ເພີ່ນຢາກໃຫ້ໄປແວ່ຢາມຕາມເບີ້ທີ່ຢູ່ໂທລະສັບ,ເບີ້ເຮືອນ...ປະກົດວ່າລາວນອກຮູ້ສຶກຕົກໃຈຢ່າງໃຫ່ຍຮູ້ວ່າລາວໃນມາຮອດເມກາຈະໄປຫຼີ້ນນຳໝ້ອຍໜຶ່ງວ່າຊັ້ນບໍ່ແມ່ນໄປຂໍເງີນເດີ.ລາວນອກຕອບວ່າໂອເຮົາບໍ່ຢູ່ເຮືອນເຮົາຢູ່ບ່ອນເຮັດວຽກຈາກນັ້ນລາວໃນກໍ່ບໍ່ໄປ

ມື້ຕໍ່ມາລາວໃນໄປຫາແຕ່ເຊົ້າຯພຸ້ນຈົນລາວນອກບໍ່ທັນຕັ້ງໂຕພໍໄປເຫັນໂອເທວະດາເອີຍຈັ່ງແມ່ນບໍ່ສົມຄຳມືງໂຄສະນາເນະຂ້າພະເຈົ້າເບີ່ງເຫັນສີໜ້າລາວນອອກຜູ້ນັ້ນແດງປານໝາກເພັດສຸກ.ຫ້ອງກໍຫ້ອງນ້ອຍຯເປັນຄອນໂດເກົ່າບໍ່ເຮັດວຽກເຮັດການອີສັງແຕ່ງໂຕກໍມະຍຸມະຍະບໍ່ຄື

ຕອນເພິ່ນໄປຢາມລາວໃນຈັກໝ້ອຍຕ່າງກັນປານຟ້າກັບດີນ.ຂ້າພະເຈົ້າດນໃຈນຳລາວນອກບາງຄົນທີ່ເວົ້າລົມດ້ວຍຄວາມຈິງຕາມສະພາບບໍ່ເວົ້າຂີ້ໂມໃສລາວໃນ.

  ຈາກລາວຮັກລາວ

 ຄົນໃຕ້: ຊັ້ນຕົວາອາວ, ດີແລ້ວເພີ່ນໄດ້ຢູ່ຄອນໂດເກົ່າໆ ຈັກຫນ່ອຍຊິໄດ້ໄດ້ຂຸດຮູຢູ່ຄືຫນູ,ຂີ້ໂມ້ໄດ້ໃຈແທ້ໆ,ຍອມຮັບຄວາມຈິງກໍບໍ່ວ່າກັນ,ຄົນລາວຄືກັນຊິທຸກຊິຍາກກໍຍັງຮັກກັນໄດ້,ມາອວດອົ່ງທະນົງໂຕວ່າມາແຕ່ເມືອງນອກສຸດທ້າຍຂີ້ແມວເຕັມກະດົ້ງ.....ຂໍໃຫ້ພີ່ນ້ອງລາວນອກຈົ່ງຟັງໄວ້ເປັນອຸດທາຫອນແລະຢ່າໄດ້ເອົາແບບຢ່າງຄືຜູ້ເພີ່ນເຫຼົ່າມານີ້ມັນບໍ່ດີ, ເຖິງຈະທຸກພວກເຮົາກໍເປັນຄົນລາວຄືກັນ,ພວກເຮົາບໍ່ເຄີຍດູຖູກດູຫມິ່ນພີ່ນ້ອງຄົນລາວບໍ່ວ່າຈະຢູ່ພາຍໃນກໍຄືຢູ່ຕ່າງປະເທດ, ທຸກກໍວ່າທຸກມີກໍວ່າມີຢ່າມາຫຼິ້ນລະຄອນຕົບຕາກັນ,ບາດເຂົາຮູ້ຄວາມຈິງລະ ອາຍໆໆໆໆໆໆໆໆໆໆໆ

__________________
Anonymous

Date:

Anonymous wrote:

ກ່ອນອື່ນຂ້າພະເຈົ້າຂໍສະແດງຄວາມດີໃຈນຳພີ່ນ້ອງລາວນອກທີ່ມີຊີວິດການເປັນຢູ່ດີຂ້າພະເຈົ້າຢາກໃຫ້ພີ່ນ້ອງລາວເຮົາໝົດທຸກຄົນກາຍເປັນເສດຖີເພື່ອໃຫ້ມີບົດຄືຊາວຍິວຂອງອິດສແອນທີ່ມີບົດບາດຕໍ່ກັບການເມຶອງຂອງອາເມລິກາໂດຍສະເພາະແມ່ນການເລືອກຕັ້ງປະທານາທິບໍດີອາເມລິກາ

ໃຫ້ເປັນດັ່ງໄມ້ວິເສດຊີ້ກົກຕາຍຊີ້ປາຍເປັນຄືຊາວຍິວເຮັດໃນປະຈຸບັນນີ້.

 ຄຳເຫັນຂອງຂ້າພະເຈົ້າຕໍ່ໄປນີ້ຫາກກະທົບກະເທຶອນຈິດໃຈລາວນອອກບາງທ່ານຂ້າພະເຈົ້າຂໍ່ອະໄພນຳທ່ານຫຼາຍຯເລຶ້ມີຢູ່ວ່າ:ທ້າຍປີ2011ໄດ້ມີລາວນອອກມາຢາມລາວໃນຢູ່ເຂດດົງໂດກເຍິ່ງທັດສະນະການແຕ່ງໂຕຂອງເພີ່ນກໍສົມກັບເພີ່ນມາແຕ່ປະເທດສິວິໄລຫັ້ນແລ້ວຊົງຜົມກໍ່ເຫຼຶ້ມຊະນິດທິ່ແມງວັນບີນຈັບບໍ່ໄດ້ພຸ້ນລະ

,ເສື້ອກໍ່ໃສ່ເສື້ອແວດບາງຄັ້ງກໍ່ມັດກາລະວັດພ້ອມສ່ວນຄໍກໍ່ແມ່ນກ້ອງຖ່າຍຮູບຢ່າງໄປໃສກໍ່ຖ່າຍຮູບມາບມີບມາບມີບນິ້ກໍບໍ່ວ່າເພີ່ນດອກແນວເພີ່ນດົນແລ້ວບໍ່ໄດ້ມາຢາມລາວໃນ

ເພິ່ນເວົ້າໃຫ້ຟັງວ່າຢູ່ເມກາເພີ່ນມີເຮືອນຫຼັງໃຫ່ຍມີລົດຫຼາຍຄັນວ່າຊັ້ນ.ຕອນມາຢາມລາວໃນນັ້ນລາວໃນເປັນຜູ້ນຳທ່ຽວເອົາອົກເອົາໃຈບໍ່ແມ່ນຢາກໄດ້ເງິນເພີ່ນດອກ

ສຳ່ເງີນສີ່ຫ້າຮ້ອຍໂດລາຫັ້ນລາວໃນກໍພໍມີໃຊ້ຢູ່.ກ່ອນຈາກກັນມີພາເຂົ້າສາມັກຄີກັນຫຼາຍຄົນພາກັນກິນສາມັກຄີດ້ວຍຄວາມມ່ວນຊື່ນລາວນອອກບອກວ່າ:ຖ້າໄດ້ໄປເມກາຢ່າລືມໄປຫຼີ້ນ

ນຳແດ່ເດີຊີເທັກແຄໃຫ້ເຖິງທີ່ສຸດວ່າຊັ້ນສາເພີ່ນເບິ່ງລາວໃນໝົດເຮືອນຄືຊິບໍ່ພໍປີ້ຍົນກັບຄ່າວີຊາໄປເມກາເວົ້າແນວໃດກໍ່ໄດ້,ນີ້ແລະການປະເມີນຄົນພຽງພາຍນອກ.ສອງເດືອນຕໍ່ມາລາວໃນໄດ້ມີໂອກາດໄປເມກາຢູ່ປະມານສາມທິດ

A

ພໍໄປຮອດເມກາສອງມື້ມື້ທີ່ສາມກໍ່ໂທຫາລາວນອກຜູ້ເພີ່ນຢາກໃຫ້ໄປແວ່ຢາມຕາມເບີ້ທີ່ຢູ່ໂທລະສັບ,ເບີ້ເຮືອນ...ປະກົດວ່າລາວນອກຮູ້ສຶກຕົກໃຈຢ່າງໃຫ່ຍຮູ້ວ່າລາວໃນມາຮອດເມກາຈະໄປຫຼີ້ນນຳໝ້ອຍໜຶ່ງວ່າຊັ້ນບໍ່ແມ່ນໄປຂໍເງີນເດີ.ລາວນອກຕອບວ່າໂອເຮົາບໍ່ຢູ່ເຮືອນເຮົາຢູ່ບ່ອນເຮັດວຽກຈາກນັ້ນລາວໃນກໍ່ບໍ່ໄປ

ມື້ຕໍ່ມາລາວໃນໄປຫາແຕ່ເຊົ້າຯພຸ້ນຈົນລາວນອກບໍ່ທັນຕັ້ງໂຕພໍໄປເຫັນໂອເທວະດາເອີຍຈັ່ງແມ່ນບໍ່ສົມຄຳມືງໂຄສະນາເນະຂ້າພະເຈົ້າເບີ່ງເຫັນສີໜ້າລາວນອອກຜູ້ນັ້ນແດງປານໝາກເພັດສຸກ.ຫ້ອງກໍຫ້ອງນ້ອຍຯເປັນຄອນໂດເກົ່າບໍ່ເຮັດວຽກເຮັດການອີສັງແຕ່ງໂຕກໍມະຍຸມະຍະບໍ່ຄື

ຕອນເພິ່ນໄປຢາມລາວໃນຈັກໝ້ອຍຕ່າງກັນປານຟ້າກັບດີນ.ຂ້າພະເຈົ້າດນໃຈນຳລາວນອກບາງຄົນທີ່ເວົ້າລົມດ້ວຍຄວາມຈິງຕາມສະພາບບໍ່ເວົ້າຂີ້ໂມໃສລາວໃນ.

  ຈາກລາວຮັກລາວ

LMAO, I knew exactly what you are talking about.. I know some people just have enough money for plane ticket and few thousands to spend and away they go..

__________________
Anonymous

Date:

 ມີຈຸດປະສົງແນວໃດຈື່ງຕັ້ງຄຳຖາມນີ້ຂື້ນມາ? ຄົນຢູ່ເມືອງລາວຈະສູ້ພວກຢູ່ອາເມຣິກາບໍ້ຖ້າຈະທຽບຊີວິດການເປັນຢູ່ໃສ່ກັນ. ຈະບອກໃຫ້ຮູ້ໄວ້ວ່າ ຄົນລາວຢູ່ອາເມຣິກາເຮັດການກໍມີກິນບໍ່ມີການເຮັດກໍມີກິນ. ເຂົ້າກໍກິນເຂົ້າ grade A. ແບບບໍ່ມີເໝັດຫັກແມ້ແຕ່ເໝັດດຽວ ທັງອ່ອນທັງຫອມ. ເວົ້າເຄື່ອງອາຫົມອາຫານວ່າເມືອງລາວມີຫຍັງຢູ່ພຸນມີໝົດ ຄິດວ່າບາງຢ່າງຢູສເມຶອງລາວຍັງຫາຍາກກ່ອນຢູ່ອາເມຣິກາອີກເຊັ່ນ ກວາງ ຟານ ກະຮອກ ເໝັ້ນ ຫອນ ໄກ່ງວງປ່າ ນົກຂຸ້ມ ແລະສັດອື່ນໆ ເຣື່ອງປູປາແມ່ນແບບວ່າດຸບໍ່ຈະໄປຕຶກເບັດເອົາ.  ເຄື່ອງນຸ່ງຂອງຖືແມ່ນນຸ່ງເທື່ອໜຶ່ງສອງເທື່ອແລ້ວແມ່ນບໍ່ຢາກເອົ້າມານຸ່ງອີກຕ້ອງໄປຊື້ຊຸດໃໝ່ມານຸ່ງໂລດ. ເວົ້າເຣື່ອງເຮືອນ ຍາມຮ້ອນມີອາຍເຢັນ ຍາມໜາວມີອາຍອຸ່ນ ຢູ່ພຸ້ນ 35ປີ ບໍ່ເຄີຍອາບນ້ຳເຢັນ ມີແຕ່ອາບນ້ຳຮ້ອນ. ລົງເຮືອນບໍ່ໄດ້ຍ່າງ ຣົດກໍຜົວຄັນນຶ່ງ ເມັຍຄັນນື່ງ ລູກກໍຄົນລະຄັນ 10 ລູກ ກໍ 10 ຄັນຣົດ. ຄົນລາວຢູ່ເມືອງລາວຫາຍາກຈະທຽບຄົນລາວຢູ່ອາເມຣິກາ ເວົ້າສະເພາະສາມັນຊົນທົ່ວໄປ ຫ້າມເອົາຣະດັບເສຖີລາວມາທຽບ.

( ພວກຢູ່ອະເມຣິກາ )

ຂີ້ແທ້ ທຸກຊິຕາຍ !

ສະບາຍແຕ່ຄວາມເວົ້າ !

( ສະບາຍແດ່ເປັນບາງຄົນ ດອກ )

ເຫັນມາແລ້ວ ຢ່າຂີ້ໂມ້ ບໍ່ສະອອນດອກ

ພີ່ນ້ອງຢ່າເຊື່ອ

ບາງຄົນຍັງເປັນບ້ານນອກຮ້ອຍເປີເຊັນ(ເຫັນຫຼາຍຄົນ)

ຄືໜອນອາໄສຢູ່ໃສດອກໄມ້ຫັ້ນລະ.

ລາງພວກຂີ້ຄ້ານ ຫາກິນແຕ່ເງິນຊ່ວຍເຫຼືອ ຍັງເກເລຄືຢູ່ລາວກໍບໍ່ອຶດ.

ຄັນພາສາ ຢູ່ບ່ອນມັນແທ້ໆຍັງຕາແຕກຢູ່ກໍຫຼາຍ ມາງົມມຶດຢູ່ຕາມເດີ່ນຍົນວຽດນາມ ບາງກອກ ຮົງກົງ ເຫັນຕົວຈິງຫຼາຍເທີືອ.

ເວົ້າມາມັນຫຼາຍອັນ. ດີກວ່າລາວກໍສະເພາະຜູ່ດຸໝັ່ນ ສະມາດໃຊ້ຊີວິດສະດວກສະບາຍໄດ້ ເພາະເປັນປະເທດທີ່ຈະເລິນທາງວັດຖຸ,

ສ່ວນສັກສີ ຄວາມເອກອ້າງທະນົງໃຈມີຫຍັງແດ່? ແນວຫາຍໃຈຮ່ວມຮູດັງເຂົາ ແນວມັນຍ້ອນໝູ .......

__________________
keekharAmerica

Date:

Please do not compare life in poor country ( Laos ) with most powerful and # 1 country in the world ( America ). It is totally diferrent world.

keekharAmerica

__________________
Anonymous

Date:

keekharAmerica wrote:

 ຂີ້ຂ້າອະເມຣິກາ !?

ໃສ່ຊື່ສົມຈິງນໍ່...........

ຊາດຄົນບໍ່ມີກຽດມັນບໍ່ຮູ້ຈັກຮັກກຽດ ຊາດຄົນບໍ່ມີສັກສີ ມັນບໍ່ຮູ້ຮັກສັກສີ

ຄືເພິ່ນວ່າ ເລື່ອງໜອນກັບເທວະດາຫັ້ນລະນໍ!

ໃນຄໍາເທສະໜາເພິ່ນວ່າມີສອງສ່ຽວອາໄສໄພເພິ່ງກັນຮັກແພງກັນ ແຕ່ມີພື້ນຖານຈິດໃຈຕ່າງກັນ

ບາດຕາຍໄປ ຜູ່ໃຈຕໍ່າໄປເກີດເປັນໜອນ, ຜູ່ໃຈສູງໄປເກີດເປັນເທວະດາ. ເພື້ອນຜຸ່ເປັນເທວະດາ

ຢາກມາຊ່ວຍເພືອນໃຫ້ມີຊີວິດທີ່ດີຂຶ້ນ ສຸງຂຶ້ນ ແຕ່ໝອນກັບວ່າເປັັນໜອນແນວນີ້ລະດີກວ່າ.

ສະບາຍ ຮອດຍາມຂີ້ຕົກໃສ່ປາກ ບໍ່ໄດ້ຄິດ ບໍ່ໄດ້ຊອກ,  ເປັນເທວະດາຍັງໄດ້ຄິດ ໄດອະຖິດການຈື່ງໄດ້

ສົມບັດ ໄດ້ກິນ, ມັນຈຶີງວ່າໜອນສະບາຍກວ່າ ...............

ເຊັ່ນດຽວກັບຄົນບໍ່ຮູ້ກຽດ ບໍ່ຮູ້ຊີວິດສູງສົ່ງມີກຽດທະນົງໃຈເລີຍ..........

ເຂົາຍ່ອມຍິນດີກິນນໍ້າໄຕິສອກຄູົນອື່ນ

ໜ້າສົມເພດ ໜອນຕົວຈິງແນວນີ້ມັນມີຫຼາຍ

__________________
Anonymous

Date:

Anonymous wrote:

ໃຫ້ທ່ານລາວນອກອະທິບາຍມາວ່າ ຊີວິດການເປັນຂອງທ່ານ ສະບາຍຂະໜາດໃດ ຖ້າປຽບກັບລາວໃນ

 If you are healthy and rich then life is great and the world is wonderful . If you are sick and poor , life is stinks and the world is hell .It is not matter where you are living in the world. Money and health are the most important . If you ask about the freedom , democracy and equal opportunity that is of course would be different story.

__________________
keekharAmerica

Date:

sue keekharAmerica mun kiell yung gub nee than ruang nee, bok koi hai hu nare por Aao

keekharAmerica

__________________
Anonymous

Date:

ຂ້ານອ້ຍຄິດວ່າ ມັນກະແລ້ວ ແຕ່ເງຶ່ຶອນໄຂຂອງໃຜລາວ, ໃນດ້ານການດຳລົງຊີວິດ ທຸກຢ່າງທຸກສະຖານທີ່ກໍ່ມີທັງດີ ແລະ ບໍ່ດີ ເງື່ອນໄຂບໍ່ຄືກັນ ສະຫຼຸບແລ້ວ ປຸກເຮືອນຕາມໃຈຜູ້ຢູ່ ບ່ອນໃດເງຶ່ອນໄຂດີກະເລືອກເອົາ.ແລະສິ່ງທີ່ສຳຄັນສຸດກະແມ່ນຄວາມຈິ່ງທີ່ເຮົາບໍ່ສາມາດຕົວະຕົວເອງໄດ້

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ໃຫ້ທ່ານລາວນອກອະທິບາຍມາວ່າ ຊີວິດການເປັນຂອງທ່ານ ສະບາຍຂະໜາດໃດ ຖ້າປຽບກັບລາວໃນ

 ມີຈຸດປະສົງແນວໃດຈື່ງຕັ້ງຄຳຖາມນີ້ຂື້ນມາ? ຄົນຢູ່ເມືອງລາວຈະສູ້ພວກຢູ່ອາເມຣິກາບໍ້ຖ້າຈະທຽບຊີວິດການເປັນຢູ່ໃສ່ກັນ. ຈະບອກໃຫ້ຮູ້ໄວ້ວ່າ ຄົນລາວຢູ່ອາເມຣິກາເຮັດການກໍມີກິນບໍ່ມີການເຮັດກໍມີກິນ. ເຂົ້າກໍກິນເຂົ້າ grade A. ແບບບໍ່ມີເໝັດຫັກແມ້ແຕ່ເໝັດດຽວ ທັງອ່ອນທັງຫອມ. ເວົ້າເຄື່ອງອາຫົມອາຫານວ່າເມືອງລາວມີຫຍັງຢູ່ພຸນມີໝົດ ຄິດວ່າບາງຢ່າງຢູສເມຶອງລາວຍັງຫາຍາກກ່ອນຢູ່ອາເມຣິກາອີກເຊັ່ນ ກວາງ ຟານ ກະຮອກ ເໝັ້ນ ຫອນ ໄກ່ງວງປ່າ ນົກຂຸ້ມ ແລະສັດອື່ນໆ ເຣື່ອງປູປາແມ່ນແບບວ່າດຸບໍ່ຈະໄປຕຶກເບັດເອົາ.  ເຄື່ອງນຸ່ງຂອງຖືແມ່ນນຸ່ງເທື່ອໜຶ່ງສອງເທື່ອແລ້ວແມ່ນບໍ່ຢາກເອົ້າມານຸ່ງອີກຕ້ອງໄປຊື້ຊຸດໃໝ່ມານຸ່ງໂລດ. ເວົ້າເຣື່ອງເຮືອນ ຍາມຮ້ອນມີອາຍເຢັນ ຍາມໜາວມີອາຍອຸ່ນ ຢູ່ພຸ້ນ 35ປີ ບໍ່ເຄີຍອາບນ້ຳເຢັນ ມີແຕ່ອາບນ້ຳຮ້ອນ. ລົງເຮືອນບໍ່ໄດ້ຍ່າງ ຣົດກໍຜົວຄັນນຶ່ງ ເມັຍຄັນນື່ງ ລູກກໍຄົນລະຄັນ 10 ລູກ ກໍ 10 ຄັນຣົດ. ຄົນລາວຢູ່ເມືອງລາວຫາຍາກຈະທຽບຄົນລາວຢູ່ອາເມຣິກາ ເວົ້າສະເພາະສາມັນຊົນທົ່ວໄປ ຫ້າມເອົາຣະດັບເສຖີລາວມາທຽບ.

 yeahh man! your life is full in debt and skint! 

 But that's tha ways it is,  where the hell do you think Lao PDR's government got their money from to built infrastructure ? Borrow you idiot.

in first world countries, when you gonna buy a Car, House, etc... you need to build your dam credit by way of borrowing from bank you dumasssssss.

no wonder lao never go anywhere because a guy like you live in it.

__________________
Anonymous

Date:

keekharAmerica wrote:

sue keekharAmerica mun kiell yung gub nee than ruang nee, bok koi hai hu nare por Aao

keekharAmerica

 KeeKharAmerca, Ku mee gnen don sai. Mueng Kee Khar Keo mee gnuen dong sai 555.

__________________
Anonymous

Date:

ແມ່ນໃຜຫວາພາໝູ່ຂຽນຍາວເອົາແທ້ເອົາວ່າ? ຂຽນສັ້ນໆແດ່ ຂຽນຍາວແບບນີ້ອ່ານຍາກ ຄ້ານເລື່ອນ.

__________________
Anonymous

Date:

ໂຮງໝໍຟຣີ ໝໍມີລະດັບ ເຄື່ອງມືແພດທັນສມັຍ

ລູກຮຽນຟຣີ ມີມາດຕາຖານ ຮຽນສູງປານໃດກໍໄດ້

ຖ້າຕົກງານມີເງິນວ່າງງານກິນຊຳຊາໄດ້ວຽກໃໝ່

ມີເງິນບຳນານເມື່ອກະສຽນ ຈຳນວນສູງພໍສົມຄວນ

ລາປ່ວຍໄດ້ປີໜຶ່ງ 7ມື້  ບໍລິສັດຈ່າຍ

ທຸກ15ປີການ ໄດ້ພັກພິເສດ13ອາທິດ (Long service leave)

ປີໜຶ່ງພັກ4 ອາທິດ ບໍລະສັດຈ່າຍ

ລວມວັນຢຸດລາຊການອີກປະມານ 10ມື້ ບໍລິສັດຈ່າຍ

ເຮັດວຽກມື້ໜຶ່ງ8ຊມ ຖ້າເຮັດກາຍເວລາຈ່າຍ ເພີ້ມ50ເປີເຊັນຕໍ່ ຊມ ແຕ່ຂຶ້ນກັບຄວາມສມັກໃຈ

ຍັງອີກຫຼາຍແນວ ຖ້າຢາກຮູ້ຈະບອກຕື່ມ

__________________
Anonymous

Date:

ເວົ້າບອ່ນສຸດ ອັນນີ້ແມ່ນຄຸກຢູ່ເມືອງຂອ້ຍ

__________________
Anonymous

Date:

Anonymous wrote:
Anonymous wrote:

ໃຫ້ທ່ານລາວນອກອະທິບາຍມາວ່າ ຊີວິດການເປັນຂອງທ່ານ ສະບາຍຂະໜາດໃດ ຖ້າປຽບກັບລາວໃນ

 ຄັນເວົ້າເລື້ອງສາວນ້ອຍກະບໍ່ທຽບເມືອງລາວແລ້ວ ຢູ່ເມລີກາມີສາວແມ່ຮ້າງຫລາຍ ເພາະວ່າຜົວຂະເຈົ້າພາກັນໄປແຕ່ງເອົາສາວນ້ອຍມາແຕ່ເມືອງລາວ

ສະຫຼຸບແລ້ວ ຢູ່ລາວກໍ່ດີຢູ່ເມລີກາກໍດີ ຫາກແຕ່ວ່າ ຖ້າວ່າລະອບຄອມມູນິດບໍ່ເຂົ້າມາປົກຄອງລາວຊາດນີ້ທັງຊາດ ຂ້ອຍຄືຊິບໍ່ເຫັນເມລີກາດອກ

ສຳລັບຜູ່ທີ່ໂຊກດີ ແຕ່ຜູ່ທີ່ໂຊກຮ້າຍກໍ່ຕາຍໄຫລໄປຕາມສາຍນ້ຳຂອງ

ຄົນລາວເອີ່ຍ ຮັກແພງກັນແນ່ເດີ້

ສິຢູ່ນອກຢູ່ໃນ ຢູ່ໃຕ້ຢູ່ເໜືອ ມັນກະຄົນລາວຕາແຕກຄືກັນຫັ້ນລະ ຢ່າສຸຫາແຕ່ເລື້ອງມາເວົ້າໃສ່ກັນຫຼາຍ 

ອ່ານເບິ່ງຄຳເວົ້າໃນນີ້ ປານເດັກນ້ອຍຂີ້ມູກໄຫລຜິດຖຽງກັນ. ໃຜຢາກຢູ່ໃສ ກະຢູ່ ໃຜຢາກຕາຍຢູ່ໃສກະແລ້ວແຕ່ ດ່າກັນຫາວິມານຫຍັງ ? 

ໃຜກະວ່າໃຜດີ  ໃຜສິຢູ່ໃສກະໃຫ້ສ້າງຕົນສ້າງໂຕເປັນຄົນດີຂອງສັງຄົມ ແລ້ວໃຫ້ທຳມາຫາກິນລ້ຽງຄອບຄົວໃຫ້ມັນກຸ້ມ.

ຊີວິດນີ້ມັນສັ້ນ ຈັກໜ້ອຍກະສິຕາຍແລ້ວ ຕ້ອນທີ່ຍັງມີລົມຫາຍໃຈຢູ່ນີ້ ໃຫ້ພາກັນສ້າງຄວາມດີເອົາໄວ້ໃຫ້ຄົນລຸ້ນຫລັງເຂົາໄດ້ຊື່ນໄດ້ຊົມແນ່ເດີ ທ່ານເດີ...

ສາທຸ

__________________

Senior Member

Status: Offline
Posts: 142
Date:

ຂໍຖາມແດ່
ຄົນລາວນອກສ່ວນຫຼາຍປະກອບອາຊີບຫຍັງເພື່ອດຳລົງຊີວິດ?

__________________

ຜັກກະເດົາຂົມ

Anonymous

Date:

Anonymous wrote:
Anonymous wrote:

ໃຫ້ທ່ານລາວນອກອະທິບາຍມາວ່າ ຊີວິດການເປັນຂອງທ່ານ ສະບາຍຂະໜາດໃດ ຖ້າປຽບກັບລາວໃນ

 ມີຈຸດປະສົງແນວໃດຈື່ງຕັ້ງຄຳຖາມນີ້ຂື້ນມາ? ຄົນຢູ່ເມືອງລາວຈະສູ້ພວກຢູ່ອາເມຣິກາບໍ້ຖ້າຈະທຽບຊີວິດການເປັນຢູ່ໃສ່ກັນ. ຈະບອກໃຫ້ຮູ້ໄວ້ວ່າ ຄົນລາວຢູ່ອາເມຣິກາເຮັດການກໍມີກິນບໍ່ມີການເຮັດກໍມີກິນ. ເຂົ້າກໍກິນເຂົ້າ grade A. ແບບບໍ່ມີເໝັດຫັກແມ້ແຕ່ເໝັດດຽວ ທັງອ່ອນທັງຫອມ. ເວົ້າເຄື່ອງອາຫົມອາຫານວ່າເມືອງລາວມີຫຍັງຢູ່ພຸນມີໝົດ ຄິດວ່າບາງຢ່າງຢູສເມຶອງລາວຍັງຫາຍາກກ່ອນຢູ່ອາເມຣິກາອີກເຊັ່ນ ກວາງ ຟານ ກະຮອກ ເໝັ້ນ ຫອນ ໄກ່ງວງປ່າ ນົກຂຸ້ມ ແລະສັດອື່ນໆ ເຣື່ອງປູປາແມ່ນແບບວ່າດຸບໍ່ຈະໄປຕຶກເບັດເອົາ.  ເຄື່ອງນຸ່ງຂອງຖືແມ່ນນຸ່ງເທື່ອໜຶ່ງສອງເທື່ອແລ້ວແມ່ນບໍ່ຢາກເອົ້າມານຸ່ງອີກຕ້ອງໄປຊື້ຊຸດໃໝ່ມານຸ່ງໂລດ. ເວົ້າເຣື່ອງເຮືອນ ຍາມຮ້ອນມີອາຍເຢັນ ຍາມໜາວມີອາຍອຸ່ນ ຢູ່ພຸ້ນ 35ປີ ບໍ່ເຄີຍອາບນ້ຳເຢັນ ມີແຕ່ອາບນ້ຳຮ້ອນ. ລົງເຮືອນບໍ່ໄດ້ຍ່າງ ຣົດກໍຜົວຄັນນຶ່ງ ເມັຍຄັນນື່ງ ລູກກໍຄົນລະຄັນ 10 ລູກ ກໍ 10 ຄັນຣົດ. ຄົນລາວຢູ່ເມືອງລາວຫາຍາກຈະທຽບຄົນລາວຢູ່ອາເມຣິກາ ເວົ້າສະເພາະສາມັນຊົນທົ່ວໄປ ຫ້າມເອົາຣະດັບເສຖີລາວມາທຽບ.

 ຜູ້ຂຽນເຄີຍມາລາວບໍ ແມ່ນ ຜົວເມຍມີລົດຕົນລະຄັນ ແຕ່ກະແຖບຊີບໍ່ໄດ້ເຫັນໜ້າກັນ ເຮັດວຽກປານຫູ່ນຍົນ

__________________
Anonymous

Date:

Anonymous wrote:

 ມີຈຸດປະສົງແນວໃດຈື່ງຕັ້ງຄຳຖາມນີ້ຂື້ນມາ? ຄົນຢູ່ເມືອງລາວຈະສູ້ພວກຢູ່ອາເມຣິກາບໍ້ຖ້າຈະທຽບຊີວິດການເປັນຢູ່ໃສ່ກັນ. ຈະບອກໃຫ້ຮູ້ໄວ້ວ່າ ຄົນລາວຢູ່ອາເມຣິກາເຮັດການກໍມີກິນບໍ່ມີການເຮັດກໍມີກິນ. ເຂົ້າກໍກິນເຂົ້າ grade A. ແບບບໍ່ມີເໝັດຫັກແມ້ແຕ່ເໝັດດຽວ ທັງອ່ອນທັງຫອມ. ເວົ້າເຄື່ອງອາຫົມອາຫານວ່າເມືອງລາວມີຫຍັງຢູ່ພຸນມີໝົດ ຄິດວ່າບາງຢ່າງຢູສເມຶອງລາວຍັງຫາຍາກກ່ອນຢູ່ອາເມຣິກາອີກເຊັ່ນ ກວາງ ຟານ ກະຮອກ ເໝັ້ນ ຫອນ ໄກ່ງວງປ່າ ນົກຂຸ້ມ ແລະສັດອື່ນໆ ເຣື່ອງປູປາແມ່ນແບບວ່າດຸບໍ່ຈະໄປຕຶກເບັດເອົາ.  ເຄື່ອງນຸ່ງຂອງຖືແມ່ນນຸ່ງເທື່ອໜຶ່ງສອງເທື່ອແລ້ວແມ່ນບໍ່ຢາກເອົ້າມານຸ່ງອີກຕ້ອງໄປຊື້ຊຸດໃໝ່ມານຸ່ງໂລດ. ເວົ້າເຣື່ອງເຮືອນ ຍາມຮ້ອນມີອາຍເຢັນ ຍາມໜາວມີອາຍອຸ່ນ ຢູ່ພຸ້ນ 35ປີ ບໍ່ເຄີຍອາບນ້ຳເຢັນ ມີແຕ່ອາບນ້ຳຮ້ອນ. ລົງເຮືອນບໍ່ໄດ້ຍ່າງ ຣົດກໍຜົວຄັນນຶ່ງ ເມັຍຄັນນື່ງ ລູກກໍຄົນລະຄັນ 10 ລູກ ກໍ 10 ຄັນຣົດ. ຄົນລາວຢູ່ເມືອງລາວຫາຍາກຈະທຽບຄົນລາວຢູ່ອາເມຣິກາ ເວົ້າສະເພາະສາມັນຊົນທົ່ວໄປ ຫ້າມເອົາຣະດັບເສຖີລາວມາທຽບ.

( ພວກຢູ່ອະເມຣິກາ )

ຂີ້ແທ້ ທຸກຊິຕາຍ !

ສະບາຍແຕ່ຄວາມເວົ້າ !

( ສະບາຍແດ່ເປັນບາງຄົນ ດອກ )

ເຫັນມາແລ້ວ ຢ່າຂີ້ໂມ້ ບໍ່ສະອອນດອກ

ພີ່ນ້ອງຢ່າເຊື່ອ

ບາງຄົນຍັງເປັນບ້ານນອກຮ້ອຍເປີເຊັນ(ເຫັນຫຼາຍຄົນ)

ຄືໜອນອາໄສຢູ່ໃສດອກໄມ້ຫັ້ນລະ.

ລາງພວກຂີ້ຄ້ານ ຫາກິນແຕ່ເງິນຊ່ວຍເຫຼືອ ຍັງເກເລຄືຢູ່ລາວກໍບໍ່ອຶດ.

ຄັນພາສາ ຢູ່ບ່ອນມັນແທ້ໆຍັງຕາແຕກຢູ່ກໍຫຼາຍ ມາງົມມຶດຢູ່ຕາມເດີ່ນຍົນວຽດນາມ ບາງກອກ ຮົງກົງ ເຫັນຕົວຈິງຫຼາຍເທີືອ.

ເວົ້າມາມັນຫຼາຍອັນ. ດີກວ່າລາວກໍສະເພາະຜູ່ດຸໝັ່ນ ສະມາດໃຊ້ຊີວິດສະດວກສະບາຍໄດ້ ເພາະເປັນປະເທດທີ່ຈະເລິນທາງວັດຖຸ,

ສ່ວນສັກສີ ຄວາມເອກອ້າງທະນົງໃຈມີຫຍັງແດ່? ແນວຫາຍໃຈຮ່ວມຮູດັງເຂົາ ແນວມັນຍ້ອນໝູ .......

 ຂະນອ້ຍຫວັງວ່າທ່ານຄົງບໍ່ເຈດຕະນາເວົ້າກວມວ່າຄົນລາວທຸກຄົນທີ່ອາໃສຍູ່ເມກາເປັນຄຶກັນເມິດທຸກຄົນ
ແມ່ນແທ້ທຸກຄົນຕອ້ງເຮັດວຽກເພຶ່ອລຽ້ງຄອບຄົວໃຜມັນ ນັ້ນແມ່ນເລຶ້ອງທໍາມະດາຂອງຊີວິດຊາວອະແມຣິກັນ
ຂະນອ້ຍຫອ້ຍກົ້ນພໍ່ແມ່ອອກຈາກເມຶອງລາວຕັ້ງແຕ່ອາຍຸສິບສອງ ມາຮອດເມກາອາຍຸສິບສີ່ ເສຶ້ອຜ້າຄາຄີງອາຍຸສິບແປດອາສາເປັນທະຫານ ອາຍຸ ສາມສິບເກົ້າ ອອກກິນເບັ້ຍບໍານານ ດຽວນີ້ເຮັດວຽກ ໃຫ້ລ້ດ ຄອບຄົວ
ຂະນອ້ຍບໍ່ຮັ່ງແຕ່ກໍ່ພູມໃຈໃນສິ່ງທີ່ຕົນມີ ພູມໃຈທີ່ໃດ້ຊອ່ຍພໍ່ແມ່ປຸກເຮຶອນໃຫ້ອ້າຍຜູ້ທີ່ຍັງຢູ່ເມຶອງລາວ ທຸກສິ່ງທີ່ມີລວ້ນແລ້ວແຕ່ຫາມາໃດ້ດວ້ຍຄວາມສຸດຈະລິດ ສອງມ ືສອງຕີນ ລາວນອກເກຶອບ ທຸກຄົນ ກະຄຶກັບຂະນອ້ຍເພາະວ່າບໍ່ເຫັນໃຜແບກເງິນມາຈັກຄົນ. ເລຶ້ອງ ຫາຍໃຈຮວ່ມດັງເຂົາ ຖ້າຄວາມ
ໝາຍນີ້ແມ່ນ second class citizen ຂະນອ້ຍວ່າທ່ານຄຶດຜິດ ເພາະວ່າມີກົດໝາຍໃຫ້
ຄວາມສເມີພາບກັບທຸກຄົນ ຍົກຕົວຢ່າງ ຕອນຂະນອັຍເປັນທະຫານ ຂະເຈົ້າບໍ່ໃດ້ຈໍາແນກວ່າ
ຂະນອ້ຍເກີດຢູ່ໃສ ຮອດກໍານົດຂຶ້ນຊັ້ນ ກະໃດ້ຂຶ້ນ ນອ້ງຊາຍຂະນອ້ຍຍັງເປັນນາຍທະຫານ ດຽວນີ້
ໃດ້ຍົດພັນໂທ ຖ້າເຮົາເປັນ second class citizen ເຂົາຄຶສິບໍ່ໃຫ້ເຮົາເປັນນາຍເຂົາຕິບໍ

__________________
Anonymous

Date:

Anonymous wrote:
Anonymous wrote:

Anonymous wrote:
Anonymous wrote:

ໃຫ້ທ່ານລາວນອກອະທິບາຍມາວ່າ ຊີວິດການເປັນຂອງທ່ານ ສະບາຍຂະໜາດໃດ ຖ້າປຽບກັບລາວໃນ

 ມີຈຸດປະສົງແນວໃດຈື່ງຕັ້ງຄຳຖາມນີ້ຂື້ນມາ? ຄົນຢູ່ເມືອງລາວຈະສູ້ພວກຢູ່ອາເມຣິກາບໍ້ຖ້າຈະທຽບຊີວິດການເປັນຢູ່ໃສ່ກັນ. ຈະບອກໃຫ້ຮູ້ໄວ້ວ່າ ຄົນລາວຢູ່ອາເມຣິກາເຮັດການກໍມີກິນບໍ່ມີການເຮັດກໍມີກິນ. ເຂົ້າກໍກິນເຂົ້າ grade A. ແບບບໍ່ມີເໝັດຫັກແມ້ແຕ່ເໝັດດຽວ ທັງອ່ອນທັງຫອມ. ເວົ້າເຄື່ອງອາຫົມອາຫານວ່າເມືອງລາວມີຫຍັງຢູ່ພຸນມີໝົດ ຄິດວ່າບາງຢ່າງຢູສເມຶອງລາວຍັງຫາຍາກກ່ອນຢູ່ອາເມຣິກາອີກເຊັ່ນ ກວາງ ຟານ ກະຮອກ ເໝັ້ນ ຫອນ ໄກ່ງວງປ່າ ນົກຂຸ້ມ ແລະສັດອື່ນໆ ເຣື່ອງປູປາແມ່ນແບບວ່າດຸບໍ່ຈະໄປຕຶກເບັດເອົາ.  ເຄື່ອງນຸ່ງຂອງຖືແມ່ນນຸ່ງເທື່ອໜຶ່ງສອງເທື່ອແລ້ວແມ່ນບໍ່ຢາກເອົ້າມານຸ່ງອີກຕ້ອງໄປຊື້ຊຸດໃໝ່ມານຸ່ງໂລດ. ເວົ້າເຣື່ອງເຮືອນ ຍາມຮ້ອນມີອາຍເຢັນ ຍາມໜາວມີອາຍອຸ່ນ ຢູ່ພຸ້ນ 35ປີ ບໍ່ເຄີຍອາບນ້ຳເຢັນ ມີແຕ່ອາບນ້ຳຮ້ອນ. ລົງເຮືອນບໍ່ໄດ້ຍ່າງ ຣົດກໍຜົວຄັນນຶ່ງ ເມັຍຄັນນື່ງ ລູກກໍຄົນລະຄັນ 10 ລູກ ກໍ 10 ຄັນຣົດ. ຄົນລາວຢູ່ເມືອງລາວຫາຍາກຈະທຽບຄົນລາວຢູ່ອາເມຣິກາ ເວົ້າສະເພາະສາມັນຊົນທົ່ວໄປ ຫ້າມເອົາຣະດັບເສຖີລາວມາທຽບ.

 yeahh man! your life is full in debt and skint! 

What is "skint"?

 hi!" Skint" mean HAVING NO MONEY. not even one Kip! p.s  Laos is much more beautiful place to live than many countries in the west. by the way! Laos will more better to live in the future for sure.

__________________
Anonymous

Date:

ເຖິງທ່ານຄົນໃຕ້:

ເຮົາອ່ານຄຳເຫັນຂອງເຕ່ລະຄົນທັງລາວນອກແລະລາວໃນທີ່ໄດ້ແລກປ່ຽນວາທະກັນກ່ຽວກັບຊີວິດການເປັນຢູ່

ຂອງຊາວລາວທີ່ອາໄສຢູ່ຜືນແຜ່ນດິນລາວແລະຕ່າງປະເທດ. ເຮົາເກີດຄວາມສດຸດໃຈຂຶ້ນເມື່ອມາອ່ານຄຳເຫັນ

ຂອງທ່ານຄົນໃຕ້ ທີ່ຂ້ອນຂ້າງຈະເຫັນແກ່ໂຕໜ້ອຍນຶ່ງ. ທ່ານຄົນໃຕ້ເປັນບຸຣຸດທີ່ລາວນອກເກຶອບທຸກຄົນທ່້ນດີ

ທ່ານເປັນຄົນມີການສຶກສາແລະມີປະສົປະການກັບການຕ່າງປະເທດມາກພໍສົມຄວນ. ທ່ານເປັນຄົນມີການສຶກ

ສາ ທ່ານບໍ່ຄວນຂົ່ມເພິ່ນຍໍໂຕເໝຶອນນິສັຍເດັກນ້ອຍປໍຫ້າປໍຫົກເລີຍ. ຄຳຖາມໂຕນີ້ຕາມທີ່ຄົ້ນພົບແມ່ນຄົນລາວ

ໃນເປັນຜູ່ຕັ້ງອອກມາ ແລະລາວນອກເຂົາກໍຕອບອອກໄປຕາມສພາບຈິງຂອງເຂົາ ບາງທີລາວນອກຄົນນັ້ນອາຈະ

ເປັນຄົນມີຖານະແດ່ເທົ່ານັ້ນ. ບໍ່ວ່າຢູ່ໃສ ໃນເມືອງລາວຫຼືຕ່າງປະເທດ ເວົ້າສະເພາະສາມັນຊົນ ແມ່ນບໍ່ມີຫຍັງລື່ນ

ຫຼືຫຼຸດກັນຫຼາຍດອກ. ເຮົາກໍເຄີຍກັບມາຢາມເມືອງລາວຢູ່ເລື້ອຍແລະກໍເຫັນສິ່ງທີ່ໜ້າສັງເວທເຢິະຄືກັນຢູ່ໃນລາວ.

ແຕ່ເຮົາບໍ່ເຄີຍແມ້ແຕ່ຄິດດູຖູກຫຼືນິນທາຄົນລາວເຫຼົ່ານັ້ນຕຣົງກັນຂ້າມມາເກີດຄວາມສົງສານພວກເຂົາຫວາຍ

ກ່ວາທີ່ພວກເຂົາເກີດມາພົບກັບສພາບທີ່ຂາດໂອກາດ ບໍ່ວ່າດ້ານໃດໆ. ທ່ານຄົນໃຕ້ຄວນພິຈາຣະນາຄຳເຫັນຂອງ

ທ່ານໃຫ້ສອດຄ່ອງກັບຄວາມເໝາະສົມຂອງຄວາມເປັນຈິງ.

__________________
ຂ້ອຍກໍ່ລາວ

Date:

"ກິນລາບກິນກ້ອຍຢູ່ເຮືອນເພິ່ນ ບໍ່ແຊບເທົ່າຈ້ຳຈ່ຽວຫຼືມົກປາແດກຢູ່ເຮືອນໂຕເອງ"

ຖ້າທ່ານຄົນໃດຍັງຄຶດວ່າ ສາຍແຮ່ຂອງຕົນເອງຍັງຝັງຢູ່ຜືນແຜ່ນດິນລາວແລ້ວ ບໍ່ຄວນເລີຍທີ່ຈະມາດູຖູກບ້ານເກີດເມືອງນອນຂອງຕົນເອງ!

Home is Home !

ບໍ່ຄວນເອົາມາປຽບທຽບໃສ່ກັນ!

__________________
ບ່າວຄາລີ

Date:

phakkadao wrote:

ຂໍຖາມແດ່
ຄົນລາວນອກສ່ວນຫຼາຍປະກອບອາຊີບຫຍັງເພື່ອດຳລົງຊີວິດ?

 ຢູ່ເຂດກໍາແພງນະຄອນທີ່ຂ້ານ້ອຍຕັ້ງຖິ່ນຖານຢູ່ນີ້ ຄົນລຸ້ນນຶ່ງຊຶ່ງໝາຍເຖິງຜູ່ທີ່ເກີດໃຫຍ່ໃນເມືອງລາວແລະອາຍຸກາຍ18ປີຕອນມາຮອດອາເມຣິກາ

ສ່ວນຫຼາຍແມ່ນເຮັດວຽກຢູ່ໂຮງງານອຸດສະຫະກໍາ.

__________________
Anonymous

Date:

Anonymous wrote:

ເຖິງທ່ານຄົນໃຕ້:

ເຮົາອ່ານຄຳເຫັນຂອງເຕ່ລະຄົນທັງລາວນອກແລະລາວໃນທີ່ໄດ້ແລກປ່ຽນວາທະກັນກ່ຽວກັບຊີວິດການເປັນຢູ່

ຂອງຊາວລາວທີ່ອາໄສຢູ່ຜືນແຜ່ນດິນລາວແລະຕ່າງປະເທດ. ເຮົາເກີດຄວາມສດຸດໃຈຂຶ້ນເມື່ອມາອ່ານຄຳເຫັນ

ຂອງທ່ານຄົນໃຕ້ ທີ່ຂ້ອນຂ້າງຈະເຫັນແກ່ໂຕໜ້ອຍນຶ່ງ. ທ່ານຄົນໃຕ້ເປັນບຸຣຸດທີ່ລາວນອກເກຶອບທຸກຄົນທ່້ນດີ

ທ່ານເປັນຄົນມີການສຶກສາແລະມີປະສົປະການກັບການຕ່າງປະເທດມາກພໍສົມຄວນ. ທ່ານເປັນຄົນມີການສຶກ

ສາ ທ່ານບໍ່ຄວນຂົ່ມເພິ່ນຍໍໂຕເໝຶອນນິສັຍເດັກນ້ອຍປໍຫ້າປໍຫົກເລີຍ. ຄຳຖາມໂຕນີ້ຕາມທີ່ຄົ້ນພົບແມ່ນຄົນລາວ

ໃນເປັນຜູ່ຕັ້ງອອກມາ ແລະລາວນອກເຂົາກໍຕອບອອກໄປຕາມສພາບຈິງຂອງເຂົາ ບາງທີລາວນອກຄົນນັ້ນອາຈະ

ເປັນຄົນມີຖານະແດ່ເທົ່ານັ້ນ. ບໍ່ວ່າຢູ່ໃສ ໃນເມືອງລາວຫຼືຕ່າງປະເທດ ເວົ້າສະເພາະສາມັນຊົນ ແມ່ນບໍ່ມີຫຍັງລື່ນ

ຫຼືຫຼຸດກັນຫຼາຍດອກ. ເຮົາກໍເຄີຍກັບມາຢາມເມືອງລາວຢູ່ເລື້ອຍແລະກໍເຫັນສິ່ງທີ່ໜ້າສັງເວທເຢິະຄືກັນຢູ່ໃນລາວ.

ແຕ່ເຮົາບໍ່ເຄີຍແມ້ແຕ່ຄິດດູຖູກຫຼືນິນທາຄົນລາວເຫຼົ່ານັ້ນຕຣົງກັນຂ້າມມາເກີດຄວາມສົງສານພວກເຂົາຫວາຍ

ກ່ວາທີ່ພວກເຂົາເກີດມາພົບກັບສພາບທີ່ຂາດໂອກາດ ບໍ່ວ່າດ້ານໃດໆ. ທ່ານຄົນໃຕ້ຄວນພິຈາຣະນາຄຳເຫັນຂອງ

ທ່ານໃຫ້ສອດຄ່ອງກັບຄວາມເໝາະສົມຂອງຄວາມເປັນຈິງ.

 ຈ້າວ ຂໍສະຫນັບສະຫນຸນ ຄຳວ່າ ເວົ້າສະເພາະສາມັນຊົນ ແມ່ນບໍ່ມີຫຍັງລື່ນຫຼືຫຼຸດກັນຫຼາຍດອກ ເຮົາກະເຄີຍ ໄປຢ້ຽມຢາມ ລາວນອກຢຸ່ຕ່າງປະເທດບາງທີກະ  ເຫັນຂະເຈົ້າຕົກງານ ຫວ່າງງານ ຫມົດທາງໄປແທບສິຂັາຕົວຕາຍ ເຮີອນກະຊິຖືກຢິດ ເພາະທຸກສິ່ງສ່ວນມາກຜ່ອນ ຈັກພາສີ ນັ້ນນີ້ ລຸກຣຽນກະແພງ ບາງລຸກກະຣຽນບໍ່ຈົບ ເຕະຝູ່ນ

ພໍ່ແມ່ລ້ຽງບໍ່ໄຫວ ກິນຢູ່ແບບຝູມເຟີຍແບບອາເມກັນ ບາງຄົນກະເມຍຖຶິມ ໄປເອົາກັບສ່ຽວ ປ່ຽນຜົວປ່ຽນເມຍ ສະຖິຕິເເມ່ຮ້າງມີຫລາຍ ສັບສົນເຫນືອພັນລະນາ ແຕ່ເຮົາບໍ່ເຄີຍແມ້ແຕ່ຄິດດູຖູກຫຼືນິນທາຄົນລາວເຫຼົ່ານັ້ນຕຣົງກັນຂ້າມມາເກີດຄວາມສົງສານພວກເຂົາ ທີ່ເຂົາມາຢູ່ປະເທດເພິ່ນ ພົບກັບສພາບທີ່ຂາດໂອກາດ ບໍ່ວ່າດ້ານໃດໆ

ບໍ່ມີເງິນຄືຕາຍ ຄັນຢູ່ລາວບໍ່ມີເງິນ ກະເມີອເຮັດນາກິນເຂົ້າກັບ ອີ່ແມ່ກະໄດ້ ເຮົາລະອູກໃຈນຳເຂົາລາວນອກແທ້ເດ

ສຽ່ວຄົນໃຕ້

__________________
Anonymous

Date:

ພວກຫ່າ ນີ້້ ບໍ່ມີເຣື້ອງ ສົນທະນາກັນເນາະ  ສູເອົາແຕ່ເຣື້ອງຂັດແຍ່ງ ເຣື້ອງ ຖຽງກັນ ມາລົມ ເນາະ ຜູ່ໃດກໍພໍຜູ່ນັ້ນ ທັງ ບັກລາວໃນລາວນອກ  ເອົາແຕ່ເຣື້ອງບໍ່ເປັນຕາສະແຕກ

ມາເວົ້າໃສ່ກັນ ອັນຄວາມຈົ່ງຮັກພັກດີ ຣະຫ່ວາງ ຄົນລາວຕໍ່ລາວ ໄປໃສໝົດ ຄືບໍ່ຫາແນວຖືກຕ້ອງ ປອງດອງກັນແດ່  ແນວໃດຊິຢູ່ຮ່ວມໂລກນໍາກັນ ໂດຍສັນຕິສຸກ ຄືບໍ່ປຸ້ມລຸມກັນແດ່

ບັກຫ່າ ຕັ້ງຄໍາຖາມນີ້ ມືງສລາດຊໍ່າໃດຫວາ ຄືຕັ້ງຄໍາຖາມ ໂງ່ຂຶ້ນມາ ໃຫ້ຄົນຖົກຖຽງກັນ ແລ້ວ ເວົ້າສຽດສີໃສ່ກັນ ມຶງໄດ້ຫັຍງຂຶ້ນມາແດ່  ກູວ່າມືງບໍ່ສົມຄວນ ຊິຈົກ ຂອງຕາຍໆ ນີ້ອອກມາດອກ

ບັກ ສມອງໝາ ... ຊອກ ຫາແນວໃດ ຄົນລາວ ທົ່ວໂລກ ນີ້ ຈະຖືກຕ້ອງປອງດອງ ຮັກຫອມ ກັນໄປ ບໍ່ໄດ້ຫວາ?

ຕາມທີ່ checked IP address ຄົນທີ່ຕັ້ງຄຳຖາມນີ້ແມ່ນມາແຕ່ວຽງຈັນປະເທດລາວພຸ້ນ.

ຄວາມຈິງແລ້ວຄຳຖາມນີ້ກໍເປັນຄຳຖາມທີ່ມີຄວາມສົນໃຈແລະລາວໃນຢາກຈະຮູ້ກ່ຽວກັບຊີວິດການເປັນຢູ່

ຂອງຊາວລາວທີ່ອາໄສຢູ່ເມຶອງນອກເທົ່ານັ້ນ ຖ້າທັງສອງຝ່າຍຕ່າງກໍຈົກເອົາແຕ່ຄວາມເວົ້າຄັກໆອອກມາປະ

ທະກັນໂດຍບໍ່ຄຳນືງເຖິງຄວາມເໝາະສົມຫຼືບໍ່ຈັກໜ້ອຍ ບໍ່ວ່າຄົນຜູ່ມີກັນສືກສາສູງຫຼືບໍ່ມີຊ້ຳກໍສ່ຳໆກັນເອົາ

ໂລດ. ບໍ່ວ່າຢູ່ໃນຫຼືຕ່າງປະເທດຕ່າງກໍທັມາຫາກິນເພື່ອລ້ຽງຊີບຕົນເອງສເມີ ແລະກໍບໍ່ໄດ້ມີຄວາມທຸກຫຼືສຸກ

ສເມີໄປດອກ. ເຕົ່າກຸ້ມປາກເຕົ່າ ແລນກຸ້ມປາກແລນ ຂໍໃຫ້ເຂົ້າໃຈຕາມນີ້ດ້ວຍ.

__________________
ບ່າວເຫີ່ມ

Date:

ສໍາລັບຂ້ອຍຂໍຂອບໃຈນໍາຜູ່ທີ່ຕັ້ງບົດນີ້ຂຶ້ນມາ ເພາະຖ້າບໍ່ມີລາວຂ້ອຍຄົງຈະບໍ່ມີເງື່ອນໄຂຂໍກິນເງິນປະສາດຈາກຣັຖບານອາເມຣິການ biggrin

ຂໍຮ້ອງນໍາຜູ່ທີ່ຈະປະກອບຄໍາເຫັນ ຢ່າພິມຕໍ່ກັນຍາວຫຼາຍເພາະ printer ຂ້ອຍພິມອອກບໍ່ໝົດ,

ຊິພິມອອກໄປຢັ້ງຢືນກັບທ່ານໝໍປະສາດວ່າຂ້ອຍນອນບໍ່ຫຼັບ3ມື້4ຄືນກໍ່ຍ້ອນບົດສົນທະນານີ້ biggrin

ຄັນນອນບໍ່ຫຼັບ ສະໝອງກໍ່ບໍ່ປອດໂປ່ງ, ຄັນສະໝອງບໍ່ປອດໂປ່ງ ເຮັດວຽກກໍ່ບໍ່ໄດ້ຜົນເຕັມ100%.

ຄັນເຮັດວຽກບໍ່ໄດ້ 100% ກໍ່ຖືກນາຍຈ້າງໄລ່ອອກການ, ຄັນຖືກນາຍຈ້າງໄລ່ອອກ ກໍ່ຂໍກິນເງິນວ່າງງານບໍ່ໄດ້.

ຖ້າຂໍກິນເງິນບໍ່ໄດ້ ກໍ່ຕ້ອງໄດ້ຕັດຜົມໄປຂາຍໃຫ້ຮ້ານວິກ, ຖ້າຕັດຜົມໄປຂາຍໃຫ້ຮ້ານວິກ ເຂົາກໍ່ວ່າຂ້ອຍເປັນບ້າໝົດປັນຍາ.

ຄັນເປັນບ້າໝົດປັນຍາ ກໍ່ຄ້ອງໄປຂໍກິນເງິນ SSI. ແມ່ນບໍ່ລະ?

__________________
keekharAmerica

Date:

I already have told you guys don't compare Laos with most powerful country. It's like comparing Lao's soccer team with Spain.

keekharAmerica

__________________
Anonymous

Date:

let me tell you the truth about the living life of lao nok.  tok ngane meu dai , nee toam hoa meu nanh.

__________________
Soumynona

Date:

Anonymous wrote:

let me tell you the truth about the living life of lao nok.  tok ngane meu dai , nee toam hoa meu nanh.

 ເຈົ້າເວົ້າຖືກຕ້ອງ, ມັນເກີດຂຶ້ນກັບຫຼານຂ້ອຍແລ້ວ. ລາວວ່າງງານໄດ້ປະມານ 6-7 ເດືອນ, ໄປຊ້ອມບານບ້ວງ ບໍ່ຮູ້ວ່າລົງຜິດທ່າໃດກະດູກຂາຫັກ.

ໂຮງໝໍສົ່ງບິລມາໃຫ້ ແພງຈົນບໍ່ກ້າເບິ່ງ, ບໍ່ຮູ້ວ່າປະກັນໄພສຸຂະພາບຂອງຣັຖ(SUIB)ຈະຈ່າຍໃຫ້ຈັກເປີເຊັນ.

__________________
Anonymous

Date:

ຕາມທີ່່ຂ່າພະເຈົ້າໄດ້ຮູ້,ເຫັນ ແລະພົບຕົວຈີງແລ້ວ,ຄົນລາວເຮົາຢູ່ຕ່າງປະເທດສວ່ນຫຼາຍແມ່ນເຮັດຽກດ້ວຍເຫື່ອແຮງ ບໍ່ແມ່ນເຮັດວຽກດ້ວຽມັນສະຫມອງ,ສະນັ້ນເງີນເດືອນ ( ຄ່າແຮງງານ ຫຼືຄ່າເມືອຍ່) ທີ່ນາຍຈ້າງຈ່າຍໃຫ້ຜູ້ທ່ີເຮັດວຽກດ້ວຍເຫື່ອແຮງ ແມ່ນຕຳກວ່າຄົນທ່ີເຮັດວຽກດ້ວຍມັນສະຫນອງ, ບາງປະເທດຈະໄດ້ພຽງ 1 ສວ່ນ 3 ຫາ 1 ສວ່ນ 4 ຂອງພວກທ່ີເຮັດວຽກດ້ວຍມັນສະຫມອງ,ສະນັ້ນເງີນເດືອນທ່ີໄດ້ຮັບກໍ່ພຽງແຕ່ຮັບປະກັນຄວາມຢູ່ລອດແບບພື້ນຖານຕໍ່າ.ແຕ່ກໍຊົມເຊຍຄົນລາວນອກທ່ີມີຄວາມອົດທົນຜ່ານຜ່າ ເພືອ່ຫາເງີນຈ່າຍພາລະຫນີ້ສີນທີ່ລັງໄຫລ ເຂົ້າມາທຸກຯເດືອນ ເປັນຕົ້ນ:ຈ່າຍຜ່ອນຄ່າເຮືອນ,ລົດ,ໂທລະທັດ,ຕູ້ເຢັນ,ຈົກຊັກເຄືອງ ແລະອື່ນຯ ,ບັນຫາສຳຄັນແມ່ນ ບ່ອນຈະໄປສູ່ສະຫວັນແມ່ນແພງຫຼາຍຢູ່ອາເມລິກາ(ບ່ອນຝັງສົບ).ສະນັ້ນການຕໍ່ສູ້ກັບຊີວິດ,ຢູ່ໃສກໍ່ຕ້ອງສູ້ ເພາະຄວາມຈະເລີນສີວິໄລ ແລະຄວາມສຸກ ແລະຄວາມຮັ່ງມີມັນບໍ່ໄດ້ຕົກລົງມາແຕ່ຟ້າ.''ຢາກເຫັນທາງເດີນໃຫ້ຢູ່ບ່ອນສູງ''.

 ຄົນລາວສ່ວນຫຼາຍຈະຈູດແລະເຊົ່າບ່ອນໄວ້ກະດູກໃນວັດຊຶ່ງລາຄາຖືກກ່ວາຄ່າຝັງຫຼາຍເທົ່າ.

ແມ່ນແລ້ວ, ຄົນລຸ້ນນຶ່ງສ່ວນຫຼາຍເຮັດວຽກຢູ່ໂຮງງານອຸດສະຫະກັມ ຍົກເວັ້ນຜູ່ມີພື້ນຖານການສຶກສາ.

ໃນຕົວຈິງ, ຜູ່ຫາໄດ້ຫຼາຍຈ່າຍຫຼາຍ ຜູ່ຫ້າໄດ້ນ້ອຍຈ່າຍນ້ອຍ ຜູ່ຫາບໍ່ໄດ້ຄືຂ້ອຍນີ້ ບໍ່ຈ່າຍ.

__________________
Anonymous

Date:

Anonymous wrote:

ຕາມທີ່່ຂ່າພະເຈົ້າໄດ້ຮູ້,ເຫັນ ແລະພົບຕົວຈີງແລ້ວ,ຄົນລາວເຮົາຢູ່ຕ່າງປະເທດສວ່ນຫຼາຍແມ່ນເຮັດຽກດ້ວຍເຫື່ອແຮງ ບໍ່ແມ່ນເຮັດວຽກດ້ວຽມັນສະຫມອງ,ສະນັ້ນເງີນເດືອນ ( ຄ່າແຮງງານ ຫຼືຄ່າເມືອຍ່) ທີ່ນາຍຈ້າງຈ່າຍໃຫ້ຜູ້ທ່ີເຮັດວຽກດ້ວຍເຫື່ອແຮງ ແມ່ນຕຳກວ່າຄົນທ່ີເຮັດວຽກດ້ວຍມັນສະຫນອງ, ບາງປະເທດຈະໄດ້ພຽງ 1 ສວ່ນ 3 ຫາ 1 ສວ່ນ 4 ຂອງພວກທ່ີເຮັດວຽກດ້ວຍມັນສະຫມອງ,ສະນັ້ນເງີນເດືອນທ່ີໄດ້ຮັບກໍ່ພຽງແຕ່ຮັບປະກັນຄວາມຢູ່ລອດແບບພື້ນຖານຕໍ່າ.ແຕ່ກໍຊົມເຊຍຄົນລາວນອກທ່ີມີຄວາມອົດທົນຜ່ານຜ່າ ເພືອ່ຫາເງີນຈ່າຍພາລະຫນີ້ສີນທີ່ລັງໄຫລ ເຂົ້າມາທຸກຯເດືອນ ເປັນຕົ້ນ:ຈ່າຍຜ່ອນຄ່າເຮືອນ,ລົດ,ໂທລະທັດ,ຕູ້ເຢັນ,ຈົກຊັກເຄືອງ ແລະອື່ນຯ ,ບັນຫາສຳຄັນແມ່ນ ບ່ອນຈະໄປສູ່ສະຫວັນແມ່ນແພງຫຼາຍຢູ່ອາເມລິກາ(ບ່ອນຝັງສົບ).ສະນັ້ນການຕໍ່ສູ້ກັບຊີວິດ,ຢູ່ໃສກໍ່ຕ້ອງສູ້ ເພາະຄວາມຈະເລີນສີວິໄລ ແລະຄວາມສຸກ ແລະຄວາມຮັ່ງມີມັນບໍ່ໄດ້ຕົກລົງມາແຕ່ຟ້າ.''ຢາກເຫັນທາງເດີນໃຫ້ຢູ່ບ່ອນສູງ''.

 ຄັນບໍ່ຮູ້ແລ້ງຢ່າຫຼັບຕາເວົ້າ ຖ້າຈະຍົກເອົາຄົນຫຼຸ້ນເກົ່າສມັຍໄປຕົກອາເມຣິກາໃນສມັຍ75 ຫຼື 80 ຂື້ນມານັ້ນ ຫຼືເອີ້ນຫຼຸ້ນພໍ່ຫຼຸນແມ່

ເຂົານັ້ນເຂົາພາກັນກິນເບັ້ຽບຳນານໄປໝົດແລ້ວ. ຖ້າຈະເອົາຄົນລາວນອກຫຼຸ້ລູກຫຼຸ້ນຫຼານມາເວົ້າ ພວກເຂົາເຈົ້າລາວນອນຫຼຸ້ນນີ້ມີ

ແຕ່ທຳງານດ້ວຍສມອງ ຈົບການສຶກສາສູງຢ່າງມາກມາຍ ເວົ້າສະເພາະຕ່ຳສຸດອມ່ນປຣິນຍາໂທຂຶ້ນໄປ ແລະລ້ວນແລ້ວໄດ້ປຣິນຍາ

ແລະໃບປຣະກັສະນິຍະບັດຂອງຈິງ ບໍ່ແມ່ນ ປຣິນຍາຊື້ເອົາຫຼືຂອງປອມແບບລາວໃນໄດ້ມາຈາກຫວຽດນາມຫຼືຈີນແດງ. ປຣິນຍາໂທ

ຫຼືເອກຂອງລາວນອກມີຄຸນະພາບແລະສາມາດໄປທຳງານໄດ້ທຸກປະເທດໃນໂລກນີ້. ຕໍ່ໃຫ້ລາວໃນຈົບປຣິນຍາເອກ ຫຼື ດອກເຕີ ມາ

ແຕ່;ວຽດນາມ ຫຼື ຈີນແດງ ຫອບເອົາໃບປະກາສະນິຍະບັດໄປສມັກງານຕ່າງປະເທດເບິ່ງຈະມີປະເທດໃດຮັບສມັກເອົາບໍ່? ຊາຫຍັງ

ງານຢູ່ຕ່າງປະເທດ ເບິ່ງເພິ່ນຈົບເອກຈົບໂທມາແຕ່ຈີນ ຫວຽດນາມ ມາກອງກັນເຕັມບ້ານເຕັມເມືອງ ບໍ່ມີບໍຣິສັດໃດຮັບເຂົ້າທຳງານ

ເພາະວ່າຕຸນະພາບຂອງການປຣິນຍາເພິ່ນບໍ່ມີ.

__________________
Anonymous

Date:

Anonymous wrote:

ເວົ້າບອ່ນສຸດ ອັນນີ້ແມ່ນຄຸກຢູ່ເມືອງຂອ້ຍ

ຄຸກບ້ານເຈົ້າງາມເນາະ ສົມພໍພວກຍາກເຮັດຊົ່ວໆ ຈຶ່ງຢາກໄປຢູ່

__________________
Anonymous

Date:

ບັກເສຍເສັ້ນ

__________________
Anonymous

Date:

ຄັນວ່າແມ່ນຄຸກແລ້ວ,ງາມຄືໂຮງແຮມ 5 ດາວ 10 ດາວ ກໍ່ບໍ່ສະອອນນຳເດີ, ຄືຈະມີແຕ່ລາວນອກຕີຢາກໄປນອນຄຸກເພາະບໍ່ໄດ້ຈ່າຍເງີນກີນເຂົ້າ,ຄ່າເຊົ່າ ແລະງາມກວ່າເຮືອນເຊົ່່າ.

__________________
ເບເຢີ

Date:

ສັຈທັມກໍ່ຄືຄວາມຈິງເດີພີ່ນ້ອງ ເຖິງຈະປິດບັງໄວ້ ມັນກໍ່ຕ້ອງຊອດອອກມາບໍ່ມື້ໃດ໋ກໍ່ວັນນຶ່ງ.

ຄົນລາວທີ່ຂໍມາຕັ້ງຖິ່ນຖານຢູ່ສະຫະຣັຖ ສ່ວນຫຼາຍແມ່ນຄອບຄົວຂອງຂ້າຣາຊການ ທະຫານແລະຕໍາຣວດ,

ຫຼາຍທີ່ສຸດແມ່ນຄອບຄົວທະຫານ ຕໍ່ມາຈຶ່ງແມ່ນຄອບຄົວຕໍາຣວດ ຫຼຸດລົງມາຈຶ່ງແມ່ນຄອບຄົວຂອງຂ້າຣາຊການ.

ຖ້າສົບທຽບຈໍານວນນາຍທະຫານ ນາຍຕໍາຣວດແລະຂ້າຣາຊການຊັ້ນຜູ່ໃຫຍ່ໃສ່ຈໍານວນທະຫານ ຕໍາຣວດ

ແລະຂ້າຣາຊການຊັ້ນຜູ່ນ້ອຍແລ້ວ ຈະມີຈໍານວນແຕກຕ່າງກັນຫຼາຍກັນທີ່ສຸດ.

ຕົກນໍ້າຫົວພຽງກັນເປັນຄໍາເວົ້າທີ່ຖືກຕ້ອງ ແຕ່ບໍ່ສະເໝີໄປ.

ຜູ່ເພິ່ນເຄີຍເປັນເຈົ້າເປັນນາຍໃນສະໃໝພຣະຣາຊອານາຈັກລາວ ສ່ວນຫຼາຍມີການສຶກສາມາຈາກຕ່າງປະເທດ,

ເມື່ອມາຮອດປະເທດທີ3 ເພິ່ນໄປທຽບເທົ່າເອົາບໍ່ເກີນ 2 ປີເພິ່ນ ເພິ່ນກໍ່ໄດ້ໃບປະກາດແລະໄດ້ເຮັດວຽກດີແລ້ວ.

ສໍາລັບຜູ່ທີ່ບໍ່ມີພື້ນຖານແລະເງື່ອນໄຂຫຍຸ້ງຍາກ ຍ່າງກາຍໂຮງຮຽນ ກໍ່ລໍາບາກແທ້,

ແຕ່ເພື່ອຢາກໃຫ້ຫົວພຽງກັນກັບຜູ່ເພິ່ນຢືນຢຽບໂງ່ນຫີນ ຕ້ອງໄດ້ໃຊ້ຕີນແລະມືຢັນນໍ້າກວັກນໍ້າວ່ອຍໆ.

(ຍັງມີຕໍ່)

__________________
keekharAmerica

Date:

who cares about what Lao nai think of Lao nok. Being poor in America is not like being poor in Laos. In America when you have no work, the goverment is still helping you pay rent.

keekharAmerica

__________________
Bayer

Date:

ພື້ນຖານການດໍາຣົງຊີວິດໃນປະເທດອຸດສະຫະກັມ ໂດສະເພາະແມ່ນຢູ່ໃນປະເທດສະຫະຣັຖແມ່ນດີສົມຄວນ,

ຜູ່ໃດບໍ່ມີຄວາມສາມາດຫ້າລ້ຽງຕົນເອງໄດ້ ເປັນຕົ້ນແມ່ນຜູ່ເສັຽອົງຄະ ຄົນເຖົ້າ ແມ່ຮ້າງນາງໝ້າຍທີ່ມີລູກນ້ອຍ

ເຂົາກໍ່ໃຫ້ການຊ່ອຍເຫຼືອໃຫ້ມິບ້ານພັກອາໃສ ເຄື່ອງນຸງຫົ່ມ ອາຫານ ຢາປົວພະຍາດ ແລະພື້ນຖານການສຶກສາ.

ສໍາລັບຜູ່ທີ່ມີສຸຂະພາບສົມບູນກໍ່ຕ້ອງໄດ້ຫາກິນລ້ຽງປາກລ້ຽງທ້ອງຕົນເອງຕາມຣະດັບຄວາມຮູ້ຄວາມສາມາດ,

ຜູ່ໄດ້ຝຶກແອບປາດຊີ້ນ ກໍ່ເຂົ້າເຮັດຢູ່ໂຮງງານປາດຊີ້ນ, ຜູ່ໄດ້ຮັບການຝຶກແອບຫໍ່ເຄື່ອງ ກໍ່ເຂົ້າເຮັດຢູ່ບ່ອນຫໍ່ເຄື່ອງ,

ຜູ່ໄດ້ຮັບການຝຶກແອບຈອດກົ່ວ ກໍ່ເຂົ້າເຮັດວຽກຢູ່ໂຮງງານປະກອບເຄື່ອງໄຟຟ້າ, ຜູ່ໃດ໋ຜ່ານການຝຶກແອບທາງດ້ານການແພດ

ກໍ່ເຂົ້າເຮັດຢູ່ໂຮງໝໍຢູ່ຄລີນິກ, ຜູ່ໃດ໋ໄດ້ຜ່ານການຝຶກແອບດ້ານບັນຊີ ກໍ່ໄປເຮັດກັບຫ້ອງການບໍຣິສັດຕ່າງໆ.

ຜູ່ໃດ໋ບໍ່ມັກເປັນລູກນ້ອງຄົນອື່ນ ກະເຮັດທຸຣະກິດສ່ວນຕົວ, ບາງຄົນກໍ່ເປີດຮ້ານອາຫານ, ບາງຄົນກໍ່ເປີດຮ້ານເສີມສວຍ,

ບາງຄົນເປີດຮ້ານແປງຣົຖ, ບາງຄົນຮັບເໝົາກໍ່ສ້າງ, ບາງຄົນກໍ່ເຮັດຟາມລ້ຽງສັດ ປູກຝັງ ຄືບ້ານເຮົາຫັ້ນລະ.

ຫຼາຍທ່ານກໍ່ອາດຈະຮູ້ແລ້ວວ່າປະເທດສະຫະຣັຖເປັນປະເທດທີ່ນິຍົມເປັນໜີ້, ຖ້າໃຊ້ໜີ້ດີກໍ່ມີ credit ດີ

ຖ້າມີ credit ດີ ໄປໃສກໍ່ບໍ່ຕາຍ. ຄົນສ່ວນຫຼາຍສ້າງ credit ຂອງຕົນດ້ວຍການຊື້ເຄື່ອງໃຊ້ຂອງສອຍ

ຕໍ່ມາກໍ່ສ້າງ credit ດ້ວຍການຊື້ຣົຖ ສຸດທ້າຍກໍ່ສ້າງ credit ດ້ວຍການຊື້ບ້ານຊື້ເຮືອນ.

ອາດຈະເປັນຍ້ອນແຟຊັ້ນ ຫຼືອາດຈະເປັນຍ້ອນຮຽນກາຍ Accounting 101 ຫຼືອາດຈະເປັນຄົນດີເກີນໄປ

ບາງຄົນຈຶ່ງມີ credit cards ເຕັມຖົງພາຍ visa ກໍ່ມີ master card ກໍ່ມີ chase ກໍ່ມີ american express ກໍ່ມີ

ນອກນັ້ນກໍ່ຍັງມີ card ຊື້ເຄື່ອງຂອງຫ້າງຮ້ານຕ່າງໆອີກເປັນສອງສາມກິໂລ.

ເມື່ອຣາຍຈ່າຍຫຼາຍກວ່າຣາຍຮັບ ຈ່າຍໜີ້ບໍ່ໄຫວ ທາງອອກສຸດທ້າຍກໍ່ເຮັດ bankruptcy,

ເມື່ອ bankruptcy ກໍ່ຕ້ອງໄດ້ຫິ້ວກະເປົ໋າຂຶ້ນຍົນເມືອຢູ່ເມືອງລາວ.

                            ( ຈົບພາກ1)

__________________
Anonymous

Date:

haha!!!!! 5555555  it so funny , but it so true. tok ngane meu dai . nee toam hoa meu nanh.

__________________
1 2  >  Last»  | Page of 2  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard