Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຝາກຜູ້ຮູ້ຊ່ວຍອະທິບາຍກ່ຽວກັບການ
ນັກສຶກສາ ມຊ

Date:
ຝາກຜູ້ຮູ້ຊ່ວຍອະທິບາຍກ່ຽວກັບການ


ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IX ແນວລາວສ້າງຊາດ ຮັບຮອງເອົາຄະນະບໍລິຫານຊຸດໃໝ່
Divider

ສັງເກດເຫັນວ່າ:

1 ບໍ່ມີທຸກພັກ

2 ບໍ່ມີຮູບ ທ່ານ ມາກ ແລະ ທ່ານ ເລນິນ

3 ບໍ່ມີຄໍາຂັວນທີ່ວ່າ ".......ໝັ້ນຍືນ"

ຂໍ້ໃຫ້ຜູ້ຮູບຊ່ວຍອະທິບາຍໃຫ້ຟັງແດ່

ໝາຍເຫດ: ກະລຸນາໃຊ້ຄໍາເວົ້າທີ່ສຸພາບແລະອ້າງເຫດຜົນທີ່ເໝາະສົມ



__________________
Anonymous

Date:

ນີ້ຄືຜົນງານຂອງທ່ານ ດຣ. ຄຳເຜີຍ ປານມະໄລທອງ ທີ່ໄດ້ເຕືອນເຮັດໃຫ້

ບັນດາທ່ານຜູ້ນຳທັງຫຼາຍລຸກຂື້ນມາ

ເປີດຫູມືນຕາ ຍອມຮັບເອົາຄວາມຈິງ

ທີ່ເກີດຢູ່ ສປປລາວແລະທັງໂລກໃນປັດຈຸບັນ

ໂດຍບໍ່ມີມະຕິຄຳສັ່ງໃດໆອອກມາແບບເປັນທາງ

ການເພື່ອປະກາດໃຫ້ ປຊຊລາວ ແລະປະເທດ ເພື່ອນບ້ານໄດ້ຮັບຮູ້ນຳ ເພາະຍັງຢ້ານອ້າຍໃຫ່ຍວຽດຖາມວ່າ

ເປັນຫຍັງຈິ່ງຄືບໍ່ມີ....?



__________________
Anonymous

Date:

Anonymous wrote:

ນີ້ຄືຜົນງານຂອງທ່ານ ດຣ. ຄຳເຜີຍ ປານມະໄລທອງ ທີ່ໄດ້ເຕືອນເຮັດໃຫ້

ບັນດາທ່ານຜູ້ນຳທັງຫຼາຍລຸກຂື້ນມາ

ເປີດຫູມືນຕາ ຍອມຮັບເອົາຄວາມຈິງ

ທີ່ເກີດຢູ່ ສປປລາວແລະທັງໂລກໃນປັດຈຸບັນ

ໂດຍບໍ່ມີມະຕິຄຳສັ່ງໃດໆອອກມາແບບເປັນທາງ

ການເພື່ອປະກາດໃຫ້ ປຊຊລາວ ແລະປະເທດ ເພື່ອນບ້ານໄດ້ຮັບຮູ້ນຳ ເພາະຍັງຢ້ານອ້າຍໃຫ່ຍວຽດຖາມວ່າ

ເປັນຫຍັງຈິ່ງຄືບໍ່ມີ....?


 ຕາມທັດສະນະຂ້ອຍຄິດວ່າ ທ່ານ ດຣ. ຄໍາເຜີຍ ອອກມາເວົ້າເອົາໜ້າຊື່ໆ ເພາະວ່າທາງພັກເພິ່ນເຫັນວ່າລັດທິມາກ ຄົງຈະບໍ່ເໝາະສົມກັບສະພາບການເມືອງປະຈຸບັນ ສັງເກດງ່າຍໆຄືເປີດປະຕູສູ່ໂລກພາຍນອກຍອມຮັບນັກລົງທືນຈາກທົ່ວໂລກ (ເວົ້າງ່າຍຄືຕ້ອງການເຮັດການຄ້າ) ຖ້າສຶກສາເລື້ອງການເມືອງຈະເຫັນໄດ້ວ່າມັນແມ່ນລັດທິເໝົາ (ຂອງຈີນ) ຄືເປີດປະຕູສູ່ໂລກພາຍນອກແຕ່ຄົງໄວ້ການປົກຄອງແບບພັກດຽວ. ຈຸດໜຶ່ງທີ່ໜ້າສັງເກດທາງປະຫວັດສາດຄື: ເມື່ອຈີນປ່ຽນການປົກຄອງເປັນຄອມມູນິດ ເປັນຫຍັງຈິ່ງບໍ່ຖືກກັບລັດເຊຍໃນຍຸກນັ້ນ ສັງເກດໄດ້ຈາກເມື່ອທ່ານເໝົາໄປຢ້ຽມຢາມລັດເຊຍແຕ່ ທ່ານ ສະຕຣາລິນບໍ່ຈັບມືທັກທາຍ ເຮັດໃຫ້ທ່ານເໝົາຄຽດແຮງ ດັ່ງນັ້ນຈີນຈິ່ງໄປເຊັນສັນຍາຄ້າຂາຍກັບອາເມລິກາເຊິ່ງຕ່າງຂົ້ວທາງການເມືອງ. ສະຫຼຸບໄດ້ຄື: ລາວອາດຈະເດີນຕາມລັດທິເໝົາ ເນື້ອງຈາກວ່າປະຈຸບັນຈີນມີອິດທິພົນຫຼາຍຕໍ່ທາງເສດຖະກິດຂອງລາວ



__________________
Anonymous

Date:

ບໍ່ມີທຸງກາຄ້ອນເກາະກ່ຽວແລະຮູບທ່ານມາກ-ເລນິນ ເບິ່ງແລ້ວງາມຕາຫລາຍ !



__________________
Anonymous

Date:

ບໍ່ມີກໍດີແລ້ວທຸງກ່ຽວກັບໄມ້ຄ້ອນຕີ,ແຕ່ອະດີດສະຫະພາບໂຊວຽດເປັນບໍ່ເກີດຂອງລະບອບຄອມມິວນິສຜະເດັດການ

ເຂົາຍັງເອົາທຸງດັ່ງກ່າວໄປຈູດໄຟຖິ້ມຫມົດແລ້ວ.



__________________
Anonymous

Date:

ຕາມຈື່ໄດ້ ອາຈານສອນການເມືອງຊັ້ນມໍ໑ (ສົກປີຮຽນ ໑໙໗໕-໗໖) ເພິ່ນອະທິບາຍສູ່ຟັງວ່າ

ທຸງກາໄມ້ຄ້ອນກັບກ່ຽວແມ່ນທຸງຂອງຊົນຊັ້ນກັມຊີບ(ກໍາມະຊີບ), ເມື່ອບ້ານເຮົາມີແຕ່ກັມກອນ

(ກໍາມະກອນ) ບໍ່ມີຊົນຊັ້ນກັມມະຊີບ ກໍ່ບໍ່ຄວນຖືຊັກທຸງນີ້ຂຶ້ນ. ຊົມເຊີຍ !



__________________
Anonymous

Date:

ດີແລ້ວຖ້າປະເທດລາວມີການປຽ່ນແປງຈາກລະບອບການປົກຄອງຄອມມິວນິສຜະເດັດການມາເປັນລະບອບປະຊາທິປະໃຕ,

ຂ້ອຍຈະສົ່ງລູກຫລານເມືອສ້າງສາພັທນາປະເທດຊາດຊ່ວຍຣັຖບາລໃຫ້ຈະເຣີນຮຸ່ງເຮືອງເຫມືອນປະເທດອື່ນເຂົາ,ເພື່ອບໍ່ໃຫ້ຊາວ

ໂລກດູຖູກວ່າປະເທດລາວເປັນປະເທດທຸກຍາກ.



__________________
Anonymous

Date:

ພໍ່ຕູ້, ວັດຖຸເກີດກ່ອນຈິດໃຈ. ຖ້າພໍ່ຕູ້ຢາກໃຫ້ປະເທດລາວກາຍເປັນປະເທດທີ່ມີປະຊາທິປະໄຕ

ຢ່າງແທ້ຈິງ ພໍ່ຕູ້ຄວນຈູຊຸກຍູ້ໃຫ້ລູກໃຫ້ຫລານຂອງພໍ່ຕູ້ກັບມາສຸມສະຕິປັນຍາ ຄວາມຮູ້ແລະ

ຄວາມສາມາດເຂົ້າໃນການພັດທະນາ, ຖ້າປະເທດລາວໄດ້ພັດທະນາຂຶ້ນໄປທຽບທັນກັບປະ

ເທດເພື່ອນບ້ານແລ້ວ ວັນນັ້ນປະຊາທປະໄຕກໍ່ຈະມາເຖິງເອງ. ຂໍໂທດເດີ ຖ້າເຂົ້າໃຈຜິດ.



__________________
Anonymous

Date:

ອັນນີ້ລະຄວາມສະຫລາດສ່ອງໄສຂອງສໝອງຄົນລາວ ທີ່ແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ຈັດຕັ້ງ

ປະຕິບັດຢູ່ໃນດຽວນີ້, ເພິ່ນຮູ້ໝູນໃຊ້ພະລັງຂອງມວນຊົນເຮັດໃຫ້ມວນຊົນມີຄວາມເພີ່ງພໍໃຈໃນການນຳ

ເຊື່ອໝັ້ນແລະຕາຍໃຈນຳການນຳພາຂອງເພີ່ນ, ສິ່ງໃດມະຫາຊົນບໍ່ມັກແລ້ວກໍປັບປຸງຍຸດທະສາດການ

ນຳພາ ດືງມະຫາຊົນມາເປັນກຳລັງແຮງແຫ່ງການສ້າງສາພັດທະນາ ພັກຖືປະຊາຊົນເປັນຈຸດຊີ້ຂາດການ

ບໍລິຫານ, ຖ້າປະຊາຊົນບໍ່ເຫັນດີນຳເດັດຂາດພັກບໍ່ຝຶນປະຊາຊົນເພາະການນຳພາແມ່ນເພື່ອໃຫ້ປະຊາຊົນ

ຢູ່ດີກິນດີພ້ອມກັນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.



__________________
Anonymous

Date:

You did not see the full banner in the picture. Everything is still there.

Don't jump over the board.  Things will not change overnight.



__________________
Anonymous

Date:

Anonymous wrote:

ພໍ່ຕູ້, ວັດຖຸເກີດກ່ອນຈິດໃຈ. ຖ້າພໍ່ຕູ້ຢາກໃຫ້ປະເທດລາວກາຍເປັນປະເທດທີ່ມີປະຊາທິປະໄຕ

ຢ່າງແທ້ຈິງ ພໍ່ຕູ້ຄວນຈູຊຸກຍູ້ໃຫ້ລູກໃຫ້ຫລານຂອງພໍ່ຕູ້ກັບມາສຸມສະຕິປັນຍາ ຄວາມຮູ້ແລະ

ຄວາມສາມາດເຂົ້າໃນການພັດທະນາ, ຖ້າປະເທດລາວໄດ້ພັດທະນາຂຶ້ນໄປທຽບທັນກັບປະ

ເທດເພື່ອນບ້ານແລ້ວ ວັນນັ້ນປະຊາທປະໄຕກໍ່ຈະມາເຖິງເອງ. ຂໍໂທດເດີ ຖ້າເຂົ້າໃຈຜິດ.

 

ເຈົ້າອາດຈະອ່ານປຶ້ມຜິດຕີ,ຕາມທີ່ຂ້ອຍໄດ້ອ່ານແລະໄດ້ເຄີຍຮຽນມານັ້ນແມ່ນຈິດໃຈເກີດກ່ອນວັຖຖຸ, ເຊັ່ນ intelligent(ຄວາມສະຫລາດ)ກັບintelletuel(ປັນຍາຊົຣ), ຄວາມສະຫລາດຂອງມະນຸສແມ່ນມີມາແຕ່ເກີດ.

ດວ້ຍຄວາມສະຫລາດຈຶ່ງຮຽນເກ່ງແລະສາມາດເປັນປັນຍາຊົຣໄດ້.


 



__________________
Anonymous

Date:

Anonymous wrote:
Anonymous wrote:

ພໍ່ຕູ້, ວັດຖຸເກີດກ່ອນຈິດໃຈ. ຖ້າພໍ່ຕູ້ຢາກໃຫ້ປະເທດລາວກາຍເປັນປະເທດທີ່ມີປະຊາທິປະໄຕ

ຢ່າງແທ້ຈິງ ພໍ່ຕູ້ຄວນຈູຊຸກຍູ້ໃຫ້ລູກໃຫ້ຫລານຂອງພໍ່ຕູ້ກັບມາສຸມສະຕິປັນຍາ ຄວາມຮູ້ແລະ

ຄວາມສາມາດເຂົ້າໃນການພັດທະນາ, ຖ້າປະເທດລາວໄດ້ພັດທະນາຂຶ້ນໄປທຽບທັນກັບປະ

ເທດເພື່ອນບ້ານແລ້ວ ວັນນັ້ນປະຊາທປະໄຕກໍ່ຈະມາເຖິງເອງ. ຂໍໂທດເດີ ຖ້າເຂົ້າໃຈຜິດ.

 

ເຈົ້າອາດຈະອ່ານປຶ້ມຜິດຕີ,ຕາມທີ່ຂ້ອຍໄດ້ອ່ານແລະໄດ້ເຄີຍຮຽນມານັ້ນແມ່ນຈິດໃຈເກີດກ່ອນວັຖຖຸ, ເຊັ່ນ intelligent(ຄວາມສະຫລາດ)ກັບintelletuel(ປັນຍາຊົຣ), ຄວາມສະຫລາດຂອງມະນຸສແມ່ນມີມາແຕ່ເກີດ.

ດວ້ຍຄວາມສະຫລາດຈຶ່ງຮຽນເກ່ງແລະສາມາດເປັນປັນຍາຊົຣໄດ້.


 ຖ້າອີງໃສ່ລັດທິມາກເລນິນແລ້ວແມ່ນວັດຖຸເກີດກ່ອນຈິດໃຈເພາະໂລກນີ້ເກີດກ່ອນທີ່ຈະມີມະນຸດຢູ່ແລ້ວ ລັດທິມາກພະຍາຍາມສອນໃຫ້ຄົນບໍ່ຢຶດຕິດກັບວັດຖຸບໍ່ຕ່າງຫຍັງກັບແນວຄວາມຄິດເສດຖະກິດພໍພຽງຂອງໄທ ເນື້ອຈາກວ່າຖ້າຄົນເຮົາບໍ່ຢິດຕິດກັບວັດຖຸພໍໃຈໃນສິ່ງທີ່ຕົນມີຢູ່ມັນກໍ່ຈະບໍ່ມີການຕໍ່ສູ່ກັບຊົນຊັ້ນຜູ້ປົກຄອງ ຕ່າງຈາກລັດທິທືນນິຍົມ ຫຼື ລະບອບປະຊາທິປະໄຕໃນທົ່ວໂລກສ່ວນຫຼາຍເຂົາປົກຄອງກັນ ເຂົາຈະສອນວ່າຈິດໃຈນີ້ເກີດກ່ອນວັດຖຸ ຄືເຂົາພະຍາຍາມສອນຄົນໃຫ້ຄິດສິ່ງໃໝ່ຂື້ນມາ ຕົວຢ່າງ: ປະຈຸບັນມີ iPhone4 ການຂາຍມີທ່າທີວ່າຈະຫຼຸດລົງເນື້ອງຈາກມີຄູ່ແຂງບໍລິສັດອື່ນ iPhone ຕ້ອງເກີດແນວຄວາມຄິດກ່ອນວ່າ ຖ້າບໍ່ພັດທະນາ iPhone ຈະລົ້ມລະໃນທີ່ສຸດ ດັ່ງນັ້ນ iPhone ຈິ່ງພັດທະນາ ຕົວເຄື່ອງໃໝ ເຊັ່ນ: ທາງດ້ານການອອກແບບ, ວັດຖຸທີ່ນໍາມາໃຊ້ວ່າຈະໃຊ້ຫຍັງ application ຕ່າງມີຫຍັງແດ່ ເພິ່ນດິງດູດລູກຄ້າ ດັ່ງນັ້ນຈິ່ງເກີດມີ iPhone5 ຂື້ນມາທີ່ຈະວາງຂາຍໃນມໍ້ໆນີ້. ສຸດທ້າຍ ໄປຕັດສ້ນໃຈເອງວ່າຈະເດີນຕາມລັດທິໃດ ຖ້າບໍ່ຢາກພັດທະນາກໍ່ສອນກັນວ່າ ວັດຖຸເກີດກ່ອນ ຖ້າຢາກພັດທະນາກໍ່ສອນກັນວ່າ ຈິດໃຈເກີດກ່ອນ ເພາະມັນຈະເຮັດໃຫ້ຄົນເຮົາມີຄວາມກະຕືລືລົ້ນຢາກສ້າງສິ່ງໃໝ່ໆຂື້ນມາເພື່ອຮັບໃຊ້ຕົເອງ 

 



__________________
Anonymous

Date:

ຄວາມລັບກະແມ່ນຄຳວ່າ ວັດຖູຫັ້ນແລ້ວ , ຕ້ອງຕີຄວາມຫມາຍ ຫລື ໃຫ້ຄຳຈຳກັດຄວາມ ຂອງ ຄຳວ່າວັດຖຸ ຫັ້ນກ່ອນ.

ຖ້າເຮົາໄຈ້ແຍກວ່າ: ແຫລ່ງກຳເນີດຂອງວັດຖຸມີຄືແນວໃດເຊັ່ນ: ວັດຖຸຕາມທຳມະຊາດ ຫລື ວັດຖຸທີ່ເກີດຈາກ ການປະດິດຄິດແຕ່ງຂອງມະນຸດ. ແຕ່ລັດທິມາກ ກໍ່ໄດ້ບອກວ່າ ມະນຸດກໍ່ແມ່ນວັດຖຸ, ວັດຖຸທີ່ເກີດຈາກມະນຸດກໍ່ເປັນວັດຖຸ ສ່ວນ ຈິດໃຈກໍ່ເປັນຫມາກຜົນຂອງວັດຖຸ.

ຖຽງກັນຈົນຕາຍກະບໍ່ໄດ້ຄຳຕອບທີ່ ຖືກຕ້ອງ. ຄຳຕອບທີ່ຖືກຕອ້ງແມ່ນຂຶ້ນກັບຄວາມເຊື່ອຂອງແຕ່ລະຄົນ. ດັ່ງເຊັ່ນ: ພະເຈົ້າເປັນຜູ້ສ້າງໂລກ, ຄົນເຊື່ອແບບນີ້ມາຫລາຍ ຮອ້ຍ, ຫລາຍພັນປີ, ຢູ່ໆ ມີກຸ່ມຄົນພະຍາຍາມພິສູດວ່າບໍ່ແມ່ນ ແລ້ວ ບັດນີ້ ຄົນກໍ່ເລີ່ມມີສອງຄວາມ ຄິດ, ຄວາມເຊື່ອເລີ່ມປ່ຽນໄປເທື່ອລະຫນ້ອຍ.

ສີ່ງນີ້ໄດ້ສອນໃຫ້ເຮົາຮູ້ວ່າ: ບໍ່ວ່າທ່ານຈະເຊື່ອຫລື ສັດທາຫຍັງ ກໍ່ຢ່າເຊື່ອ ຈົນຕົວຕາຍ ເພາະ ຫລັງຈາກນັ້ນ ຈະມີຄວາມຈິງປະກົດຂຶ້ນອີກ.

ສັງຄົມນິຍົມ ຫມັ້ນຍີນ

ວັດຖຸນິຍົມຫມັ້ນຍີນ.

ມີສອງລະບອບນີ້ແລ້ວໂລກຈື່ງຈະເລີນປານນີ້, ຖ້າມີລະບອບດຽວ ຄົງບໍ່ຈະເລີນດອກ.ສັງຄົມນິຍົມກັບ ທຶນນິຍົມ ກໍ່ຄື ລັດຖະບານ ກັບ ຝ່າຍຄ້ານ ເນີ ພີ່ນ້ອງ ກ

ຄືກັບປະເທດຂອ້ຍນີ້ແລ້ວມີພັກ ພວກດຽວ ຈະເລີນຊ້າແດ່ຫນ້ອຍນຶ່ງ ເຫິ ເຫິໆໆໆ



__________________
Anonymous

Date:

ພັດທະນາຊ້າບໍ່ແມ່ນເປັນຍ້ອນມີພັກດຽວດອກ ຈີນ ວຽດນາມກໍ່ມີພັກດຽວຄືກັນ ເຂົາຄືພັດທະນາໄວກ່ວາເຮົາ?



__________________
Anonymous

Date:

ນັກສຶກສາ ມຊ wrote:
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IX ແນວລາວສ້າງຊາດ ຮັບຮອງເອົາຄະນະບໍລິຫານຊຸດໃໝ່
Divider

ສັງເກດເຫັນວ່າ:

1 ບໍ່ມີທຸກພັກ

2 ບໍ່ມີຮູບ ທ່ານ ມາກ ແລະ ທ່ານ ເລນິນ

3 ບໍ່ມີຄໍາຂັວນທີ່ວ່າ ".......ໝັ້ນຍືນ"

ຂໍ້ໃຫ້ຜູ້ຮູບຊ່ວຍອະທິບາຍໃຫ້ຟັງແດ່

ໝາຍເຫດ: ກະລຸນາໃຊ້ຄໍາເວົ້າທີ່ສຸພາບແລະອ້າງເຫດຜົນທີ່ເໝາະສົມ

ເພາະລາວສະໃໝນີ້ເປັນນັກວິຊາການສະຫຼາດ ແລະບໍ່ມີສີ່ງໃດ ທັງຄົນ ບໍ່ມີອາຍຸໝັ້ນຍືນໃດ້ 100 ປີ ເພາະ ທຸກຄົນກໍ່ລ້ວນແຕ່ມີບັນຫາສ່ວນຕົວບໍ່ມີໃຜຮູ້ ນອກຈາກຕົວເອງຈະຮູ້ເອງຈື່ງຄອຍວັນຄອຍຄືນລົ້ມປວ່ຽກັບໄປເປັນຂີ້ຝຸ່ນກີນຕາມເດີມ ຈື່ງບໍ່ສາມາດອອກປາກໃດ້ວາ"ໝັັ້ນຍືນໆໆໆ"ອີກແລ້ວ ລູກເຮີຽ"ນີ້ເປັນກົດແຫ່ງການກະທຳຂອງຄວາມບໍ່ສົມບຸນມະນຸດທຸກຄົນຈະຕ້ອງໃດ້ຮັບເອົາ.

ຈື່ງແຕ່ໃດ້ເອົາດອກໃມ້ປອບໃຈໃຫ້ເຂັ້ມແຂງໃວ້ພໍເຖີງເວລາໃຜລາວ,ດັງ ທ່ານ ໃກສອນ ພົມວິຫານ ແລະທ່ານສຸພານຸວົງ ໄປກອ່ນເຮົາແລ້ວນໍ ແມ່ນບໍລະ?

ຂໍອະໃພເວົ້າຄວາມຈີງໂພດ


 



__________________
Anonymous

Date:

ນ.ຍ.ລາວ ຢືນຢັນທີ່ຈະລົບລ້າງ ຄວາມທຸກຈົນ ຂອງປະຊາຊົນ ໃຫ້ໄດ້ພາຍໃນປີ 2015
ນ.ຍ.ລາວ ຢືນຢັນທີ່ຈະສຸມທຸກກຳລັງ ຄວາມສາມາດ ເຂົ້າໃນການພັດທະນາ ເພື່ອລົບລ້າງຄວາມທຸກຈົນ ຂອງປະຊາຊົນລາວ ໃຫ້ໄດ້ພາຍໃນປີ 2015.

ທ່ານສຸບັນ ສະລິດທິລາດລັດຖະມົນຕີປະຈໍາສໍານັກ ງານນາຍົກລັດຖະມົນຕີໄດ້ ຖະແຫລງຍອມຮັບໃນຖານະ ປະທານ ຄະນະກໍາມະການ ຄວບຄຸມ ແລະກວດກາຢາ ເສບຕິດແຫ່ງຊາດລາວວ່າ ປະເທດລາວກໍາລັງປະເຊີນ ກັບບັນຫາການຊົມໃຊ້ຢາ ເສບຕິດເພີ້ມຫຼາຍຂຶ້ນນັບມື້ ໂດຍສະເພາະແມ່ນການຊົມ ໃຊ້ຢາບ້າຂອງບັນດາເຍົາວະຊົນລາວນັ້ນ

ກໍຍ້ອນວ່າ ໂຄງການພັດທະນາເພື່ອແກ້ໄຂປັນຫາຄວາມຢາກຈົນ ເຂົ້າໄປບໍ່ເຖີງ ໝູ່ບ້ານສ່ວນໃຫ່ຍທີ່ເຂົ້າຮ່ວມໃນແຜນການ ລົບລ້າງການປູກຝິ່ນຢ່າງສີ້ນເຊີງ ຈໍານວນ1,100 ກວ່າໝູ່ບ້ານ ນັບແຕ່ປີ 2006 ເປັນຕົ້ນມາ.

..........................................................................................


ພວກຄວາຍ ມືງເວົ້າມາແລ້ວ 36 ປິ ມິຫຍັງແກ້ໄຂໄດ້ ນອກຈາກ ແກ້ ສະລີບເມັຍພວກມືງຫັ້ນ
ພວກຄວາຍ ມືງເວົ້າມາແລ້ວ 36 ປິ ມິຫຍັງແກ້ໄຂໄດ້ ນອກຈາກ ແກ້ ສະລີບເມັຍພວກມືງຫັ້ນ
ພວກຄວາຍ ມືງເວົ້າມາແລ້ວ 36 ປິ ມິຫຍັງແກ້ໄຂໄດ້ ນອກຈາກ ແກ້ ສະລີບເມັຍພວກມືງຫັ້ນ

ເພື່ອຍ່າງອອກຈາກຄວາມທຸກຍາກໄດ້

ທຸກໆ ຄອບຄັວ (100ເປິເຊັນ)
ຕ້ອງມິວິດຊິມໃຊ້
ມິນ້ຳປະປາ
ໄຟຟ້າ
ຕູ້ເຢັນ
ເຄຶ່ອງຄັວກິນໄຟຟ້າ
ເຕົາຮິດໄຟຟ້າ
ໂທຣະທັດ
ໂທຣະສັບ
ເຄື່ອງຊັກເຄຶ່ອງໄຟຟ້າ
ທຸກໆ ຄັວເຮຶອນ ທິ່ ປອດ ເຮຶອນໄມ້ໄຜ່


ສິ່ງກ່າວມາຂ້າງເທຶງນິ້ ປທ ເສດຖິເຈົ້າໂລກ 12 ປທ ທິ່ ອົພຍົບລາວມາອາສັຍໃນ Pee 75 ຫາຍຫ່ວງ ແລ້ວ
ບໍ່ມິບັນຫາແລ້ວ

ແຕ່ບ້ານເຮົາ ຄົນ 6 ລ້ານຄົນ ຍັງມິຈັກເປິເຊັນ ຕົກຮັບກັບສິ່ງນີ້ໄດ້ລະ

ບັກຈູມ ບຸນຍັງ(ບັກຫມາໂຕນິລະມັນປະກາດ ກ່ອນພັກຊິເຕະມັນລົງຈາກ ນຍ ໃນປິ2020 ລາວຊິຫາຍທຸກ) ໄປກອດຄໍບັກຄຳຕາຍ ໄຊສົມພອນ ສັນຍາລັກ ສັນຕິພາຍ ໄປ ຄົ້ນເອົາສົບ ບັກໄກສອນຂື້ນມາຝັກ ແລະ ບອກ ມັນວ່າ ອິກ ຊາວຊາດ ຄມນ ມຶງກະແກ້ໄຂຄວາມທຸກຍາກໃນ ປທ ນິ້ ບໍ່ໄດ້ເດັດຂາດ

ສິ່ງນື່ງອິກ ທິ່ ລຶມບອກ ທຸກ ໆ 1000ຄົນ ໃນ ປທເສດຖຶ ມິລົດ່ແລ້ວ 500ຄົນຮອດ700
ແປວ່າ ທຸກໆ ສອງຄົນມິລົດຂີ່ຄັນນື່ງ
36 ປິ ລາວນອກ ມາຊົ້ນໃນຄວາມຮັ່ງມິ ມິລົດຂິ່ຈັກ ລູ້ນແລ້ວ

ຈູມລຸກຂື້ນມາຕອບດ້ວຍ ມຶງຢ່າເສຶອກdomແຕ່ຫອຍເມັຍມຶງຫລາຍ


ບ້ານເຮົາ ຄົນ90ເປິເຊັນ ຍັງຂີ່ກຽນຢູ່ ແບບປິ 1975 ເມື່ອໂຈນເຂົ້າມາ ວຽງຈັນ
ມັນແມ່ນຄວາມສະຫາຍບັວສອນ ບອກ ທິ່ ສິ່ງກະໂປແລ້ວ ໃນປິ 2008
ວ່າ ສປປລ ລ້າຫລັງກ່ວາ ອມຣກ 300 ປິ

ປາກບໍ່ດິ ແກວລາກຄໍອອກຈາກ ນຍ ຊ້ຳ

__________________
Anonymous

Date:

ລາຍງານປະຈຳປີ ວ່າດ້ວຍການຄ້າມະນຸດ ຢູ່ລາວ, ຕອນທີ 1 (ເບິ່ງວີດີໂອ)
ໃນ​ທ້າຍ​ເດືອນ​ແລ້ວນີ້ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ອອກ​ລາຍ​ງານປະ​ຈໍາປີທີ 11 ຂອງ​ຕົນກ່ຽວ​ກັບ​ການ​ຄ້າ​ມະນຸດ​ຢູ່​ໃນ 184 ປະ​ເທດ​​ແລະ​ດິນ​ແດນ​ຕ່າງໆ​​ໃນ​ທົ່ວ​ໂລກ ​ໂຮມ​ທັງ ສປປ ລາວ ນໍາ ຊຶ່ງ​ປີ​ນີ້​ ກໍ​ຍັງ​ຖືກ​ຈັດ​ໃຫ້​ຢູ່​ໃນ​ກຸ່ມ​ທີ 2 ຢູ່ຄື​ເກົ່າ ​ແຕ່​ໄດ້​ຖືກ​ລືບ​ຊື່​ອອກ​ຈາກ​ບັນຊີ​ພວກ​ປະ​ເທດ​ທີ່​ຕ້ອງ​ຕິດຕາມ​ສີ້ງຊອມ​ເບິ່ງ ຊື່​ງ​ເປັນ​ການ​ສໍ່​ສະ​ແດງ​ວ່າລັດຖະບານ​ລາວ​ໄດ້​ທໍຄວາມ​ກ້າວໜ້າ​ແດ່​ເລັກ​ນ້ອຍໃນ​ການ​ປາບ​ປາມ​ການ​ລັກລອບ​ຄ້າ​ມະນຸດ​ນັ້ນ. ວີ​ໂອ​ເອມີ​ລາຍ​ງານຂອງກະຊວງ​ການ​ຕ່າງປະ​ເທດສະຫະລັດ​​ໃນ​ສ່ວນ​ທີ່​ກ່ຽວ​ກັບ ສປປ ລາວ ມາ ສະ​ເໜີ​ທ່ານ​ຊຶ່ງໃນ​ຕອນ​ທີ​ນຶ່ງນີ້ແມ່ນຈະ​ເວົ້າ​ເຖິງ​ສະພາບ​ການ​ໂດຍ​ລວມ ​ກ່ຽວ​ກັບ​ການ​ຄ້າມະ ນຸດຢູ່ລາວແລະ​ການ​ດໍາ​ເນີນ​ຄະດີໃນ​ດ້ານ​ນີ້​.

ລາຍງານໂດຍ ໄພສານ ວໍຣະຈັກ | ວໍຊິງຕັນ
www.voa.org
www.rfa.org
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວໃນພິທີນໍາສະເໜີລາຍງານກ່ຽວກັບ ການລັກລອບ ຄ້າມະນຸດປະຈໍາປີ ທີ່ກະຊວງການຕ່າງປະເທດ (27 ມີຖຸນາ 2011)
ລາຍ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ເວົ້າວ່າ ລາວ​ແມ່ນ​ເປັນ​ແຫຼ່ງທີ່​ມາ​ແລະກໍ­­​
ເປັນທັງ​ທາງ​ຜ່ານ ​ແລະ​ປາຍທາງ ໃນ​ຂອບ​ເຂດ​ທີ່​ຫຼຸດລົງ​ມາ ຂອງ​ພວກ​ແມ່ຍິງ​ແລະ​ຍິງ​ສາວ​
ທີ່​ຕົກ​ເປັນ​ເຫຍື່ອຂອງ​ການ​ຄ້າ​ປະ​ເວ​ນີ ​ຕະຫຼອດທັງ​ພວກ​ຜູ້ຊາຍ ​ແມ່ຍິງ ​ແລະ​ເດັກນ້ອຍທີ່​
ຕົກ​ຢູ່​ໃນ​ສະພາບ​ຖືກ​ບີບ​ບັງຄັບ​ໃຊ້​ແຮງງານຢູ່​ຕາມ​ໂຮງ​ຈັກ​ໂຮງງານ ​ເປັນ​​ແຮງ​ງານຮັບໃຊ້​
ຢູ່ຕາມ​ບ້ານ​ເຮືອນ ຢູ່​​ຕາມ​ພາກສ່ວນ​ກະສິກຳ​ແລະ​ອຸດສາຫະກຳ​ການ​ປະ​ມົງ. ພວກ​ຜູ້​ຊາຍ​
ແມ່ຍິງ​ແລະ​ເດັກນ້ອຍ​ລາວ​ໄດ້​ຖືກພົບ​ເຫັນ​​ຢູ່​ໃນ​ສະພາບ​ຖືກ​ບັງຄັບ​ໃຊ້​ແຮງ​ງານ​ຢູ່​ທີ່​ປະ​ເທດ
ໄທ ມາ​ເລ​ເຊຍ​ແລະ​ຈີນ. ມີ​ຄົນ​ລາວ​ຈຳນວນ​ຫຼວງຫຼາຍ​ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ພວກ​ແມ່ຍິງ​
ໄດ້ຈ່າຍ​ຄ່າ​ນາຍ​ໜ້າ ​ເພື່ອ​ໃຫ້​ໄດ້​ວຽກ​ການ​ເຮັດ​ທີ່​ປະ​ເທດ​ໄທ ຊຶ່ງ​ຕາມ​ປົກກະຕິ​ແລ້ວ ​ແມ່ນ​
ໄດ້​ຈ່າຍ​ເງິນ​ໃນ​ລະຫວ່າງ 70 ຫາ 150 ​ໂດ​ລາ ​ແຕ່ຕໍ່​ມາ​ພາຍຫຼັງ​ໄດ້​ຕົກ​ຢູ່​ໃນສະພາບ​ເປັນ​
ຂ້າ​ທາດ​ທາງ​ເພດ ​ແລະ​ຖືກ​ບັງຄັບ​​ໃຊ້​ແຮງ​ງານຢູ່​ໃນ​ອຸດສາ​ຫະກຳ​ຄ້າ​ປະ​ເວ​ນີຂອງ​ໄທ ຫຼືບໍ່​
ກໍ​ເປັນ​ຄົນ​ຮັບ​​ໃຊ້​ຢູ່​ຕາມ​ບ້ານ​ເຮືອນ ຕາມ​ໂຮງງານ​ຕັດຫຍິບ ຫຼືອຸດສາ​ຫະກຳການ​ກະ​ເສດ.
ພວກ​ຜູ້ຊາຍ​ລາວກໍ​ໄດ້​ຕົກ​ຢູ່​ໃນ​ສະພາບ​ຖືກ​ບີບ​ບັງຄັບ​ໃຊ້​ແຮງ​ງານ​ຢູ່​ໃນ​ອຸດສາຫະກຳການ​
ປະມົງ​ແລະ​ກໍ່ສ້າງ​ຂອງ​ໄທ. ມີ​ຊາວ​ລາວ​ຈຳນວນ​ນຶ່ງ​ທີ່​ຖືກ​ລະ​ບຸ​ຢ່າງ​ເປັນ​ທາງການ​ວ່າ​ໄດ້​ຕົກ
ເປັນ​ເຫຍື່ອ​ຂອງ​ການ​ຄ້າມະນຸດຢູ່​ໄທ​ແລ້ວນັ້ນ ໄດ້​ເລືອກ​ເອົາ​ ການ​ສ່ຽງ​​ໃນ​ການ​ເດີນທາງ​
ກັບ​ຄືນ​ໄປ​ໄທ​ເພື່ອຊອກວຽກ​ເຮັດ​ອີກ ​ຫຼັງຈາກ​ໄດ້​ຖືກ​ສົ່ງ​ກັບ​ຄືນ​ໄປ​ລາວ​ແລ້ວ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ເວົ້າວ່າມີ​​ລາຍ​ງານ​ວ່າ​ແມ່ຍິງ​ແລະ​ຍິງສາວລາວຈຸ​ນ້ອຍໆ
ຈຸນຶ່ງ​ໄດ້ຕົກ​ຢູ່​ໃນ​ສະພາບ​ຖືກ​ຄ້າ​ມະນຸດ​ຢູ່​ໃນ​ປະ​ເທດ​ຈີນ ຊຶ່ງ​ບາງ​ຄົນ​​ໃນ​ນັ້ນ​ ໄດ້​ຖືກ​ບັງຄັບ
ໃຫ້​ແຕ່ງງານກັບ​ຜູ້​ຊາຍ​ຊາວ​ຈີນ. ພວກ​ຊົນ​ຊາດ​ຊົນ​ເຜົ່າ​ແມ່ນ​ມີ​ຄວາມ​ຫຼໍ່​ແຫຼມ​ເປັນ​ພິ​ເສດ​ ຕໍ່
ການ​ຕົກ​ເປັນ​ເຫ​ຍື່ອຂອງ​ການ​ຄ້າ​ມະນຸດ​ຢູ່​​ໃນ​ໄທຍ້ອນ​ບໍ່ຮູ້ຈັກ​ພາສາ​ໄທ​​ແລະ​ການ​ບໍ່​ລຶ້ງ​ເຄີຍ​
ຫຼືຮອບ​ຮູ້ກ່ຽວກັບ​ສັງຄົມ​ໄທ.

ລາຍ​ງານ​ເວົ້າວ່າ ລາວ​ໄດ້​ກາຍ​ເປັນ​ທາງ​ຜ່ານ​ຫຼາຍຂຶ້ນນັບ​ມື້ ສຳລັບ​ພວກ​​ແມ່ຍິງ​ຫວຽດນາມ
ຈີນ ​ແລະ​ມຽນມາ ທີ່​ຖືກ​ບັງຄັບ​ໃຫ້​ຄ້າ​ປະ​ເວ​ນີ​ແລະ​ຖືກ​ບັງຄັບ​ໃຊ້​ແຮງງານ​ຢູ່​ປະ​ເທດ​ໄທ. ມີ​
ແມ່ຍິງ​ຫວຽດນາມ​ຈຳນວນ​ນຶ່ງ​ໄດ້​ຖືກ​ບັງຄັບ​ໃຫ້​ເປັນ​ໂສ​ເພນີຢູ່​ລາວ. ​ເຖິງ​ແມ່ນ​ໄດ້​ມີ​ລາຍ​ງານ
ໃນ​ຈຳ​ນວນທີ່​ຫຼຸດລົງ​ກໍ​ຕາມ ​ແຕ່​ການ​ຄ້າ​ມະນຸດ​ ຢູ່ພາຍ​ໃນ​ລາວ​ເອງ​ ກໍ​ຍັງ​ສື​ບຕໍ່​ເປັນ​ບັນຫາ
ຊຶ່ງ​ໄດ້ຍັງ​ຜົນ​ໃຫ້​ພວກ​ຍິງ​ສາວ​ແລະ​ເດັກນ້ອຍ​ແມ່ຍິງ​ຖືກ​ບັງຄັບ​ໃຫ້​ເປັນ​ໂສ​ເພນີ. ຜູ້ຊາຍແລະ
ເດັກໜຸ່ມລາວຈໍານວນນຶ່ງກໍຖືກຂູດຮີດແຮງງານຢູ່ໃນສວນກະເສດ ເຊ່ນສວນຢາງພາລາເປັນ
ຕົ້ນ. ລາຍງານເວົ້າອີກວ່າ ລາວ​ອາດ​ກາຍ​ເປັນ​ຈຸດໝາຍປາຍທາງສຳລັບ​ພວກ​ນັກ​ທ່ອງ​ທ່ຽວ
ທີ່​ຊອກສະ​ແຫວ​ງຫາ​ຄວາມ​ສຳລານ​ທາງ​ເພດນັ້ນຫຼາຍຂຶ້ນນັບມື້.

ກະຊວງ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ລັດຖະບານ​ລາວ​ບໍ່​ໄດ້ປະ​ຕິ​ບັດ​ຢ່າງ​ຄົບ​ຖ້ວນ ຕາມ​
ມາດຕະຖານ​ທີ່​ຕໍ່າ​ສຸດ​ໃນການ​ລຶບລ້າງ​ການ​ຄ້າ​ມະນຸດ ​ແຕ່​ແນວ​ໃດ​ກໍ​ຕາມລາວ​ກໍໄດ້​ດຳ​ເນີນ
ຄວາມ​ພະຍາຍາມ​ທີ່​ສຳຄັນ​ເພື່ອ​ໃຫ້​ບັນລຸ​ມາດຕະຖານ​ດັ່ງກ່າວ. ​ໃນ​ໄລຍະ​ຂອງ​​ລາຍ​ງານ​ນີ້
ລັດຖະບານ​ລາວລາຍ​ງານ​ວ່າ​​ ໄດ້​ສືບສວນຄະດີການ​ຄ້າ​ມະນຸດ 20 ກໍລະນີແລະ​​ໄດ້​ຕັດສິນ​
ລົງ​ໂທດ​ພວກ​ມີ​ຄວາມ​ຜິດ​ ໃນການ​ຄ້າ​ມະນຸດ 33 ຄົນ ຊຶ່ງ​ເປັນ​ການ​ເພີ່ມ​ຂຶ້ນຢ່າງ​ຫຼວງຫຼາຍ
ຈາກ​ການ​ບໍ່​ໄດ້​ມີ​ການຕັດສິນ​ລົງ​ໂທດ ​​ແມ່ນ​ແຕ່​ພຽງ​ຄົນ​ດຽວ​ໃນ​ໄລຍະ​ຂອງ​ການ​ລາຍ​ງານ
ເທື່ອ​ກ່ອນ. ​ແຕ່ແນວ​ໃດ​ກໍ​ຕາມລັດຖະບານ​ລາວ​ບໍ່​ເຄີຍ​ລົງ​ໂທດ​ທາງ​ດ້ານ​ວິ​ໄນ​ຫຼືດ້ານ​ອາຍາ​
ຕໍ່​ເຈົ້າໜ້າ​ທີ່​ທາງ​ການ​ຄົນ​ໃດ ທີ່ສົມຮູ້​ຮ່ວມຄິດ ກ່ຽວ​ກັບ​ການ​ຄ້າ​ມະນຸດ. ນອກ​ນັ້ນ ລັດຖະ
ບານລາວຍັງ​ໄດ້​ເລີ່​ມການ​ດຳ​ເນີນ​ຄວາມພະຍາຍາມ​ເພື່ອ​ລະບຸ​ໂຕ ແລະ​ໃຫ້​ຄວາມຊ່ອຍ​ເຫຼືອ
ແກ່​ພວກ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະນຸດທີ່​ຖືກ​​ເນລະ​ເທດ​ຫຼືຜັກ​ດັນໂດຍເຈົ້າໜ້າ​ທີ່​ໄທ
ຍ້ອນ​ຄວາມ​ຜິດ​ດ້ານ​ເຂົ້າ​ເມື​ອງ. ລັດຖະບານ​ລາວ​ຍັງ​ສື​ບຕໍ່ກາງ​ຕໍ່​ນຳ ບັນດາ​ອົງການ​ຈັດຕັ້ງ
ທີ່​ບໍ່​ຂຶ້ນກັບ​ລັດຖະບານ​​ແລະ​ອົງການ​ຈັດຕັ້ງຂອງນາໆຊາດເກືອບ​ທັງ​ໝົດໃນ​ການ​ໃຫ້​ຄວາມ
ຊ່ອຍ​ເຫຼືອ​ແກ່​ພວກ​ເຄາະ​ຮ້າຍນັ້ນ.



ກ່ຽວ​ກັບ​ການ​ລົງ​ໂທດ​ພວກ​ຄ້າມະນຸດນັ້ນ ລາຍງານຂອງກະຊວງການຕ່າງປະເທດສະຫະ
ລັດກ່າວວ່າ ລັດ​ຖະບານ​ລາວ​ໄດ້​ທໍາ​ຄວາມ​ກ້າວໜ້າໃນ​ປີ​ກາຍ​ນີ້ໃນການດຳ ເນີນຄວາມພະ
ຍາຍາມ​​ທາງດ້ານປະຕິບັດກົດໝາຍ ເພື່ອປາບປາມ​ການ​ຄ້າ​ມະນຸດນັ້ນ​​. ລາວ​ໄດ້​ຫ້າມ​ທຸກ​
ຮູບ​ແບບ​ຂອງ​ການ​ຄ້າ​ມະນຸດ ຜ່ານການດັດ​ແປງ​ແກ້​ໄຂມາດຕາ 134 ຂອງ​ກົດໝາຍ​ອາຍາ
ໃນ​ປີ 2006 ຊຶ່ງ​ໄດ້​ລະບຸ​ໂທດ​ຈຳ​ຄຸກຕັ້ງແຕ່ 5 ປີ​ເຖິງ​ຕະຫຼອດຊີວິດທີ່​ຖືວ່າໜັກພໍແລະທຽບ
ເທົ່າ​ກັນ​ກັບ​ໂທດ ​ສຳລັບ​ຄວາມຜິດ​ທາ​ງອາຍາ​ອື່ນໆ​ເຊັ່ນ​ການ​ຂົ່ມຂືນ​ສຳ​ເລົາ​ເປັນຕົ້ນ ພວກ
ເຈົ້າໜ້າ​ທີ່ລາວ​ລາຍ​ງານວ່າ ​ໄດ້​ທຳ​ການ​ສືບສວນ 20 ຄະດີ​ກ່ຽວ​ກັບ​ການ​ຄ້າ​ມະນຸດ ທີ່​ພົວ
ພັນກັບ​ພວກ​ຖືກ​ກ່າວ ຫາ​ວ່າກະທຳ​ຜິດ 47 ຄົນ ແລະ​ໄດ້​ຕັດສິນ​ລົງ​ໂທດ ​ພວກ​ຄ້າ​ມະນຸດ
33 ຄົນ​ໃນ​ປີ 2010 ສົມ​ທຽບກັບໃນ​ປີ​ກ່ອນ​​ ​ທີ່ບໍ່​ໄດ້ມີ​ການ​ຕັດສິນ​ລົງ​ໂທດ ຜູ້​ໃດ​ເລີຍ​ນັ້ນ.
ແຕ່​ແນ​ວກໍ​ຕາມ ການ​ດຳ​ເນີນ​ຄະດີ​ຂອງ​ສານ​ແມ່ນ​ຂາດ​ກະບວນ​ການ​ຍຸຕິ​ທຳ​ແລະ​ຄວາມ​ໂປ່​ງ​
ໃສຂະ​ແໜງ​ການ​ຍຸຕິ​ທຳ​ຂອງ​ລາວ​ຍັງບໍ່​ມີ​ຄວາມ​ເຂັ້ມ​ແຂງ ​ແລະ​ບໍ່ມີປະສິດທິພາບ​ພຽງພໍແລະ
ສະພາບ​ຄຸກ​ຂອງ​ລາວກໍ​ພາ​ໃຫ້​ມີຄວາມ​ວິຕົກ​ກັງວົນ​ຢ່າງ​ໃຫຍ່​ໃນ​ດ້ານ​ສິດທິ​ມະນຸດ. ຄວາມ​
ລັງ​ເລ​ໃຈ​​ໂດຍ​ທົ່ວ​ໄປຂອງ​ປະຊາຊົນ​ທີ່​ຈະ​ຊົມໃຊ້ລະບົບສານ​ ໄດ້​ເປັນ​ອຸບປະສັກ​ຂັດຂວາງ​ຕໍ່​
ຄວາມ​ສາມາດ​ຂອງ​ລັດຖະບານ​ ໃນ​ການ​ທີ່​ຈະຕິດຕາມ​ຄະດີ​ການ​ຄ້າ​ມະນຸດ ​ຢ່າງ​ມີ​ປະ​ສິດທິ​
ພາບ. ຊາວ​ລາວ​ສ່ວນ​ໃຫຍ່​ ມັກ​ຈະ​ກາງຕໍ່ພວກຜູ້ສູງອາຍຸໃນໝູ່​ບ້ານ​ໃຫ້ເປັນ​ຜູ້​ໄກ່​ເກ່ຍບັນ
ຫາ​ຂັດ​ແຍ້​ງຕ່າງໆ. ຢ່າງ​ນ້ອຍ 7 ຄົນ​ໃນຈໍານວນພວກ​ທີ່​ຖືກ​ລົງ​ໂທດ​ທັງ​ໝົດ 33 ຄົນແມ່ນ​
ໄດ້​ຖືກ​ໂທດຈຳ​ຄຸກ ​ໃນ​ລະຫວ່າງ 6 ຫາ 16 ປີ. ບັນດາ​ອົງການ​ຈັດຕັ້ງນາໆ​ຊາດ​ ແລະ​ອົງ
ການ​ຈັດຕັ້ງທີ່​ບໍ່​ຂຶ້ນກັບ​ລັດຖະບານ ບໍ່​ສາມາດ​ກວດພິສູດ​ເບິ່ງ​ຂໍ້​ມູນທີ່ລັດຖະບານ​ມອບ​ໃຫ້.
ແລະລັດຖະບານ​ລາວ​ກໍບໍ່​ໄດ້​ລາຍ​ງານ​ໃຫ້​ຊາບ​​ ກ່ຽວກັບການ​ດຳ​ເນີນ​ຄະດີ​ການ​ຄ້າມະນຸດ
ຢູ່ພາຍ​ໃນ​ປະ​ເທດ. ການ​ບໍ່​​ລົງ​ໂທດ​ພວກ​ເຈົ້າໜ້າ​ທີ່ໆ​ສໍ້​ລາດ​ບັງ​ຫຼວງຍັງ​ສືບ​ຕໍ່ເປັນ​ບັນຫາ​ໃນ​
ທົ່ວ​ລະບົບ​ຕຸລາການ​ຂອງ​ລາວ. ການ​ສໍ້​ລາດ​ບັງ​ຫຼວງ​ແມ່ນພະຍາດ​ຊໍ້າ​ເຮື້ອຢູ່​ລາວແລະ​ພວກ
ນັກ​ສັງ​ເກດ​ການ​ກ່ຽວ​ກັບ​ການ​ຄ້າ​ມະນຸດ​ຢູ່​ລາວ​ເຊື່ອ​ວ່າ​ມີພວກ​ເຈົ້າໜ້າ​ທີ່​ລັດຖະບານ​ບາງ​ຄົນ​
ໂດຍ​ສະ​ເພາະ​ແລ້ວ ​ແມ່ນ​ໃນລະດັບທ້ອງ​ຖິ່ນ ທີ່ໄດ້ມີ​ການພົວພັນ​ໃນ​ການ​ອຳນວຍ​ຄວາມ​ສະ
ດວກໃຫ້ແກ່​ການ​ຄ້າ​ມະນຸດຊຶ່ງ​​ໃນ​ບາ​ງຄັ້ງນັ້ນແມ່ນໄດ້ມີ​ການ​ຮ່ວມ​ມື​ກັບ​ຄູ່​ຕຳ​ແໜ່​ງຝ່າຍ​ໄທ.
ແຕ່​ແນວ​ໃດ​ກໍ​ຕາມ​ ລັດຖະບານ​ລາວ​ບໍ່​ເຄີຍ​ລາຍ​ງານວ່າ ໄດ້ມີການ​ສືບສວນ​ດຳ​ເນີນ​ຄະດີ ຫຼື
ລົງ​ໂທດ​ເຈົ້າໜ້າ​ທີ່​ຄົນ​ໃດໃນ​ຂໍ້ຫາພົວພັນ​ກັບ​ການ​ຄ້າ​ມະນຸດ. ລັດຖະບາ​ນລາວ​ຍັງ​ສືບ​ຕໍ່​​ຮ່ວມ
ງານແລະເປັນ​ພາຄີ​ກັບ​ບັນດາ​ອົງການ​ຈັດຕັ້ງນາໆ​ຊາດ ແລະ​ອົງການ​ຈັດຕັ້ງທີ່​ບໍ່​ຂຶ້ນກັບ​ລັດ
ຖະບານໃນການ​ເສີມ​ສ້າງ​ສະ​ມັດ​ຖະພາບ ​ທາງດ້ານ​ການປະຕິບັດກົດໝາຍ ເພື່ອປາບປາມ
ການຄ້າມະນຸດນັ້ນ.

__________________
Anonymous

Date:



ຫລັງຈາກສະຫາຍເກຍຸນຕາຍໄປແລ້ວດຽວນ­ີ້ທິ່ສະພາເຕັ້ຍໂຈນລາວແດງ ມິແຕ່ສະຫາຍດາວອນວົງວິຈິດແລະສະຫາ­ຍກິສິ່ນ(IIAPປິ1976)ອະດີດນັກສຶກ­ສາກົດຫມາຍແລະການປົກຄອງ ພວກເຈົ້າທັງ2ກະລອງສແດງຄວາມເປັນຄົນຢ່າເປັນຄວາຍຕົບມືໃຫ້ພັກຫມາໆພວ­ກເຈົ້າຫລາຍ ລຸກຂື້ນສ້າງຄວາມເປັນທັມໃຫ້ ປທ ຊາດ ພໍ່ແມ່ລາວເຮົາ ແບບ ດຣ ຄຳເຜິຍແດ່ ຫລຶ ຢ້ານພັກຜິຫ່າບໍ່ລາກເຈົ້າມາເປັນ ສສ ຄວາຍຄັ້ງທິ່8ບໍ??
ຢ່າເປັນຫ່ວງຕໍ່ຊິວິດແລະອານາຄົດການເມືອງເດິ
ຕາຍໄ­ປ ປຊຊ ລາວ ທັງໂລກຊິໄປມອບດອກໄມ້ໃຫ້ ຖ້າບໍ່ດັ່ງນັ້ນເຂົ້າຊິໄປຂິ້ແລະຍ­່ຽວໄສ້ກອງພອນສຸ ແບບເຂົາເຮັດກັບບັກ(ຫມາ ສມ)ໄກສອ­ນເວລານິ້

ຕັດສິນໄຈໄດ້ແລ້ວລູງ


__________________
Anonymous

Date:

ຕູ້ຂ້າງເທິງນີ້ມາແຕ່ໃສອີກລະ ຄັນຕູນີ້ຕາຍໄປປະເທດຊາດຄືຊິພັດທະນາໄວ້ກວ່ານີ້ ເຈົ້າຂອງກະທູເຂົາກໍບອກແລ້ວວ່າບໍ່ໃຫ້ໃຊ້ຄໍາບໍ່ສຸພາບອ້າງກັນດ້ວຍເຫດຜົນ ເພື່ອຫາທາງອອກຮວມກັນ ບໍ່ມີໃຜດອກທີ່ຈະຖືກ 100% ບາດຕູ້ນີ້ອອກມາມີແຕ່ດ່າຫຼືວ່າໝາເຖົ້າແລ້ວມັນກັດໄປທົ່ວ



__________________
Anonymous

Date:

สื่อตปท.เผยยิ่งลักษณ์ลดกระแสถูกกกต.แขวน นักวิชาการชี้ถูกรัฐประหารทางกฎหมายรอบใหม่

วันที่ 13 กรกฎาคม พ.ศ. 2554 เวลา 12:16:33 น.

Share177


สำนักข่าวเอพีรายงานเมื่อวันที่ 13 ก.ค.ว่า คณะกรรมการ
การเลือกตั้งของไทยหรือกกต.ยังไม่ประกาศผลรับรองการ
เป็นส.ส.ของ น.ส.ยิ่งลักษณ์ ชินวัตร ผู้สมัคร.ส.ส.ปาร์ตี้ลิสต์
อันดับหนึ่งของพรรคเพื่อไทย และเธอเป็น 1 ในจำนวนของ
ผู้ชนะการเลือกตั้งส.ส. 142 คนที่ยังไม่ได้การรับรองเนื่อง
จากต้องรอการตรวจเรื่องที่ถูกร้องเรียนเสีย ก่อน



เอพีระบุว่าการไม่รับรองการเป็นส.ส.น.ส.ยิ่งลักษณ์ อาจก่อให้เกิดการประท้วงครั้งใหญ่บนท้องถนนจากกลุ่มผู้สนับสนุนเธอ และจุดชนวนกระแสการเมืองระส่ำรอบใหม่ในเมืองไทยซึ่งที่ผ่านมาได้กลายเป็น ประเทศที่มีประชาธิปไตยที่เปราะบาง



อย่างไรก็ตาม เอพีรายงานว่า น.ส.ยิ่งลักษณ์ ได้พยายามจะ
ลดกระแสการถูกแขวนชื่อจากกกต.ระบุว่า เธอเชื่อว่า กกต.
จะให้ความยุติธรรมแก่เธอและพรรคเพื่อไทยและว่า การถูก
เลื่อนการรับรองเป็นเพียงกระบวนการตรวจสอบปกติของกกต.

และกกต.มีโอกาส นับเดือนที่จะตรวจสอบและตัดสินใจสรุป



ทางด้านปวิน ชัชวาลพงศ์พันธ์ นักวิจัยประจำสถาบันเอเชียตะ
วันออกเฉียงใต้ศึกษา มหาวิทยาลัยแห่งชาติสิงคโปร์ แสดง
ทัศนะว่า

กกต.กำลังเริ่มการรัฐประหารทางกฎหมายรอบใหม่
กกต.กำลังเริ่มการรัฐประหารทางกฎหมายรอบใหม่
กกต.กำลังเริ่มการรัฐประหารทางกฎหมายรอบใหม่


กับกลุ่มผู้สนับสนุนทักษิณ และขวางไม่ให้พรรคเพื่อไทย ขึ้น
สู่อำนาจถือเป็นความพยายามหลังการเลือกตั้งที่จะขัดขวาง
ไม่ให้พรรคเพื่อ ไทยได้ขึ้นสู่อำนาจ และความเคลื่อนไหวนี้
อย่างน้อยที่สุดจะทำให้เกิดกระแสไม่ยอมรับจากกลุ่มเพื่อ
สนับสนุนพรรคเพื่อ ไทย และอาจจบลงด้วยวิกฤตการเมือง
ที่ยืดเยื้อของเมืองไทย


__________________
Anonymous

Date:

TOPIC: ສັນຍາມິຕພາບແບບພິເສດ ແລະ ການຮ່ວມມືລະວ່າງ ສປປລາວ ກັບ ສສວຽດນາມ
Anonymous

Date: 11 days ago
ສັນຍາມິຕພາບແບບພິເສດ ແລະ ການຮ່ວມມືລະວ່າງ ສປປລາວ ກັບ ສສວຽດນາມ
  


ສັນຍາມິຕພາບແບບພິເສດ ແລະ ການຮ່ວມມືລະວ່າງ ສປປລາວ ກັບ ສສວຽດນາມ

ຄັ້ງວັນທີ່ 18. ກໍຣະກະດາ 1977

ທີ່ ນະຄອນຫຼວງ ວຽງຈັນ ປະເທດສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ

-ປະເທດສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ປະເທດສາທາລະນະລັດສັງຄົມນິຍົມວຽດນາມ.

-ຮັບຮູ້ຢ່າງລຶກເຊິ່ງວ່າສາຍພົວພັນແບບພິເສດລະວ່າງລາວ ແລະ ວຽດນາມ ຄວາມສາມະຄີແບບສູ້ລົບ ແລະ ໄມຕຣີຈິດ ມິດຕະພາບບໍ່ສັນສະເທືອນໄດ້ລະຫວ່່າງປະຊາຊົນລາວກັບປະຊາຊົນວຽດນາມ.

-ນ້ຳໃຈແຫ່ງຄວາມເປັນສະຫາຍອັນຍິ່ງໃຫຍ່ລະຫວ່າງພັກປະຊາຊົນປະຕິວັດລາວ ກັບ ພັກຄອມມຸຍນິດວຽດນາມທີ່ໄດ ຮັບການຫຼໍ່ຫລອມມາເປັນເວລາຫຼາຍໆ 10 ປີ ໃນການຮ່ວມສຸກຮ່ວມທຸກນຳກັນ ສູ້ຣົບພ້ອມກັນ ເອົາຊະນະສັດຕູຜູ້ຮຸກ ຮານ ໃນການຮ່ວມມື ແລະ ການຊ່ອຍເຫຼືອຊຶ່ງກັນແລະກັນສອງປະເທດຊາດບ້ານເມືອງນັ້ນແມ່ນມູນເຊື້ອອັນປະເສີດ ເລີດລໍ້າ ອັນນຶ່ງແມ່ນກຳລັງແຮງຊະນະເລີດ ອັນນຶ່ງຂອງທັງສອງຊາດ ແລະ ທັງສອງພັກແມ່ນພຶດຕິກັມອັນມີຊີວິດຊີວາ ອັນນຶ່ງແມ່່ນກົດເກນແຫ່ງການຂະຍາຍຕົວ ອັນນຶ່ງຂອງການປະຕິວັດລາວ ແລະ ການປະຕິວັດວຽດນາມ ຖືວ່າເປັນການ ເພີ່ມທະວີຄວາມສາມະຄີອັນສະນິດແໜ້ນ ແລະ ການພົວພັນຮ່ວມມືຢ່າງຍາວນານໃນທຸກດ້ານລະວ່າງລາວກັບວຽດ ນາມນັ້ນເປັນການຕອບສະນອງຄວາມມຸ້ງມາດປາຖະນາອັນແຮງກ້າ ແລະ ຜົນປະໂຍດແຫ່ງການຍືນຍົງຄົງຕົວຂອງ ປະຊາຊົນແຕ່ລະປະເທດໃນພາລະກິດປົກປັກຮັກສາເອກະລາດແຫ່ງຊາດ ປະຊາທິປະໄຕ ສັນຕິພາບ ຄວາມເປັນກາງ ຢ່າງແທ້ຈິງຂອງປະຊາຊົນບັນດາປະເທດໃນອາຊີອາຄະເນ ສອດຄ່ອງກັບຜົນປະໂຍດຂອງປະຊາຊົນທົ່ວໂລກທີ່ກຳລັງ ຕ້ານຈັກກະພັດ ຕ້ານລັດທິລ່າເມືອງຂື້ນແບບເກົ່າ ແລະ ແບບໄຫມ່ ເພື່ອສັນຕິພາບ ເອກຣາດແຫ່ງຊາດ ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.

-ໂດຍຄວາມຈົ່ງຮັກພັກດີຕໍ່ລັດທິມາກ - ເລນິນ ສືບຕໍ່ຄັນທຸງເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ ສົມທົບລະວ່າງລັດທິ ຮັກຊາດອັນແທ້ຈິງກັບລັດທິສາກົນກັມມະຊີບຢ່າງເປັນເນື້ອດຽວ ອອກແຮງປົກປັກຮັກສາ ແລະ ຂະຍາຍສາຍສຳພັນ ແບບພິເສດລະວ່າງລາວ-ວຽດນາມເຮັດໃຫ້ປະເທດທັງສອງທີ່ເຄີຍໄດ້ມີການຜູກພັນກັນໃນພາລະກິດປົດປ່ອຍຊາດມາ ແລ້ວນັ້ນຈະຜູກພັນກັນແໜ້ນເຂົ້າຕື່ມໃນກິດຈະການກໍ່ສ້າງແລະປົກປັກຮັກສາປະເທດຊາດບ້ານເມືອງຕະລອດກາລະນາ.


-ໂດຍເປັນເອກະສັນກັນວ່າແນວທາງເອກລາດ ເປັນເຈົ້າຕົນເອງ ແລະ ການນຳອັນຖືກຕ້ອງຂອງພັກປະຊາຊົນປະຕິວັດ ລາວ ແລະ ພັກຄອມມຸຍນິດວຽດນາມ ມູນເຊື້ອສາມະຄີອັນດູດດື່ມລະວ່າງສອງຊາດໄຊຊະນະອັນຄົບຖ້ວນຂອງປະເທດ ທັງສອງໃນພາລະກິດຕ້ານຈັກກະພັດຜູ້ຮູກຮານ ຈູດໝາຍຂອງປະຊາຊົນປະເທດທັງສອງຕ່າງກໍສູ້ຮົບເພື່ອລັດທິສັງຄົມ ນິຍົມນັ້ນເປັນບັນດາພື້ນຖານເພື່ອການຂະຍາຍສາຍພົວພັນແບບພິເສດລະວ່າງລາວ-ວຽດນາມ.

-ບົນຈິດໃຈຂອງຖະແລງການຮ່ວມລາວ-ວຽດນາມ ວັນທີ່ 11. ກຸມພາ. 1977 ໂດຍອິງໃສ່ຈຸດປະສົງເພີ້ມທະວີຄວາມ ສາມະຄີຮ່ວມມືກັນຍາວນານ ແລະ ຊ່ວຍເຫຼືອຊຶ່ງກັນແລະກັນ ແລະ ໃນພາລະກິດກໍ່ສ້າງ ແລະ ປົກປັນຮັກສາປະເທດ ຊາດບ້ານເມືອງ ເພື່ອຄວາມເປັນເອກະລາດ ແລະ ວັດທະນາຖາວອນຂອງແຕ່ລະປະເທດ ປະກອບສ່ວນເຂົ້າໃນການປົກ ປັກຮັກສາ ແລະ ປັບປຸງສັນຕິພາບຢູ່ໃນອາຊີອາຄະເນ ແລະ ໃນໂລກ.

ໄດ້ຕົກລົງເຊັນສົນທິສັນຍາສະບັບນີ້ ແລະ ໄດ້ຕົກລົງກັນກ່ຽວກັບຂໍ້ຄວາມດັ່ງນີ້:

ມາດຕຣາ 1. ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາກັນວ່າ ຈະອອກເເຮງປົກປັກຮັກສາ ແລະ ຂະຍາຍສາຍພົວພັນແບບພິເສດລະ
ວ່າງລາວ-ວຽດນາມບໍ່ລົດລະໃນການເພີ້ມທະວີຄວາມສາມະຄີ ແລະ ຄວາມເຊື່ອຖືເຊິ່ງກັນແລະກັນໃນທຸກ
ຂົງເຂດບົນຈິດໃຈແຫ່ງລັດທິສາກົນກັມມະຊີບ ແລະ ຕາມຫຼັກການສະເມີພາບຢ່າງສົມບູນ ເຄົາລົບເອກະລາດ
ອະທິປະໄຕ ແລະ ຜືນແຜ່ນດີນອັນຄົບຖ້ວນຂອງກັນແລະກັນ ເຄົາລົບຜົນປະໂຍດອັນຊອບທັມຂອງກັນແລະກັນ
ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງແຕ່ລະຝ່າຍ ອອກແຮງອົບຮົມສຶກສາທົ່ວພັກທົ່ວປວງຊົນຂອງຕົນໃຫ້ ຮັກ
ແພງຖະນອມປົກປັກຮັກສາ ແລະ ເສີມສ້າງສາຍພົວພັນແບບພິເສດລະວ່າງລາວ-ວຽດນາມໃຫ້ຜ່ອງໃສ ແລະ
ໝັ້ນຄົງຕະລອດໄປ.

ມາດຕຣາ 2. ບົນຫຼັກການທີ່ວ່່າການປົກປັກຮັປສາຄວາມເປັນເອກະລາດແຫ່ງຊາດ ແລະ ຮັກສາຄວາມຄວາມສະງົບສຸກຂອງ
ປະເທດ ນັ້ນແມ່ນພາລະກິດຂອງປະຊາຊົນແຕ່ລະປະເທດ ສອງຝ່າຍໃຫ້ຄຳໝັ້ນສັນຍາວ່າຈະໃຫ້ຄວາມສະນັບ
ສະນູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນຢ່າງສຸດໃຈຮ່ວມມືກັນຢ່າງແໜ້ນແຝ້ນເພື່ອອິງໃສ່ເພີ້ມທະວີຄວາມ
ອົງອາດ ສາມາດໃນການປ້ອງກັນໃນການປົກປັກຮັກສາຄວາມເປັນເອກະລາດອະທິປະໄຕ ແລະ ຜື້ນແຜ່ນ
ດີນ ອັນຄົບ ຖ້ວນ ຮັກສາກິດຈະການອອກແຮງງານໃນສັນຕິພາບຂອງປະຊາຊົນຕ້ານທຸກເລກົນ ແລະ
ການກະທຳ ອັນເປັນການທຳຮ້າຍຂອງຈັກກະພັດ ແລະ ກຳລັງປະຕິການນອກປະເທດ.

ມາດຕຣາ 3. ກ. ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ການຊວ່ຍເຫຼືອກັນຜ່ານຜ່າຄວາມຍຸ້ງຍາກ ເສີມຂະຫຍາຍເຫງົ້າ
ພະລັງທາງດ້ານວັດຖຸຂອງແຕ່ລະປະເທດໃຫ້ມີປະສິດຕິພາບຢ່າງສຸດຂີດ ເພື່ອອິງໃສ່ກໍ່ສ້າງປະເທດຊາດບ້ານ
ເມືອງໃຫ້ຮັ່ງມີເຂັ້ມແຂງ ກໍ່ສ້າງຊີວິດການເປັນຢູ່ອັນອີ່ມນ້ຳສຳລານ ສັມບູນພູນສຸກນັ້ນ ສອງຝ່າຍຈະເພີມທະວີ
ການພົວພັນຮ່ວມມືກັນແບບສັງຄົມນິຍົມຕ່າງຝ່າຍຕ່າງໃດ້ຮັບຜົນປະໂຍດ ກ່ຽວກັບດ້ານກະສີກັມ ປ່າໄມ້ ອຸດສາ
ຫະກັມ ການຄົມມະນາຄົມຂົນສົ່ງ ການຂຸດຄົ້ນສັບພະຍາກອນທັມມະຊາດ ແລະ ບັນດາຂົງເຂດເສຖະກິດອື່ນໆ
ຊ່ວຍເຫຼືອກັນທາງດ້ານເສຖະຫິດ ແລະ ວິທະຍາການຢ່າງສຸດອົກສຸດໃຈ ຊ່ວຍເຫຼືອກັນທາງດ້ານເສຖະກິດ
ວັດທະນະທັມ ແລະ ວິທະຍາສາດ ວິທະຍາການ ເປີດການຮັບຮອງພົວພັນດ້ານການຄ້ານຳກັນດ້ວຍຄວາມ
ເອົາໃຈໃສ່ເປັນພິເສດ.

ຂ. ສອງຝ່າຍເຫັນດີເປີດກ້ວາງການແລກປ່ຽນວິທະຍາສາດ ວິທະຍາການ ການຮ່ວມມືດ້ານວັດທະນະທັມ
ສິລະປະ ການສຶກສາ ສາທາລະນະສຸກ ຂ່າວສານມວນຊົນ ໜັງສືພິມ ວິທະຍຸກະຈາຍສຽງ ພາບຍົນ ກິລາ
ກາຍກັມ ແລະ ບັນດ້າຍວັດທະນະທັມອື່ນໆ.

ຄ. ສອງຝ່າຍຈະເພີ້ມທະວີບັນຫາການພົບປະກັນລະວ່າງຂະແໜງການຕ່າງໆທີ່ມີສ່ວນກ່ຽວພັນຂອງ
ປະເທດທັງສອງເພື່ອພ້ອມກັນປຶກສາຫາລືການປະຕິບັດບັນດາແຜ່ນການຮ່ວມມືກັນໃຫ້ປະກົດຜົນເປັນຈິງແລກ
ປ່ຽນບົດຮຽນຕ່າງໆກ່ຽວກັບການກໍ່ສ້າງເສຖະກິດ ແລະ ການຂະຍາຍວັດທະນະທັມ.

ມາດຕຣາ 4. ສອງຝ່າຍຢືນຢັນເຖິງການຕັດສິນໃຈກໍ່ສ້າງຊາຍແດນລາວ-ວຽດນາມເປັນຊາຍແດນມິດຕະພາບຖານອ້າຍ
ນ້ອງອັນຍາວນານລະວ່າງປະເທດທັງສອງບົນພື້ນຖານແຫ່ງສົນທິສັນຍາກຳນົດເສັ້ນຊາຍແດນປະເທດລະວ່າງ
ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ກັບ ສາທາລະນະລັດສັງຄົມນິຍົມວຽດນາມ
ເມື່ອວັນທີ່ 18. ກໍຣກະດາ. 1977.

ມາດຕຣາ 5. ກ. ສອງຝ່າຍເຂົ້າລົບ ແລະ ສະນັບສະນູນຢ່າງສົມບູນຕໍ່ແນວທາງສາກົນເປັນເອກະລາດເປັນເຈົ້າຕົນເອງ
ຂອງກັນ ແລະ ກັນ.
ຂ. ສອງຝ່າຍຈະອອກແຮງເພີ້ມທະວີຄວາມສາມະຄີແບບຕໍ່ສູ້ ແລະ ການພົວພັນຮ່ວມມືກັນກັບປະເທດສັງ
ຄົມນິຍົມອ້າຍນ້ອງຕັ້ງໜ້າ ປະກອບສ່ວນຂອງຕົນພ້ອມກັບປະເທດສັງຄົມນິຍົມກັບຂະບວນການຄອມມຸຍນິດ
ສາກົນ ເພິ້ມທະວີຄວາມສາມະຄີສະນັບສະນູນ ແລະ ການຊ່ອຍເຫຼືອຊື່ງກັນແລະກັນບົນພື້ນຖານລັດທິມາກ-
ເລນິນ ແລະ ລັດທິສາກົນກັມມະຊີບ.

ຄ. ເພີ້ມທະວີຄວາມສາມະຄີແບບສູ້ລົບ ການຮ່ວມມືອັນຍາວນານ ແລະ ການຊ່ວຍເຫຼືອພະລາດອນພາບ
ເຊິ່ງກັນ ແລະ ກັນ ກັບກັມພູຊາບົນພື້ນຖານຄວາມສະເມີພາບອັນຄົບຖ້ວນ ເຄົາລົບຄວາມເປັນເອກະລາດອະທິ
ປະໄຕຜືນແຜ່ນດີນອັນຄົວຖ້ວນຂອງກັນ ສະນັບສະນູນພາລະກິດຕໍ່ສູ້ຂອງປະຊາຊົນບັນດາປະເທດອາຊີອາຄະ
ເນເພ່ື່ອເອກະລາດແຫ່ງຊາດ ປະຊາທິປະໄຕ ສັນຕິພາບ ແລະ ຄວາມເປັນກາງຢ່າງແທ້ຈິງ ກໍ່ສ້າງ ແລະ ຂະ
ຍາຍການພົວພັນມິດຕະພາບ ແລະ ການຮ່ວມມືກັນກັບປະເທດໃນພາກພື້ນຖານເຄົາລົບຄວາມເປັນເອກະລາດ
ອະທິປະໄຕຜືນແຜ່ນດີນອັນຄົບຖ້ວນຂອງກັນ ບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນ ສະເມີພາບ ແລະ
ຕ່າງຝ່າຍມີຜົນປະໂຍດພ້ອມກັນຄົງຕົວຢູ່ໂດຍສັນຕິ ສະນັບສະນູນການຕໍ່ສູ້ຂອງປະຊາຊົວບັນດາປະເທດອາຊີ
ອາຟະລິກາ ອາເມລິກາລາຕິນ ຕ້ານລັດທິຈັກກະພັດທຶນນິຍົມ ຕ້ານລັດທິລ່າເມືອງຂື້ນ ຕ້ານລັດທິຈຳແນກເຊື້ອ
ຊາດທັງເກົ່າ ແລະ ໃໝ່ ເພື່ອຄວາມເປັນເອກະລາດແຫ່ງຊາດ ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງ
ຄົມ ສະນັບສະນູນຂອງຊົນຊັ້ນກັມມະກອນ ແລະ ປະຊາຊົນຜູ້ອອກແຮງງານໃນບັນດາປະເທດທືນນິຍົມເພື່ອ
ຍາດເອົາສິດທິໃນການດຳລົງຊີວິດ ປະຊາທິປະໄຕ ກ້າວໜ້າທາງສັງຄົມ ໃຫ້ມີຄວາມໝາຍໝັ້ນວ່າທຸກສິ່ງທຸກ
ຢ່າງຈົນສຸດກຳລັງຂອງຕົນເພື່ອອິງໃສ່ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ຮ່ວມຂອງປະຊາຊົນໃນໂລກເພື່ອ
ສັນຕິພາບ ເອກລາດແຫ່ງຊາດ ປະຊາທິປະໄຕ ແລະ ສັງຄົມນິຍົມ.

ມາດຕຣາ 6. ກ. ສອງຝ່າຍຈະດຳເນີນການແລກປ່ຽນຄວາມຄິດຄວາມເຫັນກັນຢ່າງສະເມີພາບກ່ຽວກັບບັນຫາຕ່າງໆທີ່
ກ່ຽວພັນເຖິງການພົວພັນລະວ່າງປະເທດທັງສອງ ແລະ ບັນຫາຂອງສາກົນຕ່າງໆທີ່ທັງສອງຝ່າຍຈະມີຄວາມ
ສົນໃຈດ້ວຍການພົບປະກັນລະວ່່າງຜູ້ນຳພັກ ແລະ ລັດ ດ້ວຍການໄປຢ້ຽມຢາມຂອງບັນດາຄະນະຜູ້ແທນເປັນ
ທາງການ ແລະ ບັນດາຜູ້ຕາວໜ້າພິເສດ ຫຼື ໂດຍຜ່ານເສັ້ນທາງການທູດ ສອງຝ່າຍ ຈະສົ່ງເສີມການເປີດ
ກ້ວາງການພົວພັນລະວ່າງບັນດາອົງການຈັດຕັ້ງມະຫາຊົນຂອງສອງປະເທດ.

ຂ. ທຸກບັນຫາທີ່ກ່ຽວພັນເຖິງສາຍພົວພັນລະວ່າງປະເທດທັງສອງຄ່ອຍໆຕົກລົງໂດຍການແລກປ່ຽນບົນຈິດ
ໃຈຂອງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ນັບຖືໃນຄວາມເປັນທັມ ແລະ ພຶດຕິກັມດ້ວຍເຫດດ້ວຍຜົນ.

ມາດຕຣາ 7. ກ. ສົນທິສັນຍາສະບັບນີ້ຈະໃຫ້ການສັນຍາຮັບ ແລະ ມີຜົນສັກສິດນັບແຕ່ມື້ ເຊັນກັນເປັນຕົ້ນໄປ ການແລກ
ປ່ຽນສານສັນຍາບັນ ຈະໄດ້ດຳເນີນຢູ່ທີ່ຮ່າໂນ້ຍ ນະຄອນຫຼວງແຫ່ງສາທາລະລັດສັງຄົມນິຍົມວຽດນາມ
ໃນໄວໆເທົ້າທີ່ຈະໄວໄດ້.

ຂ. ສົນທິສັນຍາສະບັບນີ້ມີຄຸນຄ່າໃນລະຍະ 25 ປີ ແລະ ຈະໄດ້ຕໍ່ອາຍຸໄປໃນຕົວເອງເທື່ອລະ 10 ປີ
ຖ້າຫາກວ່າຝ່າຍນື່ງຂອງພາຄີຄູ່ສັນຍາແຈ້ງຄວາມປະສົງຢາກລົບລ້າງສົນທິສັນຍາສະບັບນີ້ໃຫ້ຝ່າຍນື່ງ
ຊາບລ່ວງໜ້າ ດ້ວຍລາຍລັກອັນສອນຢ່າງນ້ອຍນື່ງປີກ່ອນສົນທິສັນຍາຈະສິ້ນກຳນົດ.

ຄ. ສົນທິສັນຍາສັບັບນີ້ທຳທີ່ວຽງຈັນ ນະຄອນຫຼວງແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ
ວັນທີ່ 18. ກໍຣະກະດາ. 1977 ເປັນພາສາລາວ ແລະ ພາສາວຽດນາມ ທັງສອງບັບລາວ ວຽດນາມ
ລ້ວນແຕ່ມີຄຸນຄ່າເທົ່າທຽມກັນ.

ລົງນາມໂດຍ: ຕາງໜ້າ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ສະຫາຍ ໄກສອນ ພົມວິຫານ ນາຍົກລັດຖະມົນຕີ ແລະ ຕາງໜ້າ ສາທາລະນະລັດສັງຄົມນິຍົມວຽດນາມ ສະຫາຍ ຟາມວັນດົ້ງ ນາຍົກລັດຖະມົນຕີ



--


__________________
Anonymous

Date:

Anonymous wrote:

ພໍ່ຕູ້, ວັດຖຸເກີດກ່ອນຈິດໃຈ. ຖ້າພໍ່ຕູ້ຢາກໃຫ້ປະເທດລາວກາຍເປັນປະເທດທີ່ມີປະຊາທິປະໄຕ

ຢ່າງແທ້ຈິງ ພໍ່ຕູ້ຄວນຈູຊຸກຍູ້ໃຫ້ລູກໃຫ້ຫລານຂອງພໍ່ຕູ້ກັບມາສຸມສະຕິປັນຍາ ຄວາມຮູ້ແລະ

ຄວາມສາມາດເຂົ້າໃນການພັດທະນາ, ຖ້າປະເທດລາວໄດ້ພັດທະນາຂຶ້ນໄປທຽບທັນກັບປະ

ເທດເພື່ອນບ້ານແລ້ວ ວັນນັ້ນປະຊາທປະໄຕກໍ່ຈະມາເຖິງເອງ. ຂໍໂທດເດີ ຖ້າເຂົ້າໃຈຜິດ.

ປູ່ຊຳເໜືອ,ຢາກຂໍອານຸຍາດແ່ຍງຄຳເຫັນນຳ ລະແມ່ນວ່ານໍ ປູ່ໃດ້ຍີນຂ່າວວ່າ ພວກເຮົາກຳລັງມີຊີວິດຢູ່ໃນການ ລະບົບແຫ່ງສີ່ງຕ່າງໆ ລະບອບ ການເມືອງຕ່າງໆ, ແລະລັດທີ ພາມຜີປີສາດ ກຳລັງຈະໝົດໄປໃວ້ນີລະ, ແລະຈະມີ New World Order ມາປົກຄອງທຸກຊາດ,ບໍ່ເຊື່ອກໍ່ຢ່າຟ່້າວລົບລູ່ ຢູ່ໄປຟັງໄປ ແລະສັງເກດ ເບີ່ງສະພາບການຂອງ ໂລກເອເຊັັຽ,ໂລກຕາວັນຕົກ,ໂລກຕາວັນອອກາງ  ແລະໂລກ ອາເມລິກາ ລອງເບີງ ໃຜສີຄໍາ້ຢູ່ໃດ້ ເພາະພະອີນຈະລົງມາຕັດສີນຄວາມ

ໃສ່ການກະທຳຂອງຄົນຊົ່ວແລະຄົນດີ.

ຄວາມຈີງ!!    


 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard