Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊີວິດຂອງລາວນອກ
Anonymous

Date:
ຊີວິດຂອງລາວນອກ

ຕາມທີ່ຂ້າພະເຈົ້າໄດ້ອ່ານຂ່າວທີ່ຜ່ານມາ ແລະເຫັນ ອອກຄວາມເຫັນສຳລັບຫົວຂໍ້ຂ່າວ ຕ່າງໆທີ່ເກີດຂື້້ນໃນປະເທດລາວ ຂອງ ລາວນອກ ສ່ວນຫລາຍມີບາງບຸກຄົນເຊື້ອສາຍລາວ ສັນຊາດຕ່າງປະເທດ 

ຫລືຄົນລາວຊ່ວງອົບພະຍົບ ໃຫ້ຄວາມຄິດທີ່ບໍ່ຄ່ອຍດີ ຢ່າງ ເຊັ່ນ  ລາວ ແດງ ແກວ ແດງ ຂ້າພະເຈົ້າບໍຄ່ອຍຮູ້ເລື່ອງດອກ. ປະເທດລາວໃນຕົວຈິງອາດຈະມີຫລາຍເລື່ອງທີ່ດີ ແຕ່ອາດຈະມີ ສີ່ງທີ່ຫຍໍ້ທໍ້ ຫລືເປັນຄ່າລົບໃນສັງຄົມ, ສີ່ງເລົ່ານີ້ເກີດຂື້ນທຸກບ່ອນ ເກືອບຈະທຸກທີ່. 

ຂ້າພະເຈົ້າຄິດວ່າ ບາງບຸກຄົນທີ່ອາໄສຢູ່ຕ່າງປະເທດ ຍັງມີ ບາງຄົນຍັງບໍ່ເຄີຍ ໄດ້ໄປເຫັນ ຢາມພີ່ ຢາມນ້ອງ ເປັນເວລາ ອັນຍາວ ນານ  ຊີວິດຢູ່ຕ່າງປະເທດ ບາງຄອບຄົວ ຮັ່ງມີ ມີຖານະດີ ແຕ່ສ່ວນຫລາຍ ຂ້າພະເຈົ້າ ຄິດວ່າ ເປັນ ມະນຸດ ເງິນເດືອນ ຄົນເຮົາມີເວລາ 24 ຊົ່ວໂມງເທົ່າກັນ ແຕ່ບໍ່ຮູ້ວ່າ ຄົນທີ່ ອອກຄວາມເຫັນ ຂອງລາວນອກ ນັ້ນ ຈະມີ ເວລາຫລາຍ ເທົ່າກັບຄົນ ຢູ່ ເມືອງ ລາວຫລືບໍ່. ຢູ່ເມືອງລາວມີອັນດີຫລາຍ ແລະມີອັນທີ່ຫລ້າຊ້າ ບໍ່ທັນສະໄໝຫລາຍ ແຕ່ໃນອານາຄົດຫວັງວ່າຈະດີຂື້ນ ທາງດ້ານກົດໝາຍກໍ່ຄືກັນ

ຢູ່ຕ່າງປະເທດ ບາງວຄອບຄົວຕ້ອງຈ່າຍຄ່າເຮືອນເປັນເດືອນ  ຄ່າປະກັນໄພ, ຄ່າຈອດລົດ, ຫລາຍຫລາຍລາຍຈ່າຍເງິນດືອນກືອບຈະບໍ່ເຫືລອ  ບາງຄົນເຮັດວຽກຢູ່ຮ້ານອາຫານ ແຫ່ງລຳບາກກ່ອນຢູ່ລາວ ຖືກເຈົ້ານາຍເວົ້າໃຫ້ 

ຂ້າພະເຈົ້າ ຄິດວ່າ ທີ່ອອກຄວາມເຫັນລົງໄປ ຄືການສະແດງແຕ່ສີ່ງທີ່ດີ. ລາວນອກສ່ວນຫລາຍທີ່ເປັນມະນຸດເງິນເດືອນ ແມ່ນເຮັດວຽກ ໜັກ ເທົ່າກັບສາມຄົນ ຫລືຫລາຍກວ່ານັ້ນໃນລາວ. 

__________________
Anonymous

Date:

I'm Laonork or you can call me Lao refugee or Lao obphayob. I was a former Laos National Law School or the popular name was IRDA and I was in the States since 1976.  There are about 400 Lao amilies are living in my town and locals near by. Most of them and families member are having good jobs with good pay. They have their own houses that had been paid off, some retired and went trvel to laos and Thailand almost every year. Those Lao people in My town sent money to their relative in Laos evey month since the third month that they got there, ther are over 30 yers period. If we calculate we will; see how much the amount of money that they sent to Laos just from my town alone. How it could be if we count together from evey country that Lao refugee are living there?  You should know how much money that Lao refugees helped Laos PDR government to make econmy growing?

I see only Lao people from Laos came to U.S. to work in Thai restaurant or some farm works with low pay rate ( 5-6 dollar per hour ) if they got lucky get the job.

Don't look down on Laonork people, my friend, if you have chance to come to Michigan I am very happy to show you my business there. I have the jobs for several Lao people from Laos to work in my company even those people aren't relate to me at all.

__________________
Anonymous

Date:

ຊີວິດການດຳລົງຊີວິດ Laos Refugee ດີກວ່າ Laos ມາແບບ Visa

ເພາະວ່າບາງຄົນ Visa ໝົດກຳນົດແລ້ວ ບໍ່ຢາກກັບມາລາວ ຈຳເປັນຕ້ອງ

ລົບໆ..ຊ້ອນໆ.. ຢູ້ຢ້ານເຈົ້າໝ້າທີ່ຈັບ ໝັງສືເຮັດວຽກກໍ່ບໍ່ມີ ຈຳເປັນຕ້ອງ

ຫາເຊົ້າກິນຄ່ຳໄປແຕ່ລະມື້ ຫາທຳງານຮ້ານອາຫານໄທ ເອົາເງີນສົດເພື່ອ

ລຽ້ງຊີບແຕ່ລະມື້

__________________
Anonymous

Date:

ເງີນຄຳບໍ່ແມ່ນປັດຈັຍແຫ່ງຄວາມສຸຂຂອງທຸກຄົນ....ຂ້າພະເຈົ້າຢາກເຫັນພີ່ນ້ອງຄົນລາວເຮົາມີຢູ່ມີກິນ ມີ(ແຫລ່ງ)ບ່ອນທຳມາຫາກິນ....ສມັຍກ່ອນບ້ານເຮົາສມັຍຜູ້ຂຽນຍັງອາຍຸ ໖ ປີກວ່າໆ ກໍຍັງສາມາດຫາປາລ້ຽງຄອບຄົວກຸ້ມ ເພາະຄວາມອຸດົມສົມບູນທີ່ແຕກຕ່າງຈາກສມັຍນິ້ຫລາຍ....ພີ່ນ້ອງຂອງຜູ້ຂຽນເກືອບທຸກຄົນຍັງໂທຣ໌ໄປຂໍເງິນນຳຢູ່ ບໍ່ສົມກັບຄຳວ່າດຽວນິ້ຄົນລາວເຮົາ ຮັ່ງມີເປັນດີ.....ມີຫລາຍຄົນອາຍວ່າຊັ້ນ...ອາດຈະມີສ່ວນນ້ອຍນໍ????..... ສນັ້ນຢາກມີເງິນ...ກໍຄວນບໍ່ຕິວຽກການງານ...ວຽກກັມກອນ ຄ້າຂາຍ..ເຮັດທຸກຢ່າງທີ່ຖືກສິລທັມແລະກົດໝາຍ.... ຄົນລາວເຮົາທີ່ຕ່າງປະເທດອາດຈະມີບາງຄົນ ຄຸຍອວດໂມ້ວ່າເປັນນາຍເຮັດວຽກສະບາຍ....ລອງວາດພາບເບິ່ງງ່າຍໆຊາກ່ອນວ່າ ໑ ພາສາອັງກິດຫລືພາສາຂອງເຈົ້າຂອງປະເທກໃຜຈະເວົ້າໄດ້ດີກ່ອນເຈົ້າຂອງປະເທດໄດ້ ຂນາດວ່າລາວເຮົາດັດຈະຣິດເວົ້າໄທຍ໌
ເຮົາກະຍັງຟັງອອກ ແປດສິບສ່ວນຮ້ອຍຂອງປະເທດທີ່ຈະເຣີນແລ້ວແມ່ນກັມກອນ...ແລ້ວຢ່າຄິດວ່າວຽກໃນຫ້ອງການຈະຫວ່າງພໍໃຫ້ຄົນໄປໃໝ່ແບບສະບາ໓ພໍໃຫ້ເຮົາໝົດ. ຄິດວ່າເຮົາມີຄວາມຮູ້....ຄວາມສາມາດສ່ຳໃດ...ໃຫ້ເອົາພາສາໃຫ້ລອດຊາກ່ອນນໍ??
໔ຜູ້ທີ່ຈ້າງເຮົາເຂົາຕ້ອງໃຊ້ເຮົາຢ່າງກຸ້ມຄ່າເງີນເຂົາຈ່າຍຕາມແບບສະບັບຂອງນາຍທຶນ ...
ສນັ້ນຢ່າຄິດວ່າເງິນບໍ່ແມ່ນຈະໄປເດັດເອົາຄືໃບໄມ້ໄດ້ ໕ ຄ່າຄອງຊີບຕ່າງກັນຫາເງິນຢູ່ອອສຕຣາລີ ໄດ້ເດືອນລະ $໔໐໐໐ ຄ່າເຊົ່າເຮືອນເອົາໄປແລ້ວ $໑໓໐໐ ຄ່າໄຟ $໓໐໐ ຄ່ານ້ຳ$໒໐໐ ຄ່າໂທຣະສັບ $໓໐໐ ຄ່າຣົຖ $໓໕໐ ຄ່ານ້ຳມັນ $໒໐໐ ຄ່າ ປະກັນພັຍ $໑໕໐ ເຫລືອນັ້ນຈື່ງແມ່ນຢາກຫບັງຈຶ່ງໄດ້ກີນ..ຄ່າຢູ່ກິນກໍສູງ ຜັກບົ້ງ ກິໂລລະ $໑໕ ເຝີ ຖ້ວຍລະ $໑໐ ເປັນຢ່າງຕ່ຳ .ສນັ້ນຄິດເອົາ...ຜູ້ປຍັດຫລືອົດອອມແດ່ ຈຶ່ງເຫລືອໄວ້.....ຍັງຄ່າພາສີສັງຄົມ ບັດເຊີນ ບັດຊວນ ບັດແຜ່ປັດໃຈ ບັດສ່ຽງໂຊກ..... ດັ່ງນັ້ນຢູ່ໃສກໍອອກແຮງງານເດີ ບໍ່ມີໃຜໄດ້ເປັນເຖົ້າແກ່ກ່ອນ ລູກຂອງເຈົ້າຂອງບໍຣິສັດທີ່ຜູ້ຂຽນເຮັດວຽກຢູ່ກໍຍັງມີຕຳແໜ່ງຕ່ຳກ່ວາຜູ້ຂຽນ (ອວດໂມ້..?)ເຮັດ ວຽກພື້ນຖານກ່ອນຖ້າເຮັດດີມີສິດຮັບມໍຣະດົກ.. ເຂົາສອນລູກບໍ່ໃຫ້ມີແນວຄິດງໍມືງໍຂາຖ້າຜູ້ອື່ນ...ບໍ່ມີເສັ້ນມີສາຍດີໄປອີກຢ່າງນື່ງເອົາຕາມຄວາມສາມາດ

__________________
Anonymous

Date:

ຢູ່Melbourne, Australia ຄ່າໂທລະສັບຂອ້ຍມີແຕ່ $100/month ລວມທັງ

internet ພອ້ມ mobile phone $40/month for 2 ລາຍໄດ້ສ່ວນຫຼາຍກໍແມ່ນມີສອງຄົນ ເພາະທັງສອງຜົວເມັຽເຮັດວຽກ ໂຮງໝໍ ໂຮງຮຽນ ຟຣີ ຄ່າໄຟ ຄ່ານ້ຳ ກະບໍ່ເຄີຍໄດ້ເສັຽຫຼາຍປານນັ້ນດອກຕໍ່ເດືອນ

__________________
Anonymous

Date:

ເຖີງຄົນທີ່ບໍ່ປະສົງອອກຊື່   ທັສະນະລາວນອກແລະລາວໃນ  ກ່ອນອື່ນໝົດຕ້ອງເຂົ້າໃຈແບບນີ້:

ຄົນແຕ່ລະຄົນເຖີງຈະຢູ່ແຫ່ງໃດກໍຕາມ ຕ່າງຄົນກໍຕ້ອງສູ້ຊົນເພື່ອມີຊີວິດ ແຕ່ໃນທີ່ນີ້ ເງື່ອນໃຂຂອງແຕ່ລະຄົນບໍ່ເໝືອນກັນ ຫຼື ຈະເວົ້າກັນອີກແບບນຶ່ງ ກໍແລ້ວແຕ່ໂຊກ ຫຼື ຊວຍ ຂອງບຸກຄົນ.

ຊີວິດຢູ່ເມືອງລາວ ກໍເທົ່າຮູ້ກັນດີຂອງທຸກໆຄົນ ຄິດວ່າບໍ່ຈຳເປັນຕ້ອງບັນລະຍາຍຫຼາຍ ເພາະ ຄົນລາວທີ່ໄປອາໃສຢູ່ຕ່າງປະເທດ ສ່ວນນຶ່ງກໍເກີດໄຫ່ຍກ່ອນຈິ່ງໄດ້ໜີໄປ ສ່ວນໄຫ່ຍກໍໜີຈາກຍ້ອນຄວາມ

ຍາກຈົນຂອງຊີວິດ ທີ່ປະເທດຕົນເປັນປະເທດທີ່ບໍ່ພັດທະນາ ແລະ ອີກສ່ວນນຶ່ງກໍບໍ່ພໍໃຈຕໍ່ແນວທາງການເມືອງຂອງ ສປປລ.

ເປັນເລື້ອງທຳມະດາ ໃນປະເທດທີ່ເຂົາຈະເລີນ ປະເທດຊາດເຂົາກໍຕ້ອງການແຮງງານທີ່ຈະເລີນໄປດ້ວຍຄຸນນະພາບທາງດ້ານການສຶກສາແລະວິຊາ ປະເທດທີ່ເຂົາພັດທະນາ ຄົນທັງຊາດຊ່ວຍໄຫ່ຍຕ້ອງໄຊ້ຊີວິດເປັນກຳມະກອນ

ແລະຈາກນັ້ນກໍເປັນຕາມອັນດັບຂື້ນໄປ. ພໍ່ ແມ່ ພີ່ນ້ອງ ຄົນລາວທີ່ອຸພະຍົບອອກໄປ ບາງຄົນກໍ່ກືກໜັງສື ບາງຄົນກໍເປັນປັນຍາຊົນ ບາງຄົນກໍສຳເລັດສ້າງສັນຊີວິດຄອບຄົວຕົນເອງແບບສຸກສຳລານ ມີວຽກເຮັດເງີນເດືອນກິນ

ແບບໝັ້ນຄົງແລະຖາວອນ ມີຖານະດີ ໄດ້ມີໂອກາດສົ່ງເສີມລູກເຂົ້າສຶກສາ ຈົນກາຍເປັນພົນລະເມືອງດີມີຄຸນຄ່າຂອງສັງຄົມທີ່ແທ້ຈິງ

ແຕ່ໃນຄຳວ່າ ຊີວິດກຳມະກອນ ສຳລັບຄົນໃນບັນດາປະເທດດ້ອຍພັດທະນາ ອາດຈະມີຄວາມຮູ້ສຶກໄປຄ້ອນຂ້າງບໍ່ຄ່ອຍດີເທົ່າໃດ ເພາະຍ້ອນສາຍເຫດຫຼາຍໆຢ່າງ ທີ່ເຂົາເອງຕ້ອງໄດ້ປະເຊີນສູ້ຊົນກັບຄວາມທຸກຈົນແບບບໍ່ຍຸດຕິທຳ

ຄືເວົ້າແຈ້ງໆ ລະດັບການສຶກສາ ຊັ້ນຕ່ຳຫຼືບໍ່ມີເລີຍ ກໍເລີຍຄິດແລະເຂົ້າໃຈກັນແບບງ່າຍໆ ລວຍ, ຮັ່ງມີ ເຮັດນ້ອຍໄດ້ຫຼາຍ ຮູ້ນ້ອຍ ຫຼືບໍ່ຮູ້ຫັຍງຍິ່ງດີແຕ່ຕ້ອງໄດ້ເປັນນາຍຄົນ ຕ້ອງເປັນຄົນທີ່ຢູ່ໃນຈຸດສາຍຕາແຫ່ງຄວາມສົນໃຈໃນສັງຄົມ

ຍ້ອນແນວຄິດຂາດການພັດທະນາເລົ່ານີ້ ຈິ່ງເປັນເຫດຜົນກະທົບທີ່ບໍ່ດີໃນບັນດາປະເທດດ້ອຍພັດທະນາ ເຊ່ນ ການສໍ້ລາດ ບັງຫຼວງ ທ່ວງດຶງຄວາມກ້າວໜ້າຂອງປະເທດຊາດ ເພື່ອຄວາມສຸກຂອງຕົນເອງ.

ສ່ວນກຸ່ມຄົນທີ່ຫາເຊົ້າ ກິນຄ່ຳ ຢູ່ຕ່າງປະເທດ ກໍແມ່ນນຶ່ງທີ່ນອນໃນຈຳພວກແຮງງານບໍ່ມີປະສິດຕະພາບ ຂາດການສຶກສາ ຂາດວິຊາຄວາມຮູ້ ຄວາມສະຫຼາດ ຂາດສະຕິແລະປັນຍາ ຮ້າຍແຮງໄປກ່ວານີ້ກໍຕົກເປັນທາດຂອງສັງຄົມທີ່ບໍ່ດີ

ເຊ່ນ ຫຼີ້ນ ກິນ ຟູມເຟືອຍ ຕິດເຫຼົ້າ ເຝົ້າໂສເພນີ ແລະອື່ນໆ... ບຸກຄົນເລົ່ານີ້ ເຖີງຈະຢູ່ໃນລາວໃດກໍແລ້ວແຕ່  ຊີວິດເຂົາຈະບໍ່ມີການປ່ຽນແປງ. ສະລຸບແລ້ວນີ້ກໍແມ່ນຄວາມພໍໃຈຂອງບຸກຄົນ ຄວາມສຸກຂອງບຸກຄົນ ເຖີງຈະຢູ່ແຫ່ງຫົນໃດ

ກໍແລ້ວແຕ່ ແຕ່ຜູ້ຂ້າ ຂໍຍົກມືໄວ້ພະພຸດທະເຈົ້າທີ່ສັກສິດ ທັງຫຼາຍ ຈະສ້າງບຸນກຸສົນຕອບແທນບຸນຄຸນຂອງພໍ່ແລະແມ່ ຂອງເທພະເຈົ້າ ທີ່ໄດ້ບັນດົນບັນດານໄຫ້ຜູ້ຂ້າ ໜີພົ້ນຈາກຄວາມມືດມົນ ຍາກຈົນ ສົນລະວົນທັງປວງທີ່ຜ່ານມາ ໄດ້ມາສ້າງ

ຊີວິດແລະສຶກສາຄວາມຮູ້ທີ່ແທ້ຈິງໃນປະເທດນີ້

__________________
Anonymous

Date:

lao nok's life today facing unemplyment , high cost of living , healtcare is sky rocket high , new generation kids are unable to stand on their own feet, and more....

__________________
Anonymous

Date:

Well! I am olso Laonok, but I have a very brief comment on this article.

Not all Laonok take advantage of what the best country in the world has offered!  Many has made many successes, such as in their education, businesses, and support their children to go to college ect... But there are some Laonok, especially who did not have an opportunity to pursue their higher education due to the facts that they have to work support their families to allow their children for better education. So that way, they can be more productive in the American society.  All in all, life in America is much better than many countries around the world.  For example, unemployment person can receive a very decent amount of money to support their family.  I personally think it's satisfied.  For some people who work at the minimum wage, I think they are still happy and I believe things are getting better when they fully structure themselves for better in the future.  Last certain not least, I truly believe for all Laonok who live in ,especially the US will prosper and enjoy their freedom.  Thanks!!!!

__________________
Anonymous

Date:

ສບດ ເພຶ່ອນຮ່ວມຊາຕ ແລະໃນສາຍເລຶອດທີ່ຮັກແພງ,

-ຂພຈ ບໍ່ໃດ້ອ່ານໃນຫນັງສຶພິມ ແລະກໍບໍ່ໃດ້ເອົາມາຈາກແລ່ງຂ່າວອຶ່ນໆ ກຽ່ວກັບກຸ່ມ ຫລຶຊຸມຊົນ (ລາວອົພຍົບ) ທີ່ເຂົ້າມາຕັ້ງຖີ່ນຖານໃໝ່ໃນປະເທສທີ່ສາມ ໃນຊ້ວງສົງຄາມອີນດູຈີນທີ່ສີ້ນສຸດລົງ ແຕ່ ຂພຈ ເອົາມາຈາກຕົວຂອງ ຂພຈ ເອງ, ເພາະ ຂພຈເອງ ພ້ອມດ້ວຽຄອບຄົວ ມີພໍ່ ແມ່ ແລະ ອ້າຍເອຶ້ອຍນ້ອງ ຮ່ວມກັນ10ຊີວິດລວມດ້ວຽ ບິດາ ແລະມາຣດາ ເຂົ້າມາຕັ້ງຖີ່ນໃໝ່ຢູ່ຊ້ວງນັ້ນ........

-ຂພຈ ຈະບໍ່ຂໍບັນລະຍາຍ ວ່າເປັນເພາະດ້ວຽເຫຕຸໃດ ເພາະທຸກໆຄົນຮູ້ດີ ແລະມີຄໍາຕອບທີ່ອອກມາຈາກໃຈ ໂດຍບໍ່ໄດ້ອັນເຊີນ ຫລຶຍິບຢືມ ຍົກເອົາຊີວິດຂອງຄົນອຶ່ນອອກມາແກ້ຕົວ ຫລຶບັນລະຍາຍອໍາພາງ ທັງໆທີ່ຕົນເອງ ຮູ້ ແລະເຫັນທຸກເຫຕຸການ ທຸກອາລໍາພະບົດ ທີ່ເກີດຂື້ນກັບຕົວຂອງຈົ້າຂອງ ວ່າອັນໃດຄຶຄວາມຈິງ ຄວາມທີ່ເປັນຈິງໆໃນຄັ້ງນັ້ນມັນເກີດຫຍັງແດ່ຂື້ນກັບຕົວເຈົ້າຂອງເອງ.........

-ທີ່ນີ້ພວກເຮົາຫັນມາເໜັງຕິງບັນຫາຂອງກະທຸ ຂພຈ ຈະພາພວກທ່ານຢ່າງໄປຂວາເອົາຂວັນຫມາກຫົວໃຈຂອງ ຄວາມຈິງ ອັນທີ່ເປັນຈິງ ຂອງຊຸມຊົນ ລາວອົພຍົບ ທີ່ຂພຈ ອາສັຍຢູ່ ກາຍເຄິ່ງຫນຶ່ງຂອງຊີວິດ. ກ່ອນ ຂພຈ ຈະບັນລະຍາຍຕໍ່ໄປ ຂພຈ ຢາກໃຫ້ທຸກຄົນເຂົາໃຈວ່າ ວິຖີຂອງຊີວິດຂອງແຕ່ລະບຸກຄົນ ມັນຂື້ນກັບເງຶ່ອນໄຂ ຈະລວຍ ຈະທຸກ ຈະຈົນ ມັງມີສີສຸກ ເປັນເສດຖີ ຫລຶຢາຈົກແມ່ນຂື້ນກັບ ກົດເກນການກະທໍາ ຂອງແຕ່ລະບຸກຄົນ ເວົ້າໂດຍສະເພາະແລ້ວ ຊຸມຊົນ ຊາວລາວອົພຍົບທີ່ຕັ້ງຖີ່ນຖານໃໝ່ໃນຊ້ວງນັ້ນ. ເປັນຫຍັງ ຂພຈ ຈິ່ງເວົ້າແນວນັ້ນ ເພາະໃນ ຊ້ວງນັ້ນຣັຖບານຂອງແຕ່ລະປະເທສທີ່ສາມ ເຂົາເຈົ້າໃດ້ສ້າງເງຶອນໄຂ ແລະໃຫ້ໂອກາດພິເສດແກ່ຜູ້ທີ່ມາຕັ້ງຖີ່ນໃໝ່ ເວົ້າລວມແລ້ວ ອົພຍົບທີ່ມາຈາກອີນດູຈີນ ຫລັງຈາກສົງຄາມທີ່ໄດ້ເຍຶອດເຍຶ້ອຍາວນານ ລະຫວ່າງມະຫາອໍານາດ ແລະສອງຄ້າຍຂອງຣະບອບ. ດັ່ງນັ້ນ ພຂຈ ຈິ່ງເວົ້າວ່າ ຂື້ນກັບເງຶ່ອນໄຂ ທຸກໆຄົນມີໂອກາດເທົ້າທຽມກັນ ແລະມີໂອກາດຫລາຍ ຈະເປັນການສຶກສາຊັ້ນຕໍ່າ, ກາງ ແລະສູງໂດຍທີ່ບໍ່ໃດ້ເສັຍເງີນແມ້ແຕ່ ສະລຶງດຽວ ຈະເປັນການຮໍ່າຮຽນວິຊາອາຊີບທີ່ສາມາດ ປະກອບອາຊີບເຂົ້າຢູ່ໃນໂລກຂອງ ເທັກໂນໂລຢີທີ່ທັນສມັຍ ມີຫລາຍຄົນໃດ້ເລຶອກທາງເດີນທີ່ຖືກຕ້ອງ ໂດຍສວຍໄຊ້ໂອກາດນັ້ນ ແລະມີຫລາຍຄົນພາດໂອກາດ ກໍເພາະມັນຂື້ນກັບເງຶ່ອນໄຂກັບຂອງໃຜລາວ. ປັຈຸບັນນີ້ທຸກໆຄົນກໍຍັງມີໂອກາດ ກ່ອນຈະມີໂອກາດ ທ່ານເອງຕ້ອງຄົນເປັນທີ່ສ້າງເງຶ່ອນໄຂ This more directfrom yourself and your ability, all cost generated from you or your family. ເປັນຫຍັງ ຂພຈ ຈິ່ງເວົ້າແນວນັ້ນ ກໍເພາະວ່າຣັຖບານເຂົາໃດ້ຖືວ່າ ທຸກໆຄົນສາມາດເວົ້າພາສາ, ຂີດຂຽນ ຫລຶອ່ານ ສາມມາດປັບຕົວເຂົ້າກັບ ສະພາບການ ແລະເງຶ່ອນໄຂຂອງພູມີປະເທສ ບໍ່ວ່າທັງດ້ານສັງຄົມ, ວັທນະທັມ, ກົດຫມາຍ ແລະການສຶກສາອຶ່ນຯ. ຄວາມຈິງແລ້ວສ່ວນໃຫ່ຍ High percentages ທຸກໆຄົນກໍໃດ້ໃຊ້ເວລາຢູ່ກີນ ສີ້ນເຄີຍກັບສັງຄົມຂອງພວກເຂົາເຈົ້າເປັນເວລາດົນນານພໍສົມມາພາຄວນ ຈົນຫລາຍໆຄົນສາມາດກາຍເປັນ ພົລເມຶອງທີ່ຖືກຕ້ອງຕາມຕົວບົດກົດຫມາຍໄປແລ້ວຢ່າງຫລວງຫລາຍພາຍມາກ ດັ່ງທີ່ຫລາຍໆຄົນໃນທີ່ນີ້ ລວມດ້ວຽຕົວຂອງຜູ້ຂຽນເອງທີ່ເປັນຢູ່ໃນຄະນະນີ້ເອງ ນັ້ນຄຶຄວາມຈິງ.....

-ວິຖີຊີວິດ ຂອງຊຸມຊົນລາວນອກ ລວມດ້ວຽ ເສຖກິດ, ການສຶກສາ, ວັທນະທັມ ແລະສັງຄົມ ທີ່ ຂພຈຈະເອົາມາ ສົນທະນາໃນວັນນີ້ ຂພຈ ຈະເວົ້າແບບເປີດອົກ ເພາະຄວາມຈິງກໍເປັນຄວາມຈິງຢູ່ວັນຢ່າງຄໍ່າ.

ຖ້າຈະເອົາ ສະຖີຕິ ພົລເມືອງຂອງປະເທສລາວ ໃນປີ 1975 ມີທັງຫມົດ 3 ລ້ານຄົນ ຕາມທີ່ຫລາຍໆທ່ານແລະ ຂພຈໃດ້ຮັບຮູ້ ແລະຮໍ່າຮຽນມາ. ຫລັງຈາກ 1975 ແລ້ວໃດ້ມີອົພຍົບ ຫລົບຫນີອອກຈາກປະເທສຍ້ອນ ສະພາບ ການພາວະທັ້ງດ້ານການເມືອງບໍ່ມີສະຖຽນນະພາບທີ່ຫມັ້ນຄົງ ແລະຂາດຄວາມປອງດອງຊາຕ ແລະເປັນເອກກະພາບຂອງພັກການເມຶອງໃນປະເທສ ນັ້ນຄຶຈຸດເດັ່ນຕົ້ນຕໍຂອງບັນຫາ. ສະພາບການຂອງໂລກໃດ້ມີການປ່ຽນແປງ ປະເທສ ມະຫາອໍາອາດໃດ້ຫັນປ່ຽນຂວາເຫລີ້ນ(ແກຼມ) ທັງດ້ານການເມືອງ, ເສຖກິດ ແລະການທະຫານ ສິ່ງທີ່ຫລົງເຫລຶອ ປະຖີ້ມໃວ້ຄຶ ເສດສົງຄາມ ລວມດ້ວຍຮ້ອຍແປດພັນປະການບັນຫາ ເວົ້າລວມແລ້ວ ຣະບົບເສຖກິດ, ສັງຄົມ ຕະລອດເຖິງປະເທສຊາຕ ແລະປະຊາຊົນບັນຊົນຊາດຊົນເຜົ່າ ທຸກໆຊີວິດກາຍເປັນເສດຂອງສົງຄາມໄປໃນຕົວ ແລະ ກໍກາຍເປັນຕົວບັນຫາ ທ້າທາຍ ເວົ້າໂດຍສະເພາະແລ້ວ ເປັນການທ້າທາຍຢ່າງຫນັກອົກ ໄວ້ໃຫ້ແກ່ ຣັຖບານ ສ.ປ.ປ.ລ ຈະສຶບທອດ ດໍາເນີນເຈຕນາຣົງ ທັງໆທີ່ວ່າ ຣັຖບານໃນຊ້ວງນັ້ນ ເກືອບເວົ້າໃດ້ວ່າ ບໍ່ມີຣັຖມົນຕຣີໃດ ເລີຍທີ່ຈະມີຄຸນສົມບັດ ເໝາະສົມກັບຕໍາແລງທີ່ຕົນເອງໃດ້ມາ ເພາະທັງໆຊີວີດຂອງພວກເຂົາເຈົ້າ ບໍ່ມີປະສົບປະການ ຫລຶມີວິຊາສະເພາະໃນເລຶ່ອງບໍຣິການປະເທສ ນອກເຫນຶອຈາກຄຸນສົມບັດທີ່ເຄີຍເປັນນັກປະຕິວັດ ທີ່ຕົນເອງນໍາເອົາມາໃຊ້ໃນການຕໍ່ລອງ ເພຶ່ອໃຫ້ສັງຄົມຍອມລັບ ຫລຶບໍ່ຍອມລັງ ກໍສະແດງວ່າ ແບບໄຮໂລ ອອກຕໍ່າກູຕ້ອງກີນ, ອອກສູງກູຕ້ອງກີນ ແລະອອກສິບເອັດ ກູແຮງກີນ ດັ່ງນີ້ເປັນຕົ້ນ........

-ເວົ້າຕາມສະຖິຕິ ເກຶອບໄກ້ຄຽງ ໃດ້ບອກວ່າ ອຸພຍົບຊຸມຊົນຊາວລາວ ໃດ້ມາປະເທສ ສະຫາຣັຖອາເມຣິການມີ ປະມານ 258,341ຄົນ (8% ຂອງພົລເມຶອງ 3 ລ້ານຄົນ); ອົພຍົບໄປປະເທສທີ່ສາມ ບໍ່ນັບ USA ເຊັ່ນ: Canada, France, Australia, England, European Countries, Argentina, Latin America, Japan and China ແລະອຶ່ນຯ ມີປະມານ 336,659 ຄົນ (11% ຕໍ່ພົລເມຶອງ 3 ລ້ານຄົນ); ຕົກຢູ່ຄ້າງປະເທສໄທຍ໌ ແລະຫາຍສາບສູນ ປະມານ 50,000 ຄົນ (2% ຕໍ່ພົລເມຶອງ 3 ລ້ານຄົນ); ນັກຮຽນນັກສຶກສາ ຂ້າຣາຊການ ທະຫານ ຕໍາຣວຈ ພໍ່ຄ້າຊາວຂາຍ ຕະລອດເຖິງຊົ້ນຊັ້ນປັນຍາຊົນ ໄປສໍາມະນາກອນ ສ່ວຍໃຫ່ຍແມ່ນໃດ້ເສັຍຊີວິດ ຫລຶວ່າຫາຍສາບສູນໄປ ແລະອີກບາງພາກສ່ວນ ຫລຶວ່າສ່ວນນ້ອຍ ກໍຍັງເຫລຶອຊີວິດມາໃດ້ ມີປະມານ 250,000 ຄົນ (1% ຂອງພົລເມຶອງ) ສ່ວນມາກຈະຈັດເຂົ້າໃນຄະດີ ສະເລີຍຂອງສົງຄາມ ຫລຶຜູ້ຕ້ອງຫາອາດສະຍາກອນສົງຄາມ ດັ່ງນີ້ເປັນຕົນຯ; ປະຊາຊົນ ທີ່ຍັງເຫລຶອທີ່ຄ້າງຄາໃນປະເທສ ຫມາຍຄວາມວ່າປະຊາກອນ ທີ່ສຶບຕໍ່ດໍາຊີວິດຢູ່ປະເທສ ມີປະມານ 2,333,000 ຄົນ (78% ຂອງພົລເມຶອງທັງຫມົດ) ແລະໃນນັ້ນ 35-40% ຖືກຕ້ອງຫາ ຄະດີທັງດ້ານການເມຶອງ ສົມຮູ້ຮ່ວມຄິດກັບຣັຖບານຣະບອບເກົ່າຄຶ ຣັຖບານຂອງພຣະຣາຊອານາຈັກລາວ ເພຶ່ອຕ້ານກັບ ຣະບອບໃໝ່ ຄຶຣະບອບ ສັງຄົມນິຍົມ ສ.ປ.ປ.ລ ທີ່ມີແຕ່ຄວາມ ເປັນເອກກະພາບ, ເອກກະລາດ, ປະຊາທິປະໄຕ, ເອກກະພາບ ແລະວັທນາຖາວອນ ນັບມື້ນັບສົ່ງແສງ ແວວວາວ ກ້າວຫ້ນາ ແລະຢາດແຍ່ງເອົາໄຊຊະນະຢ່າງເປັນຂັ້ນໆ ແລະຟົດຟື້ນ ເຖິງຖອງ......

 -ອິງຕາມ 2007 American Community SurveyPopulation Group: Laotian alone or in any combinationin the United StatesTotal  221,420 ຄົນ, ໃນນັ້ນ ເປັນເພດຊາຍ 109,160 ຄົນ (49.3%); ເປັນເພດຍິງ 112,260 ຄົນ (50.7%); ເດັກນ້ອຍຕໍ່ກ່ວາ ອາຍຸ 18 ປີ 70,290 ຄົນ (31.75%)

ເປັນເພດຊາຍ 37,254 ຄົນ (53.0%) ແລະເປັນເພດຍິງ 33,036 ຄົນ (47%); ອາຍຸ 18 ຂື້ນໄປ 151,130 ຄົນ (68.26%) ເປັນເພດຊາຍທັງຫມົດ 77,227 (51.1%) ແລະເພດຍິງ 73,902 ຄົນ (48.9%); ຜູ້ເຖົ້າ ແລະ ຄົນສູງອາຍຸ 62 ປີ ຫລຶສູງກ່ວາ 42,249 ຄົນ (10.5%) ເພດຊາຍ 49.9% ແລະເພດຍິງ 50.1%

ຫມາຍເຫຕຸ:

ສ່ວນປະຊາຄົມຊາວລາວ ເຜົ່າມົ້ງແມ່ນຈັດຢູ່ກຸ່ມຫນຶ່ງອີກຕ່າງຫາກ ເຊິ່ງເຂົາຮ້ອງກັນກັນວ່າ Hmong-American ມີພົລເມຶອງໄລເລັຽກັບ ລາວລຸ່ມ ຫາກແຕກຕ່າງກັນກໍເປັນພຽງເລັກນ້ອຍ ສະຫລຸບແລ້ວ ຣະຫວ່າງປະຊາຄົມລາວລຸ່ມ ສົມກັບປະຄົມຊາວລາວເຜົ່າມົ້ງ ມາຕັ້ງຖີ່ນຖານໃນປະເທສ ສະຫາຣັຖອາເມຣິກາລວມກັນແລ້ວ ກໍມີປະມານ 5 ແສນຄົນເສດໆ ສ່ວນເພດຍິງ ແລະຊາຍກໍອາດບໍ່ແຕກຕ່າງກັນໄປຫລາຍເຫມຶອນກັບ ປະຊາກອນລາວລຸ່ມ ດັ່ງນັ້ນ ຂພຈ ຈິ່ງບໍ່ໃດ້ເອົາມາບັນຣະຍາຍ ສໍາລັບວັນນີ້ ຂໍເວລາກ່ອນ ໄວ້ໂອກາດຫ້ນາ ຈະມາຂຽນອີກເທຶ່ອ.

ຮັກແພງ,

__________________
Anonymous

Date:

Anonymous wrote:

Well! I am olso Laonok, but I have a very brief comment on this article.

Not all Laonok take advantage of what the best country in the world has offered!  Many has made many successes, such as in their education, businesses, and support their children to go to college ect... But there are some Laonok, especially who did not have an opportunity to pursue their higher education due to the facts that they have to work support their families to allow their children for better education. So that way, they can be more productive in the American society.  All in all, life in America is much better than many countries around the world.  For example, unemployment person can receive a very decent amount of money to support their family.  I personally think it's satisfied.  For some people who work at the minimum wage, I think they are still happy and I believe things are getting better when they fully structure themselves for better in the future.  Last certain not least, I truly believe for all Laonok who live in ,especially the US will prosper and enjoy their freedom.  Thanks!!!!

 My perspective about why some of Lao Nauwks' children didn't have the opportunity to fulfill their dreams do to the following facts: some of them were just simply have no interest of getting a higher educations, parents were not financially able to pay for their college tuition,and some of them were neglected by parents who were too busy socializing and partying during weekends!cry

Lao Nauwk,

__________________
Anonymous

Date:

ເອົາຫຍັງມາວັດແທກຈຶ່ງຮູ້ວ່າຄົນລາວໃນຕ່າງປະເທດເຮັດວຽກ ໜັກກ່ວາຄົນລາວໃນປະເທດ? ຂ້ອຍຢູ່ປະເທດອາເມຣິກາ, ເຮັດ ວຽກມື້ນຶ່ງ 8 ຊົ່ວໂມງ, 5 ມື້ຕໍ່ອາທິດ, ປະມານ 330 ວັນຕໍ່ປີ.

__________________
Anonymous

Date:

ຄັນມັນທຸກ ມັນຍາກຫລາຍ ກະກັບຄືນມາບ້ານເຮົາເດີ ສປປ ລາວຍິນດີຕອ້ນຮັບທກຸໆທ່ານ ໃຫ້ມາເບິ່ງ ໝາກແຕງຊ້າງ ໜ່ວຍປາຍ!.

__________________
Anonymous

Date:

Anonymous wrote:

ຄັນມັນທຸກ ມັນຍາກຫລາຍ ກະກັບຄືນມາບ້ານເຮົາເດີ ສປປ ລາວຍິນດີຕອ້ນຮັບທກຸໆທ່ານ ໃຫ້ມາເບິ່ງ ໝາກແຕງຊ້າງ ໜ່ວຍປາຍ!.

 ສົງສານຄົນມີປອມດ້ອຍ  ທັງປະເທດມີເສັ້ນທາງລົດໄຟບໍ່ຮອດ 2 Km ....

__________________
Anonymous

Date:

ກັບຄືນມາຂາຍ ຢາບ້ານັ້ນຕິຢູ່ລາວ

__________________
Anonymous

Date:

Anonymous wrote:

ຄັນມັນທຸກ ມັນຍາກຫລາຍ ກະກັບຄືນມາບ້ານເຮົາເດີ ສປປ ລາວຍິນດີຕອ້ນຮັບທກຸໆທ່ານ ໃຫ້ມາເບິ່ງ ໝາກແຕງຊ້າງ ໜ່ວຍປາຍ!.

 ຄັນຢູ່ ສປປລ ມີເງິນວ່າງງານໃຫ້ບໍ່ລຸດ$1942.00ຕໍ່ເດືອນຂ້ອຍໄຊ່ເກັຽໝາກັບ
ເມືອໄປໂລດ...biggrin

ບໍ່ຍຸຕິທໍາຕິເບາະພໍ່ອາວ? ເຮັດວຽກເສຍພາສີລາຍໄດ້ໃຫ້ປະເທດອື່ນ ແຕ່ຢາກມາຂໍກິນເງິນວ່າງງານກັບລັດຖະບານລາວ.

__________________
Anonymous

Date:

ຄັນວ່າເມືອງລາວຢູ່ດີກິນດີ ເປັນຫຍັງ ຄົນເຫລົ່ານີ້ຈຶ່ງໝີ ອອກມາຫາທຳງານຢູ່ໄທ

จับแรงงานลาวเข้าเมืองผิดกฎหมาย

__________________
Anonymous

Date:

มุกดาหารศุลกากร กอรมน สนธิกำลังจับกุมชาวลาวขนยาบ้าเข้าไทยกว่า2000เม็ด

__________________
Anonymous

Date:

ຄົນລາວ ທີ່ໄປເຮັດວຽກຢູ່ໄທ ສ່ວນຫລາຍ ແມ່ນຖືກຄົນໄທ ຕົວະຍົວະ ແລະ ຫລອກລວງ ປາກຫວານ ຈະຈ້າ ສ່ວນຫລວງຫລາຍ ແມ່ນຄົນຊົນນະບົດ ຄົນໃນເມືອງ ເຂົາບໍ່ໄປດອກ !.

__________________
totem

Date:

good disscusion

 ສະແດງວ່າລັຖບານ ສປປລ ບໍ່ເງິນລຽ້ງປະຊາຊົນໃນເວລາຜົນລະເມືອງວ່າງການ
ວ່າງງານມາ. ຊວຍແທ້ເດ!

ເລື້ອງເຈົ້າຕິລັຖບານ U.S.A.ຕັດເອົາຄ່າພາສີຈາກລາຍໃດ້ຂອງປະຊາຊົນຫັ້ນຂ້ອຍ
ຄິດວ່າເປັນແຜນການທີ່ສະຫຼາດແລະລອບຄອບດີທີ່ສຸດ!
ບໍ່ມີແຕ່Americaປະເທດດຽວເດີ້ພໍ່ອາວ,ເຂົາເຮັດກັນແບບນີ້ເກືອບໝົດໂລກ!

ຢ່າງບໍ່ຂີ້ລ້າຍບັດເວລາເຈົ້າຕົກງານມາລັຖບານກະມີເງິນໃຫ້ເຈົ້າຄືນເພື່ອເຈົ້າຍັງມີເງິນຊື້ຢູ່ຊື້ກິນແລະສາມາດຈ່າຍ

ນໍ້າຄ່າໄຟຕາມເດີມ. ໃຫ້ເຈົ້າລອງເອົາໄປພິສູດເບິ່ງວ່າລັຖບານຂອງ U.S.A.ເຮັດຜິດຫຼືຖືກ?

__________________
Anonymous

Date:

I'm 50 years old and unemplyed can't find a job to replace that i lost in recently , jobs are moving away to Mexico and some to china ,i have no insurance , no healthcare , i have a lot of bills to pay , kids are in college , ooy ouk jai lai der , don't know what to do anyone can help , khit yark kub moung lao leo , that's only way out......

__________________
Anonymous

Date:

ຢູ່ເມືອງລາວສະບາຍແທ້  ຄູສອນນີ້ ຢາກໄປເຮັດການກໍ່ໄດ້ ບໍ່ຢາກໄປກໍໄປເຮັດແນວອື່ນ ສ່ວນຕົວ

ເງີນເດືອນບໍ່ຈຳເປັນຕ້ອງເບີກໃຫ້ກໍໄດ້ ໄຫ້ຜູ້ໄຫ່ຍເອົາໄປຝາກກິນດອກເບັ້ຍກ່ອນ 4ເດືອນເບີກໄຫ້ກໍດີ

ທະຫານ ຕຳລວດ ກໍເຊ່ນກັນ ສະບາຍ  ສະບາຍ

 Why, cause there are more jobs in Laos with better pay incompairison to

America? Or you just want to go help Lao PDR begging for more money

from America and hope that you'll get a fair share of it ບໍພໍ່ຕູ້ ( Pauh touh)?biggrin

__________________
Anonymous

Date:

Anonymous wrote:

ຢູ່ເມືອງລາວສະບາຍແທ້  ຄູສອນນີ້ ຢາກໄປເຮັດການກໍ່ໄດ້ ບໍ່ຢາກໄປກໍໄປເຮັດແນວອື່ນ ສ່ວນຕົວ

ເງີນເດືອນບໍ່ຈຳເປັນຕ້ອງເບີກໃຫ້ກໍໄດ້ ໄຫ້ຜູ້ໄຫ່ຍເອົາໄປຝາກກິນດອກເບັ້ຍກ່ອນ 4ເດືອນເບີກໄຫ້ກໍດີ

ທະຫານ ຕຳລວດ ກໍເຊ່ນກັນ ສະບາຍ  ສະບາຍ

 ຂ້ອຍກະຢາກວ່າຊັ້ນແຫຼະ, ສະບາຍ ສະບາຍຂະໜາດ biggrin

__________________
Anonymous

Date:

Anonymous wrote:

I'm 50 years old and unemplyed can't find a job to replace that i lost in recently , jobs are moving away to Mexico and some to china ,i have no insurance , no healthcare , i have a lot of bills to pay , kids are in college , ooy ouk jai lai der , don't know what to do anyone can help , khit yark kub moung lao leo , that's only way out......

 ເຖົ້າປານນີ້ແລ້ວຄັນໂງ່ຫຼາຍກະປະໂຕເອງຕາຍນັ້ນແລ້ວດີ, ຄັນຢູ່ເມືອງນອກຫາກິນບໍ່ກຸ້ມແລ້ວ ກັບໄປຢູ່ເມືອງລາວແຮງຊິກິນຂີ້ໂຕເອງຊໍ້າ ຢ່າໄປຄິດວ່າຊິວິດຄົນຢູ່ເມືອງລາວມັນຊິລາບລື້ນດັ່ງທີ່ຝັນ ເຂົາເອງກໍຍັງຂໍຄວາມຊ່ວຍເຫຼືອຈາກຜູ່ອື່ນຢູ່ແລ້ວໆ ເຮົາຊິກັບໄປເປັນພາລະໃຫ້ເຂົາຕື່ມອີກຊັ້ນບໍ ຈື່ເອົາໄວ້ ຄັນມີຈິ່ງຄິດກັບໄປຢູ່ເມືອງລາວ ຄັນທຸກນັ້ນຢູ່ເມືອງນອກນັ້ນລະດີທີ່ສຸດ.

__________________
Anonymous

Date:

thank you for your advice . what would you do if you face the same situation like i face it today? it is easy for you to say that . why don 't you put yourself in my situation and i will put myself in yours , and you will think the samething , maybe it's not your turn yet just wait will see one of this day might be your turn.....

__________________
Anonymous

Date:

Anonymous wrote:

I'm 50 years old and unemplyed can't find a job to replace that i lost in recently , jobs are moving away to Mexico and some to china ,i have no insurance , no healthcare , i have a lot of bills to pay , kids are in college , ooy ouk jai lai der , don't know what to do anyone can help , khit yark kub moung lao leo , that's only way out......

 You didn't said how long you were out of job ? usually when you out of job you can collect the unemployment check for 6 month after 6 month, they (the labor department)  will extended  another 20 weeks. and Obama's administration just signed unemployment benefit the end of last year don't nenefit from that too ? Well, I do not know your circumstances.So if you live here long enough you probably know how to get around the system like other residences.

__________________
Anonymous

Date:

Anonymous wrote:

ຄົນລາວ ທີ່ໄປເຮັດວຽກຢູ່ໄທ ສ່ວນຫລາຍ ແມ່ນຖືກຄົນໄທ ຕົວະຍົວະ ແລະ ຫລອກລວງ ປາກຫວານ ຈະຈ້າ ສ່ວນຫລວງຫລາຍ ແມ່ນຄົນຊົນນະບົດ ຄົນໃນເມືອງ ເຂົາບໍ່ໄປດອກ !.

 ອາດຈະແມ່ນຄວາມຈິງ ເພາະເຂົາເປັນລູກຊາວໄຮ່ ຊາວນາ ພໍ່ແມ່ທຸກຍາກ ບໍ່ມີໂອກາດໄດ້ຮັບການ

ສຶກສາດີ ເໝືອນລູກຂອງຄົນຊັ້ນໄຫ່ຍ ໃນຕົວເມືອງ ເຖີງຈະຮູ້ເຖີງຄວາມປະຈົນໄພກໍຈິງ ແຕ່ເຂົາກໍ

ຄິດວ່າ ຢູ່ກໍຕາຍ ບໍ່ຢູ່ອາດຈະບໍ່ຕາຍ ກໍເລີຍຊ່ຽງຊີວິດຂອງຕົນ  ນີ້ຄືເລື້ອງຈິງຂອງຄົນຢູ່ເມືອງລາວ

__________________
Anonymous

Date:

Anonymous wrote:

ຕາມທີ່ຂ້າພະເຈົ້າໄດ້ອ່ານຂ່າວທີ່ຜ່ານມາ ແລະເຫັນ ອອກຄວາມເຫັນສຳລັບຫົວຂໍ້ຂ່າວ ຕ່າງໆທີ່ເກີດຂື້້ນໃນປະເທດລາວ ຂອງ ລາວນອກ ສ່ວນຫລາຍມີບາງບຸກຄົນເຊື້ອສາຍລາວ ສັນຊາດຕ່າງປະເທດ 

ຫລືຄົນລາວຊ່ວງອົບພະຍົບ ໃຫ້ຄວາມຄິດທີ່ບໍ່ຄ່ອຍດີ ຢ່າງ ເຊັ່ນ  ລາວ ແດງ ແກວ ແດງ ຂ້າພະເຈົ້າບໍຄ່ອຍຮູ້ເລື່ອງດອກ. ປະເທດລາວໃນຕົວຈິງອາດຈະມີຫລາຍເລື່ອງທີ່ດີ ແຕ່ອາດຈະມີ ສີ່ງທີ່ຫຍໍ້ທໍ້ ຫລືເປັນຄ່າລົບໃນສັງຄົມ, ສີ່ງເລົ່ານີ້ເກີດຂື້ນທຸກບ່ອນ ເກືອບຈະທຸກທີ່. 

ຂ້າພະເຈົ້າຄິດວ່າ ບາງບຸກຄົນທີ່ອາໄສຢູ່ຕ່າງປະເທດ ຍັງມີ ບາງຄົນຍັງບໍ່ເຄີຍ ໄດ້ໄປເຫັນ ຢາມພີ່ ຢາມນ້ອງ ເປັນເວລາ ອັນຍາວ ນານ  ຊີວິດຢູ່ຕ່າງປະເທດ ບາງຄອບຄົວ ຮັ່ງມີ ມີຖານະດີ ແຕ່ສ່ວນຫລາຍ ຂ້າພະເຈົ້າ ຄິດວ່າ ເປັນ ມະນຸດ ເງິນເດືອນ ຄົນເຮົາມີເວລາ 24 ຊົ່ວໂມງເທົ່າກັນ ແຕ່ບໍ່ຮູ້ວ່າ ຄົນທີ່ ອອກຄວາມເຫັນ ຂອງລາວນອກ ນັ້ນ ຈະມີ ເວລາຫລາຍ ເທົ່າກັບຄົນ ຢູ່ ເມືອງ ລາວຫລືບໍ່. ຢູ່ເມືອງລາວມີອັນດີຫລາຍ ແລະມີອັນທີ່ຫລ້າຊ້າ ບໍ່ທັນສະໄໝຫລາຍ ແຕ່ໃນອານາຄົດຫວັງວ່າຈະດີຂື້ນ ທາງດ້ານກົດໝາຍກໍ່ຄືກັນ

ຢູ່ຕ່າງປະເທດ ບາງວຄອບຄົວຕ້ອງຈ່າຍຄ່າເຮືອນເປັນເດືອນ  ຄ່າປະກັນໄພ, ຄ່າຈອດລົດ, ຫລາຍຫລາຍລາຍຈ່າຍເງິນດືອນກືອບຈະບໍ່ເຫືລອ  ບາງຄົນເຮັດວຽກຢູ່ຮ້ານອາຫານ ແຫ່ງລຳບາກກ່ອນຢູ່ລາວ ຖືກເຈົ້ານາຍເວົ້າໃຫ້ 

ຂ້າພະເຈົ້າ ຄິດວ່າ ທີ່ອອກຄວາມເຫັນລົງໄປ ຄືການສະແດງແຕ່ສີ່ງທີ່ດີ. ລາວນອກສ່ວນຫລາຍທີ່ເປັນມະນຸດເງິນເດືອນ ແມ່ນເຮັດວຽກ ໜັກ ເທົ່າກັບສາມຄົນ ຫລືຫລາຍກວ່ານັ້ນໃນລາວ. 

ເຈົ້າເວົ້າຖືກແລ້ວພໍ່ອາວ. ຄົນງານຢູ່ຕ່າງປະເທດເຮັດວຽກໜັກກ່ວາຄົນງານຢູ່ໃນປະເທດລາວຫຼາຍສິບເທົ່າ ຖ້າເຂົາບໍ່ເຮັດວຽກໜັກກ່ວາ ບ້ານເຂົາຄົງຊິບໍ່ຈະເລີນກ່ວາບ້ານເຮົາດອກ.
ຄົນງານຢູ່ຕ່າງປະເທດບໍ່ສໍ້ໂກງເວລາ ເຂົ້າການອອກການກໍ່ຖືກຕ້ອງຕາມເວລາທີ່ເຂົາກໍານົດໄວ້, ເວລາເຮັດວຽກກໍ່ບໍ່ສວຍໂອກາດເຮັດວຽກສ່ວນຕົວ. ບໍ່ເອົາຊັບສີນຂອງລັດໄປໃຊ້ສ່ວນຕົວ ແລະມີຄຸນສົມບັດຫຼາຍຢ່າງຕ່າງກັບຄົນງານຢູ່ບ້ານເຮົາພໍ່ອາວ.

__________________
Anonymous

Date:

ມີເພື່ອນຄົນທີ່ເຮັດວຽກກັບລັດມັນບອກວ່າ ໄປເຮັດວຽກແມ່ນໄປລົມກັນ ລໍໃຫ້ຫມົດຊົ່ວໂມງແລ້ວກັບບ້ານ ຫມົດເດືອນກໍຮັບເງິນເດືອນບາງວັນບໍ່ມີງານຫຍັງເຮັດເລີຍ ນີ້ແຫລະຄວາມໂຄ່ມ່າອາການຫນັກຂອງປະເທດລາວ
- ບາງທີຄົນທີ່ວິຈານອາດໄດ້ປະເຊີນກັບເຫດການຕົວຈິງ ເຊີ່ງຕົງກັບແນວຄວາມຄິດຂອງຂ້າພະເຈົ້າ, ຂ້າພະເຈົ້າສັງເກດເບີ່່ງ
ປະເທດຊາດ ຂອງຕົນສູດທີ່ເສົ້າໃຈ ເມື່່ອມີການພັດທະນາບໍ່ທົ່ວເຖີງ, ເມື່ອສັງເກດໂດຍລວມຕັ້ງແຕ່ເໜື່ອເຖີງໃຕ້ ໂດຍສະຊົນນະບົດ ທີ່ຫ່າງໄກຊອກລີກ ຊີວິດຂອງພວກເຂົ້າຫາກີນພໍປະທັງຊີວິດກີນກໍ່ຍັງຍາກ, ເລື່ອງລາຍຮັບ, ແມ່ນບໍ່ມີເລີຍ, ຢ່າວ່າແຕ່ການສືກສາຫຼືເລື່ອງສູຂະພາບຍີ່ງໄກ, ເທົ່າທີ່ເຫັນຈະພັດທະນາແຕ່ໃນຕົວເມື່ອງ, ຍົກຕົວຢ່າງ ຖະໜົນ ຫົນທາງ ເຣັດ ແລ້ວເຣັດອີກບ່ອນເກົ່າຕັ່ງຫຼາຍຄັ້ງກໍ່ຍັງມີ, ຢາກ ຖາມວ່າງົບປະມານເອົາມາສ້າງນັ້ນ, ມັນບໍ່ພໍທີ່ຈະເຮັດໃຫ້ມີຄູນະພາບເທື່ອດຽວບໍ?, ບາງໝູ່ບ້ານ ມີ 400-500ຫຼັງຄ່າ ທາງເຂົ້າບ້ານຍັງເປັນທາງກວຽນ, ເກັບເງີນປະຊາຊົນທູກປີ, ທັງໆ ທີ່ໝູ່ນັ້ນບໍ່ມີລາຍຮັບນອກຈາກຄອງຄ່ອຍຖ້າທໍາມະຊາດອໍານວຍ,ເຮັດນາປີພໍໄດ້ກີນເຂົ້າ, ສວ່ນອາຊີບອື່ນໆບໍ່ມີເລີຍ,ເດັກ-ໄວໜູ່ມບໍ່ມີໂອກາດໄດ້ສຶກສາຮໍ່າຮຽນ ທັງໝົດໃນໝູ່ບ້ານ ຈົບມັດທະຍົມສືກສາ ແມ່ນຫາຍາກ,ເຊີ່ງກົງກັນຂ້າມກັບໃນເມື່ອງ ມີໂອກາດສຶກສາຮໍ່າຮຽນ ແຕ່ກັບຊື້ດ້ວຍເງີນ, ເພາະອຸດົມສົມບູນ, ບາງຫຼັງຄ່າເຮື່ອນ ມີລົດຂີ່ຕັ່ງສອງສາມຄັນ ຢາກຖາມວ່າເປັນຫັຍງເສດຖະກິດຫຼືວ່າລາຍຮັບຂອງຄົນລາວຈຶ່ງແຕກຕ່າງກັນຫຼາຍແທ້.

__________________
Anonymous

Date:

ຂໍຂອບໃຈສຳຫລັບຄວາມເຫັນທັງໝົດບໍ່ວ່າ ຈະເປັນລາວນອກ ທີ່ຂຽນເປັນ English ແລະລາວໃນ. ຄົນເຮົາຄິດບໍ່ຄືກັນ ມັກບໍ່ຄືກັນ ສີ່ງທີ່ເຮົາທັງໝົດເຮັດໄດ້ ຄືການແປ່ງປັນ ຄືການໃຫ້ ຄືຄວາມສາມັກຄີ ເຮົາມີເຊື້ອສາຍລາວ  ຄຳສຸພາສິດ ເພີ່ນເວົ້າວ່າ ຄົນລາວ ມີຈິດໃຈຂາວສະອາດ ມີຈິດໃຈກ້ວາງຂວາງ.

ຂ້າພະເຈົ້າຂໍເຊີນລາວນອກທຸກທ່ານ ທີ່ມີເວລາ   ໄປຮ່ວມບຸນປີໃໝ່ລາວທີ່່ຈະມາຮອດນີ້ ຈະຢູ່ບ້ານໃດ ເມືອງໃດ ຂອງລາວກໍ່ໄດ້  ຫັວງວ່າທ່ານອາດຈະຍັງຈົດຈຳ ຄວາມຫລັງ  ຕອນທ່ານຍັງນ້ອຍ ຫລືຕອນທ່ານ ຢູ່ເມືອງລາວ ກິນເຫລົ້າຂາວ ຕົ້ມໄກ່. ນັ້ນເປັນສ່ວນນື່ງ ຂອງຄວາມສຸກ ຢູ່ເມືອງລາວ ທີ່ແທ້ຈິງ.

ຈາກ ເຈົ້າຂອງກະທູ້

__________________
Anonymous

Date:

ຄົນຢູ່ເມືອງລາວມີເວລາຫຼາຍກ່ວາແທ້ເພາະຄົນບ້ານເຮົາບໍ່ຫຼາຍ ແຕ່ຢູ່ເມືອງໃຫຍ່ເຂົ້າແຖວກິນເຝີຍັງເສຍເວລາໄປແລ້ວເຄິ່ງຊົ່ວ ບໍ່ແມ່ນໄປຮັດໄດ້ສັ່ງກິນໂລດຄືຢູ່ເມືອງລາວ, ເຈົ້າບໍ່ເຊື່ອກະລອງມາກິນເບິ່ງ ຮ້ານເຝີNew Hope ຢູ່ບ້ານຂ້ອຍນີ້ນະ ຕ້ອງໄດ້ເຂົ້າແຖວຢືນເບິ່ງເຂົາກິນກ່ອນຈັ່ງໄດ້ເຂົ້າໄປນັ່ງກິນເອງ. ເຂົ້າໄປຊື້ເຄື່ອງຢູ່ຕະລາດກະເສຍເວລາເຂົ້າແຖວຖ້າຈ່າຍເງິນອີກ ຂອງບໍ່ຮອດ 10 ຢ່າງກະຍັງໄດ້ເຂົ້າແຖວຖ້າ 10 ນາທີແລ້ວ. ຖ້າມື້ໃດ໋ພາລູກພາເມຍໄປຫາທ່ານໝໍແຮງຄັກ ຊາມຊິໄດ້ເຂົ້າພົບກະໄດ້ນັ່ງຖ້າເປັນຊົ່ວໂມງສອງຊົ່ວໂມງ. ຂີ່ລົດໄປການມາການກໍ່ເສຍໄປແລ້ວເດ໋ 45 ນາທີ ມື້ໃດ໋ລົດຕິດ ຕ້ອງໄດ້ນັ່ງຢູ່Freewayເປັນຊົ່ວໂມງ. ສະນັ້່ນ ເມື່ອບວກເວລາທີ່ເສຍໄປໃນແຕ່ລະມື້ໃສ່ເວລາໄປເຮັດວຽກແລະເວລານອນແລ້ວ ຄົນຢູ່ຕ່າງເທດຈະມີເວລາໃຫ້ຄອບຄົວພຽງແຕ່ 4-5 ຊົ່ວໂມງ.

__________________
Anonymous

Date:

Anonymous wrote:

ຄັນມັນທຸກ ມັນຍາກຫລາຍ ກະກັບຄືນມາບ້ານເຮົາເດີ ສປປ ລາວຍິນດີຕອ້ນຮັບທກຸໆທ່ານ ໃຫ້ມາເບິ່ງ ໝາກແຕງຊ້າງ ໜ່ວຍປາຍ!.

 ພໍ່ອ່າວ ກີນຫມາກແຕງຊ້າງຫນ່ວຍປາຍແນວໃດກໍ໋ ຜຂ ຊີ້ຫຍໍ້າໄຫວວະ ຢ້ານຫມາກແຕງຊ້າງ ສ.ປ.ປ.ລ ມັນຄາຄໍຕາຍ. ພໍ່ອາວຈະເວົ້າໃຫ້ຟັງຄວາມຈິງ ດຽວຜູ້ຂ້າ ບໍ່ມີແຂ້ວຫຍໍ້າແລ້ວ ຫຍໍ້າກໍຫຍໍ້າບໍ່ຂາດດອກ ຫມາກຕອກ ຫມາກແຕງຂອງພໍອາວນັ້ນ ຂອບໃຈສໍາລັບຄວາມຫວັງດີ. ດຽວນັ້ນ ຜຂ ຂໍປ່ຽນຣົດຊາດມາເປັນມັນຝຣັ່ງດີກວ່າ ຖ້າຫຍໍ້າບໍ່ໃດ້ ຖ້າຫຍໍ້າບໍ່ຂາດ ໄຊ້ແຜນເກົ່າ ຕໍາລາໂຂງເບັງ ຄຶກືນ ລິເລຶອກ...ລິເລຶອກ...ລິເລຶອກເອົາ ນໍ໋ພໍ່ອາວ.

__________________
Anonymous

Date:

Anonymous wrote:

มุกดาหารศุลกากร กอรมน สนธิกำลังจับกุมชาวลาวขนยาบ้าเข้าไทยกว่า2000เม็ด

 ຊວ່ຍຈັບໃຫ້ຫຼາຍໆແດ່ ຢູ່ບ້ານຂອ້ຍເປັນເສດຖີ່ໝົດແລ້ວ ອິດສານະ....!ຂະເຈົ້າຮັ່ງມີໂພດ ລະບໍ່ເຫັນຊິມີໃຜຈັບ ບາດພະນັກງານເງີນເດືອນລະກັດກ້ອນເກືອກີນ ຄົນເຮັດຜິດແລ້ວຮັ່ງມີ

ຄົນທີ່ມີອຳນາດຢູ່ທາງຫລັງ ຈັບໄດ້ແລ້ວປອ່ຍ ບໍ່ຕ້ອງຈັບດອກ ຊວນກັນເຮັດເປັນທຸລະກິດປະເທດເຮົາເລີຍສາເດ້

__________________
Anonymous

Date:

Anonymous wrote:

ຄັນວ່າເມືອງລາວຢູ່ດີກິນດີ ເປັນຫຍັງ ຄົນເຫລົ່ານີ້ຈຶ່ງໝີ ອອກມາຫາທຳງານຢູ່ໄທ

จับแรงงานลาวเข้าเมืองผิดกฎหมาย

 ເຄີຍໄດ້ຍິນການຫຼອກລວງຂ້າຂາຍແຮງງານບໍ?

ພວກທີ່ໄປເຮັດວຽກແນວນີ້ສ່ວນຫຼາຍແມ່ນພວກທີ່ຖືກຫຼອກລວງຕົວະຍົວະໄປຂາຍແຮງງານຢູ່ຝັ່ງນັ້ນ

ເວລາເຂົາໄປແລ່້ວເຂົາຫາກຊິຮູ້ເອງວ່າບໍ່ມີບ່ອນໃດດີກວ່າບ້ານເກີດຕົນເອງ

__________________
Anonymous

Date:

 ເຄີຍໄດ້ຍິນການຫຼອກລວງຂ້າຂາຍແຮງງານບໍ?

ພວກທີ່ໄປເຮັດວຽກແນວນີ້ສ່ວນຫຼາຍແມ່ນພວກທີ່ຖືກຫຼອກລວງຕົວະຍົວະໄປຂາຍແຮງງານຢູ່ຝັ່ງນັ້ນ

ເວລາເຂົາໄປແລ່້ວເຂົາຫາກຊິຮູ້ເອງວ່າບໍ່ມີບ່ອນໃດດີກວ່າບ້ານເກີດຕົນເອງ

ຖ້າເຂົາເຈົ້າມີຢູ່ມີກິນ ກໍ່ຄົງບໍ່ມີໃຜມາຫຼອກລວງໄດ້ດອກທ່ານ, ແຕ່ຍ້ອນຄວາມບໍ່ມີ ຈຶ່ງຈໍາຕ້ອງສ່ຽງ. ບໍ່ມີໃຜດອກທີ່ຢາກໄປຫາກິນໄກບ້ານ ໃຜໆກໍ່ຢາກເຮັດນາຕີນບ້ານ ແຕ່ເມື່ອບໍ່ມີທາງເລືອກ ໄກບ້ານກໍ່ຕ້ອງໄປ.

__________________
Anonymous

Date:

ສອງເດືອນກ່ອນ ພີ່ນ້ອງຂ້ອຍພາຜົວແລະລູກມາຢາມແມ່ລາວ, ຜົວລາວເປັນຄົນອາເມຣິກັນແລະມິີອາຊີບເປັນ Septic-tank Technician. ລາວວ່າວຽກໃດເປັນວຽກບໍລິສຸດ ບໍ່ຜິດກົດໝາຍ ບໍ່ເຮັດໃຫ້ຄົນອື່ນເດືອນຮ້ອນ ລາວບໍ່ລັງກຽດ.

__________________
Anonymous

Date:

ທ່ານອາດຈະບໍ່ມີໍູກຫລືປຢັດໄດ້ ສ່ວນປູ້ຂ້າມີລູກສາມຄົນກຳລັງໃຫຍ່ກຳລັງກິນ ສະພາບຕ່າງກັນຫລາຍກັຍSydney ຄ່ານຳ້ຄ່າໄຟບໍ່ໄດ້ເສັຽກະຢາກຮູ້ນໍວໍວ່າມີຢູ່ໃນAustralia or you living at nursing home?

ບໍ່ເຂົ້າໃຈຄໍາຖາມຂອງທ່ານ. ຕາມທີ່ເຂົ້າໃຈ Nursing Home ແມ່ນເຮືອນຄົນໄຂ້ທີ່ບໍ່ສາມາດຊ່ອຍຕົນເອງໄດ້ ຕ້ອງມີພະຍາບານພິເສດເປັນຜູ່ບົວລະບັດເບິ່ງແຍງທຸກສິ່ງທຸກຢ່າງ.

__________________
Anonymous

Date:

please !!  i want to go back to laos, i have no job my job is moving to Mexico , ou, ouk jai lai ,,, yarm hao mee khao jeung wah phee nong , yarm hao tok up khao hen hao pen mah. khid yark kub lao leo.

ເຈົ້າບໍ່ໄດ້ກິນເງິນວ່າງງານຫວາຊັ້ນ? ຖ້າເຈົ້າມີພີ່ນ້ອງຢູ່ລາວແລະຄິດວ່າເຂົາເຈົ້າຈະຊ່ອຍເຈົ້າຊອກວຽກເຮັດງານທໍາໄດ້ຢູ່ລາວ ກໍ່ກັບໂລດລະ. ສໍາລັບຂ້ອຍ ຈະຢູ່ອາເມຣິກາຖ້າເບິ່ງຜົນເລືອກຕັ້ງປະທານາທິບໍດີກ່ອນ, ຖ້າທ່ານໂອບາມາບໍ່ໄດ້ຖືກເລືອກຕັ້ງເປັນຄັ້ງທີສອງກໍ່ຄົງມີໂອກາດໄດ້ເຮັດວຽກໃໝ່ ແຕ່ຖ້າທ່ານໂອບາມາຖືກເລືອກອີກກໍ່ຈະໄປເຮັດວຽກຊາວປະມົງຢູ່ຣັຖ Alaska ນໍາໝູ່. ໂຊກດີຈົ່ງເປັນຂອງເຈົ້າ !

__________________
Anonymous

Date:

Anonymous wrote:

please !!  i want to go back to laos, i have no job my job is moving to Mexico , ou, ouk jai lai ,,, yarm hao mee khao jeung wah phee nong , yarm hao tok up khao hen hao pen mah. khid yark kub lao leo.

ຖ້າມີປະຣິນຍາເອກຕິດໜ້າເອິກແລະມີເງິນໂດລາເຕັມຖົງກໍ່ພໍກັບໄປຢູ່, ແຕ່ຖ້າບໍ່ມີ ຢ່າຄິດໃຫ້ເໝື່ອຍເລີຍ. ຖ້າຂ້ອຍເປັນເຈົ້າ ຂ້ອຍຈະບໍ່ກັບໄປຍາດແຍ່ງວຽກງານແລະຍາດແຍ່ງບ່ອນເຮັດຢູ່ຫາກິນຂອງພົນລະເມືອງລາວດອກ, ໂຮງງານອພດສະຫະກໍາຢູ່ອາເມຣິກາມີຫລາຍລ້ານແຫ່ງ ຖ້າເຈົ້າມີປະສົບການຫລາຍກ່ວາ 1ປີຄົງຫາບໍ່ຍາກ. ຕອນໂຮງງານ Whirlpool ຂ້ອຍກໍ່ເປັນນຶ່ງໃນຈໍານວນ 20000 ຄົນທີ່ຕ້ອງໄດ້ອອກມາກິນເງິນວ່າງງານ. ທໍາອິດຂ້ອຍກໍ່ຄິດຢາກຮ້າຍໃຫ້ເຈົ້າຂອງໂຮງງານ ຄິດວ່າລາວເປັນຄົນໂລບມາກ ແຕ່ພໍໄດ້ຍິນລາວເວົ້າສູ່ຟັງວ່າ ຄົນແມັກຊິກັນທຸກຍາກກ່ວາ ມີໂອກາດນ້ອຍກ່ວາ ຄວນຊ່ອຍເຫລືອເຂົາເຈົ້າໃຫ້ມີຢູ່ມີກິນຄືກັນກັບເຮົາ ຂ້ອຍຈຶ່ງເຂົ້າໃຈໃນຈຸດປະສົງຂອງ North American Free Trade Agreement ທີ່ທ່ານ Bush ໄດ້ເຊັນລົງໄປໃນປີ1994. ຖ້າເຈົ້າຈະກັບໄປຢູ່ລາວແທ້ໆ ໃຫ້ຕິດຕໍ່ກັບອ້າຍແນວລາວ, ອ້າຍຊາຍເມືອງເໜືອ, ອ້າຍລືສີຫລາຍເມັຽເດີ ເຂົາເຈົ້າກັບໄປເຮັດທຸຣະກິດຢູ່ລາວເມື່ອສອງສາມເດືອນກ່ອນນີ້ເອງ, ບາງທີເຂົາອາດຊ່ອຍເຈົ້າໄດ້. ໂຊກດີ

__________________
Anonymous

Date:

 The United States is not a perfect country but it is the land of the opportunity for somebody who have the  dream and want to pursue their dreams and make it come true. The most important is the freedom , freedom of speech , the right to vote   ( democracy )  unlike living in the country which is rule by the dictator and have no right  to vote  and injustice system. Every decision the dictator will make them for the people , regardless of the people like it or not .For the people who are living in the United States to be successful and to make it in life that is up to the individual. Every Lao American kids or Lao refugee kids have their chances to go to school and have the opportunity to be successful . Don't blame any one if they don't make it life because they dropped out from school and joined the gang and end up work for minimum wage for McDonald or wash car and the parking lot and washing the toilet . Lao American kids  have more opportunity  than any other kids in a lot of countries in the world. For the Lao American or Lao refugee  who are going to lose their jobs and are living on welfare , to my understanding they are still better than the Chinese workers who are working 12 hours and day and 6 days a week in China or Russia . If they think that they could have a better living condition in Laos or in China or north Korea and Cuba that is their choices them have the right to go any where their please unlike in north Korea and Cuba. There are millions and millions  rich and poor people  from China , Russia and every part of the world would like to come and live in the United States . Event the rich Chinese tourists and pregnant women plan to give born to their children in the United States so their children will have the right to be the US citizen.The United States is the melting pot . Some dream might come and some might not . For me life is great and the world is wonderful .I work hard all year and take few weeks vacation and travel any where I please.

__________________
Anonymous

Date:

ຂ້ອຍບໍ່ຮູ້ວ່າເຈົ້າສົມທຽບໄດ້ແນວໃດລະຫວ່າງຄົນທີ່ກິນເງິນປະຊາສົງເຄາະຢູ່ໃນປະເທດອາເມຣິກາກັບຄົນງານທີ່ເຮັດວຽກໃນປະເທດຈີນ? ຄົນອາເມຣິກັນເບິ່ງຕໍ່າຄົນກິນເງິນແວວແຟ, ລອງ Google ຫາ Octomom ເບິ່ງເດີ ແລ້ວເຈົ້າຊິຮູ້ວ່າຄົນດຸໝັ່ນເຂົາຄິດແນວໃດ. ປະເທດອາເມຣິກາເປັນປະເທດທີ່ນໍາໜ້າດ້ານເທັກໂນໂລຈີ, ເມື່ອເທັກໂລໂລຈີສູງຂຶ້ນ ການໃຊ້ແຮງງານຄົນກໍ່ຫລຸດນ້ອຍຖອຍລົງ. ຖ້າຢາກຕາມທັນເຂົາ ກໍ່ຕ້ອງຫັນໜ້າເຂົ້າຫາໂຮງຮຽນເພື່ອ upgrade ຕົນເອງ ຈັ່ງຊິຕາມທັນຕະລາດແຮງງານ.

 That is different subject . What I am talking about is the living condition between Lao American refugees workers  and the Chinese workers who earn about $3 dollars per day . Of course ,  President Obama wants the American billionaires investors and American big corporations such as Apple & Levis...etc to move the factories from China ,  India . Mexico and other countries to the US. So the American workers could have the jobs. As you know the US is the free country the American  investors will move their factories to any where that they could make more money and save money  on labors which has  no union pay , no pension , no work comp and no benefit and what so ever and don't have to worry about environment toxic wast ...etc.. This topic is about the life of Lao nork in the United States, complained about the life is stinks and the world is hell that . Don't blame any one but themselves. As I said the United States is not a perfect country but it is the land of the opportunity for any one who has the dream. China is the rich country but they don't spend much money for their citizen like the United States  spending on the social security, welfare ,education , disability ( handicap ), medical ..etc... The United States is broke because they are care for the well being of their citizen . Unlike China only the high ranking government officers and their families  and their business associate are rich and have a good living condition. Estimate about 140 billionaires and 40 million members of their party  and families and about 300 millions Chinese are rich and have a good living condition and about 1 billion Chinese are still poor.

__________________
Anonymous

Date:

ຮູ້ໄດ້ຈັ່ງໄດ ວ່າລາວນອກ ມີຄວາມເຫັນບໍ່ຄ່ອຍດີ ທັງໆທີ່ທຸກຄວາມເຫັນບໍ່ໄດ້ລົງຊື່ວ່າລາວນອກຫຼື ລາວໃນ

ຢ່າຄິດວ່າລາວໃນຈະເຫັນດີນຳທຸກຢ່າງກ່ຽວກັບແນວທາງຂອງພັກ-ລັດ, ລາວໃນຢ່າວ່າແຕ່ ໃຊ້ຄຳເວົ້າບໍ່ສຸພາບເລີຍ

ການກະທຳຕ່າງໆທີ່ກໍ່ໃຫ້ເກີດຄວາມເສຍຫາຍແກ່ລັດຢ່າງມະຫາສານຍັງກະທຳລົງໄດ້ເຊັ່ນ: ສໍ້ລາດບັງຫຼວງ ເພື່ອສ້າງຄວາມຮັ່ງມີໃຫ້ແກ່ວົງຕະກຸນຂອງພວກມີອຳນາດ ແລະ ພວກພ້ອງ ສວຍໃຊ້ອຳນາດໜ້າທີ່ ກະທຳໃນສິ່ງທີ່ຜິດກົດໝາຍກໍ່ມີກັນຢູ່ທຸກວັນ ຂີ້ລັກມັກຈົກ ຄ້າປະເວນີ ແລະ ອື່ນໆ ທີ່ເກີດຂື້ນໃນສັງຄົມລາວໃນ ແລ້ວຈະວ່າລາວນອກບໍ່ດີໄດ້ຈັ່ງໄດ໋

ແລະ ຢາກຖາມກັບວ່າ ລາວເດີນຖືກທາງແລ້ວບໍໍ ປະຊາຊົນມີສິດເສຣີພາບຫຼືຍັງ ຄວາມສະເໝີພາກໃນສັງຄົມ ເທົ້າທຽມກັນແລ້ວບໍ ອຳນາດອຳທິປະໄຕເປັນຂອງປະຊາຊົນຢ່າງແທ້ຈິງແລ້ວບໍ?...ຖ້າສິ່ງເຫຼົ່ານີ້ຍັງຂາດຢູ່ຈົ່ງຢ່າດ່ວນສະຫລຸບວ່າລາວໃນເປັນຄົນດີກັນໝົດ.

ຂໍຂອບໃຈ

GoGo ນັກສືກສາລາວ ທີ່ເມືອງນອກ

__________________
Anonymous

Date:

That 's great to hear your kindness for helping Lao peoples.  u still need some more Lao worker/

__________________
Anonymous

Date:

Anonymous wrote:

That 's great to hear your kindness for helping Lao peoples.  u still need some more Lao worker/

 Not the worker like you. Go ahead , you are free to go any where you want to go.

__________________
Anonymous

Date:

__________________
1 2  >  Last»  | Page of 2  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard